ຜົນການແຂ່ງຂັນປິ່ງປ໋ອງຮອບຊີງຊະນະເລີດ ໃນການຊີງຫຼຽນຄຳ ລະຫວ່າງ ທີມຊາດຍີ່ປຸ່ນເຈົ້າພາບ ລົງສະໜາມພົບກັບ ທີມຊາດຈີນ ປະເພດທີມຍິງ. ຜົນການແຂ່ງຂັນ ທີມຊາດຈີນ ເອົາຊະນະ ທີມຊາດຍີ່ປຸ່ນ 3-0 ຄູ່ ຄ້ວາຫຼຽນຄຳມາຄອງໄດ້ສໍາເລັດ.
ສໍາລັບຕາລາງການແຂ່ງຂັນເຕະບາຍຊາຍ ຮອບ 8 ທີມສຸດທ້າຍ ຫຼື ຮອບຕັດເຊືອກ ເອຊຽນເກມ ໃນວັນທີ 25 ກັນຍາ ມີການແຂ່ງກັນ 2 ຄູ່: ທີມຊາດ ສເກົາຫຼີ ພົບກັບ ທີມຊາດຫວຽດນາມ, ເວລາ 12:00 ໂມງ ແລະ ທີມຊາດອຸສເບກິສຖານ ພົບກັບ ທີມຊາດຊາອຸດິດ ອາຣາບີ ເວລາ 17:30 ໂມງ. ວັນທີ 26 ກັນຍາ, ທີມຊາດຈີນ ພົບກັບທີມຊາດ ໄທ, ເວລາ 13:00 ໂມງ ແລະ ທີມຊາດຍີ່ນປຸ່ນ ພົບກັບ ທີມຊາດ ສປປ ເກົາຫຼີ, ເວລາ 17:30 ໂມງ.
ການແຂ່ງຂັນກິລາເອຊຽນເກມ 2026 ກ້າວສູ່ມື້ທີ 5, ທີມຊາດຈີນ ຍັງນໍາໜ້າໃນການເກັບຫຼຽນຄຳ ໂດຍໄດ້ໄປທັງໝົດ 63 ຫຼຽນຄຳ, 24 ຫຼຽນເງິນ, 10 ຫຼຽນທອງ ລວມທັງໝົດ 97 ຫຼຽນ, ອັນດັບ 2 ເຈົ້າພາບຍີ່ປຸ່ນໄດ້ 15 ຫຼຽນຄຳ, 26 ຫຼຽນເງິນ, 33 ຫຼຽນທອງ ລວມທັງໝົດ 74 ຫຼຽນ ແລະ ອັນດັບ 3 ສເກົາຫຼີ 9 ຫຼຽນຄຳ, 8 ຫຼຽນເງິນ, 25 ຫຼຽນທອງ ລວມທັງໝົດ 42 ຫຼຽນ.
![]() |

ຄໍາເຫັນ