ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I
ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.
ປດຊດຝກອບຮມບາລງທດສະດ-ແນວທາງຂອງພກຊດທ I - image 1
 

 

ໂອກາດນີ້, ທ່ານໄມທອງ ທໍາມະວົງສາ,ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ສະແດງຄວາມຊົມເຊີຍ ແລະ ໃຫ້ກຽດໂອ້ລົມ, ໃຫ້ທິດຊີ້ນຳຕໍ່ຜູ້ເຂົ້າຝຶກອົບຮົມ,ໃຫ້ສືບຕໍ່ເອົາໃຈໃສ່ນຳເອົາບົດຮຽນ ແລະ ຄວາມຮັບຮູ້ທີ່ໄດ້ຄົ້ນຄວ້າຮໍ່າຮຽນຈາກການເຂົ້າຮ່ວມຊຸດຝຶກອົບຮົມໃນຄັ້ງນີ້ ໄປສືບຕໍ່ຜັນຂະຫຍາຍ ແລະ ໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ ໃຫ້ມີຄຸນນະພາບ, ມີປະສິດທີ່ຜົນສູງສຸດ ແລະ ໄດ້ຮັບຜົນສຳເລັດ.ໂດຍສະເພາະພະນັກງານຜູ້ສືບທອດທີ່ຍັງໜຸ່ມນ້ອຍທີ່ເປັນກໍາລັງແຮງໃຫ້ກັບການເຄື່ອນໄຫວວຽກງານຕ່າງປະທດ ຈະຕ້ອງໄດ້ມີຄວາມພະຍາຍາມ ແລະ ເອົາໃຈໃສ່ໃນການຄົ້ນຄວ້າບັນດາເນື້ອໃນເອກະສານອັນເປັນພື້ນຖານທີ່ສໍາຄັນທາງດ້ານທິດສະດີການເມືອງເພື່ອເຊື່ອມຊຶມເນື້ອໃນໃຫ້ເລິກເຊິ່ງກ່ຽວກັບ ທິດສະດີມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ, ກຳແໜ້ນແນວທາງນະໂຍບາຍ ແລະ ການບູລະນະລະບອບປະຊາທິປະໄຕ ປະຊາຊົນ ຕາມທິດສັງຄົມນິຍົມ ກໍຄື ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ນັບຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ.

ປດຊດຝກອບຮມບາລງທດສະດ-ແນວທາງຂອງພກຊດທ I - image 2
 

ການຝຶກອົບຮົມທິດສະດີຊຸດທີIນີ້ ແມ່ນໄດ້ດຳເນີນໄປດ້ວຍບັນຍາກາດທີ່ຟົດຟື້ນຜ່ານການແລກປ່ຽນບົດຮຽນ,ປະສົບການວຽກງານຕົວຈິງ ແລະ ການສົນທະນາ ລະຫວ່າງຄູອາຈານ, ວິທະຍາກອນ ແລະ ຜູ້ເຂົ້າຝຶກອົບຮົມ, ເຊິ່ງໄດ້ຍົກໃຫ້ເຫັນເຖິງທິດສະດີທີ່ຕິດພັນກັບພຶດຕິກໍາໃນການເຮັດວຽກງານຕົວຈິງ ຕໍ່ກັບການຜັນຂະຫຍາຍແນວທາງນະໂຍບາຍຂອງພັກໃນແຕ່ລະໄລຍະ. ເຫັນວ່າການຝຶກອົບຮົມຄັ້ງນີ້ແມ່ນໄດ້ຮັບຜົນສໍາເລັດຕາມຈຸດປະສົງເປົ້າໝາຍທີ່ໄດ້ວາງໄວ້ຢ່າງຈົບງາມ. ຜູ້ເຂົ້າຮັບການຝຶກອົບຮົມ ແມ່ນມີຄວາມບຸກບືນຮໍ່າຮຽນຈົນຮຽນຮູ້ ແລະ ເຂົ້າໃຈເນື້ອໃນອັນເປັນພື້ນຖານ ແລະ ຄວາມໝາຍຄວາມສຳຄັນພື້ນຖານທິດສະດີ ມາກ-ເລນິນ ແລະ ບົດຮຽນຕ່າງໆ ທີ່ຕິດພັນກັບການພັດທະນາ ເສດຖະກິດສັງຄົມ. ນອກນັ້ນ ຜູ້ເຂົ້າຮ່ວມຝຶກອົບຮົມກໍໄດ້ໄປທັດສະນະສຶກສາທີ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານເພື່ອສືບຕໍ່ຄົ້ນຄວ້າປະຫວັດພະລະກິດການປະຕິວັດຊາດປະຊາທິປະໄຕ ແລະ ແບບແຜນການດໍາລົງຊີວິດຂອງ ປະທານໄກສອນ ພົມວິຫານ ເພື່ອນໍາມາໝູນໃຊ້ເຂົ້າໃນການເຮັດວຽກ ແລະ ການດຳລົງຊີວິດຂອງຕົນ ໃຫ້ກາຍເປັນພະນັກງານທີ່ມີຄຸນນະພາບ ແລະ ເປັນແບບຢ່າງທີ່ດີໃຫ້ມະຫາຊົນຕໍ່ໄປ.

ປດຊດຝກອບຮມບາລງທດສະດ-ແນວທາງຂອງພກຊດທ I - image 3
 

ຄໍາເຫັນ

ຂ່າວສືກສາ-ກິລາ

ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ພິທີ ມອບ-ຮັບໂຮງຮຽນມັດທະຍົມຕອນຕົ້ນ ບ້ານຮ່ອງຄູ

ໃນວັນທີ 27 ພະຈິກ 2025ນີ້ ທີ່ໂຮງຮຽນມັດທະຍົມສຶກສາຕອນຕົ້ນບ້ານຮ່ອງຄູ ເມືອງ ຊຽງຮ່ອນ ແຂວງ ໄຊຍະບູລີ ໄດ້ຈັດພິທີມອບ-ຮັບ ອາຄານຮຽນໂຮງຮຽນມໍຕົ້ນບ້ານຮ່ອງຄູ ແລະ ຫໍພັກນັກຮຽນໂຮງຮຽນ ມສ ປາກເປັດຂຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປ້າ ນາລີ ສີສຸລິດ ຄອບຄົວຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ, ມີທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ປິດຊຸດຝຶກອົບຮົມບໍາລູງທິດສະດີ-ແນວທາງຂອງພັກຊຸດທີ I

ໃນຕອນບ່າຍຂອງວັນທີ 27ພະຈິກ2025, ສະຖາບັນການຕ່າງປະເທດ,ກະຊວງການຕ່າງປະເທດ, ຮ່ວມກັບກົມອົບຮົມ, ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດພິທີປິດຊຸດຝຶກອົບຮົມ ບໍາລຸງທິດສະດີ-ແນວທາງຂອງພັກຊຸດທີ I ໃຫ້ ພະນັກງານກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ທີ່ສະຖາບັນການຕ່າງປະເທດພາຍຫຼັງທີ່ໄດ້ດຳເນີນມາແຕ່ວັນທີ 18ພະຈິກ2025,ໃຫ້ກຽດເປັນປະທານຮ່ວມໃນພິທີປິດໃນຄັ້ງນີ້ ໂດຍ ທ່ານໄມທອງ ທໍາມະວົງສາ,ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດແລະທ່ານ ສາຄອນ ພົມມະລາດ,ກໍາມະການຄະນະພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ​ພ້ອມນີ້ ຍັງມີບັນດາຫົວໜ້າກົມ, ຄະນະກົມ, ພ້ອມດ້ວຍຄູອາຈານ, ວິທະຍາກອນ, ຜູ້ເຂົ້າຮ່ວມຊຸດຝຶກອົບຮົມທັງໝົດ ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກເຂົ້າຮ່ວມຈໍານວນ60ທ່ານ.
ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໄຊຍະບູລີເຜີຍແຜ່ແລະປູກຈິດສໍານຶກວຽກງານຂຽວສະອາດງາມຕາຢູ່ມສແກ່ນທ້າວ.

ໃນວັນທີ 26 ພະຈິກນີ້ຢູ່ທີ່ໂຮງຮຽນມັດທະຍົມສົມບູນແກ່ນທ້າວ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມ ໂຄສະນາເຜີຍແຜ່ ແລະ ປູກຈິດສໍານຶກ ວຽກງານຂຽວສະອາດງາມຕາ ການປົກປັກຮັກສາສິ່ງແວດລ້ອມ ແລະ ການຄຸ້ມຄອງສິ່ງເສດເຫຼືອຂຶ້ນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພູນສະຫວັນ ແຈ້ງສະຫວ່າງ ຫົວໜ້າຂະແໜງສິ່ງແວດລ້ອມ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ, ທ່ານ ສຸລິຍາສັກ ລັດຖະຫວັນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ.
50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

50 ປີ ສປປ ລາວ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ

ເນື່ອງໃນໂອກາດຄົບຮອບ 50 ປີ ແຫ່ງການສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(ສປປ ລາວ) ແລະ ວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ທີ່ຈະມາເຖິງນີ້ . ທ່ານ ວິລະພັນ ຊາພູວົງ ເລຂາໜ່ວຍພັກ ຮາກຖານ ຜູ້ອໍານວຍການວິທະຍາໄລ ສິລະປະແຫ່ງຊາດ (ວສຊ) ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ)ໄດ້ ໃຫ້ສໍາພາດ ຕໍ່ນັກຂ່າວໜັງສື ພິມປະຊາຊົນ ໂດຍທ່ານໄດ້ໃຫ້ທັດສະນະວ່າ: ວັນຊາດ 2 ທັນວາ ເປັນວັນ ທີ່ມີຄວາມໝາຍສຳຄັນຢ່າງຫຼວງຫຼາຍ ຕໍ່ປະເທດຊາດຂອງພວກເຮົາ ເປັນ ວັນທີ່ປະ ຊາຊົນ ລາວ ທັງຊາດຫວນຄືນ ແລະ ລະລຶກເຖິງມູນເຊື້ອນໍ້າໃຈການຕໍ່ສູ້ເດັດດ່ຽວບໍ່ຍອມຈໍານົນ ຢ່າງພິລະ ອາດຫານຂອງບັນພະບູລຸດລາວຜູ້ອົງອາດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການຫວນຄືນ ໄຊຊະນະອັນຍິ່ງໃຫຍ່ຂອງການ ປະຕິວັດລາວ ໂດຍພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ຂອງພັກ ປະຊາຊົນປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດ ໄດ້ຢ່າງສົມບູນ ແລະ ສະຖາປະນາ ສປປ ລາວຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ການນໍາ ເມືອງເງິນ ລົງມອບເຄື່ອງຊ່ວຍເຫຼືອໃຫ້ບັນດາໂຮງຮຽນ ແຫ່ງຕ່າງໆ

ວັນທີ 25 ພະຈິກຜ່ານມານີ້ ຢູ່ທີ່ໂຮງຮຽນມັດທະຍົມສົມບູນບ້ານທອງ ເມືອງເງິນ ແຂວງໄຊຍະບູລີ, ທ່ານ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງເງິນ ພ້ອມດ້ວຍ ພາກສ່ວນທີກ້ຽວຂ້ອງພາຍໃນເມືອງ ໄດ້ລົງມອບເຄື່ອງຊ່ວຍເຫຼືອໃຫ້ໂຮງຮຽນອານຸບານ, ປະຖົມ, ມັດທະຍົມ ແຫ່ງຕ່າງໆພາຍໃນເມືອງ.
ມອບ-ຮັບອາຄານຮຽນມັດທະຍົມຕອນຕົ້ນລາດບວກແລະດອນຄຳ

ມອບ-ຮັບອາຄານຮຽນມັດທະຍົມຕອນຕົ້ນລາດບວກແລະດອນຄຳ

ໃນວັນທີ 22 ພະຈິກຜ່ານມານີ້, ທີ່ໂຮງຮຽນມັດທະຍົມຕອນຕົ້ນລາດບວກ ເມືອງແປກ ແຂວງຊຽງຂວາງ ໄດ້ມີພິທີມອບ-ຮັບອາຄານຮຽນມັດທະຍົມຕອນຕົ້ນລາດບວກ, ອາຄານຮຽນອະນຸບານບ້ານດອນຄຳ ໂດຍການໃຫ້ທຶນກໍ່ສ້າງຈາກ ປ້າ ບົວໄຫຼ ຈິດມະນີ ພັນລະຍາ ຂອງ ທ່ານ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ແລະ ບັນດາຄອບຄົວການນຳ, ຄອບຄົວນັກທຸລະກິດ ແລະ ຍາດມິດ ໃຫ້ທຶນກໍ່ສ້າງອາຄານຮຽນ
ສອບເສັງລະດັບຊາດສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 6

ສອບເສັງລະດັບຊາດສໍາລັບພະຍາບານ ແລະ ຜະດຸງຄັນ ຄັ້ງທີ 6

ໃນລະຫວ່າງວັນທີ 22-23 ພະຈິກຜ່ານມານີ້, ສະພາຄຸ້ມຄອງວິຊາຊີບສາທາລະນະສຸກ, ຄະນະກໍາມະການວິຊາຊີບ ພະຍາບານ-ຜະດຸງຄັນ ສົມທົບກັບ 9 ສູນສອບເສັງ ໃນບັນດາແຂວງ ທີ່ມີສະຖານການສຶກສາ ສາທາລະນະສຸກ ໃນທົ່ວປະເທດ ໄດ້ຈັດການສອບເສັງລະດັບຊາດ ສໍາລັບຜູ້ສໍາເລັດການສຶກສາພະຍາບານ ແລະ ຜະດຸງຄັນ ເປັນຄັ້ງທີ 6 ຂຶ້ນ ຢ່າງເປັນທາງການ.
ມອບຫຼຽນ ກິລາກ໊ອຟ ນະຄອນຫຼວງວຽງຈັນ ເກມ 2025

ມອບຫຼຽນ ກິລາກ໊ອຟ ນະຄອນຫຼວງວຽງຈັນ ເກມ 2025

ພິທີມອບຫຼຽນ ການແຂ່ງຂັນກິລາກ໊ອບ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ12 ຫຼື ນະຄອນຫຼວງວຽງຈັນ ເກມ 2025 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກນີ້ ທີ່ສະໜາມກິລາກັອບລາວຄັນທຣີ ຄຣັບ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ຜັດປ່ຽນກັນມອບຫຼຽນລາງວັນ ຂອງ ທ່ານ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ພົນຈັດຕະວາ ທອງສະ ໄໝ ສຸກປະເສີດ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການ,ຮອງຫົວໜ້າຄະນະກຳມະການປ້ອງກັນຊາດ-ປ້ອງັນຄວາມສະຫງົບ,ທ່ານ ກອງສີ ແສງມະນີ ປະທານສະຫະພັນກ໊ອບ ແຫ່ງຊາດລາວ, ທ່ານ ບຸນຍະວັດ ນີຣະໄຊ ປະທານສະຫະພັນກ໊ອບ ນະຄອນຫຼວງວຽງຈັນ, ທ່ານ ສົມລີ ຫຼວງະຈັນ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ.
ຄຳມ່ວນຄອງແຊັມເຕະບານຊາຍງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ຄຳມ່ວນຄອງແຊັມເຕະບານຊາຍງານມະຫະກຳກິລາແຫ່ງຊາດຄັ້ງທີ XII

ການແຂ່ງຂັນບານເຕະຊາຍນັດຊີງຫຼຽນຄໍາລະຫວ່າງທີມເຈົ້າພາບ ນະຄອນຫຼວງວຽງຈັນ ພົບກັບ ແຂວງຄຳມ່ວນໃນງານມະຫະກຳກິລາແຫ່ງຊາດຄັ້ງທີ XII ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ຈັດຂຶ້ນວັນທີ 24 ພະຈິກນີ້ ທີ່ສະໜາມກິລາແຫ່ງຊາດ (ຫຼັກ16), ໂດຍມີທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ,ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ມີບັນດາການນຳຂັ້ນສູນກາງ, ການນໍາຂັ້ນແຂວງ, ຄະນະນໍາ, ຄູຝຶກ, ນັກກິລາ ພ້ອມດ້ວຍມວນຊົນເຂົ້າຮ່ວມ ຊົມເຊຍຢ່າງຫຼວງຫຼາຍ.
ມອບຫຼຽນ ລາງວັນ ກິລາສະນຸກເກິ 2 ປະເພດ ນະຄອນຫຼວງວຽງຈັນ ເກມ 2025

ມອບຫຼຽນ ລາງວັນ ກິລາສະນຸກເກິ 2 ປະເພດ ນະຄອນຫຼວງວຽງຈັນ ເກມ 2025

ສະນຸກເກີ ປະເພດ 15 ແດງ(ດ່ຽວຊາຍ),ໃນນັດຊີງຊະນະເລີດເປັນນະຄອນຫຼວງວຽງຈັນ ໄດ້ໂຄຈອນມາຊີງກັນເອງ,ຕະຫຼອດການແຂ່ງຂັນຕາງຝ່າຍໄດ້ໃຊ້ຄວາມພະຍາຍາມເພື່ອໃຫ້ຄະແນນເໜືອກວ່າ, ໃນຂະນະດຽວກັນ,ທ້າວ ພອນສະຫວັນ ຊາພັກດີ ນະຄອນຫຼວງວຽງຈັນ ມີສືມືທີ່ດີກວ່າ,ສາມາດ ເອົາຊະນະ ທ້າວ ສາຍທາລາ ມີນາລາວົງ ນະຄອນຫຼວງວຽງຈັນ ດ້ວຍຄະແນນ 4ຕໍ່2 ເຟຣມ ,ໄດ້ຫຼຽນຄຳໃຫ້ກັບນະຄອນຫຼວວຽງຈັນ.
ເພີ່ມເຕີມ