ປີ 2023 ທ່າພະບາດ ເສດຖະກິດຍັງສືບຕໍ່ຂະຫຍາຍຕົວ

ປີ 2023 ທ່າພະບາດ ເສດຖະກິດຍັງສືບຕໍ່ຂະຫຍາຍຕົວ
ໂດຍ:ວັນໄຊ ຕະວິນຍານ
ປີ 2023,ເຖິງວ່າ ເມືອງທ່າພະບາດ ແຂວງບໍລິຄໍາໄຊ ໄດ້ຮັບຜົນກະທົບຕໍ່ເສດຖະກິດພາຍໃນ ແລະ ເສດຖະກິດພາຍນອກ,ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງມີຄວາມຫຍຸ້ງຍາກສັບສົນປານໃດກໍຕາມ.ແຕ່ດ້ວຍການຊີ້ນໍາ-ນໍາພາຂອງອົງຄະນະພັກ,ການຈັດຕັ້ງທຸກຂັ້ນ ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກມະຕິ VII ຂອງອົງຄະນະພັກແຂວງ, ມະຕິ VI ຂອງອົງຄະນະພັກເມືອງທ່າພະບາດຈຶ່ງເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວດີສົມຄວນ.
   ທ່ານ ສົມສົດ ແສງອາພອນ ກໍາມະການພັກແຂວງ,ເລຂາພັກເມືອງ,ເຈົ້າເມືອງທ່າພະບາດ ແຂວງບໍລິຄໍາໄຊໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນວ່າ: ໃນປີ 2023 ນີີ້,ເສດຖະກິດພາຍໃນເມືອງຂະຫຍາຍຕົວດີຂຶ້ນ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ GDP ຂອງເມືອງ ຢູ່ໃນລະດັບ5,8%ລວມຍອດຜະລິດຕະພັນພາຍໃນGDP ບັນລຸ 654,74 ຕື້ກີບໃນນີ້: ຂະແໜງກະສິກໍາບັນລຸ320,82 ຕື້ກີບກວມເອົາ49%, ຂະແໜງອຸດສາຫະກໍາບັນລຸ255,34ຕື້ກີບກວມເອົາ39%ແລະຂະແໜງບໍລິການບັນລຸ144,04ຕື້ກີບກວມເອົາ22%, ສະເລ່ຍລາຍຮັບໃສ່ຫົວຄົນໃຫ້ບັນລຸ 20.036.508 ກີບ.ສາມາດລະດົມທຶນເຂົ້າໃນການພັດທະນາເມືອງໄດ້ທັງໝົດມູນຄ່າ 925 ຕື້ 28 ລ້ານກວ່າກີບທຽບໃສ່ແຜນການປະຕິບັດລື່ນແຜນການໃນນັ້ນ:ການລົງທຶນຂອງລັດມີທັງໝົດ 29ໂຄງການມູນຄ່າ 132,54 ຕື້ກີບແຜນຊໍາລະໃນປີ 2023 ຈໍານວນ 27 ໂຄງການມູນຄ່າ 4,89 ຕື້ກີບກວມເອົາ 0,53% ຍັງຄ້າງຊໍາລະໃຫ້ບໍລິສັດຜູ້ຮັບເໝົາ75,99 ຕື້ກີບ; ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດຈຳນວນ 9 ໂຄງການມູນຄ່າ 899,5 ຕື້ກີບ ກວມເອົາ 97,21%; ການຊ່ວຍເຫຼືອເພື່ອການພັດທະນາ ODAແລະກູ້ຢືມຈາກທະນາຄານໂລກຈຳນວນ 10 ໂຄງການມູນຄ່າ 13,2 ຕື້ກີບກວມເອົາ 1,42%; ການລົງທຶນຂອງທະນາຄານໃນການປ່ອຍສິນເຊື່ອເຂົ້າໃນຂະແໜງການຕ່າງໆພາຍໃນເມືອງມູນຄ່າ 7,6 ຕື້ກວ່າກີບກວມເອົາ 0,84%.ເກັບລາຍຮັບເຂົ້າງົບປະມານແຜນການປີ (2023)  6.882.770.000 ກີບ ປະຕິບັດໄດ້ 7.800.182.069 ກີບ ເທົ່າກັບ 113,33%ໃນນີ້: ຮັບຈາກສ່ວຍສາອາກອນ4.589.783.979 ກີບ, ຮັບຈາກພາສີທີ່ດິນ760.344.610 ກີບ, ຮັບຈາກຊັບສິນ870.664.040 ກີບ, ຄ່າທໍານຽມ526.308.000 ກີບ, ຮັບຈາກຄ່າບໍລິການ1.053.081.440 ກີບ.ດ້ານລາຍຈ່າຍແຜນການປີ 23.926.220.000 ກີບ, ປະຕິບັດໄດ້ 20.479.844.375 ກີບ ເທົ່າກັບ 85,60 % ຂອງແຜນການປີ; ສໍາລັບວຽກງານທະນາຄານ ເມືອງກໍໄດ້ເອົາໃຈໃສ່ຊີ້ນໍາ ເຮັດໃຫ້ທະນາຄານສົ່ງເສີມກະສິກໍາ ສາມາດລະດົມທຶນເງິນຝາກໄດ້ທັງໝົດ 74 ຕື້ກວ່າກີບ ໃນນີ້: ຟາກກະແສລາຍວັນ 646 ລ້ານກວ່າກີບ, ເງິນຝາກປະຢັດ 39 ຕື້ກວ່າກີບ ເງິນຝາກປະຈໍາ 33 ຕື້ກວ່າກີບ; ສະໜອງສິນເຊື່ອເຂົ້າໃນຂະແໜງການຕ່າງໆໄດ້ 7,6 ຕື້ກີບ.ທະນາຄານພັດທະນາລາວ ສາມາດລະດົມເງິນຝາກໄດ້ທັງໝົດ 92 ຕື້ 776 ລ້ານກວ່າກີບ ໃນນີ້: ຝາກກະແສລາຍວັນ 1 ຕື້ກວ່າກີບ, ເງິນຝາກປະຢັດ 44 ຕື້ກວ່າກີບ, ເງິນຝາກປະຈໍາ 46 ຕື້ກວ່າກີບ, ເງິນຝາກທີ່ບໍ່ມີການເຄື່ອນໄຫວ 347 ຕື້ກວ່າກີບ; ສ່ວນການຜະລິດສະບຽງອາຫານ ເປັນຕົ້ນ ການປູກເຂົ້ານາແຊງ ເນື້ອທີ່ປະຕິບັດໄດ້ 906 ເຮັກຕ່າ ຜົນຜະລິດໄດ້ 3.705,54 ໂຕ່ນ ທຽບໃສ່ແຜນປະຕິບັດໄດ້ 93,01%,  ການປູກພືດລະດູແລ້ງດ້ານເນື້ອທີ່ປະຕິບັດໄດ້ 794 ເຮັກຕ່າ ຜົນຜະລິດໄດ້ 5.634 ໂຕ່ນ ທຽບໃສ່ແຜນການປະຕິບັດໄດ້ 59,25%, ການປູກພືດລະດູຝົນປະຕິບັດໄດ້ 920 ເຮັກຕ່າ ຜົນຜະລິດໄດ້ 8.881 ໂຕ່ນ, ການປູກເຂົ້ານາປີປະຕິບັດໄດ້ 3.515 ຮຕ ຜົນຜະລິດໄດ້ 12.692,75 ໂຕ່ນ, ສະເລ່ຍເຂົ້າເປືອກໃສ່ຫົວຄົນ 478,87  ກິໂລ/ຄົນ/ປີ, ອັດຕາບໍລິໂພກສະເລ່ຍໃສ່ຫົວຄົນ 350 ກິໂລ/ຄົນ/ປີ, ປະຊາຊົນຜູ້ໜຶ່ງຈະມີເຂົ້າເຫຼື້ອໄວ້ 128,87 ກີິໂລ, ທົ່ວເມືອງຈະມີເຂົ້າເຫຼືອກິນ ແລະ ແຮໄວ້ທັງໝົດ 4.894,45 ໂຕ່ນ; ການຜະລິດຄໍ້າສະບຽງອາຫານໄດ້ 1.961,52 ໂຕນສະເລ່ຍໃສ່ຫົວຄົນເທົ່າກັບ 62 ກິໂລ/ຄົນ/ປີທຽບໃສ່ແຜນປະຕິບັດໄດ້ 98,41%.
ວຽກອຸດສາຫະກຳ ແລະ ການຄ້າ: ອອກທະບຽນວິສາຫະກິດໃໝ່ໄດ້ຈຳນວນ 18 ຫົວໜ່ວຍ ດັດແກ້ 2 ຫົວໜ່ວຍ ລວມມູນຄ່າທຶນຈົດທະບຽນ 6 ຕື້ 413 ລ້ານກວ່າກີບ ທຽບໃສ່ປີຜ່ານມາຫຼຸດລົງ 23,90%; ການຊື້-ຂາຍຢາງພາລາ ຂອງປະຊາຊົນພາຍໃນເມືອງ ສາມາດທ້ອນໂຮມໄດ້ 3.427.500 ກິໂລ ລວມມູນຄ່າ 45 ຕື້ 533 ລ້ານກວ່າກີບ ທຽບໃສ່ປີຜ່ານມາເພີ້ມຂຶ້ນ 82,05%; ຊຸກຍູ້, ສົ່ງເສີມການຜະລິດສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ 6 ກຸ່ມຫັດຖະກໍາ: ກຸ່ມຫັດຖະກໍາຈັກສານບ້ານນາ, ກຸ່ມຫັດຖະກໍາຕໍ່າສາດຜືບ້ານທວາຍໃຫຍ່, ກຸ່ມຜະລິດເຫຼົ້າຂາວພື້ນເມືອງບ້ານທວາຍ, ກຸ່ມຫັດຖະກໍາຕໍ່າຫູກແພໄໝ, ກຸ່ມປາແຫ້ງບ້ານນໍ້າໂລ້-ສີສົມໄຊ, ຢາພື້ນເມືອງບ້ານໂພນສະຫວັນ ລວມມູນຄ່າຈໍາໜ່າຍທັງໝົດ 7 ຕື້ 327 ລ້ານກວ່າກີບ ທຽບໃສ່ປີຜ່ານມາເພີ້ມຂຶ້ນ 265%.
 ທ່ານ ສົມສົດ ແສງອາພອນ ກ່າວຕື່ມວ່າ: ໄປພ້ອມກັນນັ້ນ,ເມືອງຍັງໄດ້ເອົາໃຈໃສ່ ກໍ່ສ້າງໂຄງລ່າງພື້ນຖານ,ສ້າງສາທາລະນຸປະໂພກອໍານວນຄວາມສະດວກໃຫ້ປະຊາຊົນດີຂຶ້ນຕາມລໍາດັບ ເຊັ່ນ: ລົງເກັບກໍາຂໍ້ມູນຜົນກະທົບ ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ ຫາ ແຂວງບໍລິຄໍາໄຊ ໄດ້ 13 ບ້ານ, ສໍາເລັດໂຄງການສ້ອມແປງກໍ່ສ້າງທໍ່ລະບາຍນໍ້າລອດທາງຫ້ວຍປຸ່ງ ເສັ້ນທາງໄປຫາບ້ານ ຍາງເຄືອ ລວມມູນຄ່າການກໍ່ສ້າງທັງໝົດ 227 ລ້ານກີບ, ຕິດຕາມໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຈໍານວນ 6 ໂຄງການ, ຕິດຕາມສະພາບການເຊາະເຈື່ອນຕະຝັ່ງແມ່ນໍ້າຂອງໃນຂອບເຂດເມືອງ ທ່າພະບາດ, ອອກອະນຸຍາດປຸກສ້າງໄດ້ 7 ໃບ, ອອກໃບອະນຸຍາດແລ່ນລົດຂົນສົ່ງສິນຄ້າໄດ້ 29 ໃບ.ຕິດຕັ້ງກົງເຕີໄດ້ 98 ໜ່ວຍ, ລວມໝໍ້ແທກນໍ້າທັງໝົດມີ 897 ໜ່ວຍ, ຜະລິດນ້ຳໄດ້ 181.192 ແມັດກ້ອນ, ຈຳໜ່າຍນ້ຳ 150.538 ແມັດກ້ອນ, ນ້ຳເສຍ 30.654 ແມັດກ້ອນ; ອອກເອກະສານໃບແຈ້ງທີ່ດິນໄດ້ທັງໝົດ 420 ຕອນ ເທົ່າກັບ 105%; ປະກອບສໍານວນ ແລະ ພິສູດຫຼັກຖານອອກໃບຕາດິນເປັນລະບົບໄດ້ທັງໝົດ 785 ຕອນ ເທົ່າກັບ 10,19% ຂອງແຜນປີ,  ແກ້ໄຂຂໍ້ຂັດແຍ່ງທີ່ດິນທັງໝົດ 22 ຄູ່ກໍລະນີ ແກ້ໄຂສໍາເລັດ 8 ຄູ່ກໍລະນີ, ລົງຕິດຕາມກວດກາຜົນກະທົບຕໍ່ສິ່ງແວດລ້ອມ ບັນດາໂຮງງານ, ຫ້າງຮ້ານ ແລະ ກິດຈະການຕ່າງໆທົ່ວເມືອງ ໄດ້ 13 ຄັ້ງ, ລົງຕໍ່ໃບຢັ້ງຢືນສິ່ງແວດລ້ອມໃຫ້ຫົວໜ່ວຍທຸລະກິດຄອບຄົວໄດ້ 53 ຫົວໜ່ວຍ ເທົ່າກັບ 85,48% ຂອງແຜນການປີ; ອອກໃບຢັ້ງຢືນສິ່ງແວດລ້ອມໃໝ່ໃຫ້ຫົວໜ່ວຍທຸລະກິດຄອບຄົວໄດ້ 8 ຫົວໜ່ວຍ ເທົ່າກັບ 80%ຂອງແຜນການປີ.ລົງຕິດຕາມໂຄງການກໍ່ສ້າງຕາຂ່າຍໄຟຟ້າເຂົ້າເຂດຈັນສັນ (ຕາດມັງກອນ)ບ້ານທ່າບົກ, ຕິດຕາມບໍລິສັດ ແຮວງເຊີນ, ຮຸ່ງເກື່ອງ ແລະ ບໍລິສັດຄູນຄໍາ ທີ່ຂົນສົ່ງແຮ່ເຫຼັກມາຈາກເມືອງລ້ອງແຈ້ງແຂວງໄຊສົມບູນ ມາພັກໄວ້ຢູ່ບ້ານປ່າໄລ່ ເພື່ອສົ່ງອອກປະເທດຫວຽດນາມ, ຕິດຕາມບັນດາຫົວໜ່ວຍພ້ອມທັງອອກໃບອະນຸຍາດເຈາະນໍ້າບາດານ-ດິນແດງ 5 ຫົວໜ່ວຍ, ລົງສົມທົບກັບອົງການປົກຄອງບ້ານ ທ່າບົກສ້າງບົດບັນທຶກກັບບໍລິສັດ ຄູນຄໍາ ເພື່ອແກ້ໄຂນໍ້າມັນໄຫຼລົງນາປະຊາຊົນ. ລົງຕິດຕາມກວດກາ ແລະ ຕີຕົວເລກພະລັງງານຂອງລູກຄ້າໄດ້ ຈຳນວນ 8.158ໜ່ວຍ, ໄຟດັບໄຟມອດ 127 ຄັ້ງ, ປ່ຽນຖ່າຍກົງເຕີຕາຍ ຈໍານວນ 312 ໜ່ວຍ, ປ່ຽນຖ່າຍກົງເຕີໄຟໄໜ້ ຈໍານວນ 123 ໜ່ວຍ ລົງກວດກາບໍາລຸງຮັກສາໝໍ້ນັບໄຟ-ກວດກາໝໍ້ນັບໄຟຮອບວຽນ ໄດ້ 32 ບ້ານ ຈໍານວນ 5.163 ໜ່ວຍ; ໜີບກົ່ວ 1746 ໜ່ວຍ,ສ້ອມແປງສາຍຕາຂ່າຍ 22 ກວ ແລະ 0,4 ກວ, ຈໍານວນ 35 ຄັ້ງ; ປັບປຸງເສີມຕາຂ່າຍ 0,4 ກວ ຈໍານວນ 345 ແມັດ ຈໍານວນ 2 ບ້ານ; ກວດກາອະນາໄມແລວຕາຂ່າຍ 22 ກວ ຈໍານວນ 58 ຄັ້ງ ເທົ່າກັບ 35,5 ກິໂລແມັດ, ກວດກາອະນາໄມແລວຕາຂ່າຍ 0,4 ກວ ຈໍານວນ 75 ຄັ້ງ ເທົ່າກັບ 35,5 ກິໂລແມັດ, ປ່ຽນຖ່າຍເຮືອນຟີວຊ້ວງ ຈໍານວນ 28 ຊຸດ, ແທກໂຫຼດໝໍ້ແປງ ຈໍານວນ 54 ໜ່ວຍ, ປ່ຽນຖ່າຍເຮືອນຟີວ 22 ກວ ຈໍານວນ 27 ໜ່ວຍ, ກວດກາບໍາລຸງຮັກສາບັນດາປ້ອມໝໍ້ແປງ ຈໍານວນ 52 ໜ່ວຍ, ຕິດຕັ້ງກົງເຕີລູກຄ້າທົ່ວໄປ ຈໍານວນ 70 ໜ່ວຍ.
ສັງລວມແລ້ວ ໃນປີ 2023 ເສດຖະກິດຂອງເມືອງທ່າພະບາດຂະຫຍາຍຕົວດີຂຶ້ນເປັນລໍາດັບ ປະຊາຊົນບັນດາເຜົ່າມີຄວາມຕັ້ງໜ້າສຸມໃສ່ການຜະລິດພືດລະດູແລ້ງ,ລະດູຝົນເປັນຕົ້ນແມ່ນການປູກເຂົ້ານາແຊງ, ນາປີ ແລະ ພືດຜັກຕ່າງໆເພື່ອຕອບສະໜອງເປັນສະບຽງອາຫານ ແລະ ຂາຍເປັນສິນຄ້າ, ມີສ່ວນແຮໄວ້ ຈຶ່ງເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ,ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

ຄໍາເຫັນ

ຂ່າວເສດຖະກິດ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ສຳເລັດຊຸດອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ

ກະຊວງ ຍຸຕິທຳ ໄດ້ຊຸດອົບຮົມ ວຽກງານແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດໄດ້ດຳເນີນໃນລະຫວ່າງວັນທີ23-27 ມິຖຸນາ 2025 ຢູ່ໂມສອນຂອງແຂວງ ບໍລິຄຳໄຊ, ມີສຳມະນາກອນຈາກສະພາທະນາຍຄວາມນະຄອນຫຼວງວຽງຈັນ,ແຂວງ ບໍລິຄຳໄຊ,ຕາງໜ້າພະແນກການຈາກຂົງເຂດເສດຖະກິດ,ສະພາອຸດສາຫະກຳການຄ້າແຂວງເຂົ້າຮ່ວມ. ມາໃນຕອນເຊົ້າຂອງວັນທີ 27 ມີຖຸນາໄດ້ ສຳເລັດລົງຢ່າງຈົບງາມ, ເປັນກຽດເຂົ້າຮ່ວມ ແລະ ກ່າວມອບໃບຢັ້ງຢືນ ຂອງທ່ານ ນາງ ວັນນາ ປະເສີດກຸນ ຫົວໜ້າພະແນກ ຍຸຕິທຳແຂວງ ບໍລິຄຳໄຊ.
ເພີ່ມເຕີມ