ທ້າວ ພຸດທະລາ ແກ້ວກັນນິກາ ນັກກິລາຕົວແທນນະຄອນຫຼວງວຽງຈັນ ເຈົ້າພາບ ດີກຣີທີມຊາດລາວ ຍັງສ້າງຜົນງານໄດ້ຢ່າງໂດດເດັ່ນ ຫຼັງໃນຮອບຊີງຊະນະເລີດ ສາມາດໂຊຟອມເກັ່ງເອົາຊະນະ ທ້າວ ມອນນຸລັກ ຕຸ່ມລຳພອນ ນັກກິລາຕົວແທນຈາກແຂວງສະຫວັນນະເຂດ ໄປໄດ້ແບບຫວຸດຫວິດ 11-10 ຄະແນນ ໄດ້ຫຼຽນຄຳໄປຄອງ ໃຫ້ກັບນະຄອນຫຼວງວຽງຈັນ ໄດ້ສຳເລັດຕາມເປົ້າໝາຍ.
ສ່ວນ ທ້າວ ມອນນຸລັກ ຕຸ່ມລຳພອນ ໄດ້ຫຼຽນເງິນໄປຄອງ ຄະນະທີ່ ຫຼຽນທອງ ຮ່ວມ ຕົກເປັນຂອງ ທ້າວ ຄຳຝັ້ນ ແສງແກ້ວ ຈາກແຂວງຫຼວງພະບາງ ແລະ ທ້າວ ສຸທຳມະວົງ ຈາກແຂວງວຽງຈັນ.
ຮອບຊີງຊະນະເລີດ ຫຼື ຮອບຊີງຫຼຽນຄຳ ແມ່ນໄດ້ຈັດຂຶ້ນໃນຕອນແລງວັນທີ 17 ພະຈິກ 2025 ທີ່ສະໜາມກິລາເປຕັງແຫ່ງຊາດລາວ.
ຂ່າວ-ພາບ: ສຶກສາ, ວິທະຍາສາດແລະ ກິລາ
ຄໍາເຫັນ