ສ ເກົາຫຼີ ມີຈຳນວນຄົວເຮືອນຄົນດຽວ ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ສ ເກົາຫຼີ ມີຈຳນວນຄົວເຮືອນຄົນດຽວ ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ

ສ ເກົາຫຼີ ມີຈຳນວນຄົວເຮືອນຄົນດຽວ ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນ
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 30 ກໍລະກົດ ຜ່ານມາວ່າ: ກະຊວງຂໍ້ມູນຂ່າວສານ ແລະ ສະຖິຕິຂອງ ສ ເກົາຫຼີ ລາຍງານວ່າ, ຈໍານວນຄົວເຮືອນທີ່ມີສະມາຊິກຄົນດຽວໃນ ສ ເກົາຫຼີ ບັນລຸລະດັບສູງສຸດແບບບໍ່ເຄີຍມີມາກ່ອນໃນປີ 2025 ຊຶ່ງສະທ້ອນໃຫ້ເຫັນເຖິງຮູບແບບການຢູ່ອາໄສທີ່ປ່ຽນແປງຢ່າງໄວວາ. ໂດຍອັດຕາສ່ວນຂອງຄົວເຮືອນທີ່ມີສະມາຊິກຄົນດຽວໄດ້ເພີ່ມຂຶ້ນຈາກ 15.5% ໃນປີ 2000 ເປັນ 27.2% ໃນປີ 2015, ເຖິງແມ່ນວ່າອັດຕາການເຕີບໂຕໄດ້ເລີ່ມຊ້າລົງ. ໃນຂະນະດຽວກັນ, ຄົວເຮືອນທີ່ມີສະມາຊິກສອງຄົນຄິດເປັນ 29.4% ຂອງຄົວເຮືອນທັງໝົດ ແລະ ຄົວເຮືອນທີ່ມີສະມາຊິກສາມຄົນ ແລະ ສີ່ຄົນຄິດເປັນ 18.8% ແລະ 12.1% ຕາມລຳດັບ.

 

ໃນປີ 2025 ສ ເກົາຫຼີ ມີ 23.25 ລ້ານຄົວເຮືອນ, ເພີ່ມຂຶ້ນ 0.25 ລ້ານຄົວເຮືອນ ຫຼື 1.1%, ຈາກປີກ່ອນ. ໂດຍຄົວເຮືອນທົ່ວໄປ ຊຶ່ງໝາຍເຖິງຄົວເຮືອນທີ່ປະກອບດ້ວຍສະມາຊິກໃນຄອບຄົວ ຫຼື ກຸ່ມຄົນທີ່ບໍ່ແມ່ນຄອບຄົວຂະໜາດນ້ອຍທີ່ອາໄສຢູ່ຮ່ວມກັນ, ກວມເອົາ 96.8% ຂອງຄົວເຮືອນທັງໝົດ. ໃນຂະນະທີ່ຄົວເຮືອນສະຖາບັນ ຊຶ່ງໝາຍເຖິງບຸກຄົນທີ່ບໍ່ມີສ່ວນກ່ຽວຂ້ອງທາງສາຍເລືອດທີ່ອາໄສຢູ່ຮ່ວມກັນໃນສະຖາບັນຕ່າງໆເຊັ່ນ: ສະຖານທີ່ເບິ່ງແຍງຜູ້ອາຍຸສູງ ແລະ ຄົວເຮືອນຕ່າງປະເທດຄິດເປັນ 3.2% ທີ່ເຫຼືອ.

ໂຄງສ້າງຄົວເຮືອນແບບດັ້ງເດີມປ່ຽນແປງໄປຢ່າງຕໍ່ເນື່ອງ, ໂດຍຈຳນວນຄົວເຮືອນທີ່ມີສະມາຊິກຄົນດຽວ ແລະ ຄົວເຮືອນທີ່ມີສະມາຊິກທີ່ບໍ່ກ່ຽວຂ້ອງກັນທາງສາຍເລືອດເພີ່ມຂຶ້ນຫຼາຍ. ໃນບັນດາຄົວເຮືອນທົ່ວໄປທັງໝົດ, ຄົວເຮືອນທີ່ມີສະມາຊິກຄົນດຽວມີອັດຕາສ່ວນສູງສຸດແບບບໍ່ເຄີຍມີມາກ່ອນ ເຖິງ 36.6% ໃນປີ 2025.

ຈຳນວນສະມາຊິກສະເລ່ຍຕໍ່ຄົວເຮືອນໃນປີ 2025 ຢູ່ທີ່ 2.16 ຄົນ, ຫຼຸດລົງ 0.03 ຄົນຈາກປີກ່ອນ ແລະ ຫຼຸດລົງ 0.18 ຄົນ ເມື່ອທຽບກັບຫ້າປີກ່ອນ. ໃນນັ້ນ, ຄົວເຮືອນທີ່ປະກອບດ້ວຍຍາດພີ່ນ້ອງທາງສາຍເລືອດຄິດເປັນ 60.7% ໃນປີ 2025, ຫຼຸດລົງຈາກ 61.3% ໃນປີ 2024 ແລະ ຫຼຸດລົງຈາກ 74.9% ໃນປີ 2010. ໃນຂະນະດຽວກັນ, ອັດຕາສ່ວນຂອງຄົວເຮືອນທີ່ມີສະມາຊິກທີ່ບໍ່ແມ່ນຍາດພີ່ນ້ອງທາງເລືອດ ເຊັ່ນ: ໝູ່ເພື່ອນ ຫຼື ຄູ່ຮັກທີ່ບໍ່ໄດ້ແຕ່ງງານອາໄສຢູ່ນຳກັນ, ໄດ້ເພີ່ມຂຶ້ນເປັນ 2.7% ໃນປີ 2025 ຈາກ 2.6% ໃນປີ 2024 ແລະ 1.2% ໃນປີ 2010.

ບົດລາຍງານຊີ້ໃຫ້ເຫັນວ່າ: ປະຊາກອນທັງໝົດຂອງ ສ ເກົາຫຼີ ໃນປີ 2025 ມີຈຳນວນ 51.82 ລ້ານຄົນ, ເພີ່ມຂຶ້ນ 0.02% ຈາກປີກ່ອນ, ໂດຍໄດ້ຮັບການສະໜັບສະໜູນຈາກຈຳນວນຄົນຕ່າງປະ ເທດທີ່ເພີ່ມຂຶ້ນ ຊຶ່ງຊ່ວຍຊົດເຊີຍການຫຼຸດລົງຂອງປະຊາກອນ ສ ເກົາຫຼີ.

ຈຳນວນພົນລະເມືອງ ສ ເກົາຫຼີ ຫຼຸດລົງ 0.1% ມາເປັນ 49.71 ລ້ານຄົນ ຊຶ່ງຄິດເປັນ 95.9%ຂອງປະຊາກອນທັງໝົດ. ໃນຂະນະດຽວກັນ, ຈຳນວນຄົນຕ່າງປະເທດທີ່ອາໄສຢູ່ໃນ ສ ເກົາຫຼີ ເພີ່ມຂຶ້ນ 3.2% ເປັນ 2.11 ລ້ານຄົນ.

ປະຊາກອນໃນໄວເຮັດວຽກ (ອາຍຸ 15-64 ປີ) ຫຼຸດລົງຈາກ 36.26 ລ້ານຄົນໃນປີ 2024 ເປັນ 35.87 ລ້ານຄົນໃນປີ 2025. ໃນຂະນະທີ່ປະຊາກອນເດັກນ້ອຍ (ອາຍຸ 0-14 ປີ) ຫຼຸດລົງຈາກ 5.42 ລ້ານຄົນເປັນ 5.22 ລ້ານຄົນ. ປະຊາກອນຜູ້ອາຍຸສູງ (ອາຍຸ 65 ປີຂຶ້ນໄປ) ເພີ່ມຂຶ້ນຈາກ 10.12 ລ້ານຄົນເປັນ 10.72 ລ້ານຄົນໃນປີດຽວກັນ. ປະຊາກອນຜູ້ອາຍຸສູງ ຄິດເປັນ 20.7% ຂອງປະຊາກອນທັງໝົດ ຊຶ່ງຊຸກຍູ້ໃຫ້ ສ ເກົາຫຼີ ກ້າວໄປສູ່ສັງຄົມຜູ້ອາຍຸສູງຫຼາຍຂຶ້ນ.

ຄໍາເຫັນ

ຂ່າວຕ່າງປະເທດ

ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI

ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ພະຈິກ ຜ່ານມາວ່າ: ມະຫາວິທະຍາໄລ RMIT ຂອງອົສຕຣາລີເປີດເຜີຍວ່າ, ຜົນການສຳຫຼວດຜູ້ໃຫຍ່ຫຼາຍກວ່າ 7,200 ຄົນໃນອົສຕຣາລີ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາ ພົບວ່າຜູ້ໃຫຍ່ປະມານ 1 ໃນ 15 ຄົນ ຫຼື 7% ເຄີຍຕົກເປັນເຫຍື່ອຂອງການລ່ວງລະເມີດດ້ວຍຮູບພາບທີ່ສ້າງຂຶ້ນໂດຍປັນຍາປະດິດ (AI) ຕັ້ງແຕ່ອາຍຸ 18 ປີ, ໂດຍໂຕເລກນີ້ໃນອົສຕຣາລີແມ່ນສູງກວ່າອີກສອງປະເທດເລັກນ້ອຍ ຢູ່ທີ່ 7.7%.
ເອີຣົບ ແລະ ບັນດາຄູ່ຮ່ວມມືປຶກສາຫາລືແຜນການສ້າງສາອູແກຣນ ຄືນໃໝ່ພາຍຫຼັງການປະທະກັນ

ເອີຣົບ ແລະ ບັນດາຄູ່ຮ່ວມມືປຶກສາຫາລືແຜນການສ້າງສາອູແກຣນ ຄືນໃໝ່ພາຍຫຼັງການປະທະກັນ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 4 ພະຈິກ ຜ່ານມາ, ສະຫະພາບ ເອີຣົບ (EU) ໄດ້ຈັດກອງປະຊຸມກັບຜູ້ຕາງ​ໜ້າອູແກຣນ, ສະຫະລັດ ອາເມລິກາ, ອົງການສົນທິສັນຍາອັດລັງຕິກເໜືອ (NATO), ທະນາຄານໂລກ (WB) ແລະ ປະເທດເອີຣົບ ຈຳ​ນວນ​ໜຶ່ງ ເພື່ອປຶກສາຫາລືກ່ຽວກັບ​ທ່າອ່ຽງການພັດ​ທະ​ນາເສດຖະກິດ ແລະ ມາດຕະການ​ຊ່ວຍເຫຼືອການກໍ່ສ້າງ ອູແກຣນ ຄືນໃໝ່ພາຍ​ຫຼັງເກີດ​ການ​ປະ​ທະ​ກັນ​ກັບ ຣັດ​ເຊຍ.
ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໃນ 3 ໄຕມາດ ເພີ່ມຂຶ້ນ 8.5%

ມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນໃນ 3 ໄຕມາດ ເພີ່ມຂຶ້ນ 8.5%

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 4 ພະຈິກ ຜ່ານມາ, ກະຊວງການຄ້າຈີນເປີດເຜີຍວ່າ, ໃນ 3 ໄຕມາດຂອງປີນີ້, ຍອດມູນຄ່າການຄ້າຂາເຂົ້າ-ຂາອອກດ້ານການບໍລິການຂອງຈີນບັນລຸເຖິງ 5,768 ຕື້ 770 ລ້ານຢວນ, ເພີ່ມຂຶ້ນ 8.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້.
ຫວຽດ​ນາມ - EU ກຳ​ນົດທິດ​ອະ​ນາ​ຄົດ​ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່

ຫວຽດ​ນາມ - EU ກຳ​ນົດທິດ​ອະ​ນາ​ຄົດ​ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນ​ວັນ​ທີ 4 ພະ​ຈິກ ຜ່ານມາ ຢູ່ນະຄອນຫຼວງ​ຮ່າ​ໂນ້ຍ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ ຫວຽດ​ນາມ ໄດ້​ປະ​ສານ​ສົມ​ທົບ​ກັບ​ຄະ​ນະ​ຜູ້ຕາງ​ໜ້າ​ສະ​ຫະ​ພາບ ເອີ​ຣົບ (EU) ປະ​ຈຳ ຫວຽດ​ນາມ, ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ EU-ASEAN (EU-ABC) ແລະ ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ເອີ​ຣົບ (EuroCham) ຈັດ​ເວ​ທີ​ປາ​ໄສການ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ ຫວຽດ​ນາມ - EU ປີ 2026 ດ້ວຍ​ຫົວ​ຂໍ້: “ກຳ​ນົດທິດ​ອະ​ນາ​ຄົດ ເສດ​ຖະ​ກິດ​ສີ​ຂຽວ ແລະ ລະ​ບົບ​ມູນ​ຄ່າ​ໃໝ່”. ກ່າວ​ຄຳ​ເຫັນ​ໃນ​ເວ​ທີ​ປາ​ໄສ, ທ່ານ ເລືອງ​ຮ​ວ່າງ​ທ້າຍ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ​ກາ​ນ​ຄ້າ ຫວຽດ​ນາມ ໃຫ້​ຮູ້​ວ່າ: ຫວຽດ​ນາມ ບໍ່​ພຽງ​ແຕ່​ມີ​ຄວາມ​ຫວັງ​ວ່າ EU ຈະ​ສືບ​ຕໍ່​ແມ່ນ​ຕະຫຼາດຫຼັກ​ໃຫ້​ສິນ​ຄ້າ ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ຍັງ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ບຸ​ລິ​ມະ​ສິດ​ແຖວ​ໜ້າ​ໃນ​ການ​ຍົກ​ລະ​ດັບ​ການ​ຄ້າ, ການ​ຮ່ວມ​ມື​ເຊື່ອມ​ຕໍ່, ສ້າງ​ຄວາມ​ສ​າ​ມາດ​ເປັນ​ເຈົ້າ​ຕົນ​ເອງ​ຢ່າງ​ຮອບ​ດ້ານ, ຍົກ​ສູງ​ມາດ​ຖານ​​ການພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ທີ່​ຕັ້ງ​ບົດ​ບາດ​ໃນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ.
ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ຄັ້ງ​ທີ 9

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົ​ນ​ຈີນ ຄັ້ງ​ທີ 9

ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນ​ທີ 5 ພະ​ຈິກ​ນີ້, ພິ​ທີ​ເປີດງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນຄັ້ງ​ທີ 9 ​​ແລະ ກອງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລື​ເສດ​ຖະ​ກິດ​ສາ​ກົນ​ຮົງ​ຊຽວ ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ຂອງ​ຈີນ.
ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ຫວຽດນາມ ສະເໜີ 3 ທິດທາງຊຸກຍູ້ການຮ່ວມມື APEC

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນ​ທີ 3 ພະ​ຈິກ​ ຜ່ານມາ, ໃນ​ຂອບ​ເຂດ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ (APEC) ໄດ້​ຈັດ​ກອງ​ປະ​ຊຸມຮ່ວມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ - ເສດ​ຖະ​ກິດ APEC ຄັ້ງ​ທີ 37 ​ທາງ​ອອນ​ໄລ​. ທ່ານ ເລ​ຮ່ວາຍ​ຈູງ​ ລັດ​ຖະ​ມົນ​ຕີ​ກະຊວງການ​ຕ່າງ​ປະ​ເທດ ແລະ ທ່ານ ເລືອງ​ຮ່ວາງ​ທ໋າຍ​ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ການ​ຄ້າ ເປັນ​ຫົວ​ໜ້າ​ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​.
ສິງກະໂປ ເພີ່ມທະວີການບັງຄັບໃຊ້ກົດໝາຍໝອກຄວັນຂ້າມຊາຍແດນ

ສິງກະໂປ ເພີ່ມທະວີການບັງຄັບໃຊ້ກົດໝາຍໝອກຄວັນຂ້າມຊາຍແດນ

ຂ່າວຕ່າງປະເທດລາຍງານໃນວັນທີ 5 ພະຈິກ ຜ່ານມາວ່າ: ອົງການສິ່ງແວດລ້ອມແຫ່ງຊາດສິງກະໂປໄດ້ເປີດເຜີຍໃນວັນ 4 ພະຈິກ ຜ່ານມາວ່າ, ສິງກະໂປກຳລັງກະກຽມແກ້ໄຂກົດໝາຍວ່າດ້ວຍມົນລະພິດໝອກຄວັນຂ້າມຊາຍແດນ ໂດຍເພີ່ມຄ່າປັບໃໝສູງສຸດເຖິງ 20 ລ້ານໂດລາສິງກະໂປ ສຳລັບບໍລິສັດ ຫຼື ບຸກຄົນທີ່ກ່ຽວຂ້ອງກັບວິກິດການໝອກຄວັນ. ໂດຍມີຈຸດປະສົງເພື່ອປັບປຸງປະສິດທິພາບຂອງການສືບສວນ ແລະ ລົງໂທດຜູ້ລັກລອບເຜົາພື້ນທີ່ຢ່າງເດັດຂາດ.
ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ຍອດຂາຍອອນລາຍຂ້າມແດນຂອງ ສ ເກົາຫຼີ ໃນໄຕມາດທີ 3 ສູງທີ່ສຸດໃນຮອບ 6 ປີ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງ​ຖະ​ແຫຼງຂ່າວ ​ແລະ​ ສະຖິຕິ​ຂອງ​ ສ ເກົາຫຼີ​ ລາຍ​ງານ​ການ​ຂາຍ​ສິນຄ້າ ​ຫຼື​ ການ​ບໍລິການ​ໃຫ້​ຕ່າງປະ​ເທດ​ໂດຍ​ກົງ​ທາງ​ອອນລາຍ ໃນໄຕ​ມາດ​ທີ 3 (ກໍ​ລະ​ກົດ​ - ​ກັນ​ຍາ) ຂອງປີ 2026 ຢູ່ທີ່ 1.09 ພັນ​ຕື້​ວອນ, ເພີ່ມ​ຂຶ້ນ 40.7% ເມື່ອ​ທຽບ​ໃສ່​ປີ​ກາຍ ແລະ​ ​ເປັນໂຕ​ເລກ​ທີ່​ສູງ​ສຸດ​ໃນ​ໄຕ​ມາດ​ທີ​ 3 ນັບ​ແຕ່​ປີ 2020.
ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ກຳປູເຈຍ ກູ້ຄືນວັດຖຸບູຮານທີ່ຖືກລັກໄປ 18 ລາຍການ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ກະຊວງວັດທະນະທຳ ແລະ ວິຈິດສິນກຳປູເຈຍ ໄດ້ລາຍງານການມອບ-ຮັບວັດຖຸບູຮານກຳປູເຈຍ ຈຳນວນ 18 ລາຍການ ທີ່ພະແນກສິລະປະ ແລະ ວັດຖຸບູຮານຂອງກົມຕຳຫຼວດ ນະຄອນຫຼວງລອນດອນ ປະເທດອັງກິດ ໃຫ້ແກ່ສະຖານທູດກຳປູເຈຍ ປະຈຳນະຄອນຫຼວງລອນດອນ ໃນວັນທີ 30 ຕຸລາ ຜ່ານມາ.
ສີລັງກາ ເລັ່ງຂະຫຍາຍເງິນອຸດໜູນການປູກພືດສະບຽງອາຫານເພີ່ມຕື່ມ 12 ຊະນິດ

ສີລັງກາ ເລັ່ງຂະຫຍາຍເງິນອຸດໜູນການປູກພືດສະບຽງອາຫານເພີ່ມຕື່ມ 12 ຊະນິດ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 2 ພະຈິກ ຜ່ານມາວ່າ: ທ່ານ ນາມານ ກາຣຸນຣັດຕະນະ ລັດຖະມົນຕີກະຊວງກະສິກຳ ແລະ ການລ້ຽງສັດ ຂອງສີລັງກາ ໄດ້ເປີດເຜີຍແຜນການຂະຫຍາຍຂອບເຂດເງິນອຸດໜູນການປູກພືດສຳລັບຊາວກະສິກອນທີ່ປູກພືດສະບຽງອາຫານ 12 ຊະນິດໃນທົ່ງນາ. ນີ້ແມ່ນຄັ້ງທຳອິດໃນປະຫວັດສາດຂອງສີລັງກາທີ່ຊາວກະສິກອນທີ່ປູກພືດຊະນິດອື່ນນອກຈາກເຂົ້າຈະໄດ້ຮັບເງິນອຸດໜູນຄືກັນກັບຊາວກະສິກອນປູກເຂົ້າໃນປັດຈຸບັນ.
ເພີ່ມເຕີມ