ປີ 2023 ເສດຖະກິດ-ສັງຄົມເມືອງຊຽງຮອນຂະຫຍາຍຕົວດີຂຶ້ນ

ປີ 2023 ເສດຖະກິດ-ສັງຄົມເມືອງຊຽງຮອນຂະຫຍາຍຕົວດີຂຶ້ນ
ໂດຍ: ວັນໄຊ ຕະວິນຍານ
ດ້ວຍຄວາມພະຍາຍາມຢ່າງຕັ້ງໜ້າໃນການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະນໍາເມືອງຊຽງຮອນ ແຂວງ ໄຊຍະບູລີ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ຈຶ່ງເຮັດໃຫ້ເສດຖະກິດຂອງເມືອງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງໃນລະດັບ 7,15%; ລວມຍອດມູນຄ່າຜົນຜະລິດພາຍໃນ ບັນລຸ 873,3 ຕື້ກີບ; ສະເລ່ຍຕໍ່ຫົວຄົນໜຶ່ງໄດ້ 24 ລ້ານກວ່າກີບຕໍ່ປີ. 
ທ່ານ ກົງທອງ ສິດທິໄຊ ເຈົ້າເມືອງຊຽງຮອນ ແຂວງໄຊຍະບູລີກ່າວວ່າ: ເດັ່ນທີ່ສຸດແມ່ນຂະແໜງກະສິກໍາ ຂະຫຍາຍຕົວ 12,53% ກວມເອົາ 44,47 ຂອງລາຍຮັບທັງໝົດ, ຂະແໜງອຸດສາຫະກໍາຂະຫຍາຍຕົວ 4,75% ກວມເອົາ 26,07% ຂະແໜງການບໍລິການຂະຫຍາຍຕົວ 1,12% ກວມເອົາ 29,45% ຂອງລາຍຮັບທັງໝົດ. ເມືອງໄດ້ຫັນການຄຸ້ມຄອງຈັດເກັບລາຍຮັບດ້ວຍລະບົບທັນສະໄໝຈຶ່ງເຮັດໃຫ້ການຈັດເກັບລາຍຮັບງົບປະມານໃນໜຶ່ງປີຜ່ານມາ ປະຕິບັດໄດ້ 4.704,23 ລ້ານກວ່າກີບ ເທົ່າກັບ 135,60% ຂອງແຜນການປີ ແລະ ຄຸ້ມຄອງລາຍຈ່າຍ ປະຕິບັດໄດ້ 3.120,12 ລ້ານກີບ ເທົ່າກັບ 99,49% ຂອງແຜນການປີ. ກ່ຽວກັບແຫຼ່ງທຶນເພື່ອການພັດທະນາ ໃນປີ 2023 ຜ່ານມາ, ເມືອງໄດ້ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນຫຼາຍຮູບການຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຊຶ່ງມີການລົງທຶນຂອງບໍລິສັດເອກະຊົນສ້າງສາງເກັບຊື້ຢາງພາລາ, ປູກໜາກໂມ, ໜາກຖົ່ວເຫຼືອງ ລວມມູນຄ່າ 43,55 ຕື້ກີບ. ຊຸກຍູ້ສົ່ງເສີມການຜະລິດກະສິກໍາຢ່າງຕັ້ງໜ້າ, ປັບປຸງພື້ນຖານໂຄງລ່າງອໍານວຍຄວາມສະດວກແກ່ການຜະລິດ, ສຸມໃສ່ຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ໄປຄຽງຄູ່ກັບການເອົາໃຈໃສ່ເຝົ້າລະວັງການລະບາດພະຍາດສັດ, ສັດຕູພືດທໍາລາຍ ແລະ ແກ້ໄຂຜົນກະທົບຈາກໄພທໍາມະຊາດທີ່ເກີດຂຶ້ນໄດ້ຢ່າງທັນການ ເຮັດໃຫ້ການຜະລິດສິນຄ້າກະສິກໍາມີ ປະລິມານເພີ່ມຂຶ້ນ ສາມາດກຸ້ມຕົນເອງຢູ່ພາຍໃນເມືອງ ແລະ ສົ່ງອອກເຊັ່ນ: ສິນຄ້າສົ່ງອອກໄປຕ່າງເມືອງ, ຕ່າງແຂວງປະກອບມີ ຄື: ເຂົ້າເປືອກ, ງົວ, ຄວາຍ. ສິນຄ້າສົ່ງອອກໄປຕ່າງປະເທດມີ: ມັນຕົ້ນ, ເຂົ້າເປືອກ, ຢາງພາລາ, ໜາກເດືອຍ, ໜາກໂມ ແລະ ຖົ່ວເຫຼືອງມີມູນຄ່າເຖິງ 19.795.297 ໂດລາ, ນໍາເຂົ້າສິນຄ້າ ຈາກຕ່າງປະເທດ 132.200 ໂດລາ ແລະ ມີສິນຄ້າເຄື່ອນຍ້າຍພາຍໃນອອກຕ່າງເມືອງ-ຕ່າງແຂວງ 24,5 ຕື້ກີບ; ສິນຄ້ານໍາເຂົ້າຈາກຕ່າງເມືອງ-ຕ່າງແຂວງ 1.070.000 ໂດລາ. ສ່ວນດ້ານການຄົມມະນາຄົມ ເມືອງກໍໄດ້ເອົາໃຈໃສ່ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດໂຄງການກໍ່ສ້າງສ້ອມແປງ ແລະ ປົກປັກຮັກສາເສັ້ນທາງພາຍໃນເມືອງ ໃຫ້ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ. ອັນພົ້ນເດັ່ນ ແລະ ກາຍເປັນຕົວແບບໃນການພັດທະນາພື້ນຖານໂຄງລ່າງຢູ່ພາຍໃນເມືອງແມ່ນມີການປະກອບສ່ວນຂອງປະຊາຊົນ ໂດຍສະເພາະແມ່ນທາງຊອຍ-ທາງຮ່ອມພາຍໃນບ້ານ. ປີນີ້, ມີມູນຄ່າ ເຖິງ 6.54 ຕື້ກີບ ເປັນທຶນປະຊາຊົນ 5.7 ຕື້ກີບ ແລະ ທຶນລັດສົມທົບ 0,7 ຕື້ກີບ. ເມືອງໄດ້ຄຸ້ມຄອງທີ່ດິນໃນດ້ວຍລະບົບທັນສະໄໝ ໂດຍສະເພາະແມ່ນໄດ້ສ້າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດສິ່ງແວດລ້ອມແບບຮອບດ້ານຢູ່ຂັ້ນເມືອງ, ສໍາເລັດການສັງລວມມະໂນທີ່ດິນໃນທົ່ວເມືອງມີ 30.196 ຕອນ, ເນື້ອທີ່ 12.216 ເຮັກຕາ ແລະ ພົ້ນເດັ່ນອີກອັນນຶ່ງ ເມືອງໄດ້ຂະຫຍາຍຕາຂ່າຍໄຟຟ້າ ເຮັດໃຫ້ທຸກບ້ານໄດ້ນໍາໃຊ້ໄຟຟ້າ ກວມເອົາ 100%, ມີ ທັງໝົດ 6.627 ຄອບຄົວ.
ທ່ານ ກົງທອງ ສິດທິໄຊ ຍັງໄດ້ຍົກໃຫ້ເຫັນເຖິງຄຸນນະພາບການສຶກສາໃນທຸກລະດັບ, ເພື່ອພັດທະນາຊັບພະຍາກອນມະນຸດ ໃຫ້ມີຄວາມຮູ້-ຄວາມສາມາດ; ບັນຈຸ-ຊັບຊ້ອນຈັດວາງຄູ-ອາຈານໃນເຂດຊົນນະບົດຫ່າງໄກ ສອກຫຼີກຢູ່ພາຍໃນເມືອງໃຫ້ເໜາະສົມ, ສຸມໃສ່ປະຕິບັດເປົ້າໝາຍ (SDG) ດ້ານການສຶກສາ 15 ຄາດຫມາຍ ຊຶ່ງບັນລຸແລ້ວ 6 ຄາດໝາຍ, 2 ຄາດໝາຍໃກ້ຈະບັນລຸ ແລະ ຍັງບໍ່ບັນລຸ 7 ຄາດໝາຍ. ໄດ້ສຸມໃສ່ໂຄສະນາສຸຂະສຶກສາ, ປັບປຸງໂຮງໝໍຊຸມຊົນ, ໂຮງໝໍນ້ອຍ ທາງດ້ານການບໍລິການ ຍົກສູງຄວາມຮັບຜິດຊອບ, ຈັນຍາບັນ-ຈັນຍາທໍາຂອງແພດໝໍດີຂຶ້ນກວ່າເກົ່າ. ພ້ອມນັ້ນ,ຍັງໄດ້ເອົາໃຈໃສ່ປະຕິບັດ ບັນດາຄາດໝາຍ 11 ຕົວຊີ້ບອກ ບັນລຸແລ້ວ 8 ຕົວຊີ້ບອກ, ຍັງບໍ່ທັນບັນລຸ 3 ຕົວຊີ້ບອກ. ໄດ້ຕັ້ງໜ້າປັບປຸ່ງຍົກລະດັບວຽກງານສື່ມວນຊົນໃຫ້ເຄື່ອນໄຫວຕາມພາລະບົດບາດ ປັບປຸງອຸປະກອນເຕັກນິກໃຫ້ທັນຍຸກທັນສະໄໝກວ່າເກົ່າ. ໄດ້ຕັ້ງໜ້າສ້າງຄອບຄົວ, ບ້ານ ກົມກອງວັດທະນະທໍາໄດ້ 5.983 ຄອບຄົວ, ປັດຈຸບັນທົ່ວເມືອງມີບ້ານວັດທະນະທໍາ 32 ບ້ານ ກວມເອົາ 74,41% ແລະ ກົມກອງວັດທະນະທໍາ 26 ກົມກອງ ກວມເອົາ 76,47%. ກ່ຽວກັບການຄຸ້ມຄອງແຮງງານພາຍໃນ ແລະ ຕ່າງປະເທດ, ເມືອງໄດ້ຈັດຝຶກອົບຮົມ ແລະ ພັດທະນາສີມືແຮງງານໃຫ້ຜູ້ອອກແຮງງານໄດ້ 7 ຫົວໜ່ວຍ; ຂຶ້ນທະບຽນແຮງງານຈົບວິຊາຊີບຕ່າງໆສ້າງວຽກເຮັດງານທໍາຢູ່ພາຍໃນ ໄດ້ທັງຫມົດ 240 ຄົນ ຍິງ 108 ຄົນ.

ຄໍາເຫັນ

ຂ່າວເສດຖະກິດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ເພີ່ມເຕີມ