![]() |
ການແຂ່ງຂັນຄັ້ງນີ້, ຈັດຂຶ້ນໃນຮູບແບບໃໝ່ ແລະ ກະຕິກາໃໝ່ ຊຶ່ງມີ 8 ແຂວງ ແລະ 2 ກະຊວງ ຄື ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ແຂວງສະລະວັນ, ຈໍາປາສັກ, ສະຫວັນນະເຂດ, ຄໍາມ່ວນ, ວຽງຈັນ, ຊຽງຂວາງ, ບໍລິຄໍາໄຊ ນະຄອນຫຼວງວຽງຈັນ ເຈົ້າພາບ. ມີການແຂ່ງຂັນ 2 ປະເພດ ຄື : ຟ້ອນ ແລະ ປະເພດຕໍ່ສູ້ ໃນນັ້ນ ປະເພດຟ້ອນ ປະກອບມີ 6 ລາຍການ ຄື: ຟ້ອນດ່ຽວ ຊາຍ-ຍິງ, ຟ້ອນຄູ່ ຊາຍ-ຍິງ, ຟ້ອນທີມ ຊາຍ-ຍິງ ມີນັກກິລາ ທັງໝົດ 49 ຄົນ ຍິງ 24 ຄົນ ແລະ ປະເພດຕໍ່ສູ້ ປະກອບມີ 15 ລາຍການ ຄື ລາຍການຕໍ່ສູ້ ຍິງ ມີ 7 ຮຸ່ນ; ລາຍການຕໍ່ສູ້ຊາຍ ມີ 8 ຮຸ່ນ, ມີນັກກິລາ ເຂົ້າຮ່ວມການແຂ່ງຂັນທັງໝົດ 72 ຄົນ, ຍິງ 30 ຄົນ ຮ່ວມຊີງໄຊກັນທັງໝົດ 21 ຫຼຽນຄໍາ, 21 ຫຼຽນເງິນ ແລະ 42 ຫຼຽນທອງ.
ຜ່ານການແຂ່ງຂັນລະຫວ່າງວັນທີ 13-16 ພະຈິກ 2025 ຜົນປະກົດວ່າ: ທີມນັກກິລາປັນຈັກສີລັດ ກະຊວງປ້ອງກັນປະເທດ ຫຼື ກອງທັບ ສາມາດໄດ້7 ຫຼຽນຄຳ, 5 ຫຼຽນເງິນ ແລະ 7 ຫຼຽນທອງ ຄອງເຈົ້າຫຼຽນຄຳ , ຂະນະທີ 2 ເປັນທີມເຈົ້າພາບ ນະຄອນຫຼວງວຽງຈັນ ສາມາດໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 8 ຫຼຽນທອງ , ທີ 3 ແຂວງວຽງຈັນ ໄດ້ 3 ຫຼຽນຄຳ, 2 ຫຼຽນເງິນ ແລະ 3 ຫຼຽນທອງ, ທີ 4 ແຂວງສະຫວັນນະເຂດ ໄດ້ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 9 ຫຼຽນທອງ, ທີ 5 ກະຊວງປ້ອງກັນຄວາມະສະຫງົບ ໄດ້ 2 ຫຼຽນຄຳ, 3 ຫຼຽນເງິນ ແລະ 3 ຫຼຽນທອງ, ທີ 6 ແຂວງຄຳມ່ວນ ໄດ້ 2 ຫຼຽນຄຳ, 1 ຫຼຽນເງິນ ແລະ 1 ຫຼຽນທອງ, ທີ 7 ແຂວງຊຽງຂວາງ ໄດ້ 1 ຫຼຽນຄຳ, 2 ຫຼຽນເງິນ ແລະ 3 ຫຼຽນທອງ, ທີ 8 ແຂວງຈຳປາສັກ ໄດ້ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 5 ຫຼຽນທອງ, ທີ 9 ແຂວງບໍລິຄຳໄຊ ໄດ້ 2 ຫຼຽນເງິນ ແລະ 2 ຫຼຽນທອງ . ພາບ ແລະ ຂ່າວ: ສົງການ ພັນແພງດີ

ຄໍາເຫັນ