ປິດໂຄງການສົ່ງເສີມໃຫ້ເດັກທຸກຄົນໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະ III

ປິດໂຄງການສົ່ງເສີມໃຫ້ເດັກທຸກຄົນໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະ III

ປິດໂຄງການສົ່ງເສີມໃຫ້ເດັກທຸກຄົນໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ໄລຍະ III
ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມສະຫຼຸບປິດໂຄງການສົ່ງເສີມໃຫ້ເດັກທຸກຄົນໄດ້ເຂົ້າຮຽນໃນຊັ້ນປະຖົມສຶກສາ ແລະໂຄງການສົ່ງເສີມການຮຽນຮູ້ໜັງສື ໄລຍະ III (LEAPS III) ຫຼື ໂຄງການອາຫານທ່ຽງໃນໂຮງຮຽນຂອງແຂວງສະຫວັນນະເຂດ ເພື່ອມອບຕໍ່ແກ່ລັດຖະບານລາວເປັນຜູ້ສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ. ໃຫ້ກຽດເຂົ້າຮ່ວມເປັນປະທານໃນຄັ້ງນີ້ມີທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ແລະ ທ່ານ ໂຣເບີດ ກຼີນ ຫົວໜ້າຝ່າຍແຜນງານຂອງອົງການບັນເທົາທຸກກາໂຕລິກ(CRS).
ປດໂຄງການສງເສມໃຫເດກທກຄນໄດເຂາຮຽນໃນຊນປະຖມສກສາ ໄລຍະ III - image 1
 

ໂອກາດນີ້, ຕາງໜ້າຈາກຂະແໜງການ-ຫ້ອງການຂອງພາກລັດ ແລະ ອົງການ CRS ໄດ້ຂຶ້ນລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃນໄລຍະຜ່ານມາ: ໂຄງການສົ່ງເສີມໃຫ້ເດັກນ້ອຍທຸກຄົນໄດ້ເຂົ້າຮຽນໃນຊັັ້ນປະຖົມສຶກສາ ໄລຍະທີ III ຫຼື ໂຄງການອາຫານທ່ຽງໃນໂຮງຮຽນແຂວງສະຫວັນນະເຂດ ໄດ້ຮັບການສະໜັບສະໜູນທຶນຈາກກະຊວງກະສິກໍາ ສະຫະລັດອາເມລິກາ ຈຳນວນ 16,764,567 ໂດລາ, ໄດ້ເລີ່ມຈັດຕັ້ງປະຕິບັດແຕ່ປີ 2022. ຜ່ານການຈັດຕັ້ງປະຕິບັດໂຄງການແຕ່ເລີ່ມຕົ້ນ ເຖິງວັນທີ່ໄດ້ຮັບເເຈ້ງຈາກຜູ້້ໃຫ້ທຶນໃນການແຈ້ງຍຸດຕິໂຄງການວັນທີ 30 ມິຖຸນາ 2025 ສາມາດບັນລຸຜົນສໍາເລັດຫຼາຍດ້ານຕາມຄາດໝາຍທີ່ວາງໄວ້, ຊຶ່ງໄດ້ປະກອບສ່ວນເຂົ້າໃນການຈັດຕັັ້ງປະຕິບັດແຜນພັດທະນາຂະແໜງການສຶກສາ ແລະ ກິລາ 2021-2025 ຢ່າງເຕັມສ່ວນ, ໂຄງການໄດ້ແຈກຢາຍອາຫານທ່ຽງໃນໂຮງຮຽນ ຊຶ່ງປະກອບມີ: ເຂົ້າສານຈ້າວ, ແກ່ນຖົ່ວເຫຼືອງ, ນ້ຳມັນພືດ, ໄຂ່ໄກ່, ນົມຖົ່ວເຫຼືອງ ແລະ ແປ້ງໝາກຖົ່ວດາວ ເພື່ອປຸງແຕ່ງເປັນອາຫານທ່ຽງໃຫ້ນ້ອງນັກຮຽນ ໂດຍຈໍານວນຄາບອາຫານທີ່ໄດ້ແຈກຢາຍແຕ່ເລີ່ມຕົ້ນໂຄງການ ເຖິງເດືອນມີນາ 2025 ມີທັງໝົດ 10,393,971 ຄາບ ແລະ ມີຈໍານວນນັກຮຽນທັງໝົດ 44,863 ຄົນ ໄດ້ຮັບອາຫານທີ່ມີໂພຊະນາການທີ່ດີ. ຈາກຜົນການປະເມີນກາງສະໄໝຂອງໂຄງການພົບວ່າ 85% ຂອງເດັກນັກຮຽນມີຄວາມຕັ້ງໃຈ ແລະ ຮ່ວມກິດຈະກໍາໃນຫ້ອງຮຽນ; ອັດຕາສະເລ່ຍການຂຶ້ນຫ້ອງຂອງນັກຮຽນໃນໂຮງຮຽນສູງເຖິງ 92% ແລະ ເປີເຊັນຂອງນັກຮຽນໃນຊັ້ນປະຖົມປີທີສອງ ສະແດງໃຫ້ເຫັນວ່າ ເຂົາເຈົ້າສາມາດອ່ານ ແລະ ເຂົ້າໃຈຂໍ້ຄວາມເພີ່ມຂຶ້ນຈາກ 3.17% ເປັນ 3.65%; ດ້ານການຈັດຕັ້ງປະຕິບັດກິດຈະກໍາການສົົ່ງເສີມການມີສ່ວນຮ່ວມຂອງຊຸມຊົນ ແລະ ສວນຄົວໃນໂຮງຮຽນ ໂຄງການໄດ້ເຮັດວຽກຮ່ວມກັບຄູ່ຮ່ວມງານຂັ້ນເມືອງຢ່າງຕໍ່ເນື່ອງໃນການສົ່ງເສີມການມີສ່ວນຮ່ວມຂອງຊຸມຊົນເຂົ້າໃນວຽກງານດັ່ງກ່າວ ພ້ອມນໍາພາການຈັດຕັ້ງປະຕິບັດກິດຈະກໍາອາຫານທ່ຽງພາຍຫຼັງມອບໂອນໂຄງການ. ໃນນີ້, ໄດ້ຝຶກອົບຮົມດ້ານໂພຊະນາການ ແລະ ການແຕ່ງກິນທີ່ຖືກສຸຂະອະນາໄມໃຫ້ແກ່ຜູ້ແຕ່ງກິນໃນໂຮງຮຽນໄດ້ 2 ຄັ້ງ ໃນ 6 ເມືອງເປົ້າໝາຍ, ມີຜູ້ເຂົ້າຮ່ວມ 2,419 ຄົນ, ຈັດກິດຈະກໍາຮ່ວມກັບຊຸມຊົນ ເພື່ອປັບປຸງ ແລະ ປົວແປງພື້ນຖານໂຄງລ່າງ, ເຮືອນຄົວ, ບ່ອນກິນເຂົ້າ, ສາງເກັບມ້ຽນອາຫານ, ປົວແປງລະບົບນ້ຳ, ຂະຫຍາຍສວນໂຮງຮຽນ, ປົວແປງຮົ້ວໂຮງຮຽນ ແລະອື່ນໆໄດ້ທັງໝົດ 554 ຄັັ້ງ, ມີຜູ້ເຂົ້າຮ່ວມ 48,132 ຄົນ. ຈາກນີ້, ບັນດາກິດຈະກຳອື່ນໆກໍໄດ້ຮັບການຈັດຕັ້ງປະຕິບັດສຳເລັດຕາມແຜນການທີ່ວາງໄວ້.

ສຳລັບການຄ່ຽນຖ່າຍໂຄງການເພື່ອຮັບປະກັນຄວາມຍືນຍົງຂອງກິດຈະກໍາໃນໂຄງການ LEAPS III ໄດ້ຈັດພິທີມອບ-ຮັບໂຄງການໃຫ້ກັບລັດຖະບານຕາມແຜນທີ່ວາງໄວ້ໃນບົດບັນທຶກຄວາມເຂົ້າໃຈ ເພື່ອເປັນການຄ່ຽນຖ່າຍວຽກງານການຈັດຕັ້ງປະຕິບັດເຂົ້າສູ່ແຜນງານແຫ່ງຊາດດ້ານອາຫານທ່ຽງໃນໂຮງຮຽນ ໂດຍນໍາໃຊ້ງົປະມານຈາກພາກລັດຖະບານ ໃນການສືບຕໍ່ວຽກງານອາຫານທ່ຽງໃນ 302 ໂຮງຮຽນເປົ້າ ໝາຍໃນ 6 ເມືອງ, ໂດຍໃນສົກຮຽນ 2023-2024 ໂຄງການໄດ້ຈັດພິທີມອບ-ຮັບໂຄງການໃນເມືອງພະລານໄຊ ແລະ ເມືອງອາດສະພອນ, ສົກຮຽນ 2024-2025 ໄດ້ມອບ-ຮັບເມືອງພີນ ແລະ ເມືອງວິລະບູລີ, ສ່ວນການມອບໂອນອີກ 2 ເມືອງສຸດທ້າຍ ແມ່ນບໍ່ສາມາດຈັດຂຶ້ນໄດ້ຕາມແແຜນ, ເນື່ອງຈານການແຈ້ງຍຸດຕິການໃຫ້ທຶນຈາກກະຊວງສະກໍາສະຫະລັດອາເມລິກາ.

ພ້ອມນີ້, ຜູ້ທີ່ເຂົ້າຮ່ວມຍັງໄດ້ມີການສົນທະນາແລກປ່ຽນບົດຮຽນຮ່ວມກັນກ່ຽວກັບການຈັດ ຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ພາຍຫຼັງທີ່ໂຄງການໄດ້ມອບໂອນໃຫ້ລັດຖະບານເປັນຜູ້ຈັດຕັ້ງປະຕິບັດ, ທັງນີ້ ກໍເພື່ອເຮັດໃຫ້ໂຄງການອາຫານທ່ຽງໃນໂຮງຮຽນມີຄວາມຍືນຍົງ ແລະ ມີຜົນສຳເລັດ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວສືກສາ-ກິລາ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ການນໍາແຂວງຈໍາປາສັກ ທັດສະນະສຶກສາສະຖານທີ່ທາງປະຫວັດສາດ

ໃນໂອກາດສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີການນໍາແຂວງຈໍາປາສັກ ນໍາໂດຍທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ໄດ້ຮ່ວມທັດສະນະສຶກສາຊົມສະຖານທີ່ທາງປະຫວັດສາດ ເຮືອນຂອງອະດີດປະທານ ໄກສອນ ພົມວິຫານ ທີ່ບ້ານລາດບົກ ເມືອງບາຈຽງຈະເລີນສຸກ, ພ້ອມນີ້ກໍໄດ້ຮັບຟັງການເລົ່າປະຫວັດຄວາມເປັນມາການເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ຈາກຜູ້ອາວຸໂສພາຍໃນບ້ານລາດບົກ, ມີກິດຈະກຳຖາມ-ຕອບ ວິທະຍາສາດ ນ້ອງໆເຍົາວະຊົນ-ຊາວໜຸ່ມ.
ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ນັກກິລາຟັນດາບຊາຍຈາກເເຂວງບໍລິຄໍາໄຊຍາດໄດ້ 2 ຫຼຽນຄໍາ

ທ້າວ ສະເຫຼີມໄຊ ໄຊຍະສິດ ນັກກິລາຟັນດາບ ຈາກເເຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄໍາ ຈາກການລົງເເຂ່ງຂັນຟັນດາບ 2 ລາຍການ ຄື: ເອເປ ເເລະ ເຊເບີ ບັນລຸຕາມຄາດໝາຍທີ່ວາງໄວ້ ຂະນະດຽວກັນ ຫຼຽນເງິນ ເເລະ ຫຼຽນທອງ ເປັນຂອງນັກກິລາ ຈາກເເຂວງສະຫວັນນະເຂດ ຈາກການລົງເເຂ່ງຂັນກິລາຟັນດາບ ງານມະຫະກໍາກິລາຄົນພິການເເຫ່ງຊາດ ຄັ້ງທີ 4 ຫຼື ນະຄອນຫຼວງວຽງຈັນ ພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນຮັບກຽດເປັນເຈົ້າພາບ.
ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ນັກກິລາເປຕັງທີມຊາດສາມາດຍາດໄດ້ 2 ຫຼຽນຄຳໃນງານມະຫະກຳກິລາຊີເກມຄັ້ງທີ 33

ທ່ານ ນາງ ດາລາວອນ ກິດຕິພັນ ຮອງລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ (ສສກ) , ທ່ານ ວິລະວັນ ບຸນສຸກໄທ ຫົວກົມກິລາມວນຊົນພາລະ ແລະ ສິລະປະສືກສາ ກະຊວງ ສສກ ພ້ອມດ້ວຍພະນັກງານ ແລະ ກ້ອນສິລະປະ ຊາວໜຸ່ມເຍົາວະຊົນ ກະຊວງສຶກສາທິການ ແລະ ກິລາ ໄດ້ຕ້ອນຮັບຄະນະນັກກິລາເປຕັງ ທີມຊາດລາວ ທີ່ສາມາດຍາດໄດ້ຫຼຽນຄໍາ ໃນງານມະຫະກຳກິລາຊີເກມຄັ້ງທີ 33ຢູ່ປະເທດໄທ ເປັນເຈົ້າພາບໃນວັນທີ 16 ທັນວານີ້ ທີ່ສະໜາມບິນສາກັນວັດໄຕ ນະຄອນຫຼວງວຽງຈັນ .
ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຄງການອາຫານທ່ຽງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ

ໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມເມືອງໂຂງ ແຂວງຈໍາປາສັກ ເປັນໂຮງຮຽນໜຶ່ງ ທີ່ອົງການອາຫານໂລກ (WFP) ໃຫ້ການຊ່ວຍເຫຼືອຈັດຕັ້ງປະຕິບັດໂຄງການອາຫານທ່ຽງໃຫ້ນັກຮຽນເລີ່ມແຕ່ປີ 2021 ຈົນຮອດປີ 2030. ຊຶ່ງຊ່ວຍໃຫ້ນັກຮຽນໂຮງຮຽນປະຖົມສົມບູນບ້ານແກ້ງກຸ່ມດີຂຶ້ນຫຼາຍ, ບໍ່ປະລະການຮຽນ ແລະ ຍັງຊ່ວຍຫຼຸດຜ່ອນອາຫານຂອງຜູ້ປົກຄອງ ທີ່ສໍາຄັນຍັງໄດ້ຮັບສານອາຫານ, ໂພຊະນາການທີ່ພຽງພໍ ແລະ ມີປະໂຫຍດດີຕໍ່ສຸຂະພາບ.
ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ກິລາດອກປິກໄກ່ ມີການຊີງຫຼຽນທັງໝົດ 20 ຫຼຽນ

ການແຂ່ງຂັນກິລາດອກປິກໄກ່ ມີການຊີງຫຼຽນຄໍາ,ຫຼຽນເງິນ ແລະ ຫຼຽນທອງ ທັງໝົດ 20 ຫຼຽນ. ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ແຫ່ງຊາດລາວ,ໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ການແຂ່ງຂັນດອກປິໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນ ພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ມີ 4 ລາຍການແຂ່ງຂັນ ປະກອບມີຄື: ປະເພດກ່ຽວຊາຍ,ປະເພດດ່ຽວຍິງ,ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີນັກກິລາເຂົ້າຮ່ວມ 18 ຄົນ, ຍິງ 4 ຄົນ.ໃນນັ້ນມີ 6 ແຂວງເຂົ້າຮ່ວມຄີ: ເຈົ້າພາບ ນະຄອນຫຼວງວຽງຈັນ, ສະຫວັນນະເຂດ, ຄຳມ່ວນ, ອຸດົມໄຊ, ບໍແກ້ວ ແລະ ຫຼວງພະບາງ. ຊຶ່ງການແຂ່ງຂັນ ແມ່ນຈະດຳເນີນເປັນເວລາ 3 ວັນ ວັນທີ 15-17 ທັນວານີ້.
ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ລິນລີ່ ສຸພັນທະວົງ ສາວນັກກິລາບ໋ອດເຊຍຄວ້າຫຼຽນຄໍາທໍາອິດໃຫ້ແຂວງຫຼວງພະບາງ

ນາງ ລິນລີ່ ສຸພັນທະວົງ ນັກກິລາບ໋ອດເຊຍຄວ້າຫຼຽນຄຳທໍາອິດໃຫ້ນັກກິລາຄົນພິການແຂວງຫຼວງພະບາງ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນ ຫຼວງວຽງຈັນ (ນວ) ຮັບກຽດເປັນເຈົ້າພາບ.
ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ສູນຝຶກອົບຮົມກອງພົນທີ3 ເປີດຂະບວນການແຂ່ງຂັນກິລາມ່ວນຊົນເພື່ອຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ

ໃນຕອນເຊົ້າວັນທີ 15 ທັນວານີ້, ສູນຝຶກອົບຮົມກອງພົນທີ3 ໄດ້ຈັດພິທີເປີດຂະບວນການແຂ່ງຂັນກິລາມວນຊົນເພື່ອຂ່ຳນັບຮັບຕ້ອນວັນສໍາຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ ແລະ ຂອງກົມກອງ ເວົ້າລວມ, ເວົ້າສະເພາະແມ່ນ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949–20 ມັງກອນ 2026) ຂຶ້ນຢູ່ທີ່ເດີນກິລາຂອງກົມ-ກອງ ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາສອນ ໄຊສົງຄາມ ຮອງເລຂາຄະນະພັກ ຫົວໜ້າການທະຫານສູນຝຶກອົບຮົມກອງພົນທີ3, ມີສະຫາຍ ພັນໂທ ສີພົນ ແສງຄໍາ ເລຂາຄະນະພັກ ຫົວຫນ້າການເມືອງສູນຝຶກອົບຮົມ ພ້ອມດ້ວຍຄະນະພັກ - ຄະນະບັນຊາ, ພະນັກງານ-ນັກຮົບຕະຫຼອດຮອດນັກກິລາທົ່ວສູນຝຶກອົບຮົມເຂົ້າຮ່ວມ.
ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ນວ ເຈົ້າພາບໄດ້ຫຼຽນຄໍາທຳອິດກິລາຟັນດາບຄົນພິການ

ການແຂ່ງຂັນກິລາຟັນດາບຄົນພິການ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນໃນວັນທີ 15 ທັນວານີ້, ທີ່ສະໂມສອນມະຫາວິທະຍາໄລແຫ່ງຊາດ, ເປັນກຽດເຂົ້າຮ່ວມມີທ່ານ ນາງ ຂັນທະລີ ສີຣິພົງພັນ ປະທານຄະນະກໍາມະການພາຣາແລມປິກແຫ່ງຊາດລາວ, ມີທ່ານ ກິດຕິພົງ ຫາດທະວາການ ນາຍົກສະມາຄົມວີວແຊຟັນດາບແຫ່ງປະເທດໄທ, ມີບັນດາຜູ້ຕາງໜ້າຈາກພະແນກສຶກສາທິການ ແລະ ກິລາ ນວ, ແຂວງ, ຄູຝຶກ ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ເປີດສາກແຂ່ງຂັນຢ່າງຄຶກຄື້ນກິລາບານບ້ວງລໍ້ເລື່ອນຄົນພິການ

ກິລາບານບ້ວງລໍ້ເລື່ອນໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື ນະຄອນຫຼວງວຽງຈັນພາຣາເກມ 2025 ທີ່ນະຄອນຫຼວງວຽງຈັນ (ນວ) ເປັນເຈົ້າພາບ, ເຊິ່ງກິລາຄົນພິການແຫ່ງຊາດຄັ້ງນີ້ຖືກບັນຈຸເຂົ້າແຂ່ງຂັນເປັນຄັ້ງທີ IV ຕິດຕໍ່ກັນ 2 ຄັ້ງທຳອິດທີ່ຫຼວງພະບາງ ແລະ ອຸດົມໄຊ ເປັນກິລາສາທິດ ແຕ່ມາຊີງຫຼຽນໃນຄັ້ງທີ III ທີ່ແຂວງຊຽງຂວາງ ແລະ ນວ ໃນຄັ້ງນີ້, ແຂ່ງຂັນທີ່ສູນການແພດຟື້ນຟູໜ້າທີ່ການ ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນວ ເຈົ້າພາບ, ແຂວງຈຳປາສັກ ແລະ ແຂວງຊຽງຂວາງ, ແຂ່ງຂັນ 4 ລາຍການ: ທີມຍິງ-ທີມຊາຍ 3x3 ແລະ 5x5, ມີນັກກິລາເຂົ້າຮ່ວມທັງໝົດ 27 ຄົນ ຍິງ 10 ຄົນ.
ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ເປີດການແຂ່ງຂັນກິລາດອກປີກໄກ່ “ນະຄອນຫຼວງວຽງຈັນພາຣາເກມ 2025”

ການແຂ່ງຂັນກິລາດອກປີກໄກ່ ໃນງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ IV ຫຼື “ນະຄອນ ຫຼວງວຽງຈັນພາຣາເກມ 2025” ທີ່ນະຄອນຫຼວງວຽງຈັນ (ນວ) ໄດ້ຮັບກຽດເປັນເຈົ້າພາບໄດ້ເປີດສາກຂຶ້ນຢ່າງເປັນທາງການໃນວັນທີ 15 ທັນວານີ້, ທີ່ເດີ່ນກິລາໃນຮົ່ມໂອແລມປາເຊຍ ນວ, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ຈິນດາ ພົນເຕຊາ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປີກໄກ່ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ.
ເພີ່ມເຕີມ