ລາຍງານລະບຸວ່າ: ກ່ອນໜ້ານີ້ ມີລົດບັນທຸກບໍ່ມີຄົນຂັບຄັນໜຶ່ງໄດ້ເດີນທາງຈາກເມືອງເຊນປີເຕີສເບີກ ໄປຫາ ເມືອງຄາຊານ ທາງພາກຕາເວັນຕົກຂອງຣັດເຊຍສຳເລັດເປັນຄັ້ງທຳອິດ, ໂດຍໄດ້ແລ່ນລົດອັດຕະໂນມັດພ້ອມກັບທີມນັກວິສະວະກອນ ໃນໄລຍະທາງ 1,600 ກິໂລແມັດ ພາຍໃນ 24 ຊົ່ວໂມງ ໂດຍໃຊ້ທາງດ່ວນ.
ຣັດເຊຍໄດ້ເປີດນຳໃຊ້ພາຫະນະຂົນສົ່ງສິນຄ້າທີ່ຂັບເຄື່ອນອັດຕະໂນມັດຢ່າງເຕັມຮູບແບບຢູ່ຖະໜົນວົງແຫວນກາງໃນພາກພື້ນມົສກູໃນຕົ້ນເດືອນເມສາປີ 2025, ພາຍຫຼັງມີພາຫະນະຂົນສົ່ງສິນຄ້າຂັບເຄື່ອນອັດຕະໂນມັດຢ່າງເຕັມຮູບແບບຢູ່ທາງຫຼວງ Neva M-11 ນັບຕັ້ງແຕ່ປີ 2023.
ທ່ານ ໂປເຕຊກິນ ກ່າວຕື່ມວ່າ: ປັດຈຸບັນມີລົດບັນທຸກທີ່ບໍ່ມີຄົນຂັບປະມານ 90 ຄັນຂົນສົ່ງສິນຄ້າຕາມເສັ້ນທາງພິເສດ (toll road) ຊຶ່ງກວມເອົາໄລຍະທາງທີ່ສະສົມ 6 ລ້ານກວ່າກິໂລແມັດ. ໂດຍກະຊວງດັ່ງກ່າວມີເປົ້າໝາຍສ້າງການຂັບຂີ່ອັດຕະໂນມັດລະດັບ 5, ທີ່ພາຫະນະຖືກຂັບເຄື່ອນໂດຍບໍ່ມີຄົນຂັບ ຊຶ່ງເຮັດໃຫ້ມີການພັດທະນາລະບຽບການທີ່ຈໍາເປັນ ແລະ ການປັບປຸງພື້ນຖານໂຄງລ່າງດ້ານຖະໜົນຫົນທາງ.
ທັງນີ້, ທ່ານ ອັນເດຣຍ ນິກິຕິນ ລັດຖະມົນຕີກະຊວງດັ່ງກ່າວໃຫ້ຮູ້ວ່າ: ການພັດທະນາລະບົບການຂົນສົ່ງບໍ່ມີຄົນຂັບໃນຣັດເຊຍ ຮອດປີ 2028 ແມ່ນອີງໃສ່ຍຸດທະສາດຮອບດ້ານ, ເລີ່ມຈາກການອອກນິຕິກຳກ່ຽວກັບພາຫະນະຂົນສົ່ງແບບຂັບເຄື່ອນອັດຕະໂນມັດສູງ ຊຶ່ງຈະໄດ້ຮັບການອະນຸມັດໃນປີ 2026 ແລະ ນຳໃຊ້ໃນໄຕມາດ 3 ປີ 2027.
ຄໍາເຫັນ