ຂ່າວລະບຸວ່າ: ສ ເກົາຫຼີ ມີການເພິ່ງພາອາໄສສູງຕໍ່ການນຳເຂົ້າພະລັງງານ, ໂດຍປະມານ 70% ຂອງນ້ຳມັນເຊື້ອໄຟ ແລະ ປະມານ 20% ຂອງອາຍແກ໊ສທຳມະຊາດແຫຼວ ແມ່ນມາຈາກພາກພື້ນຕາເວັນອອກກາງ. ການໂຈມຕີທາງການທະຫານຂອງອາເມຣິກາ ແລະ ອິສຣາແອນ ຕໍ່ອີຣານ ເມື່ອວັນທີ 28 ກຸມພາ ຜ່ານມາ ໄດ້ສົ່ງຜົນກະທົບຕໍ່ການສະ ໜອງພະລັງງານສາກົນ ເຮັດໃຫ້ລາຄາພະລັງງານແພງຂຶ້ນ. ລັດຖະບານສ ເກົາຫຼີ ໄດ້ປັບລະດັບການເຕືອນໄພດ້ານວິກິດການຊັບພະຍາກອນໃຫ້ສູງຂຶ້ນຫຼາຍຄັ້ງ ນັບແຕ່ຕົ້ນເດືອນມີນາປີນີ້ເປັນຕົ້ນມາ ແລະ ໄດ້ປັບຂຶ້ນເປັນລະດັບ 3 ໃນວັນທີ 2 ເມສາ ຜ່ານມາ. ລະດັບສູງສຸດຂອງລະບົບເຕືອນໄພນີ້ ແມ່ນລະດັບ 4.
ຜູ້ໃຫຍ່ 1 ໃນ 15 ຄົນ ເຄີຍຕົກເປັນເຫຍື່ອຂອງຮູບພາບທີ່ສ້າງຂຶ້ນໂດຍ AI
ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 4 ພະຈິກ ຜ່ານມາວ່າ: ມະຫາວິທະຍາໄລ RMIT ຂອງອົສຕຣາລີເປີດເຜີຍວ່າ, ຜົນການສຳຫຼວດຜູ້ໃຫຍ່ຫຼາຍກວ່າ 7,200 ຄົນໃນອົສຕຣາລີ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາ ພົບວ່າຜູ້ໃຫຍ່ປະມານ 1 ໃນ 15 ຄົນ ຫຼື 7% ເຄີຍຕົກເປັນເຫຍື່ອຂອງການລ່ວງລະເມີດດ້ວຍຮູບພາບທີ່ສ້າງຂຶ້ນໂດຍປັນຍາປະດິດ (AI) ຕັ້ງແຕ່ອາຍຸ 18 ປີ, ໂດຍໂຕເລກນີ້ໃນອົສຕຣາລີແມ່ນສູງກວ່າອີກສອງປະເທດເລັກນ້ອຍ ຢູ່ທີ່ 7.7%.
ຄໍາເຫັນ