ປີ 2023 ເສດຖະກິດແຂວງຫົວພັນຂະຫຍາຍຕົວ 4,16%

ປີ 2023 ເສດຖະກິດແຂວງຫົວພັນຂະຫຍາຍຕົວ 4,16%
ປີ 2023 ຜ່ານມາ, ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງແຂວງຫົວພັນ ບັນລຸ 4.753,15 ຕື້ກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນໄດ້ 15.381.677 ກີບ/ຄົນ/ປີ ຫລື ເທົ່າກັບ 892 ໂດລາສະຫະລັດ/ຄົນ/ປີ, ດ້ວຍອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ4,16% ທຽບໃສ່ແຜນການປີ ຍັງບໍ່ທັນບັນລຸຄາດໝາຍ 0,47%, ໃນນັ້ນຂະແໜງກະສິກຳ ແລະ ປ່າໄມ້ ເພີ່ມຂຶ້ນ 4,35% ກວມເອົາ 56,59% ຂອງ GDP, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 4,81% ກວມເອົາ 22,19% ຂອງ GDP, ຂະແໜງບໍລິການ ເພີ່ມຂຶ້ນ 3,36% ກວມເອົາ 21,22% ຂອງ GDP.
ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງຫົວພັນ ຊຸດທີ II ເມື່ອວັນທີ 2 ມັງກອນ 2024 ກ່ຽວກັບການຈັດຕັ້ງປະຕິບັດບັນດາຄາດໝາຍໃຫຍ່ທີ່ພົ້ນເດັ່ນ, ສຳຄັນ ແລະ ເປັນລັກສະນະຈຸດສຸມເຄັ່ງຮ້ອນ ຂອງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ຕິດພັນກັບສອງວາລະແຫ່ງຊາດ ໃນໄລຍະຜ່ານມາ ລວມທັງບັນຫາທີ່ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງວຽກງານຈຸດສຸມ ໃນປີ 2024. ພ້ອມນີ້, ທ່ານຍັງໄດ້ຊີ້ໃຫ້ເຫັນເຖິງບາງບັນຫາທີ່ຄົງຄ້າງ ເປັນຕົ້ນ ການນຳພາ-ຊີ້ນຳຕໍ່ຂົງເຂດເສດຖະກິດ, ອັດຕາການເຕີບໂຕທາງດ້ານເສດຖະກິດ ບໍ່ສາມາດບັນລຸຕາມຄາດໝາຍ, ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຍັງບໍ່ທັນໄດ້ດຳເນີນມາດຕະການຕ່າງໆ ຕໍ່ບັນຫາເຫລົ່ານັ້ນຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ ແລະ ຍັງບໍ່ທັນມີການຫັນປ່ຽນທີ່ເປັນຮູບປະທຳ ເຊິ່ງສະແດງອອກຄື: ການຊຸກຍູ້ສົ່ງເສີມການປູກພືດ-ການລ້ຽງສັດ, ຫັດຖະກຳຕ່າງໆເປັນສິນຄ້າສົ່ງອອກ ເພື່ອທົດແທນການນໍາເຂົ້າຍັງເຮັດໄດ້ໜ້ອຍ, ບໍ່ທັນເປັນຂະບວນການຢ່າງຟົດຟື້ນ ແລະ ແຂງແຮງ; ການນໍາເຂົ້າສິນຄ້າປະເພດຕ່າງໆ ແລະ ການຄວບຄຸມລາຄາສິນຄ້າຕາມທ້ອງຕະຫລາດ ຍັງບໍ່ທັນໃຊ້ມາດຕະການປະຕິບັດເຂັ້ມງວດເທົ່າທີ່ຄວນ.
ສຳລັບ ປີ 2024 ນີ້, ອົງການປົກຄອງແຂວງ ຈະໄດ້ສືບຕໍ່ເຮັດໃຫ້ມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໜັກແໜ້ນ, ຍູ້ແຮງການຜະລິດກະສິກໍາ, ຫັດຖະກໍາ, ການບໍລິການໃຫ້ແຂງແຮງຂຶ້ນກວ່າເກົ່າ; ເອົາໃຈໃສ່ດຶງດູດການລົງທຶນຈາກທຸກພາກສ່ວນເສດຖະກິດ ໂດຍການສ້າງສິ່ງອໍານວຍຄວາມສະດວກ, ກາລະໂອກາດ, ທ່າແຮງ ແລະ ຄວາມສາມາດບົ່ມຊ້ອນຕ່າງໆ ເພື່ອສ້າງລາຍຮັບ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນເປັນກ້າວໆ ໂດຍຈະໄດ້ສືບຕໍ່ສຸມໃສ່ປັບປຸງປະສິດທິຜົນຂອງການລົງທຶນຂອງລັດໃຫ້ດີຂຶ້ນ, ຢຸດການຈັດສັນທຶນໃສ່ໂຄງການໃໝ່ທີ່ບໍ່ມີປະສິດທິຜົນ ແລະ ບໍ່ມີຄວາມຈຳເປັນ, ສຸມໃສ່ໂຄງການລົງທຶນເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນບູລິມະສິດຕົ້ນຕໍ; ສືບຕໍ່ປັບປຸງກົນໄກອໍານວຍຄວາມສະດວກໃນການດຳເນີນທຸລະກິດ ແລະ ສົ່ງເສີມການລົງທຶນທັງພາຍໃນ ແລະ ຕ່າງປະເທດໃຫ້ດີຂຶ້ນ; ເອົາໃຈໃສ່ຊຸກຍູ້ປະຊາຊົນບັນດາເຜົ່າໃນແຕ່ລະເມືອງ ທີ່ມີທ່າແຮງທາງດ້ານການຜະລິດກະສິກຳເປັນສິນຄ້າ ການປູກຝັງ-ລ້ຽງສັດ, ຫັດຖະກຳ ໃຫ້ມີໜໍ່ແໜ່ງຫລາຍຂຶ້ນ ແລະ ມີປະສິດທິຜົນສູງກ່ວາເກົ່າ, ຄາດຄະເນລວມຍອດຜະລິດຕະພັນພາຍໃນ(GDP) ປີ 2024 ຈະໃຫ້ບັນລຸ 4.954 ຕື້ກວ່າກີບ, ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 15.855.095 ກີບ/ຄົນ/ປີ ຫລື ເທົ່າກັບ 920 ໂດລາສະຫະລັດ/ຄົນ/ປີ, ດ້ວຍຈັງຫວະອັດຕາການຂະຫຍາຍຕົວທາງດ້ານເສດຖະກິດ ຈະຢູ່ໃນລະດັບ 4,67% ແລະ ໂຄງປະກອບເສດຖະກິດຈະມີການຫັນປ່ຽນໃນທ່າອຽງຄື: ຂະແໜງກະສິກຳ-ປ່າໄມ້ ເພີ່ມຂຶ້ນ 4,95% ກວມເອົາ 56,89% ຂອງ GDP, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 4,91% ກວມເອົາ 21,30% ຂອງ GDP, ຂະແໜງບໍລິການເພີ່ມຂຶ້ນ 3,98% ກວມເອົາ 21,81% ຂອງ GDP ແນໃສ່ຮັບປະກັນໃຫ້ເສດຖະກິດຂອງແຂວງດີຂຶ້ນ.
ຂ່າວ-ພາບ: ໄອແກ້ວ

ຄໍາເຫັນ

ຂ່າວເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ຄອບຄົວ ທ່ານ ຄຳພັດ ພອນປະເສີດ ລ້ຽງປາສ້າງລາຍຮັບປີລະ 300 ລ້ານກ່ວາກີບ

ໂດຍ: ແສງອາທິດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ການສ້າງເສດຖະກິດຄອບຄົວໃຫ້ເຂັ້ມແຂງຖືເປັນປັດໄຈສຳຄັນໃນການພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນ ແລະ ພົ້ນທຸກ. ດັ່ງຄອບຄົວຂອງທ່ານ ຄຳພັດ ພອນປະເສີດ ຊາວກະສິກອນຜູ້ມີວິໄສທັດ ແລະ ຄວາມດຸໝັ່ນ, ອາໄສຢູ່ບ້ານດອນງີ້ວ ເມືອງງາ ແຂວງອຸດົມໄຊ, ຊຶ່ເປັນຜູ້ທີ່ໄດ້ຫັນປ່ຽນຈາກການເຮັດກະສິກຳແບບດັ້ງເດີມ ມາສູ່ການລ້ຽງປາແບບເປັນສິນຄ້າ ຈົນສາມາດສ້າງລາຍຮັບໃຫ້ຄອບຄົວໄດ້ຢ່າງມະຫາສານ.
ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກຮາກຖານ ທນບ

ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງຄະນະພັກຮາກຖານທະ​ນາ​ຄານ​ນະ​ໂຍ​ບາຍ (ທນບ) ໄດ້ສໍາເລັດລົງ ດ້ວຍໝາກຜົນອັນຈົບງາມໃນວັນທີ 6 ມິຖຸນາຜ່ານມາ ທີ່ສະໂມສອນສະຖາບັນການທະນາ ຄານ ນະ​ຄອ​ນຫຼວງວຽງ​ຈັນ ພາຍໃຕ້ການເປັນປະທານ ຂອງສະຫາຍ ສຸພັກ ຖິ່ນໄຊພອນ ເລຂາຄະນະພັກ ຮາກຖານ-ຜູ້​ອຳ​ນວຍ​ການ ທນບ ໂດຍການໃຫ້ກຽດເຂົ້າຮ່ວມຂອງສະ​ຫາຍ ນາງ ວັດທະນາ ດາລາລອຍ ຮັກສາການເລ​ຂາ​ຄະ​ນະ​ພັກ-ຮັກສາການຜູ້​ວ່າ​ການ​ທະນາຄານ ແຫ່ງ ສປປ ລາວ (ທຫລ), ມີບັນດາຜູ້ຕາງ ໜ້າຄະນະພັກຮາກຖານ, ໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກ ທຫລ; ຄະນະພັກຮາກ​ຖານ, ຄະນະໜ່ວຍພັກ; ຜູ້ແທນສົມບູນ ແລະ 3 ອົງການຈັດຕັ້ງມະຫາຊົນ ທນບ ເຂົ້າຮ່ວມ.
ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ ຄັ້ງທີ IV ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ

ງານວາງສະແດງອຸປະກອນກໍ່ສ້າງສາກົນ ຊາງຊາ (CICEE) ຄັ້ງທີ IV ໄດ້ປິດລົງໃນວັນທີ 18 ພຶດສະພາ ຜ່ານມາ ທີ່ ເມືອງຊາງຊາ ແຂວງຫູໜານ ທາງພາກກາງຂອງ ສປ ຈີນ. ຜູ້ຈັດງານລະບຸວ່າ: ງານວາງສະແດງດັ່ງກ່າວໄດ້ປະສົບຜົນສໍາເລັດໃນການຮ່ວມມືຢ່າງມີປະສິດທິພາບ.
ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ເສດຖະກິດລາວເລີ່ມດີ-ເງິນເຟີ້ຫຼຸດລົງ8.3%

ວານນີ້; ເຂົ້າພົວພັນວຽກຢູ່ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ພົບກັບ ທ່ານ ພານຸສັກແກ່ນວົງພະຈັນກຳມະການພັກ-ຫົວໜ້າຫ້ອງການ ທຫລ ກໍ່ເລີຍສົນທະນາບັນຫາເສດຖະກິດ-ເງິນຕາ ໂດຍທ່ານຊີ້ວ່າ: ອັດຕາເງິນເຟີ້ເດືອນພຶດສະພາ 2025 ຫຼຸດລົງມາທີ່8.3%, ໃນຂະນະທີ່ ເດືອນເມສາຢູ່ລະດັບ11.1% ແລະເດືອນມີນາອັດຕາເງິນເຟີ້11.2%;
ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ສະພາບການສະໜອງຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີຜ່ານມາ

ໂດຍ: ສ.ບຸດປະຊາ ຄວາມຕ້ອງການ ຊີ້ນ, ໄຂ່, ປາ ໃນປີ 2024 ຢູ່ ຜ່ານມາ, ທົ່ວປະເທດ ແມ່ນມີຄວາມຕ້ອງການຊີ້ນ, ໄຂ່ ແລະ ປາທັງໝົດ 531,000 ໂຕນ ແລະ ຄວາມສາມາດໃນການສະໜອງ ມີ 786,000 ໂຕນ; ໃນນີ້, ຈາກການລ້ຽງເປັນຟາມ 282,000 ກວ່າໂຕນ (ເທົ່າກັບ 36%), ຈາກການລ້ຽງແບບຄອບຄົວ 503,000 ກວ່າໂຕນ (ກວມເອົາ 64%). ໂດຍລວມເຫັນວ່າພຽງພໍກັບຄວາມຕ້ອງການບໍລິໂພກ ເເລະ ຍັງເກີນຄວາມຕ້ອງການ 258.000 ກວ່າໂຕນ. ສໍາລັບໄຂ່ ແມ່ນຍັງບໍ່ພຽງພໍ 2.500 ກວ່າໂຕນ ຫຼື ເທົ່າກັບ (5%) ທີ່ຍັງບໍ່ພຽງພໍກັບຄວາມຕ້ອງການ.
ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ອັດຕາເງິນເຟີ້ເດືອນເມສາ 2025 ສືບຕໍ່ຫຼຸດລົງມາຢູ່ ທີ່ລະດັບ 11.1%

ສູນສະຖິຕິແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ໄດ້ເຜີຍແຜ່ບົດລາຍງານສະພາບອັດຕາເງິນເຟີ້ ປະຈໍາເດືອນເມສາ 2025 ເມື່ອຕົ້ນເດືອນພຶດສະພານີ້ ໄດ້ໃຫ້ຮູ້ວ່າ: ອັດຕາເງິນເຟີ້ ເດືອນເມສາ 2025 ຢູ່ໃນລະດັບ 11.1% (ເດືອນມີນາ 2025 ຢູ່ໃນລະດັບ 11.2%). ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນຫຼາຍກວ່າໝູ່ແມ່ນໝວດທີ່ພັກອາໄສ,
ເພີ່ມເຕີມ