ໃນກອງປະຊຸມຄະນະລັດຖະມົນຕີໃນວັນທີ 4 ສິງຫາ ຜ່ານມາ, ທ່ານ ລີແຈມຽງ ໄດ້ເປີດເຜີຍວ່າ: ຈໍານວນຜູ້ສຍຊີວິດຈາກຄື້ນຄວາມຮ້ອນໄດ້ເພີ່ມຂຶ້ນເປັນ 16 ຄົນ ແລະ ສັ່ງໃຫ້ເຈົ້າໜ້າທີ່ດຳເນີນມາດຕະການທີ່ຈຳເປັນເພື່ອຮັບປະກັນວ່າການໃຊ້ຊີວິດປະຈຳວັນຂອງປະຊາຊົນໄດ້ຮັບການເບິ່ງແຍງ, ລວມທັງການກວດສອບລະບົບໄຟຟ້າ ເນື່ອງຈາກຄວາມຕ້ອງການໃຊ້ເຄື່ອງປັບອາກາດເພີ່ມຂຶ້ນສູງ.
ທ່ານ ລີແຈມຽງ ກ່າວວ່າ: ຈໍາເປັນຕ້ອງໄດ້ຍົກລະດັບ ແລະ ປະຕິຮູບລະບົບການຕອບສະໜອງຕໍ່ວິກິດການຄັ້ງໃຫຍ່ ເພື່ອຮັບມືກັບເຫດການສະພາບອາກາດທີ່ຮຸນແຮງທີ່ເກີດຂຶ້ນເລື້ອຍໆຢ່າງມີປະສິດທິພາບ.
ໃນຂະນະດຽວກັນ, ອົງການອຸຕຸນິຍົມວິທະຍາ ສ ເກົາຫຼີ ໄດ້ເປີດເຜີຍວ່າ: ເມືອງຢາງຊານ ຊຶ່ງຕັ້ງຢູ່ທາງທິດຕາເວັນອອກສ່ຽງໃຕ້ຂອງປະເທດ ໄດ້ບັນທຶກອຸນຫະພູມສູງເຖິງ 42.5 ອົງສາ ໃນວັນທີ 2 ສິງຫາ ຜ່ານມາ ຊຶ່ງເປັນອຸນຫະພູມສູງສຸດນັບຕັ້ງແຕ່ມີການບັນທຶກຂໍ້ມູນສະພາບອາກາດເມື່ອ 122 ປີກ່ອນ.
ຄໍາເຫັນ