ໄດ້ເຕີບໂຕຕ່ຳກວ່າການຄາດຄະເນໃນໄຕມາດທີ 2 ຂອງປີ 2024.
ຂ່າວລະບຸວ່າ: ສຳນັກງານສະຖິຕິແຫ່ງຊາດຂອງອັງກິດ (ONS) ໃຫ້ຮູ້ວ່າ: ການເຕີບໂຕຂອງ GDP ອັງກິດໃນໄຕມາດທີ 2 ປີ 2024 ບັນລຸ 0.5%, ຕ່ຳກວ່າການຄາດຄະເນຂອງບັນດານັກວິເຄາະ 0.6%. ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ພື້ນຖານເສດຖະກິດ ອັງກິດ ເຕີບໂຕ 0.7%, ຕ່ຳກວ່າການຄາດຄະເນຂອງບັນດານັກວິເຄາະ 0.9%.
ພື້ນຖານເສດຖະກິດ ອັງກິດ ເຕີບໂຕ 0.7% ໃນໄຕມາດທໍາອິດຂອງປີ 2024, ແຕ່ອັດຕາເງິນເຟີ້ຍັງສູງກວ່າລະດັບເປົ້າໝາຍຂອງທະນາຄານອັງກິດ ຊຶ່ງເຮັດໃຫ້ມີການປັບຫຼຸດອັດຕາດອກເບ້ຍຊ້າລົງ. ຂໍ້ມູນຫຼ້າສຸດຍັງສະແດງໃຫ້ເຫັນວ່າໜີ້ສິນສາທາລະນະຂອງ ອັງກິດ ເພີ່ມຂຶ້ນເຖິງ 100% ຂອງ GDP ຕໍ່ປີ.
ນອກຈາກນີ້, ການຍົກເລີກໂຄງການອຸດໜູນນ້ຳມັນເຊື້ອໄຟລະດູໜາວຂອງລັດຖະບານ ໃຫ້ແກ່ຜູ້ຮັບບຳນານ 10 ລ້ານຄົນ ຍັງປະສົບກັບຂໍ້ຄັດຄ້ານຫຼາຍຢ່າງ.
ຄໍາເຫັນ