ທັງນີ້, ລາຍຮັບຈາກພາສີລາຍໄດ້ເພີ່ມຂຶ້ນ 1.8 ພັນຕື້ວອນ ເປັນ 13.6 ພັນຕື້ວອນ, ໂດຍກະຊວງດັ່ງກ່າວລະບຸວ່າ, ສ່ວນໜຶ່ງແມ່ນຍ້ອນຄ່າແຮງງານທີ່ເພີ່ມຂຶ້ນ ແລະ ການເຮັດທຸລະກຳອະສັງຫາລິມະສັບທີ່ເພີ່ມຂຶ້ນ.
ສ່ວນລາຍຮັບຈາກພາສີຊື້-ຂາຍຫຼັກຊັບເພີ່ມຂຶ້ນ 1.1 ພັນຕື້ວອນ ເປັນ 1.4 ພັນຕື້ວອນ, ໂດຍໄດ້ຮັບແຮງຂັບເຄື່ອນຈາກການຊື້-ຂາຍທີ່ຄຶກຄື້ນໃນຕະຫຼາດຫຼັກຊັບ ສ ເກົາຫຼີ .
ໃນຂະນະດຽວກັນ, ລາຍຮັບຈາກພາສີມູນຄ່າເພີ່ມ (VAT) ເພີ່ມຂຶ້ນ 3.2 ພັນຕື້ວອນ ເປັນ 24.6 ພັນຕື້ວອນ, ເນື່ອງຈາກການນໍາເຂົ້າທີ່ຂະຫຍາຍຕົວ.
ສຳລັບ 7 ເດືອນທຳອິດຂອງປີນີ້, ລາຍຮັບພາສີທັງໝົດຂອງລັດຖະບານ ສ ເກົາຫຼີ ບັນລຸ 274 ພັນຕື້ວອນ, ເພີ່ມຂຶ້ນ 41.4 ພັນຕື້ວອນ ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ຄໍາເຫັນ