![]() |
ໃນພິທີປິດຊຸດຝຶກອົບຮົມ ຄະນະຮັບຜິດຊອບ ໄດ້ຜ່ານບົດລາຍງານສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແລະ ຜ່ານຂໍ້ຕົກລົງຮັບໃບຢັ້ງຢືນ. ຜ່ານການຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ເຮັດໃຫ້ນັກສໍາມະນາກອນ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບຄວາມຮູ້ພື້ນຖານລັດທິມາກ-ເລນິນ, ມູນເຊື້ອຂອງຊາດລາວ, ການສ້າງ ແລະ ການບູລະນະລະບອບປະຊາທິປະໄປະຊາຊົນ ຕາມທິດສັງຄົມນິຍົມ, ເຂົ້າໃຈກ່ຽວກັບແນວທາງແຜນນະໂຍບາຍຂອງພັກ ໂດຍສະເພາະ ແມ່ນແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັການຂອງພັກ, ແນວທາງເສດຖະກິດຂອງພັກ, ການຫັນເປັນອຸດສະຫະກໍາ ແລະ ທັນສະໄໝຢູ່ປະເທດເຮົາ, ການສ້າງລັດແຫ່ງກົດໝາຍ, ແນວທາງປ້ອງການຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ ຕິດພັນກັບການພັດທະນາວັດທະນະທໍາ, ການປົກປັກຮັກສາ ແລະ ການພັດທະນາປະເທດຊາດ ແລະ ການຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທໍາປະຕິວັດ. ນອກນັ້ນ, ຍັງໄດ້ໄປທັດສະນະສຶກສາທີ່ ຫໍພິພິທະພັນແຫ່ງຊາດ.
ໃນໂອກາດດັ່ງກ່າວນີ້ ທ່ານສາຄອນ ພົມມະລາດ ໄດ້ໃຫ້ກຽດມອບໃບຢັ້ງຢືນ ໃຫ້ແກ່ນັກສໍາມະນາກອນ ທີ່ເຂົ້າຮ່ວມຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ທັງໝົດ 38 ທ່ານ, ຍິງ 22 ທ່ານ. ພ້ອມດຽວກັນ ກໍຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ, ຄະນະນໍາຂອງກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລະ ຄະນະຮັບຜິດຊອບ ທັງສອງພາກສ່ວນ ທີ່ໄດ້ເອົາໃຈໃສ່ ແລະ ອໍານວຍຄວາມສະດວກ ປິ່ນອ້ອມຊຸດຝຶກອົບຮົມຄັ້ງນີ້. ພ້ອມກັນນັ້ນ, ທ່ານຍັງໄດ້ເນັ້ນໜັກ ໃຫ້ສໍາມະນາກອນນໍາເອົາບົດຮຽນດັ່ງກ່າວໄປໝູນໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານ ແລະ ແບບແຜນວິທີເຮັດວຽກໃຫ້ມີປະສິດທິຜົນດີກວ່າເກົ່າ ເພື່ອຍົກສູງຄວາມສາມາດໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງ ໃຫ້ຖືກຕ້ອງສອດຄ່ອງກັບເງື່ອນໄຂຕົວຈິງຂອງຂະແໜງການການ ກໍຄືບັນດາກົມ, ພະແນກ ຂອງກະຊວງວັດທະນະທໍາ ແລະ ການທ່ອງທ່ຽວໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
(ຂ່າວ: ຄະນະຮັບຜິດຊອບ)

ຄໍາເຫັນ