ເສດຖະກິດແຂວງຜົ້ງສາລີຂະຫຍາຍຕົວ 6%

ປີ 2024 ເສດຖະກິດແຂວງຜົ້ງສາລີຂະຫຍາຍຕົວ 6%

ປີ 2024 ເສດຖະກິດແຂວງຜົ້ງສາລີຂະຫຍາຍຕົວ 6%
ປີ 2024 ເປັນປີທີ 4 ທີ່ອົງການປົກຄອງແຂວງຜົງສາລີ ຊຸດທີ IX ໄດ້ສຸມໃສ່ຈັດຕັ້ງປະຕິບັດ 6 ເປົ້າໝາຍ ຂອງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີ ຄັ້ງທີ IX (2021-2025), 11 ວຽກງານຈຸດສຸມ, 6 ທາງອອກ ແລະ 9 ແຜນງານຂອງແຂວງ

ຕິດພັນກັບການຈັດຕັ້ງປະຕິບັດ 5 ວຽກຈຸດສຸມຂອງວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ - ການເງິນ ແລະ 5 ວຽກຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອບັນລຸຕາມມະຕິ ຂອງສະພາປະຊາຊົນແຂວງ ແລະ ບັນລຸຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງທີ່ກໍານົດໄວ້. ການປະຕິບັດແຜນດັ່ງກ່າວ ແມ່ນດໍາເນີນໄປໃນສະພາບແວດລ້ອມສາກົນ, ພາກພື້ນ ທີ່ໄດ້ຜັນແປຢ່າງສະຫຼັບສັບສົນ ແລະ ຢູ່ພາຍໃນປະເທດກໍຄື ພາຍໃນແຂວງຜົ້ງສາລີ ກໍພົບກັບຄວາມຫຍຸ້ງຍາກທາງດ້ານເສດຖະກິດ - ການເງິນ ເປັນຕົ້ນແມ່ນເງິນກີບອ່ອນຄ່າ, ລາຄາສິນຄ້າເພີ່ມຂຶ້ນ, ອັດຕາເງິນເຟີ້ເພີ່ມຂຶ້ນ, ຊຶ່ງໄດ້ສົ່ງຜົນກະທົບຕໍ່ການດໍາລົງຊີວິດ ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ; ການສະໜອງດ້ານງົບປະມານໃນການບໍລິຫານວຽກງານ, ໃນການລົງທຶນ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນກໍມີຈໍາກັດ; ພ້ອມກັນນັ້ນພວກອິດທິກໍາລັງປໍລະປັກ ສົມທົບກັບກຸ່ມຄົນບໍ່ດີ ສືບຕໍ່ກຸກວນ, ປັ່ນປ່ວນ ຕໍ່ການນໍາພາຂອງຄະນະພັກ ແລະ ການບໍລິຫານຄຸ້ມຂອງອົງການປົກຄອງແຕ່ລະຂັ້ນ ໂດຍສວຍໃຊ້ບັນຫາຢາເສບຕິດ, ບັນຫາສາສະໜາ, ບັນຫາສິດທິມະນຸດ ແລະ ອື່ນໆ ລົງໃນສືຕ່າງໆ, ຈໍານວນໜຶ່ງກໍມີການຮ້ອງຟ້ອງດ້ານນັ້ນ, ດ້ານນີ້. ແຕ່ພາຍໃຕ້ການນໍາພາ - ຊີ້ນໍາ ຂອງການນໍາແຂວງ ໄດ້ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຕາມແຜນການ, ໂຄງການທີ່ວາງໄວ້ ແລະ ບັນລຸຕາມມະຕິຂອງສະພາປະຊາຊົນແຂວງ ເປັນສ່ວນໃຫຍ່, ບາງດ້ານກໍ່ລື່ນຄາດໝາຍ, ຊຶ່ງສະແດງອອກໃນການພັດທະນາເສດຖະກິດ ແລະ ການແກ້ໄຂຄວາມທຸກຍາກຂອງປະຊາຊົນ ໄດ້ສືບຕໍ່ສ້ອມແປງ ແລະ ຍົກລະດັບພື້ນຖານໂຄງລ່າງດ້ານເສດຖະຖິດ - ສັງຄົມ ຕິດພັນກັບການຈັດຕັັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ - ການເງິນ; ສຸມໃສ່ແກ້ໄຂ 8 ບັນຫາ ໂດຍຈັດຕັ້ງປະຕິບັດ 16 ວຽກໃຫຍ່, 6 ເປົ້າໝາຍ, 11 ວຽກຈຸດສຸມ, 4 ວຽກເນັ້ນໜັກ ແລະ 9 ແຜນງານ ແລະ 6 ທາງອອກ, ໃນປີ 2024 ເສດຖະກິດຂະຫຍາຍຕົວ 6% ລື່ນແຜນ 12.81% ຂອງແຜນການປີ (ແຜນການ 5.35%), ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 6,716.36 ຕຶ້ກີບ, ລື່ນແຜນ 32.28% ຂອງແຜນການປີ (ມະຕິສະພາ 5,077.47 ຕື້ກີບ), ສະເລ່ຍໃສ່ຫົວຄົນໜຶ່ງ ບັນລຸ 1,530 ໂດລາສະຫາລັດ ຫຼື ເທົ່າກັບ 33.46 ລ້ານກີບ (ແຜນການ 25.24 ລ້ານກີບ). ໃນນັ້ນ, ຂະແໜງກະສິກໍາຂະຫຍາຍຕົວເພີ່ມຂຶ້ນ 9.35% (ມະຕິສະພາ 7.21%), ຂະແໜງອຸດສາຫະກໍາຂະຫຍາຍຕົວ 6.57% (ມະຕິສະພາ 5.14%) ແລະ ຂະແໜງ ການບໍລິການຂະຫຍາຍຕົວ 2.26% (ມະຕິສະພາ 4.86%); ໂຄງປະກອບເສດຖະກິດ (ອັດສ່ວນກວມມູນຄ່າ GDP) ບັນລຸໄດ້ ຂະແໜງກະສິກຳ-ປ່າໄມ້ ກວມເອົາ 49.72%, ຂະ ແໜງອຸດສາຫະກຳ-ຫັດຖະກຳ ກວມເອົາອັດຕາສ່ວນ 20.02%, ຂະແໜງການບໍລິການ ກວມ 28.24% ແລະ ພາສີ, ອາກອນ ແລະ ຂາເຂົ້າສຸດທິ ກວມ 2.02%,

ສຳລັບທິດທາງແຜນການປີ 2025 ຈະສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ 6.02% ຂຶ້ນໄປ, ສ້າງມູນຄ່າເພີ່ມຕາມລາຄາ ໃນປີໃຫ້ໄດ້ 8,035.64 ຕື້ກີບ, ລວມຍອດມູນຄ່າຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນໃຫ້ບັນລຸໄດ້ຫຼາຍກວ່າ 1,809 ໂດລາສະຫະລັດ/ຄົນ/ປີ ຫຼື ປະມານ 39.54 ລ້ານກີບ/ຄົນ/ປີ, ໃນນັ້ນ ຂະແໜງກະສິກໍາ-ປ່າໄມ້ ໃຫ້ຂະຫຍາຍຕົວ 7.74%; ຂະ ແໜງອຸດສາຫະກຳ-ຫັດຖະກຳໃຫ້ຂະຫຍາຍຕົວ 7.83%; ຂະແໜງການບໍລິການ ໃຫ້ຂະຫຍາຍຕົວ 3.36% ແລະ ຂະແໜງພາສີ-ອາກອນ ຢູ່ໃນລະດັບທີ່ດຸ່ນດ່ຽງໄດ້; ເພື່ອບັນລຸ ບັນດາຄາດໝາຍຂອງແຜນການປີ 2025 ຕ້ອງໄດ້ປຸກລະດົມຫຼາຍແຫຼ່ງທຶນມາຈັດຕັ້ງປະຕິບັດໃຫ້ໄດ້ 1,253.42 ຕື້ກີບ.

ທັງໝົດນີ້ແມ່ນເປັນການລາຍງານຂອງ ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງຜົ້ງສາລີ ຕໍ່ກອງປະຊຸມສະໄໜສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງຜົ້ງສາລີ ຊຸດທີ II ໃນວັນທີ 15 ມັງກອນ 2025.

(ພາບ-ຂ່າວ: ແສງຄຳ ສາລີວັນ)

ຄໍາເຫັນ

ຂ່າວເສດຖະກິດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

7 ເດືອນຕົ້ນປີ ຫຼວງພະບາງສຸມໃສ່ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດ

ໃນວັນທີ 15 ສິງຫານີ້ ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດຖະກິດຂັ້ນແຂວງ ໃນໄລຍະ 7 ເດືອນຕົ້ນ ແລະ ກຳນົດທິດທາງ ແຜນການໃນ 5 ເດືອນທ້າຍປີ 2025 ໂດຍເປັນປະທານຂອງ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດຂັ້ນແຂວງ.
6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

6 ເດືອນຕົ້ນປີ ເສດຖະກິດເມືອງລະມາມ ຂະຫຍາຍຕົວໃນລະດັບ 5.95%

ໄລຍະ 6 ເດືອນຕົ້ນປີ 2025 ນີ້, ເມືອງລະມາມ ແຂວງເຊກອງ ໄດ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນເມືອງ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງສິ່ງອໍານວຍຄວາມສະດວກ, ຊຸກຍູ້ສົ່ງເສີມການບໍລິການ ແລະ ການຜະລິດກະສິກໍາທີ່ເປັນທ່າແຮງ, ເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວໃນລະດັບ 5.59% ລວມຍອດຜະລິດຕະພັນພາຍໃນ ຫຼື (GDP) ບັນລຸໄດ້ 1,029.64 ຕື້ກີບ, ສະເລ່ຍໃສ່ພົນລະເມືອງ 23.28 ລ້ານກີບ/ຄົນ.
ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ປີ 2025 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 6.6%

ຄາດຄະເນວ່າ ໃນປີ 2025 ເສດຖະກິດ ນະຄອນຫຼວງວຽງຈັນ (ນວ) ຈະຂະຫຍາຍຕົວໃນລະດັບ 6.6% (ລື່ນມະຕິສະພາ 0.1%), ໂດຍປັດໄຈຕົ້ນຕໍທີ່ຈະເຮັດໃຫ້ GDP ຂະຫຍາຍຕົວລື່ນແຜນການ ແມ່ນມາຈາກຂະແໜງອຸດສາຫະກໍາຂະຫຍາຍຕົວ 8.1%, ກວມເອົາ 49%
ເພີ່ມເຕີມ