ສະຫະພັນກຳມະບານ ກະຊວງສາທາລະນະສຸກສະຫຼຸບການເຄື່ອນໄຫວວຽກງານປະຈຳປີ

ສະຫະພັນກຳມະບານ ກະຊວງສາທາລະນະສຸກສະຫຼຸບການເຄື່ອນໄຫວວຽກງານປະຈຳປີ
ກອງປະຊຸມສະຫຼຸບການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານກໍາມະບານ ປະຈຳປີ 2023 ແລະ ທິດທາງແຜນການປິີ 2024ສະຫະພັນກຳມະບານ ກະຊວງສາທາລະນະສຸກ  ໄດ້ຈັດຂຶ້ນໃນວັນທີ 9 ກຸມພາ ນີ້ ທີ່ໂຮງໝໍມິດຕະພາບ,ໂດຍມີ  ທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ;ທ່ານ ໄພວັນ ແກ້ວປະເສີດ    ກຳມະການຄະນະພັກປະທານກວດກາພັກກະຊວງສາທາລະນະສຸກຮອງລັດຖະມົນຕີຜູ້ຊີ້ນຳວຽກອົງການຈັດຕັ້ງມະຫາຊົນ ພ້ອມຄະນະກໍາມະບານສະຫະພັນ, ຮາກຖານອ້ອມຂ້າງ ກະຊວງສາທາລະນະສຸກເຂົ້າຮ່ວມ.
    ທ່ານ  ເພັດວິວັນ ພອນແກ້ວກຳມະການສູນກາງສະຫະພັນກຳມະບານລາວປະທານຄະນະບໍລິຫານງານສະຫະພັນກຳມະບານ ກະຊວງສາທາລະນະສຸກ ໄດ້ຂຶ້ນຜ່ານບົດສະຫຼຸບ ປີ 2023 ແລະ ທິດທາງແຜນການ ປີ 2024 ວ່າ:ສະຫະພັນກໍາມະບານກະຊວງສາທາລະນະສຸກ ແມ່ນອົງການຈັດຕັັ້ງມະຫາຊົນໃນລະບົບການເມືອງຂອງລະບອບ
ປະຊາທິປະໄຕປະຊາຊົນພາຍໃຕ້ການຊີ້ນໍາ-ນໍາພາໂດຍກົງຂອງຄະນະພັກກະຊວງສາທາ
ລະນະສຸກ, ສາຍຕັັ້ງຂຶ້ນກັບສູນກາງສະຫະພັນກໍາມະບານລາວ ຊຶ່ງເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ,ເຕົ້າໂຮມຄວາມສາມັກຄີ ກໍ່ສ້າງພະນັກງານ, ສະມາຊິກກໍາມະບານອ້ອມຂ້າງກະຊວງສາທາລະນະສຸກ ໃຫ້ເຕີບໃຫຍ່ເຂັ້ມແຂງ.
ວຽກງານຈັດຕັັ້ງ ແລະ ກໍ່ສ້າງພະນັກງານ: ຄະນະບໍລິຫານງານສະຫະພັນກໍາມະບານກະຊວງສາທາລະນະສຸກ ຊຸດທີ VII ມີ13 ສະຫາຍ (ປັດຈຸບັນຍັງ 12 ສະຫາຍ, ບໍານານ 1 ສະຫາຍ) ເປັນຍິງ 3 ສະຫາຍ ໃນນັັ້ນມີ ປະທານ 1 ສະຫາຍ, ຮອງປະທານ 2 ສະຫາຍ, ຄະນະກໍາມະບນ 9 ສະຫາຍ. ມີຄະນະບໍລິຫານງານກໍາມະບານອ້ອມຂ້າງກະຊວງ 133 ສະຫາຍຍິງ 52 ສະຫາຍ;ທົ່ວກະຊວງມີ 34 ກໍາມະບານຮາກຖານ ທີື່ຂຶ້ນກັບສະຫະພັນກໍາມະບານກະຊວງ ໃນນັັ້ນມີ 8 ສະຫະພັນກໍາມະບານ ມີ 26ກໍາມະບານຮາກຖານ, ລວມມີ 205 ໜ່ວຍ ໃນນີ້ມີ 2 ໂຮງງານຜະລິດຢາຄື: ໂຮງງານຜະລິດຢາເລກ 2 ແລະ ເລກ 3; ສະມາຊິກກໍາມະບານທັງໝົດ 4.217 ສະຫາຍຍິງ 2.833 ສະຫາຍ, ຂະຫຍາຍສະມາຊິກກໍາມະບານໃໝ່ 15 ສະຫາຍຍິງ 6 ສະຫາຍ, ສະມາຊີກກອງທຶນຊ່ວຍເຫຼືອຊຶ່ງ ແລະ ກັນ 4.824 ສະຫາຍຍິງ 3.190 ສະຫາຍ, ເສຍຊີວິດ 14 ສະຫາຍແລະ ເຂົ້າກອງທຶນໃໝ່ 118 ສະຫາຍ.
ຜົນການປະຕິບັດຂໍ້ແຂ່ງຂັນ  5 ເປັນເຈົ້າປີຜ່ານມາມີດັ່ງນີ້:ສະຫະພັນກໍາມະບານກະຊວງ ໄດ້ຖືເອົາເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂະບວນການລົງ 3 ສ້າງ ແລະ ຂະບວນການວິຊາສະເພາະຕິດພັນກັບການບໍລິການໃຫ້ທົ່ວເຖິງ, ຍົກສູງຄຸນນະພາບ, ສະໜອງການບໍລິການສະເໝີພາບ ແລະ ຍຸຕິທໍາ ແນໃສ່ປະຕິບັດນະໂຍບາຍ 5 ດີ 1 ພໍໃຈ ໃນຕົ້ນປີ 2023 ໄດ້ເປີດກອງປະຊຸມສະຫຼຸບປີ, ແຜນການປີ ແລະ ສືບຕໍ່ຈັບມືແຂ່ງຂັນ 5 ເປັນເຈົ້າ ຊຶ່ງມີ 8 ສະຫະພັນກໍາມະບານຮາກຖານ, 26 ກໍາມະບານຮາກຖານເຂົ້າຮ່ວມ. ຫຼັງຈາກນັ້ນ, ທຸກໆຮາກຖານໄດ້ສືບຕໍ່ຈັດຕັ້ງຜັນຂະຫຍາຍຈັບມືແຂ່ງຂັນເນື້ອໃນ 5 ເປັນເຈົ້າ ມີ 34 ຮາກຖານ ສໍາເລັດຕາມຄາດໝາຍ. ຜ່ານການຈັດຕັ້ງປີ 2023 ຈຶ່ງສາມາດປະເມີນຕີລາຄາມາດຕະຖານຂອງ 5 ເປັນເຈົ້າຕາມເງື່ອນໄຂທີ່ໄດ້ກໍານົດໄວ້ໃນບົດແນະນໍາຂອງສູນກາງສະຫະພັນກໍາມະບານ ສະບັບເລກທີ 284/ສກລ ລົງວັນທີ 17 ມີນາ 2021 ສາມາດປະເມີນຄະແນນລວມສະເລ່ຍໄດ້ 91,77% ໃນນັ້ນມີຄະແນນ  90% ຂຶ້ນໄປ ມີ 27 ຮາກຖານ ແລະ ແຕ່  85 - 89,99% ມີ 7 ຮາກຖານ. ອີງຕາມບົດແນະນໍາສະຫະພັນກໍາມະບານກະຊວງສາທາລະນະສຸກໄດ້ຮັບນາມມະຍົດ 5 ເປັນເຈົ້າ (ມາດຕະຖານແມ່ນ 85% ຂຶ້ນໄປ); ສໍາລັບການຢັ້ງຢືນຮາກຖານດີເດັ່ນປະຈໍາປີຂອງສະຫະພັນກໍາມະບານ ກະຊວງສາທາລະນະສຸກ ປະເພດ I ມີ 22ຮາກຖານ, ປະເພດ II ມີ 5ຮາກຖານ, ປະເພດ III ມີ 7ຮາກຖານ, ການຈັດປະເພດການຍ້ອງຍໍບຸກຄົນ ປະເພດ I ມີ 3.145ສະຫາຍ, ປະເພດ II ມີ 711ສະຫາຍ ແລະ ປະເພດ III ມີ 54ສະຫາຍ ລວມທັງໝົດ 3.910ສະຫາຍ.ໃນກອງປະຊຸມຍັງໄດ້ມີການມອບໃບຢັ້ງຢືນ 5 ເປັນເຈົ້າໃຫ້ກຳມະບານຮາກຖານ ແລະ ມອບໃບຍ້ອງຍໍບຸກຄົນດີເດັ່ນ ປີ 2023 ແລະ ຈັບມືແຂ່ງຂັນ 5 ເປັນເຈົ້າປີ 2024 ແລະ ຮັບຟັງການເລົ່າມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກໍາມະບານລາວ ຄົບຮອບ 68 ປີ (1 ກຸມພາ 1956 – 1 ກຸມພາ 2024).
ຂ່າວ-ພາບ:ຕຸໄລເພັດ 

ຄໍາເຫັນ

ຂ່າວສາທະລະນະສຸກ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ເປີດໂຄງການຮັກສາພະຍາດຫົວໃຈແຕ່ກຳເນີດຂອງເດັກນ້ອຍ

ກະຊວງສາທາລະນະສຸກ ສປປ ລາວ ຮ່ວມກັບສະຖານບັນການຮ່ວມມື ເພື່ອການພັດທະນາເສດຖະກິດລຸ່ມແມ່ນ້ຳຂອງ (MI) ແລະ ໂຮງໝໍ Fuwai ສະຖາບັນວິທະຍາສາດການແພດຈີນ ຈັດພິທີເປີດໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກນ້ອຍຢູ່ບັນດາປະເທດລຸ່ມແມ່ນໍ້າຂອງຢ່າງເປັນທາງການ (2025–2027) ຂຶ້ນໃນວັນທີ 11 ທັນວານີ້, ທີ່ກະຊວງສາທາລະນະສຸກ ໂດຍມີທ່ານ ຄໍາປະສົງ ເທບປັນຍາ ຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ທ່ານ ສຸຣິຍັນ ວິຈິດເລກການ ຜູ້ອຳນວຍການໃຫຍ່ສະຖານບັນ MI, ທ່ານ ດົວ ລິນ ຜູ້ຕາງໜ້າໂຮງໝໍ Fuwai ແລະ ຜູ້ປະສານງານຂອງໂຄງການຮັກສາພະຍາດຫົວໃຈແຕ່ກໍາເນີດຂອງເດັກ ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດ ລົງຕິດຕາມໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ນັກກິລາຢ່າງໃກ້ຊິດ

ວັນທີ 10 ທັນວາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ (ມຊ), ຄະນະຮັບຜິດຊອບລະດັບຊາດຈັດງານມະຫະກຳກິລາຄົນພິການແຫ່ງຊາດຄັ້ງທີ IV ນຳໂດຍທ່ານ ນາງ ຂັນທະລີ ສິລິພົງພັນ ປະທານຄະນະກຳ ມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ໃຫ້ກຳລັງໃຈເຈົ້າໜ້າທີ່ ແລະ ຄະນະຮັບຜິດຊອບທີ່ກ່ຽວຂ້ອງ ລວມທັງຄະນະຄູຝຶກ ແລະ ນັກກິລາຈາກພາກສ່ວນຕ່າງໆຢ່າງໃກ້ ຊິດ ເພື່ອໃຫ້ທຸກຄົນເອົາໃຈໃສ່ໃນການປະຕິບັດໜ້າທີ່ຮັບຜິດຊອບຂອງຕົນຢ່າງເຕັມທີ່ ພ້ອມກັນສ້າງຜົນ ງານໃຫ້ພົ້ນເດັ່ນ ແລະ ປະສົບຜົນສຳເລັດຕາມຄາດໝາຍ.
ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນວ ເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025

ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດພິທີເປີດຂະບວນການໃຫ້ວັກຊິນປ້ອງກັນພະຍາດມະເຮັງປາກມົດລູກ HPV 2025 ຂຶ້ນໃນວັນທີ 9 ທັນວາຜ່ານມາ, ທີ່ ນວ ໂດຍມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນວ, ທ່ານ ໄຊຍະວົງ ດວງມະນີ ຮອງຫົວໜ້າພະແນກສາທາລະນະສຸກ ນວ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ນວ, ແພດໝໍ, ຄູ-ອາຈານ ແລະ ນັກຮຽນຍິງເຂົ້າຮ່ວມ.
ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ເມືອງລະມາມ ເປີດຂະບວນການສັກວັກຊີນກັນມະເຮັງປາກມົດລູກ

ວັນທີ 9 ທັນວານີ້, ເມືອງລະມາມ ແຂວງເຊກອງ ເປີດຂະບວນການສັກວັກຊິນປ້ອງກັນມະເຮັງປາກມົດລູກ ໃຫ້ເດັກຍິງ ໃນກຸ່ມເປົ້າໝາຍ ອາຍຸ 10 ປີ (HPV) ແລະ ເຊື່ອມສານກັບການໃຫ້ວັກຊີນກັນພະຍາດບາດທະຍັກ ແລະ ຄໍຕີບ (Td) ແກ່ເດັກຍິງ-ຊາຍ ຊັ້ນ ປ1 ຢູ່ທີ່ໂຮງຮຽນປະຖົມບ້ານໂນມີໄຊ, ໂດຍມີທ່ານ ນາງ ພອນໄພ ສີວິໄລ ຮອງປະທານຄະນະກຳມະການປົກຄອງເມືອງລະມາມ, ທ່ານ ນາງ ລໍາພັນ ໄຊຄໍາມີ ຫົວໜ້າພະແນກສາທາລະນະສຸກແຂວງເຊກອງ, ອໍານາດການປົກຄອງ 6 ບ້ານເທສະບານເມືອງ, ແຂກຖືກເຊີນ, ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.
ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ເດັກຍິງມີອາຍຸ 10 ປີ ຄວນໄປຮັບວັກຊິນປ້ອງກັນມະເຮັງປາກມົດລູກ ແລະ ເຊື້ອ HPV

ມະເຮັງປາກມົດລູກ ແລະ ເຊື້ອ HPV ເປັນໜຶ່ງເຊື້ອພະຍາດທີ່ຕິດຕໍ່ງ່າຍທາງເພດສໍາພັນ. ສະນັ້ນ, ເດັກຍິງເປົ້ນໝາຍອາຍຸ 10 ປີ ຕ້ອງໄດ້ຮັບການສັກວັກຊິນ ປ້ອງກັນພະຍາດດັ່ງກ່າວ ເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ລູກ-ຫຼານ, ໃຫ້ມີສຸຂະພາບທີ່ດີ ແລະ ສົດໃສ.
ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ຊາວໜຸ່ມແຂວງຫຼວງພະບາງ ຮ່ວມບໍລິຈາກເລືອດ

ວັນທີ່ 25 ພະຈິກນີ້, ຄະນະບໍລິຫານງານຊາວໜຸ່ມ ແຂວງຫຼວງພະບາງ ຈັດພິທີຮັບການບໍລິຈາກເລືອດແບບສະໝັກໃຈ ເພື່ອຊ່ວຍເຫຼືອສັງຄົມ ໂດຍມີທ່ານ ສົມໃຈ ຢ່າທໍ່ຕູ້ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ພ້ອມດ້ວຍຫົວໜ້າສະຖາບັນເລືອດແຫ່ງຊາດລາວ, ຜູ້ຕາງໜ້າສະຖາບັນເລືອດ ແຫ່ງ ສປ ຈີນ, ພ້ອມດ້ວຍພະສົງ-ສາມະເນນ ແລະສະມາຊິກຊາວໜຸ່ມ ຈາກສຳນັກງານ-ອົງການພາຍໃນແຂວງ ເຂົ້າຮ່ວມ.
ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ຍົກລະດັບດ້ານວຽກງານໂຄສະນາຂ່າວສານກາແດງທົ່ວປະເທດ

ໃນລະຫວ່າງວັນທີ18-20ພະຈິກນີ້,ອົງການກາແດງແຫ່ງຊາດລາວຈັດຊຸດຝຶກອົບຮົມສ້າງຄວາມເຂັ້ມແຂງໃຫ້ວຽກງານໂຄສະນາ-ຂ່າວສານທົ່ວປະເທດທີ່ຣີສອດນາປ່າກວາງເມືອງແກ້ວອຸດົມແຂວງວຽງຈັນພາຍໃຕ້ການເປັນປະທານຂອງທ່ານຄຳລາວັນຈັນທະລາວັນປະທານອົງການກາແດງແຫ່ງຊາດລາວ, ມີວິທະຍາກອນຈາກວິທະຍຸກະຈາຍສຽງແຫ່ງຊາດລາວ, ບໍລິສັດວິນວອກໂປຣດັກຊັນແລະຄະນະກໍາມະການກາແດງສາກົນພ້ອມດ້ວຍສຳມະນາກອນມາຈາກກາແດງແຂວງທົ່ວປະເທດເຂົ້າຮ່ວມ.
ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ສຸມໃສ່ຍູ້ແຮງຂະບວນການຫຼາຍດ້ານ ຕິດພັນກັບການແຂ່ງຂັນດ້ານວິຊາສະເພາະການແພດ

ເນື່ອງໃນໂອກາດກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດຂອງຊາດໃນປີ 2025 ໃຫ້ມີບັນຍາ ກາດຟົດຟຶ້ນກວ້າງຂວາງ, ສະຫາຍ ພັນເອກ ອັກສອນ ລິນສະຫວາດ ຫົວໜ້າອໍານວຍການໂຮງໝໍບໍລິເວນ109 ກອງທັບໄດ້ສະແດງຄວາມຮູ້ສຶກຄວາມພາກພູມໃຈ ແລະ ເປັນກຽດຢ່າງສູງທີ່ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານນັກຮົບ ແພດໝໍ ສະແດງທັດສະນະຂອງຕົນວ່າ: ກ່ອນໜ້ານີ້ 50 ປີ ສປປ ລາວເປັນປະເທດໜຶ່ງທີ່ຕົກເປັນຫົວເມືອງຂຶ້ນຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ແບບໃໝ່ ປະຊາຊົນລາວບັນດາເຜົ່າໄດ້ສູນເສຍອິດສະຫຼະພາບ ສິດເປັນເຈົ້າຂອງປະເທດຊາດ ແລະ ຖືກກົດຂີ່ຂຸດຮີດຢ່າງໜັກໜ່ວງ ແຕ່ຍ້ອນນໍ້າໃຈຮັກຊາດອັນດູດດື່ມ ແລະ ຄຽດແຄ້ນຕໍ່ພວກສັດຕູຜູ້ມາຮຸກຮານ. ດັ່ງນັ້ນ, ປະຊາ ຊົນລາວບັນດາເຜົ່າຈຶ່ງໄດ້ສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຢ່າງພິລະອາດຫານ ໂດຍພາຍໃຕ້ການນໍາພາຂອງພັກປະຊາ ຊົນປະຕິວັດລາວ ເຮັດໃຫ້ຂະບວນການຕໍ່ສູ້ໄດ້ຮັບໄຊຊະນະເປັນກ້າວໆມາ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາ ສາທາລະນາລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ

ກອງປະຊຸມອົງການປະສານສົມທົບ ວຽກງານກາແດງ ແຂວງຫຼວງພະບາງ ໄດ້ຈັດຂຶ້ນໃນວັນທີ່ 13 ພະຈິກ 2025 ນີ້, ໂດຍເປັນປະທານຂອງ ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ມີຜູ້ຕາງໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ແລະ ນະຄອນ ຫຼວງພະບາງ ເຂົ້າຮ່ວມ.
10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

10 ເດືອນຜ່ານມາ ໂຮງໝໍທະຫານແຂວງສະຫວັນນະເຂດ ມີຄົນເຈັບມາໃຊ້ບໍລິການທັງໝົດ 12,371 ເທື່ອຄົນ

ໂຮງໝໍ ທະຫານແຂວງສະຫວັນນະເຂດ ແມ່ນໂຮງໝໍໜຶ່ງທີ່ຮັບໃຊ້ບໍລິການປິ່ນປົວຄົນເຈັບ, ເຈັບປ່ວຍໃຫ້ແກ່ພະນັກງານ-ນັກຮົບ ບັນດາກົມກອງໃນທົ່ວທະຫານແຂວງ ແລະ ບໍລິການຮັບໃຊ້ປະຊາຊົນທົ່ວໄປ ໂດຍຍຶດໝັ້ນຈັນຍາບັນ, ຈັນຍາທໍາຂອງແພດປະຕິວັດເປັນສຳຄັນ
ເພີ່ມເຕີມ