![]() |
ພິທີມອບຫຼຽນລາງວັນກິລາລອຍນ້ຳ ໄດ້ຈັດຂຶ້ນໃນວັນທີ 19 ພະຈິກ 2025 ນີ້, ໂດຍການເຂົ້າຮ່ວມຂອງທ່ານ ໂພນຄຳ ໄຊຍະສອນ ຫົວໜ້າຫ້ອງວ່າການ ນະຄອນຫຼວງວຽງຈັນ, ທ່ານ ພັນເອກ ວຽງໄຊ ທຳມະສິດ ຮອງຫົວໜ້າກົມໃຫຍ່ການເມືອງ ປກສ, ມີບັນດາຄະນະກຳມະການ, ຄະນະຮັບຜິດຊອບ, ຄູຝຶກ, ນັກກິລາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
![]() |
ຜ່ານການແຂ່ງຂັນສະຫຼຸຸບການແຂ່ງຂັນລອຍນໍ້າ ໃນງານມະຫະກໍາກິລາແຫ່ງຊາດ ມີ ທັງໝົດ 6 ພາກສ່ວນເຂົ້າຮ່ວມແຂ່ງຂັນ ຄື: ກະຊວງ ປກສ, ນັກກິລາຈາກແຂວງຫຼວງພະບາງ, ນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ ແລະ ແຂວງຄໍາມ່ວນ ລວມມີ 27 ລາຍການ. ສໍາລັບຜົນການແຂ່ງຂັນ, ນະຄອນຫຼວງ ໄດ້ 10 ຫຼຽນຄຳ, 6 ຫຼຽນເງິນ, 5 ຫຼຽນທອງແດງ, ແຂວງສະຫວັນນະເຂດ ໄດ້ 6 ຫຼຽນຄຳ, 9 ຫຼຽນເງິນ, 1 ຫຼຽນທອງແດງ, ແຂວງຈໍາປາສັກ ໄດ້ 3 ຫຼຽນຄຳ, 6 ຫຼຽນເງິນ, 7 ຫຼຽນທອງແດງ, ແຂວງຄຳມ່ວນ ໄດ້ 3 ຫຼຽນຄຳ, 3 ຫຼຽນເງິນ, 7 ຫຼຽນທອງແດງ, ກະຊວງ ປກສ ໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ, 3 ຫຼຽນທອງແດງ, ແຂວງຫຼວງພະບາງ ໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ, 3 ຫຼຽນທອງແດງຂຶ້ນມອບຫຼຽນໃນຄັ້ງນີ້ ໂດຍ ທ່ານ ໂພນຄຳ ໄຊຍະສອນ.
![]() |
ຂ່າວ-,ພາບ: ບຸນອູ້ມ



ຄໍາເຫັນ