ປີນີ້ ຊຽງຂວາງວາງຄາດໝາຍສູ້ຊົນພັດທະນາເສດຖະກິດເຕີບໂຕ 5,3%    

ປີນີ້ ຊຽງຂວາງວາງຄາດໝາຍສູ້ຊົນພັດທະນາເສດຖະກິດເຕີບໂຕ 5,3%    
ໂດຍ:ວັນໄຊ ຕະວິນຍານ
    ປີ 2024 ນີ້,ເປັນປີທີ 4 ຂອງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີVIIIຂອງອົງຄະນະພັກແຂງ,ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ5ປີ ຄັ້ງທີIX(2021-2025) ຂອງແຂວງຊຽງຂວາງ ຕິດພັນກັບການຈັດຕັ້ງປະຕິບັດ2ວາລະແຫ່ງຊາດໃຫ້ສໍາເລັດຕາມແຜນການທີ່ວາງໄວ້.
    ໂດຍອີງໃສ່ການເຕີບໂຕຂອງເສດຖະກິດໃນປີ 2023 ຜ່ານມາ,ບວກກັບທ່າແຮງທີ່ມີອົງຄະນະພັກແຂວງຊຽງຂວາງ ຈຶ່ງວາງຄາດໝາຍສູ້ຊົນດ້ານເສດຖະກິດມະຫາພາກສູ້ຊົນໃນປີ 2024 ເພື່ອເຮັດໃຫ້ຈັງຫວະການຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບ 5,3%, ລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ບັນລຸໄດ້ 6.469,81 ຕື້ກີບ. ໃນນັ້ນ, ຂົງເຂດກະສິກໍາ - ປ່າໄມ້ ຈະໃຫ້ຂະຫຍາຍຕົວໃນລະດັບ4%, ກວມ 34,76%, ຂົງເຂດອຸດສາຫະກໍາ - ກໍ່ສ້າງ ຂະຫຍາຍຕົວໃນລະດັບ 5,78%, ກວມ 34,42%, ຂົງເຂດການບໍລິການຂະຫຍາຍຕົວໃນລະດັບ 6,24% ກວມ 30,82%,ລາຍຮັບສະເລ່ຍຕໍ່ຫົວຄົນໃຫ້ໄດ້ 1.109 ໂດລາ/ຄົນ/ປີ.
    ກ່ຽວກັບດ້ານການຜະລິດກະສິກໍາແຂວງຈະສູ້ຊົນປູກພືດສະບຽງອາຫານແລະພືດເປັນສິນຄ້າ ເປັນຕົ້ນແມ່ນປູກເຂົ້າໃຫ້ໄດ້ 28.368 ຮຕ, ຄາດຄະເນຜົນຜະລິດໃຫ້ໄດ້ 109.659 ໂຕນ. ໃນນັ້ນ, ເນື້ອທີ່ນາປີ 20.518 ຮຕ, ຄາດຄະເນຜົນຜະລິດ 92.039 ໂຕນ, ເນື້ອທີ່ປູກເຂົ້າເນີນສູງ 7.368 ຮຕ, ຄາດຄະເນຜົນຜະລິດ 15.508 ໂຕນ ແລະ ເນື້ອທີ່ປູກເຂົ້ານາແຊງ 482 ຮຕ, ຄາດຄະເນຜົນຜະລິດ 2.112 ໂຕນ; ຊຸກຍູ້ສົ່ງເສີມການປູກພືດເປັນສິນຄ້າຕົ້ນຕໍແມ່ນສາລີແຂງ ແລະ ສາລີຫວານ ໃຫ້ໄດ້ 23.336 ຮຕ, ຄາດຄະເນຜົນຜະລິດໝົດປີໃຫ້ໄດ້ 126.250 ໂຕນ ແລະ ປູກພືດອຸດສາຫະກໍາຕ່າງໆ ໃຫ້ໄດ້ 29.365 ຮຕ, ຄາດຄະເນຜົນຜະລິດໃຫ້ໄດ້ທັງໝົດ 155.117 ໂຕນຊຶ່ງປະກອບມີ: ສາລີແຂງ, ຢາສູບ, ອ້ອຍ, ກາເຟ, ຜັກທຽມ, ປະເພດຖົ່ວ, ໝາກເຜັດ ແລະ ພືດຜັກອື່ນໆ; ຈະສືບຕໍ່ສົ່ງເສີມການລ້ຽງສັດໃຫຍ່ເປັນຕົ້ນແມ່ນ ງົວ, ຄວາຍ ແລະ ມ້າ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເພື່ອສົ່ງຂາຍຕ່າງແຂວງ,ສົ່ງອອກໄປຕ່າງປະເທດ ແລະ ບໍລິໂພກພາຍໃນແຂວງ. 
    ສໍາລັບວຽກງານພະລັງງານ ແລະ ບໍ່ແຮ່ແຂວງຊຽງຂວາງ ຈະຂະຫຍາຍໄຟຟ້າໃຫ້ປະຊາຊົນໄດ້ຊົມໃຊ້ຢ່າງທົ່ວເຖິງ,ຜະລິດພະລັງງານໄຟຟ້າ ແລະ ປຸງແຕ່ງແຮ່ທາດ ເພື່ອສະໜອງຮັບໃຊ້ສັງຄົມໃຫ້ພຽງພໍ, ຄຸ້ມຄອງບັນດາໂຄງການກໍ່ສ້າງເຂື່ອນ, ໂຄງການຊອກຄົ້ນສຳຫຼວດແຮ່ ແລະ ໂຄງການຂຸດຄົ້ນ - ປຸງແຕ່ງແຮ່ ທີ່ລັດ ແລະ ເອກະຊົນເປັນຜູ້ລົງທຶນ ໃຫ້ໄປຕາມລະບຽບກົດໝາຍ; ສູ້ຊົນຜະລິດກະແສໄຟຟ້າໃຫ້ໄດ້ 102.820.000 Kwh, ໃຫ້ມີບ້ານທີ່ໄດ້ນໍາໃຊ້ໄຟຟ້າທັງໝົດ 460 ບ້ານ, ກວມເອົາ 96,63% ຂອງຈໍານວນບ້ານໃນທົ່ວແຂວງ (476 ບ້ານ), ໃຫ້ມີຄົວເຮືອນທີ່ຊົມໃຊ້ໄຟຟ້າຖາວອນ ໃຫ້ມີ 47.434 ຄົວເຮືອນ ກວມ 95,89% ຂອງຄົວເຮືອນທັງໝົດ.
    ແຂວງຊຽງຂວາງຈະຂະຫຍາຍໂຮງງານປະເພດຕ່າງໆເພີ່ມຂຶ້ນ ຄາດຄະເນມູນຄ່າການຜະລິດອຸດສາຫະກໍາແລະຫັດຖະກຳໃຫ້ໄດ້  4.370,09 ຕື້ກີບ. ໃນນັ້ນ, ມູນຄ່າການຜະລິດຈໍາໜ່າຍອຸດສາຫະກຳ ໃຫ້ໄດ້ 4.278,95ຕື້ກີບແລະ ມູນຄ່າຫັດຖະກຳ ໃຫ້ໄດ້91,14 ຕື້ກີບ.ສິນຄ້າສົ່ງອອກໃຫ້ໄດ້1.158,30ຕື້ກີບ, ສິນຄ້ານຳເຂົ້າໃຫ້ໄດ້ທັງໝົດ713,42 ຕື້ກີບ, ຄາດຄະເນປີ 2024 ແຂວງເກີນດູນການຄ້າ444,88 ຕື້ກີບ.
ປີ 2024 ນີ້, ແຂວງຈະສູ້ຊົນລະດົມການລົງທຶນທົ່ວສັງຄົມໃຫ້ໄດ້ທັງໝົດ 1.989,93ຕື້ກີບ (ບໍ່ລວມສິນເຊື່ອທະນາຄານ),ໃນນັ້ນການລົງທຶນຂອງລັດ137,38 ຕື້ກີບ, ກວມ 6,90% ຂອງການລະດົມທຶນທັງໝົດ, ການລົງທຶນຂອງພາກເອກະຊົນພາຍໃນແລະ ຕ່າງປະເທດ 1.447,21 ຕື້ກີບ ກວມ 72,73% ຂອງການລະດົມທຶນທັງໝົດ, ໃນນີ້, ກິດຈະການສໍາປະທານ ມູນຄ່າ 187,98 ຕື້ກີບ ແລະ ກິດຈະການທົ່ວໄປ ມູນຄ່າ 1.259,23 ຕື້ກີບ,ການຊ່ວຍເຫຼືອແລະກູ້ຢືມ 405,34 ຕື້ກີບກວມ 20,37% ຂອງການລະດົມທຶນທັງໝົດ, ຄາດຄະເນການລົງທຶນຂອງລັດໃນປີ 2024 ທີ່ແຂວງຊຽງຂວາງ ຈະໄດ້ຮັບການອະນຸມັດທຶນທັງໝົດ 137,38 ຕື້ກີບ, ທຶນດັ່ງກ່າວຕ້ອງໄດ້ສຸມໃສ່ແກ້ໄຂບັນດາໂຄງການໜີ້ສິນ, ໂຄງການສືບຕໍ່ ແລະ ໂຄງການສະເໜີໃໝ່ທີ່ມີຄວາມຈໍາເປັນທີ່ສຸດ, ໂຄງການບຸລິມະສິດຂອງລັດຖະບານ, ໂຄງການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ພ້ອມກັນນັ້ນກໍຕ້ອງຄຸ້ມຄອງ, ຕິດຕາມກວດກາການຈັດຕັ້ງປະຕິບັດບັນດາໂຄງການລົງທຶນຂອງລັດຢ່າງຮັດກຸມ ແລະສອດຄ່ອງກັບລະບຽບກົດໝາຍ.ການລົງທຶນ ຂອງພາກເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ຈະໄດ້ປະມານ 1.447,21 ຕື້ກີບ,ການລົງທຶນແມ່ນຕ້ອງສຸມໃສ່ຂະແໜງການ ທີ່ເປັນທ່າແຮງຂອງແຂວງເປັນຕົ້ນ: ດ້ານພະລັງງານໄຟຟ້າດ້ານບໍ່ແຮ່, ດ້ານກະສິກຳ ແລະ ອື່ນໆ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ນັກລົງທຶນ ພ້ອມທັງຕິດຕາມກວດກາບັນດາຫົວໜ່ວຍທີ່ໄດ້ຮັບອະນຸມັດໃຫ້ເຄື່ອນໄຫວໃຫ້ສອດຄ່ອງກັບລະບຽບກົດໝາຍ ເພື່ອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງ.
ໃນປີ 2024 ນີ້,ແຂວງຊຽງຂວາງຈະສູ້ຊົນແກ້ໄຂຄອບຄົວທຸກຍາກໃຫ້ໄດ້ 1.157 ຄອບຄົວ, ແກ້ໄຂບ້ານທຸກຍາກໃຫ້ໄດ້ 21 ບ້ານ, ສ້າງຄອບຄົວພັດທະນາ ໃຫ້ໄດ້ 1.136 ຄອບຄົວ, ສ້າງບ້ານພັດທະນາ ໃຫ້ໄດ້ 18 ບ້ານ, ລຶບລ້າງເມືອງທຸກຍາກ ໃຫ້ໄດ້ 1 ເມືອງຄືເມືອງຄໍາ.

ຄໍາເຫັນ

ຂ່າວເສດຖະກິດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ການນຳແຂວງຫຼວງພະບາງ ຊຸກຍູ້ການ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງຈອມເພັດ

ອາທິດຜ່ານມານີ້, ທີ່ສະໂມສອນໃຫ່ຍຂອງເມືອງຈອເພັດ, ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງເຈົ້າແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຊຸກຍູ້ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຢູ່ເມືອງຈອມເພັດ ໂດຍໄດ້ຮັບການຕ້ອນຂອງ ທ່ານ ນາງ ຈັນດີ ເຢັ່ງວື່ ກໍາມະການພັກແຂວງ ເລຂາພັກເມືອງຈອມເພັດ ພ້ອມດ້ວຍຄະນະ ແລະ ພະນັກງານຫຼັກແຫຼ່ງຂອງເມືອງ.
ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ເພື່ອຈະສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາຂະແໜງການເງິນ ກໍຄືແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຄັ້ງທີ 10, ແຜນງົບປະມານແຫ່ງລັດ 5 ປີ (2026-2030), ຊຶ່ງຂະແໜງການເງິນຈະຕ້ອງໄດ້ສ້າງທ່າຫັນປ່ຽນຢ່າງແຂງແຮງ, ບຸກທະລຸ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດຄວາມສາມາດນໍາພາຂອງຄະນະພັກ, ຕັ້ງໜ້າເປັນເຈົ້າຕົນເອງ ບຸກທະລຸຄຸ້ມຄອງການເງິນເປັນທັນສະໄໝ, ຍູ້ແຮງການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ມີຄວາມເຂັ້ມແຂງ, ສີຂຽວ ແລະ ຍືນຍົງ”.
ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ

ສຳມະນາກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນ ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-5 ພະຈິກ 2025 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ, ມີບັນດາກໍາມະການຄະນະປະຈໍາ ແລະ ຮອງປະທານກໍາມາທິການສະພາແຫ່ງຊາດ, ລັດຖະມົນຕີ-ຮອງລັດຖະມົນຕີ ແລະ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາແຫ່ງຊາດຈາກ 18 ເຂດເລືອກຕັ້ງທົ່ວປະເທດ, ຜູ້ຕາງໜ້າຄູ່ຮ່ວມພັດທະນາ, ນັກຄົ້ນຄວ້າຈາກສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລແຫ່ງຊາດ, ອົງການຈັດຕັ້ງສາກົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ທ່ານ ຄຳພັນ ພົມມະທັດ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຮອບດ້ານຂອງແຂວງສະຫວັນນະເຂດ

ໃນໂອກາດທີ່ມາເຄື່ອນໄຫວວຽກງານຢູ່ແຂວງສະຫວັນນະເຂດ ໃນວັນທີ 28 ຕຸລານີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາລັດ ໄດ້ໃຫ້ກຽດໂອ້ລົມຄະນະການນຳຂັ້ນສູງຂອງແຂວງສະຫວັນນະເຂດ ຊຶ່ງການໂອ້ລົມຄັ້ງນີ້ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງສະຫວັນນະເຂດ ໂດຍມີທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະນຳຂອງແຂວງ ເຂົ້າຮ່ວມຮັບຟັງດ້ວຍ.
ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ການພັດທະນາ ເສດຖະກິດ ເມືອງໄຊທານີ ຂະຫຍາຍຕົວຢ່າງຕໍ່ເນື່ອງ

ໄລຍະ 6 ເດືອນຕົ້ນປີນີ້, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງໄຊທານີ ນະຄອນ ຫຼວງວຽງຈັນໂດຍລວມດ້ານເສດຖະກິດ ຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຄໍ້າປະກັນດ້ານສະບຽງອາຫານ, ການຜະລິດເຄື່ອງອຸປະໂພກ ບໍລິໂພກພາຍໃນເມືອງໄດ້ມີບາດກ້າວໃໝ່.
ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໄລຍະທ້າຍປີແມ່ນລື່ນແຜນການ

ແຂວງຄໍາມ່ວນ ໄດ້ສຸມໃສ່ທຸກຄວາມພະຍາຍາມ ໃນການປຸກລະດົມທຸກກຳລັງແຮງ ທຸກພາກສ່ວນເສດຖະກິດ-ສັງຄົມ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງແຂວງ ໄປຕາມຍຸດທະສາດການພັດທະນາ ທີ່ກຳນົດໄວ້ “ເປັນແຫຼ່ງຜະລິດສະບຽງອາຫານ, ເປັນຖານພັດທະນາອຸດສາຫະກຳ, ການບໍລິການ ແລະ ການທ່ອງທ່ຽວ” ເພື່ອບັນລຸບັນດາຄາດໝາຍຕ່າງໆ; ໃນນີ້, ສະເພາະດ້ານເສດຖະກິດ ແມ່ນໄດ້ມີການເຕີບໂຕຢ່າງຕໍ່ເນື່ອງ, ມີຄຸນນະພາບ ແລະ ຍືນຍົງ.
5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

5 ປີ ເສດຖະກິດແຂວງຄໍາມ່ວນ ຂະຫຍາຍຕົວຕໍ່ເນື່ອງ ແລະ ຍືນຍົງ

ໄລຍະ 5 ປີຜ່ານມາເສດຖະກິດ ແຂວງຄໍາມ່ວນ ໄດ້ສືບຕໍ່ຂະຫຍາຍຕົວຕໍ່ເນື່ອງໃນລະດັບ 6.2%, ລວມຍອດຜະລິດຕະພັນພາຍໃນປີ 2025 ບັນລຸໄດ້ 26,772 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 58.1 ລ້ານກີບ ຫຼື 2,701 ໂດລາສະຫະລັດ/ຄົນ/ປີ; ການລະດົມທຶນທົ່ວສັງຄົມເຂົ້າໃສ່ການພັດທະນາໄດ້ 1,245 ໂຄງການ, ມູນຄ່າ 19,026 ຕື້ກີບ, ລື່ນແຜນການ 13% (ພົ້ນເດັ່ນແມ່ນການດຶງດູດລົງທຶນຈາກ ສປ ຈີນ ມາລົງທຶນ ໃນຂະແໜງອຸດສາຫະກຳຕ່ອງໂສ້ ເກືອໂປຕາສ ມີ 24 ບໍລິສັດ ມູນຄ່າການລົງທຶນ 1,205 ລ້ານໂດລາສະຫະລັດ), ແຂວງສາມາດແກ້ໄຂໜີ້ສິນໄດ້ທັງໝົດ 1,079 ຕື້ກີບ, ສາມາດປິດບັນຊີໜີ້ສິນໄດ້ 159 ໂຄງ.
ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ດັກຈຶງ ສຸມໃສ່ຜັນຂະຫຍາຍມະຕິຄຳສັ່ງຂອງພັກ ເຮັດໃຫ້ເສດຖະກິດທົ່ວເມືອງ ຂະຫຍາຍຕົວ

ຕະຫຼອດໄລຍະຜ່ານມາ ອົງຄະນະພັກເມືອງດັກຈຶງ ແຂວງເຊກອງ ໄດ້ຖືສໍາຄັນການຈັດຕັ້ງຜັນຂະຫຍາຍມະຕິຂອງພັກ ບັນດານິຕິກຳ ແລະ ມູນເຊື້ອວັນສຳຄັນຂອງຊາດ ແລະ ສາກົນ ເຮັດໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ ມີຄຸນສົມບັດສິນທຳປະຕິວັດ ມີຄວາມເປັນເອກະພາບ ເຊື່ອໝັນຕໍ່ການຊີນຳໆພາຂອງພັກ ເປັນເຈົ້າການປະຕິບັດໜ້າທີ່ ແລະ ເຮັດສຳເລັດການມອບໝາຍ ຊຶ່ງເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວດີ.
ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ເສດຖະກິດ-ເງິນຕາ ຂອງລາວ ມີທ່າອ່ຽງດີຂຶ້ນ.

ຕາມແຫຼ່ງຂ່າວຈາກເພຈ໌ທາງການ ຂອງທະນາຄານແຫ່ງ ສປປ ລາວໃຫ້ຮູ້ວ່າ: ໃນກາງເດືອນສິງຫາຜ່ານມານີ້, ໄດ້ມີກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ III ປະຈຳ ປີ 2025 ໂດຍກອງປະຊຸມຄັ້ງນີ້ ໄດ້ຊີ້ໃຫ້ເຫັນຫຼາຍບັນຫາທີ່ມີຜົນຄືບໜ້າດີ ເປັນຕົ້ນ: ສະພາບອັດຕາເງິນເຟີ້ ມີຈັງຫວະຫຼຸດລົງຢ່າງຈະແຈ້ງ ໂດຍສະເພາະເດືອນກໍລະກົດ 2025 ເງິນເຟີ້ຢູ່ໃນລະດັບ 5.30% ຫຼຸດລົງຈາກ 8.3% ໃນເດືອນພຶດສະພາ ແລະ ພາຍໃນເດືອນສິງຫານີ້ ໄດ້ຫຼຸດລົງມາຢູ່ທີ່ 5.0%. ບັນຫານີ້, ໄດ້ບົ່ງບອກໃຫ້ຮູ້ເຖິງສະ ພາບເສດຖະກິດ-ການເງິນ, ເງິນຕາ ຂອງ ສປປ ລາວ ເລີ່ມມີສັນຍານບວກ.
ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ VI ຂອງແຂວງບໍລິຄຳໄຊ (2026-2030)

ທ່ານ ຄຳແຫວນ ປັນຍານຸວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງບໍລິຄຳໄຊ ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຕໍ່ກອງປະຊຸມໃຫຍ່ອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໃນວັນທີ 25 ສິງຫານີ້ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ V (2021-2025). ໃນຕະຫຼອດໄລຍະເວລາ 5 ປີທີ່ຜ່ານມາ ແຂວງພວກເຮົາແມ່ນມີຜົນສໍາເລັດ ແລະ ພົ້ນເດັ່ນຫຼາຍດ້ານ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດ 6 ເປົ້າໝາຍ ແລະ 21 ວຽກຈຸດ ດັ່ງນີ້:
ເພີ່ມເຕີມ