ປິດການແຂ່ງຂັນກິລາກະຕໍ້ຊີງຂັນທ່ານຮອງນາຍົກລັດຖະມົນຕີ

ປິດການແຂ່ງຂັນກິລາກະຕໍ້ຊີງຂັນທ່ານຮອງນາຍົກລັດຖະມົນຕີ

ປິດການແຂ່ງຂັນກິລາກະຕໍ້ຊີງຂັນທ່ານຮອງນາຍົກລັດຖະມົນຕີ
ພິທີປິດການແຂ່ງຂັນກິລາກະຕໍ້ຊີງແຊັມທົ່ວປະເທດຄັ້ງທີ I ຊີງຂັນທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດປະຈໍາປີ 2026 ໄດ້ຈັດຂຶ້ນໃນວັນທີ 2 ສິງຫານີ້ ທີ່ສູນກິລາບູໂດເຊັນເຕີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານປະທານສະຫະພັນກິລາກະຕໍ້ແຫ່ງຊາດລາວ, ມີຮອງລັດຖະມົນຕີ, ຄູຝຶກ, ນັກກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ປດການແຂງຂນກລາກະຕຊງຂນທານຮອງນາຍກລດຖະມນຕ - image 1
 

ທ່ານ ອານຸສອນ ເຄນກິດຕິສັກ ເລຂາທິການສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວກ່າວວ່າ: ການແຂ່ງຂັນໃນຄັ້ງນີ້, ໄດ້ເລີ່ມມາແຕ່ວັນທີ 31 ກໍລະກົດ ຫາ ວັນທີ 2 ສິງຫາ ໂດຍການຮ່ວມມືລະຫວ່າງສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວ ຈັດຂຶ້ນເພື່ອສ້າງຂະບວນການແຂ່ງຂັນກິລາກະຕໍ້, ເຕົ້າໂຮມຄວາມສາມັກຄີຂອງບັນດາຄະນະນໍາ, ຄູຝຶກ ແລະ ນັກກິລາກະຕໍ້, ເພື່ອເປີດໂອກາດໃຫ້ນັກກິລາໄດ້ມີການທົດສອບສີມື ແລະ ສະແດງຄວາມສາມາດໃນເວທີລະດັບຊາດ,ໄດ້ເລືອກເຟັ້ນນັກກິລາຮຸ່ນສືບທອດ: ຜ່ານຂະບວນການແຂ່ງຂັນທີ່ເຂັ້ມຂຸ້ນ ເພື່ອຊອກຫາຜູ້ທີ່ມີພອນສະຫວັນຈາກບັນດາກະຊວງ, ແຂວງ ແລະ ສະໂມສອນຕ່າງໆ ເພື່ອມາສ້າງ ແລະ ພັດທະນາໃຫ້ກາຍເປັນນັກກິລາຮຸ່ນສືບທອດ ແລະ ກະກຽມຄວາມພ້ອມໃຫ້ນັກກິລາໃນການເຂົ້າຮ່ວມແຂ່ງຂັນໃນເວທີສາກົນ.

ປດການແຂງຂນກລາກະຕຊງຂນທານຮອງນາຍກລດຖະມນຕ - image 2
 

ການແຂ່ງຂັນຄັ້ງນີ້ມີນັກກິລາເຂົ້າຮ່ວມແຂ່ງຂັນທັງໝົດ 185 ຄົນຈາກ 22 ພາກສ່ວນ, ໃນນັ້ນລວມມີບັນດາແຂວງ, ກະຊວງ ແລະ ສະໂມສອນຕ່າງໆໃນຂອບເຂດທົ່ວປະເທດ, ການແຂ່ງຂັນປະກອບມີ 4 ລາຍການຄື: ລາຍການທີມດ່ຽວຊາຍຮຸ່ນທົ່ວໄປ, ທີມດ່ຽວຊາຍຮຸ່ນອາຍຸບໍ່ເກີນ 16 ປີ, ທີມຄູ່ຍິງຮຸ່ນທົ່ວໄປ ແລະ ທີມ 4 ຄົນຊາຍຮຸ່ນທົ່ວໄປ.

ຜ່ານການແຂ່ງຂັນ ປະເພດທີມດ່ຽວຊາຍຮຸ່ນອາຍຸບໍ່ເກີນ 16 ປີ (U16) ຊະນະເລີດ ສະໂມສອນຄຣີນິກປົວແຂ້ວພັດທະນາໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄໍາ ພ້ອມເງິນສົດ 5,000,000 ກີບ; ຮອງຊະນະເລີດ ສະໂມສອນ ນ້ອງເຈນນ້າ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 3,000,000 ກີບ; ທີ3 ຮ່ວມ ແຂວງຈໍາປາສັກ ແລະ ໂຮງຮຽນ ມສ ອານຸສິນ ໄດ້ຮັບຫຼຽນທອງ ພ້ອມເງິນສົດ ທີມລະ 2,000,000 ກີບ, ປະເພດທີມດ່ຽວຊາຍຮຸ່ນທົ່ວໄປ ຊະນະເລີດ ແຂວງຈໍາປາສັກ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄໍາ ພ້ອມເງິນສົດ 10,000,000 ກີບ; ຮອງຊະນະເລີດ ສະໂມສອນ ພິທີພີເພັດພະຈັນ ປະເສີດ ຈຳກັດຜູ້ດຽວ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 5,000,000 ກີບ; ທີ3 ຮ່ວມສະໂມສອນ ຊ້າງບິນ ແລະ ສະໂມສອນ ຄຸນນະພາບ ໄດ້ຮັບຫຼຽນທອງ ພ້ອມເງິນສົດ ທີມລະ 3,000,000 ກີບ; ປະເພດທີມຄູ່ຍິງຮຸ່ນທົ່ວໄປ ຊະນະເລີດ ສະໂມສອນ ບໍລິສັດ ຊາຍຄຸນຄໍາ ພັດທະນາກໍ່ສ້າງ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄໍາ ພ້ອມເງິນສົດ 10,000,000 ກີບ; ຮອງຊະນະເລີດ ສະໂມສອນ ຄລີນິກປົວແຂ້ວ ພັດທະນາ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 5,000,000 ກີບ; ທີ3 ຮ່ວມ ສະໂມສອນນ້ອງເຈນນ້າ ແລະ ແຂວງວຽງຈັນ ໄດ້ຮັບຫຼຽນທອງ ພ້ອມເງິນສົດ ທີມລະ 3,000,000 ກີບ; ປະເພດທີມ 4 ຄົນຊາຍຮຸ່ນທົ່ວໄປ ຊະນະເລີດ ແຂວງຈໍາປາສັກ ໄດ້ຮັບຂັນ 1 ໜ່ວຍ, ຫຼຽນຄໍາ ພ້ອມເງິນສົດ 15,000,000 ກີບ; ຮອງຊະນະເລີດ ກະຊວງປ້ອງກັນປະເທດ ໄດ້ຮັບຫຼຽນເງິນ ພ້ອມເງິນສົດ 10,000,000 ກີບ; ທີ3 ຮ່ວມ ສະໂມສອນຊ້າງບິນ ແລະ ສະໂມສອນ ພິທີພີ ເພັດພະຈັນ ປະເສີດ ຈຳກັດຜູ້ດຽວ ໄດ້ຮັບຫຼຽນທອງ ພ້ອມເງິນສົດ ທີມລະ 5,000,000 ກີບ.

ປດການແຂງຂນກລາກະຕຊງຂນທານຮອງນາຍກລດຖະມນຕ - image 3
 

ໃນພິທີ, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ໃຫ້ກຽດມອບເງິນລາງວັນໃຫ້ທີມຊະນະເລີດທັງ 4 ລາຍການ ໂດຍໄດ້ຮັບທີມລະ 25,000,000 ກີບ. ນອກຈາກນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ມອບເງິນອຸປະຖໍາພິເສດຈໍານວນ 200,000,000 ກີບ ໃຫ້ສະຫະພັນກິລາກະຕໍ້ ແລະ ຊິນລອນແຫ່ງຊາດລາວ ເພື່ອນໍາໃຊ້ເຂົ້າໃນການກຽມຄວາມພ້ອມ ແລະ ເຂົ້າຮ່ວມການແຂ່ງຂັນໃນງານມະຫະກຳກິລາເອຊຽນເກມ (Asian Games) ທີ່ປະເທດຍີ່ປຸ່ນໃນຕໍ່ໜ້າ.

ຂ່າວ-ພາບ: ບຸນອູ້ມ

ຄໍາເຫັນ

ຂ່າວສືກສາ-ກິລາ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ມສນາໄຊເປີດແຂ່ງຂັນກິລາ-ສີລະປະປະຈຳສົກຮຽນ2026-2027ຢ່າງຄຶກຄື້ນ

ຂະບວນການແຂ່ງຂັນກິລາ-ສີລະປະ ປະຈຳສົກຮຽນ 2026-2027 ຂອງໂຮງຮຽນມັດທະຍົມສົມບູນນາໄຊ ເມືອງ ແລະ ແຂວງສາລະວັນ ໄດ້ຈັດຂຶ້ນດ້ວຍບັນຍາກາດຟົດຟຶ້ນ, ໃນພິທີໄດ້ການເດີນສວນສະໜາມ 8 ກ້ອນກຳລັງ ຄື: ກ້ອນກຳລັງເຍົາວະຊົນ, ສີລະປະ, ນັກຮຽນ, ກິລາເປຕັງ, ກິລາບານເຕະ, ກິລາບານສົ່ງ, ກິລາກະຕໍ້ ປະເພດຊາຍ-ຍິງ, ກ້ອນກຳລັງຊາວໜຸ່ມ-ແມ່ຍິງ ແລະ ກ້ອນກຳລັງກຳມະການ, ພ້ອມທັງສະແດງສີລະປະ ປະເພດບົດຟ້ອນ ແລະ ບົດເພງ ຈາກນ້ອງນັກຮຽນ.
ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ເປີດການແຂ່ງຂັນກິລາເບສບອນ ຊີງຂັນທູດ ສ ເກົາຫຼີ ປະຈຳລາວ ຄັ້ງທີ 5

ວັນທີ 12 ພະຈິກ ຜ່ານມາ ທີ່ສະໜາມກິລາເບສບອນແຫ່ງຊາດ (ຫຼັກ 16) ນະຄອນຫຼວງວຽງຈັນ (ນວ), ສະຫະພັນກິລາເບສບອນ-ຊັອບບອນແຫ່ງຊາດລາວ ໄດ້ຈັດພິທີເປີດການແຂ່ງຂັນກິລາເບສບອນ-ຊັອບບອນ ຊີງຂັນທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈຳ ສປປ ລາວ ຄັ້ງທີ 5 ຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານຂອງທ່ານ ຄຳຜາຍ ສີສະຫວັນ ປະທານສະຫະພັນເບສບອນ-ຊັອບບອນແຫ່ງຊາດລາວ, ມີ ທ່ານ ແສງພອນ ພົນອາມາດ ຮອງປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ບຸນມາ ທຳມະວົງ ຮອງຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ນາງ ລີຢູຈິນ (LEE YOO JIN) ຮອງເລຂາທິການສະຖານທູດ ສ ເກົາຫຼີ ປະຈຳ ສປປ ລາວ ພ້ອມດ້ວຍຄະນະບໍລິຫານງານສະຫະພັນ, ຜູ້ໃຫ້ການສະໜັບສະໜູນ, ຄະນະກຳມະການຕັດສິນ, ຄູຝຶກ, ນັກກິລາ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ຜົນສຳເລັດສຳມະນາວິທະຍາສາດ ພັດທະນາໂຮງຮຽນການເມືອງ ທົ່ວປະເທດ ໃຫ້ເຂັ້ມແຂງ

ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຮ່ວມກັບໂຮງຮຽນການເມືອງແລະ ການປົກຄອງແຂວງຫຼວງນ້ຳທາ ຈັດກອງປະຊຸມສຳມະນາວິທະຍາສາດທົ່ວປະເທດພາຍໃຕ້ຫົວຂໍ້: “ພັດທະນາໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງ ໃຫ້ເຂັ້ມແຂງ” ຈັດຂຶ້ນໃນວັນທີ 11 ພະຈິກຜ່ານມາ. ກອງປະຊຸມຄັ້ງນີ້ໄດ້ຮຽນເຊີນທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າ ສມປຊ ເປັນປະທານ ແລະ ກ່າວເປີດກອງປະຊຸມຢ່າງເປັນທາງການ; ໂດຍມີທ່ານ ສຸພາວະດີ ຫຼ້າຄຳສາຍ ຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ ເປັນຜູ້ດຳເນີນການສຳມະນາ. ເຂົ້າຮ່ວມກອງປະຊຸມມີຄະນະພັກ, ຄະນະອຳນວຍການ, ຄູ-ອາຈານ, ນັກວິທະຍາສາດແລະ ຄະນະຮັບຜິດຊອບຕາງໜ້າໃຫ້ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງທັງ 18 ໂຮງຮຽນໃນທົ່ວປະເທດ.
ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວິທະຍາໄລເຕັກນິກກະສິກໍາດົງຄຳຊ້າງ ແຂ່ງຂັນ AI+ກະສິກຳ ປີ 2026

ວັນທີ 11 ພະຈິກຜ່ານມາ, ວິທະຍາໄລເຕັກນິກກະສິກຳດົງຄຳຊ້າງ ໄດ້ຈັດການແຂ່ງຂັນທັກສະສີມື “AI+ກະສິກຳ” ປະຈຳປີ 2026 ພາຍໃຕ້ໂຄງການສີມືແຮງງານກະສິກຳແບບທັນສະໄໝ ລາວ-ຈີນ ໂດຍມີທ່ານ ຕຽງຄຳ ໄຊຍະວົງ ຮັກສາການ ຜູ້ອຳນວຍການວິທະຍາໄລ ເປັນປະທານ ພ້ອມດ້ວຍຕົວແທນພາກລັດ, ເອກະຊົນ ຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ອຸທຸມພອນ ແຈກຢາຍຢາຂ້າແມ່ທ້ອງໃຫ້ນັກຮຽນປະຖົມ-ມັດທະຍົມ

ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຈັດພິທີແຈກຢາຍຢາກິນຂ້າແມ່ທ້ອງໃຫ້ນັກຮຽນຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນທົ່ວເມືອງ ໃນວັນທີ 12 ພະຈິກນີ້, ທີ່ເດີ່ນໂຮງຮຽນ ມສ ອຸທຸມພອນໂດຍການເຂົ້າຮ່ວມຂອງທ່ານ ໂພໄຊ ອິນທະວົງສາ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ບຸນໂຮງ ແສງອາລຸນ ຫົວໜ້າຫ້ອງການສາທາລະນະສຸກເມືອງ, ທ່ານ ສອນວິໄລ ອຸພະມີໄຊ ຫົວໜ້າຫ້ອງການສຶກສາທິການ-ກິລາເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ສປປ ລາວ ກຽມເປັນເຈົ້າພາບຈັດແຂ່ງຂັນກິລາເພາະກາຍ ຊີງແຊັມໂລກຕົ້ນເດືອນທັນວານີ້

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.
ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ ແລກປ່ຽນຄຳເຫັນຢ່າງກົງໄປກົງມາ ຕາມ “ຄຳຖາມເຈາະຈີ້ມ” ແລະ ການຊີ້ແຈງແກ້ໄຂຈາກສມປຊ

ວັນທີ 10 ພະຈິກ ນີ້ ຕໍ່ເນື່ອງຈາກວາລະກອງປະຊຸມໃນວັນທຳອິດຜ່ານມາ, ພາຍໃຕ້ການເປັນປະທານ ທ່ານ ອານຸພາບ ຕຸນາລົມ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ), ກອງປະຊຸມສະຫຼຸບຖອດຖອນບົດຮຽນຜູ້ບໍລິຫານ-ຄຸ້ມຄອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ທີ່ຈັດຂຶ້ນ ທີ່ແຂວງຫຼວງນ້ຳທາ ໄດ້ສືບຕໍ່ເຂົ້າສູ່ ວາລະການແລກປ່ຽນ, ປຶກສາຫາລື ແລະ ຕອບຄຳຖາມເຈາະຈີ້ມ ແລະ ເລິກເຊິ່ງ.
ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ເອັສຊີຈີ ມອບທຶນການສຶກສາແກ່ເຍົາວະຊົນໃນລາວ ຕໍ່ເນື່ອງເປັນປີທີ 15

ໃນວັນທີ 5 ພະຈິກ ຜ່ານມາ ທີ່ ນະຄອນຫຼວງວຽງຈັນ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ເອັສຊີຈີ (SCG) ຈັດພິທີມອບທຶນການສຶກສາ, ສືບຕໍ່ໂຄງການ "SCG Sharing the Dream 2026" ຕໍ່ເນື່ອງເປັນປີທີ 15 ທີ່ ສປປ ລາວ ໂດຍ ເອັສຊີຈີ ໄດ້ມອບທຶນການສຶກສາໃນ ສປປ ລາວ ໄປແລ້ວ 2,601 ທຶນ ແລະ ປີນີ້, ຈະມອບເພີ່ມອີກ ຈຳນວນ 126 ທຶນ ໃຫ້ແກ່ເຍົາວະຊົນທີ່ຕັ້ງໃຈຮຽນ ແລະ ປະພຶດດີ ເພື່ອສະໜັບສະໜູນໃຫ້ເຍົາວະຊົນເຂົ້າເຖິງການສຶກສາ ພ້ອມຕໍ່ຍອດແນວຄິດ "Green Active Generation" ສົ່ງເສີມຄວາມສຳຄັນຂອງການເບິ່ງແຍງຊຸມຊົນ ແລະ ສິ່ງແວດລ້ອມ ພ້ອມລົງມືພັດທະນາຊຸມຊົນ ແລະ ເປັນກຳລັງສຳຄັນພັດທະນາປະເທດຢ່າງຍືນຍົງ.
ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ສມປຊ ສະຫຼຸບບົດຮຽນບໍລິຫານຄຸ້ມຄອງໂຮງຮຽນການເມືອງ ທົ່ວປະເທດ

ກອງປະຊຸມສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ແລະ ວຽກງານບໍລິຫານຄຸ້ມຄອງ ຜູ້ບໍລິຫານໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫຼວງວຽງຈັນ ທົ່ວປະເທດ ປະຈຳສົກປີ 2025-2026 ແລະ ທິດທາງແຜນການ ສົກປີ 2026-2027 ໄດ້ຈັດຂຶ້ນໃນວັນທີ 9 ພະຈິກ 2026 ນີ້ ທີ່ແຂວງຫຼວງນ້ຳທາ ຢ່າງເປັນທາງການ.
ນັກສຶກສາ ມຊ ຍາດໄດ້ລາງວັນຊະນະເລີດ ການແຂ່ງຂັນນະວັດຕະກຳລະດັບສາກົນ ທີ່ສິງກະໂປ

ນັກສຶກສາ ມຊ ຍາດໄດ້ລາງວັນຊະນະເລີດ ການແຂ່ງຂັນນະວັດຕະກຳລະດັບສາກົນ ທີ່ສິງກະໂປ

ນັກສຶກສາ ສາຂາບໍລິຫານທຸລະກິດ ຫຼັກສູດນານາຊາດ (IBM) ປີ 2 ຮຸ່ນທີ 5 ຈາກຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ສ້າງຜົນງານເປັນປະຫວັດສາດສ້າງຊື່ສຽງ ແລະ ຄວາມພາກພູມໃຈໃຫ້ວົງການສຶກສາລາວ ສາມາດຍາດໄດ້ລາງວັນຊະນະເລີດ ອັນດັບທີ 1 ໃນການແຂ່ງຂັນນະວັດຕະກຳລະດັບສາກົນ ປີ 2026 (EDUtech ASIA University Grand Final) ທີ່ປະເທດສິງກະໂປ ຊຶ່ງໄດ້ເດີນທາງມາຮອດ ສປປ ລາວ ແລ້ວໃນຕອນຄໍ່າວັນທີ 8 ພະຈິກຜ່ານມາ, ທີ່ສະໜາມບິນສາກົນວັດໄຕ ໂດຍມີທ່ານ ນາງ ວາດສະໜາ ຈັນທະນາສິນ ຫົວໜ້າຄະນະວິຊາ ຄສບ ພ້ອມດ້ວຍຄະນະອາຈານ ແລະ ນັກສຶກສາໃຫ້ກຽດຕ້ອນຮັບ.
ເພີ່ມເຕີມ