ຜູ້ແທນໜັງສືພິມປະຊາຊົນຢ້ຽມຢາມສຳນັກຂ່າວສານ ແລະ ວິທະຍຸກະຈາຍສຽງຫວຽດນາມ

ຜູ້ແທນໜັງສືພິມປະຊາຊົນຢ້ຽມຢາມສຳນັກຂ່າວສານ ແລະ ວິທະຍຸກະຈາຍສຽງຫວຽດນາມ

ຜູ້ແທນໜັງສືພິມປະຊາຊົນຢ້ຽມຢາມສຳນັກຂ່າວສານ ແລະ ວິທະຍຸກະຈາຍສຽງຫວຽດນາມ
ຄະນະຜູ້ແທນໜັງສືພິມປະຊາຊົນ ນຳໂດຍ ສະຫາຍ ວັນໄຊ ຕະວິນຍານ ອະດີດຮອງຫົວໜ້າໂຄສະນາອົບຮົມສູນກາງພັກ ອະດີດຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ສືບຕໍ່ນຳພາຄະນະຢ້ຽມຢາມ ສຳນັກງານຂ່າວສານຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ
ຜແທນໜງສພມປະຊາຊນຢຽມຢາມສຳນກຂາວສານ ແລະ ວທະຍກະຈາຍສຽງຫວຽດນາມ - image 1
 

ໃນຕອນເຊົ້າທີ 24 ກັນຍາ ນີ້ ໂດຍແມ່ນ ສະຫາຍນາງ ຫວູ ຫວຽດຈາງ ອຳນວຍການໃຫຍ່ສຳນັກຂ່າວສານຫວຽດນາມ ພ້ອມຄະນະໃຫ້ການຕ້ອນຮັບ ໂອກາດດັ່ງກ່າວສະຫາຍ ນາງ ຫວູ ຫວຽດຈາງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ຄະນະຜູ້ແທນ ໜັງສືພິມປະຊາຊົນ ທີ່ໄດ້ເດີນທາງຢ້ຽມຢາມ ສສ ຫວຽດນາມໃນຄັ້ງນີ້ ເພື່ອເປັນການສືບຕໍ່ຮັດແໜ້ນຄວາມສາມັກຄີພິເສດການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດກໍຄືປະຊາຊົນສອງຊາດຫວຽດນາມ ແລະ ລາວ ເວົ້າສະເພາະແມ່ນສອງໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ແລະ ໜັງສືພິມ ເຢີນເຢີນ ສຽງຂອງສູນກາງພັກກອມມູນິດຫວຽດນາມ ທີ່ມີມູນເຊື້ອການພົວພັນຮ່ວມມືຊ່ວຍເຫຼືອກັນໃຫ້ແໜ້ນແຟ້ນຍິ່ງຂຶ້ນ,

ຜແທນໜງສພມປະຊາຊນຢຽມຢາມສຳນກຂາວສານ ແລະ ວທະຍກະຈາຍສຽງຫວຽດນາມ - image 2
 

ການຢ້ຽມຢາມສຳນັກຂ່າວສານຫວຽດນາມ ຄັ້ງນີ້ແມ່ນຢູ່ໃນໄລຍະ ຄົບຮອບ 80 ປີ ແຫ່ງການສ້າງຕັ້ງຂ່າວສານຫວຽດນາມຄື (15 ກັນຍາ 1945 - 15 ກັນຍາ 2025) ສະຫາຍນາງ ຫວູ ຫວຽດຈາງ ຍັງໄດ້ລາຍງາຍໂດຍຫຍໍ້ປະຫວັດຄວາມເປັນມາຕໍ່ຄະນະຜູ້ແທນໜັງສືພິມປະຊາຊົນ ໄດ້ຮັບຊາບວ່າ: ຕະຫຼອດ 80 ປີ ຜ່ານມາຂ່າວສານຫວຽດນາມໄດ້ມີຄວາມເຕີບໃຫຍ່ຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ, ໄດ້ມີການພົວພັນຮ່ວມມືກັບ 40 ອົງການຂ່າວສານ ແລະ ອົງການຂ່າວສານສາກົນໃຫຍ່ໃນທົ່ວໂລກ, ມີ 30 ຫ້ອງການຜູ້ຕ່າງໜ້າຕັ້ງຢູ່ 28 ປະເທດ, ໂດຍສະເພາະໄດ້ມີການພົວພັນຮ່ວມມືກັບສຳນັກຂ່າວສານປະເທດລາວກໍຄືສຳນັກຂ່າວສື່ຕ່າງໆຂອງລາວ ໂດຍໄດ້ຮັບການຮ່ວມມື ແລະ ສະໜັບສະໜູນດ້ວຍດີຕະຫຼອດມາ ເຮັດໃຫ້ຂ່າວສານຫວຽດນາມໄດ້ມີບົດບາດສຳຄັນໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ ເຮັດໃຫ້ຂ່າວສານໄດ້ບົດບາດອິດທິພົນຢູ່ໃນເວທີພາກພື້ນແລະສາກົນ, ສະຫາຍ ວັນໄຊ ຕະວິນຍານ ຕາງໜ້າຄະນະຜູ້ແທນໜັງສືພິມປະຊາຊົນ ໄດ້ກ່າວສະແດງຄວາມຂອບໃຈຕໍ່ ສະຫາຍ ຫວູ ຫວຽດຈາງ ທີ່ໃຫ້ການຕ້ອນຢ່າງອົບອຸ່ນໃນຄັ້ງນີ້ພ້ອມທັງໄດ້ແຈ້ງໃຫ້ຊາບກ່ຽວກັບການຢ້ຽມຢາມຫວຽນາມຄັ້ງນີ້ ແມ່ນເພື່ອປະຕິບັດແຜນການຮ່ວມມືສອງຝ່າຍກໍຄືສອງໜັງສືພິມ,ໃນຕອນເຊົ້າວັນດຽວກັນ ຄະນະຜູ້ແທນໜັງສືພິມ ປະຊາຊົນ ຍັງໄດ້ສືບຕໍ່ຢ້ຽມຢາມສຳນັກງານວິທະຍຸກະຈາຍສຽງຫວຽດນາມໂດຍໃຫ້ການຕ້ອນຮັບຂອງສະຫາຍ ໂງມິງຫຽນ ຮອງອຳນວຍການໃຫຍ່ວິທະຍຸກະສຽງແຫ່ງຊາດຫວຽດນາມຕື່ມອີກ.

ຜແທນໜງສພມປະຊາຊນຢຽມຢາມສຳນກຂາວສານ ແລະ ວທະຍກະຈາຍສຽງຫວຽດນາມ - image 3
 

ຂ່າວ-ພາບ:ພູວຽງຄຳ

ຄໍາເຫັນ

ຂ່າວການຮ່ວມມື

ສະຫວັນນະເຂດ ແລ ແຂວງ ກວາງຈິ ເພີ່ມທະວີການຮ່ວມມື

ສະຫວັນນະເຂດ ແລ ແຂວງ ກວາງຈິ ເພີ່ມທະວີການຮ່ວມມື

ສະຫາຍ ໂພໄຊ ໄຂຄຳພິທູນ ຮອງເລຂາພັກແຂວງສະຫວັນນະເຂດ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງທ່ານ ຮ່າ ສີ ດົ່ງ ອະດີດຮັກສາການປະທານຄະນະກຳມະການ ປະຊາຊົນ ແຂວງກວາງຈິ ອະດີດປະທານຄະນະຊີ້ນຳວຽກງານຊາຍແດນ ແຂວງກວາງຈິ. ການຕ້ອນຮັບໄດ້ມີຂຶ້ນທີ່ຫ້ອງຮັບແຂກຂອງຫ້ອງວ່າການແຂວງ ໃນວັນທີ 24 ກັນຍາຜ່ານມາ.
ຄະນະຜູ້ແທນໜັງສືພິມປະຊາຊົນຢ້ຽມຢາມນະຄອນດາໜັງ ສສ ຫວຽດນາມ

ຄະນະຜູ້ແທນໜັງສືພິມປະຊາຊົນຢ້ຽມຢາມນະຄອນດາໜັງ ສສ ຫວຽດນາມ

ໃນຕອນແລງວັນທີ 24 ກັນຍາ ນີ້ ສະຫາຍວັນໄຊ ຕະວິນຍານ ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ອະດີດຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ນຳພາຄະນະບັນນາທິການ ໄປຢ້ຽມຢາມ ນະຄອນດາໜັງ ສສ ຫວຽດນາມ ໂດຍໄດຮັບການຕ້ອນຮັບຈາກສະຫາຍ ຫງວຽນ ດິ່ງຫວິງ ຮອງເລຂາຄະນະພັກ ຜູ້ປະຈຳການນະຄອນດາໜັງ ພ້ອມດ້ວຍຄະນະໃຫ້ການຕ້ອນຮັບ.​
ຄະນະຜູ້ແທນໜັງສືພິມປະຊາຊົນ ຢ້ຽມຢາມ ສສ ຫວຽດນາມ

ຄະນະຜູ້ແທນໜັງສືພິມປະຊາຊົນ ຢ້ຽມຢາມ ສສ ຫວຽດນາມ

ປະຕິບັດຕາມການຮ່ວມມືລະຫວ່າງຄະນະຜູ້ແທນໜັງສືພິມປະຊາຊົນ ສຽງຂອງສູນກາງພັກ ປປ ລາວ ແລະ ໜັງສືພິມ ເຢິນເຢິນ ສຽງຂອງສູນກາງພັກກອມມູນິດຫວຽດນາມ. ຄະນະຜູ້ແທນໜັງສືພິມ ປະຊາຊົນ ນຳໂດຍສະຫາຍ ວັນໄຊ ຕະວິນຍານ ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ອະດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ ໄດ້ນຳພາຄະນະຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ
ວາລະສານອະລຸນໃໝ່ເຂົ້າຢ້ຽມຢາມ ແລະ ພົບປະຮອງເລຂາຄະນະພັກນະຄອນໂຮ່ຈິມິນ

ວາລະສານອະລຸນໃໝ່ເຂົ້າຢ້ຽມຢາມ ແລະ ພົບປະຮອງເລຂາຄະນະພັກນະຄອນໂຮ່ຈິມິນ

ໃນວັນທີ 11 ຫາ 13 ກັນຍາ ຜ່ານມາ ທີ່ນະຄອນໂຮ່ຈິມິນ ສສ ຫວຽດນາມ, ສະຫາຍ ວັນລາຕີ ຄໍາວານວົງສາ ຄະນະພັກ ບກ ວາລະສານອະລຸນໃໝ່ ຂອງພັກປະຊາຊົນປະຕິວັດລາວ ເຂົ້າຢ້ຽມຢາມ ແລະ ພົບປະ ສະຫາຍ ວໍ ວັນ ມິງ ຮອງເລຂາຄະນະພັກ ປະທານສະພານະຄອນໂຮ່ຈິມີນ ເຂົ້າຮ່ວມມີ ສະຫາຍ ພອນໄຊ ບຸນມີໄຊ ກົງສູນໃຫຍ່ ສປປ ລາວ ປະຈຳນະຄອນໂຮ່ຈິມິນ, ສະຫາຍ ຮວາງ ຈຸງ ຢຸງ ກຳມະການສູນກາງພັກ ບກ ວາລະສານກົ້ງສານ ສສ ຫວຽດນາມ, ໜັງສືພິມໄຊງ່ອນປົດປ່ອຍ, ຄະນະໂຄສະນາສຶກສາໂຮ່ຈິມິນ ແລະ ສື່ມວນຊົນເຂົ້າຮ່ວມ.
ຫົວໜ້າ​ ຄຕພ ຕ້ອນຮັບ​ການ​ເຂົ້າ​ຢ້ຽມຂໍ່ານັບອໍາລາຂອງບັນດາ​  ​ ທູດຕ່າງປະເທດປະຈຳລາວ

ຫົວໜ້າ​ ຄຕພ ຕ້ອນຮັບ​ການ​ເຂົ້າ​ຢ້ຽມຂໍ່ານັບອໍາລາຂອງບັນດາ​ ​ ທູດຕ່າງປະເທດປະຈຳລາວ

​​ໃນ​​​ວັນ​ທີ 15 ກັນຍາ ນີ້ ທີ່ສໍານັກງານ​​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາ​ງພັກ, ທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ຂໍ່ານັບ​ອໍາລາຂອງ ​ທ່ານ ນາງ ມໍຣະກົດ ສີສະຫວັດ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງຣາຊະອານາຈັກໄທປະຈໍາ ສປປ ລາວ ແລະ ທ່ານ ຊູເດັສ ມາເນຍ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສາທາລະນະລັດ ສິງກະໂປປະຈໍາ ສປປ ລາວ ທີ່ ສຳນັກງານຄະນະພົວພັນຕ່າງປະເທດສູນກາງພັກ.
ກອງປະຊຸມໂຕະມົນ ລັດຖະມົນຕີ ກໍ່ສ້າງ ອາຊຽນ-ຈີນ ຄັ້ງທີ 3 ປະຈຳປີ 2025

ກອງປະຊຸມໂຕະມົນ ລັດຖະມົນຕີ ກໍ່ສ້າງ ອາຊຽນ-ຈີນ ຄັ້ງທີ 3 ປະຈຳປີ 2025

ກອງປະຊຸມໂຕະມົນ ລັດຖະມົນຕີ ກໍ່ສ້າງ ອາຊຽນ-ຈີນ ຈັດຂຶ້ນທີ່ເມືອງກຸ້ຍຫຼິນແຂວງກວາງຊີ ສປຈີນ ໃນວັນທີ 15 ກັນຍາ ນີ້ ຊຶ່ງຈັດຂຶ້ນທຸກປີ, ໂດຍການຜັດປ່ຽນກັນເປັນເຈົ້າພາບ ລະຫວ່າງ ສປ ຈີນ ແລະ ປະເທດສະມາຊິກອາຊຽນ. ໄລຍະຜ່ານມາໄດ້ຈັດແລ້ວ 2 ຄັ້ງ ຄື: ຄັ້ງທີ 1 ປີ 2023 ຢູ່ເມືອງໜານໜີງ ແຂວງກວາງຊີ ສປ ຈີນ ແລະ ຄັ້ງທີ 2 ປີ 2024 ທີ່ນະຄອນຫຼວງກົວລາລຳເປີ ປະເທດມາເລເຊຍ ແລະ ປີ 2025 ນີ້ ສປ ຈີນ ເປັນເຈົ້າພາບກອງະຊຸມໂຕະມົນ ລັດຖະມົນຕີ ກໍ່ສ້າງ ອາຊຽນ-ຈີນ ຄັ້ງທີ 3 ປະຈຳປີ 2025 ພາຍໃຕ້ຫົວຂໍ້ “ອາຊຽນ ແລະ ຈີນ: ສົ່ງເສີມຄຸນນະພາບສູງ ການພັດທະນາຂະແໜງການກໍ່ສ້າງດ້ວຍດີຈີຕອນ ການສ້າງຄວາມເຂັ້ມແຂງທາງປັນຍາ ແລະ ມໍລະດົກວັດທະນະທໍາ” ພາຍໃຕ້ການເປັນປະທານ ຂອງ ທ່ານ ລີ່ ຫົງ ລັດຖະມົນຕີ ກະຊວງເຄຫາສະຖານ ແລະ ພັດທະນາ ຕົວເມືອງ-ຊົນນະບົດ ສປ ຈີນ ຊຶ່ງມີບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ຈາກ 11 ປະເທດອາຊຽນ ເຂົ້າຮ່ວມ. ສປປ ລາວ ນຳພາຄະນະຜູ້ແທນໂດຍທ່ານ ເດດສົງຄາມ ທຳມະວົງ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບຸນຕາ ອ່ອນນາວົງ ຫົວໜ້າກົມກົມເຄຫາ ແລະ ຜັງເມືອງ ແລະ ກົງສູນໃຫຍ່ ສປປ ລາວ ປະຈຳ ນະຄອນໜານໜີງ ແຂວງກວາງຊີ ສປ ຈີນ ເຂົ້າຮ່ວມ.
Vietjet ເພີ່ມເຮືອບິນລໍາໃໝ່ ລວມເປັນ 121 ລໍາ ເພື່ອຮອງຮັບການເດີນທາງໃນທ້າຍປີ ແລະ ການຂະຫຍາຍເສັ້ນທາງສາກົນ

Vietjet ເພີ່ມເຮືອບິນລໍາໃໝ່ ລວມເປັນ 121 ລໍາ ເພື່ອຮອງຮັບການເດີນທາງໃນທ້າຍປີ ແລະ ການຂະຫຍາຍເສັ້ນທາງສາກົນ

ສາຍການບິນ Vietjet ໄດ້ຕ້ອນຮັບເຮືອບິນໂດຍສານແອຣບັສ A330 ລໍາໃໝ່ ຊຶ່ງເຮັດໃຫ້ເຮືອບິນທັງໝົດຂອງສາຍການບິນລວມມີ 121 ລໍາ (ລວມທັງການດໍາເນີນງານອື່ນໆຂອງ Vietjet). ຄວາມສໍາເລັດທີ່ໂດດເດັ່ນນີ້ແມ່ນໄດ້ເນັ້ນໜັກເຖິງຍຸດທະສາດການເຕີບໂຕແບບຍືນຍົງຂອງສາຍການບິນ ແລະ ຄວາມພ້ອມທີ່ຈະຕອບສະໜອງຄວາມຕ້ອງການໃນການເດີນທາງ ແລະ ການຄ້າທີ່ເພີ່ມຂຶ້ນໃນໄລຍະລະດູທ່ອງທ່ຽວທ້າຍປີ.ເຮືອບິນ A330 ທີ່ໃຊ້ເຄື່ອງຈັກ Rolls-Royce Trent 700 ໄດ້ຊ່ວຍປະຢັດນໍ້າມັນ ແລະ ເພີ່ມປະສິດທິພາບໃນການບິນ, ເຮືອບິນລຳນີ້ຈະໄດ້ເລີ່ມໃຊ້ທັນທີສຳລັບຖ້ຽວບິນຂອງ Vietje tໄປອົສຕຣາລີ, ອິນເດຍ, ຍີ່ປຸ່ນ ແລະ ກາຊັກສະຖານ ເພື່ອໃຫ້ຜູ້ໂດຍສານໄດ້ຮັບຄວາມສະດວກສະບາຍຫຼາຍຂຶ້ນ. ທັງນີ້, ນັກທ່ອງທ່ຽວຈາກລາວກໍໄດ້ຮັບຜົນປະໂຫຍດຈາກການຂະຫຍາຍສາຍການບິນນີ້ ເມື່ອເດີນທາງໄປຫາຈຸດໝາຍປາຍທາງຕ່າງໆໃນພາກພື້ນອາຊີປາຊີຟິກໂດຍຜ່ານປະເທດຫວຽດນາມ, ໂດຍສາຍການບິນມີຖ້ຽວບິນໂດຍກົງລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈິມິນ.
ສປປ ລາວ ເຂົ້າຮ່ວມທົບທວນບົດລາຍງານແຫ່ງຊາດ ສະບັບທຳອິດ ພາຍໃຕ້ສົນທິສັນຍາ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ

ສປປ ລາວ ເຂົ້າຮ່ວມທົບທວນບົດລາຍງານແຫ່ງຊາດ ສະບັບທຳອິດ ພາຍໃຕ້ສົນທິສັນຍາ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ

ໃນວັນທີ 18-19 ກັນຍາ ຜ່ານມາ, ຄະນະຜູ້ແທນ ສປປ ລາວ ນຳໂດຍ ທ່ານ ອານຸພາບ ວົງໜໍ່ແກ້ວຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມດ້ວຍຄະນະ ທີ່ຕາງໜ້າໃຫ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ໄດ້ເຂົ້າຮ່ວມການທົບທວນບົດລາຍງານແຫ່ງຊາດ ສະບັບທຳອິດ ພາຍໃຕ້ສົນທິສັນຍາ ວ່າດ້ວຍ ສິດທິທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາ ໃນກອງປະຊຸມ ຄັ້ງທີ 78 ຂອງຄະນະກຳມະການ ສປຊ ວ່າດ້ວຍ ສິດທິທາງດ້ານເສດຖະກິດສັງຄົມ ແລະ ວັດທະນະທໍາທີ່ ເຊີແນວປະເທດສະວິດ.
ສປປ ລາວ ຮັບໜ້າທີ່ເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງສົນທິສັນຍາສາກົນ ວ່າດ້ວຍການເກືອດຫ້າມລະເບີດລູດຫວ່ານ

ສປປ ລາວ ຮັບໜ້າທີ່ເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງສົນທິສັນຍາສາກົນ ວ່າດ້ວຍການເກືອດຫ້າມລະເບີດລູດຫວ່ານ

ຫວ່າງບໍ່ດົນມານີ້ທີ່ ສໍານັກງານອົງການສະຫະປະຊາຊາດ ທີ່ ເຊີເເນວປະເທດສະວິດ, ໃນໂອກາດ ເຂົ້າຮ່ວມກອງປະຊຸມປະຈໍາປີຂອງ ລັດພາຄີ ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຄັ້ງທີ 13, ທ່ານ ທອງສະຫວັນ ພົມວິຫານລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມໃນພີທີມອບ-ຮັບໜ້າທີ່ການເປັນປະທານ ແລະ ເຈົ້າພາບຈັດກອງປະຊຸມທົບທວນຄືນຮອບວຽນທີ 3 ຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຢ່າງເປັນທາງການ ຊຶ່ງຈະຈັດຂຶ້ນທີ່ ນະຄອນຫຼວງວຽງຈັນ ໃນປີ 2026. ສປປ ລາວ ເປັນໜຶ່ງໃນປະເທດທຳອິດໃນໂລກທີ່ໄດ້ລົງນາມ ແລະ ໃຫ້ສັດຕະຍາບັນແກ່ສົນທິສັນຍາດັ່ງກ່າວ ໃນປີ 2010. ການເປັນເຈົ້າພາບຈັດກອງປະຊຸມສາກົນດັ່ງກ່າວ ແມ່ນມີຄວາມໝາຍສຳຄັນຍິ່ງ ເນື່ອງຈາກ ສປປ ລາວ ເປັນໜຶ່ງໃນບັນດາປະເທດທີ່ນໍາພາໃນຂະບວນການສ້າງ ແລະ ຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຊຶ່ງມີເປົ້າໝາຍເພື່ອການແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກທີ່ຕົກຄ້າງໃນປາງສົງຄາມ ທີ່ຍັງສືບຕໍ່ເປັນໄພຂົ່ມຂູ່ ຕໍ່ການດໍາລົງຊີວິດ ແລະ ກີດຂວາງການພັດທະນາເສດຖະກິດ-ສັງຄົມຂອງປະເທດ. ສໍາລັບ ສປປ ລາວ, ນີ້ເປັນຄັ້ງທີ 2 ທີ່ໄດ້ຮັບໜ້າທີ່ເປັນປະທານຈັດກອງປະຊຸມສາກົນດັ່ງກ່າວ ຊຶ່ງໃນຜ່ານມາ ສປປ ລາວ ເຄີຍໄດ້ຮັບກຽດເປັນເຈົ້າພາບ ແລະ ເປັນປະທານຈັດກອງປະຊຸມລັດພາຄີຂອງສົນທິສັນຍາຄັ້ງທໍາອິດ ໃນປີ 2010 ຢູ່ທີ່ ນະຄອນຫຼວງວຽງຈັນ.
ເປີດງານສະແດງ ສິນຄ້າ ຈີນ - ອາຊຽນ ຄັ້ງທີ 22 ແລະ  ກອງປະຊຸມສຸດຍອດ ການຄ້າ ແລະ ການລົງທຶນ ຈີນ - ອາຊຽນ

ເປີດງານສະແດງ ສິນຄ້າ ຈີນ - ອາຊຽນ ຄັ້ງທີ 22 ແລະ ກອງປະຊຸມສຸດຍອດ ການຄ້າ ແລະ ການລົງທຶນ ຈີນ - ອາຊຽນ

ເປີດງານວາງສະແດງ ສິນຄ້າສິນຄ້າ ຈີນ - ອາຊຽນ ຄັ້ງທີ 22 ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ຈີນ - ອາຊຽນ ປະຈຳປີ 2025
ເພີ່ມເຕີມ