ສະຫະພັນກໍາມະບານສາລະວັນ ແລະ ສະຫະພັນແຮງງານ ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ສະຫະພັນກໍາມະບານສາລະວັນ ແລະ ສະຫະພັນແຮງງານ ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ

ສະຫະພັນກໍາມະບານສາລະວັນ ແລະ ສະຫະພັນແຮງງານ ນະຄອນເຫວ້ ພົບປະແລກປ່ຽນບົດຮຽນ
ພິທີພົບປະແລກປ່ຽນບົດຮຽນ ລະຫວ່າງ ຄະນະຜູ້ແທນສະຫະພັນກໍາມະບານ ແຂວງສາລະວັນ ສປປ ລາວ ກັບ ຄະນະຜູ້ແທນສະຫະພັນແຮງງານ ນະຄອນເຫວ້ ສສ ຫວຽດນາມ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ຢູ່ຫ້ອງປະຊຸມຊັ້ນໜຶ່ງ ສະ ໂມສອນແຂວງສາລະວັນ ໂດຍໃຫ້ກຽດເຂົ້າຮ່ວມຝ່າຍຄະນະຜູ້ແທນສະຫະພັນກໍາມະບານ ແຂວງສາລະວັນ ໂດຍ ສະຫາຍ ຈິດຕະກອນ ສາຍສະໜຸດ ປະທານສະຫະພັນກໍາມະບານ ແຂວງສາລະວັນ ພ້ອມຄະນະ ແລະ ຝ່າຍຄະນະຜູ້ແທນສະຫະພັນແຮງ ງານ ນະຄອນເຫວ້ ໂດຍ ສະຫາຍ ຫງຽນ ກຸ່ຍ ຮອງປະທານສະຫະພັນແຮງງານ ນະຄອນເຫວ້ ພ້ອມຄະນະ.
ສະຫະພນກາມະບານສາລະວນ ແລະ ສະຫະພນແຮງງານ ນະຄອນເຫວ ພບປະແລກປຽນບດຮຽນ - image 1
 

ພິທີພົບປະຄັ້ງນີ້ ເພື່ອທົບທວນຄືນໝາກຜົນຂອງການຮ່ວມມືໃນໄລຍະຜ່ານມາ ຕາມບົດບັນທຶກຮ່ວມກັນ ໃນຄັ້ງວັນທີ 27 ກັນຍາ 2022 ຢູ່ທີ່ນະຄອນເຫວ້ ເປັນຕົ້ນ: ສຶກສາອົບຮົມຄວາມສໍາຄັນກ່ຽວກັບສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ - ຫວຽດນາມ ແນໃສ່ ເພື່ອຍົກສູງຄວາມ ຮັບຜິດຊອບໃນການປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະ ພັດທະນາສາຍພົວພັນແບບພິເສດ ລະຫວ່າງ ສອງປະເທດ ກໍຄືສອງການຈັດ ຕັ້ງຂອງພວກເຮົາໃຫ້ນັບມື້ນັບຂະຫຍາຍ ຕົວຍິ່ງໆຂຶ້ນ; ພ້ອມກັນນັ້ນ, ກໍໄດ້ໂຄສະນາ, ເຜີຍແຜ່, ເຊື່ອມຊຶມວັນເກີດ ຂອງປະທານ ໂຮ່ຈິມິນ ຄົບຮອບ 136 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ, ວັນເຊັນສົນທິສັນຍາ ມິດ ຕະພາບ ລາວ-ຫວຽດ ນາມ ຄົບຮອບ 49 ແລະ ວັນສະຖາປານາສາທາລະນະລັດ ສັງ ຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ; ໄດ້ຊຸກຍູ້ສະຫະພັນກຳມະບານເມືອງສະໝ້ວຍ ສ ປ ປ ລາວ ທີ່ມີຊາຍແດນຕິດຈອດກັບ ສະຫະພັນແຮງງານຕາແສງ ອາເລື້ອຍ ສສ ຫວຽດນາມ ໃຫ້ມີການພົວພັນຮ່ວມມື ແລະ ແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ. ນອກຈາກນິີ້ ຍັງໄດ້ຮັບການສະໜັບສະໜູນຊ່ວຍເຫຼືອດ້ານອຸປະກອນເຄື່ອງຮັບໃຊ້ຫ້ອງການ ຈາກນະຄອນເຫວ້ ສສ ຫວຽດນາມ ເຊັ່ນ: ຄອມພີວເຕີໂນດບຸກ (ຍີ່ຫໍ້ DELL) ລວມມູນຄ່າ 20 ລ້ານກວ່າກີບ.

ການພົບປະແລກປ່ຽນບົດຮຽນຄັ້ງນີ້ ນັບເປັນອີກກ້າວສຳຄັນໃນການສືບຕໍ່ເສີມສ້າງ ແລະ ພັດທະນາສາຍພົວພັນຮ່ວມມືລະຫວ່າງອົງການກຳມະບານ ແຂວງສາລະວັນ ກັບ ສະຫະພັນແຮງງານ ນະຄອນເຫວ້ ໃຫ້ນັບມື້ແໜ້ນແຟ້ນ ແລະ ມີປະສິດທິຜົນຍິ່ງຂຶ້ນ. ທັງສອງຝ່າຍຈະສືບຕໍ່ຮ່ວມມື, ແລກປ່ຽນບົດຮຽນ ແລະ ສົ່ງເສີມການເບີ່ງແຍງປົກປ້ອງສິດ ແລະ ຜົນປະໂຫຍດຂອງກຳມະກອນ, ລັດຖະກອນ ແລະ ຜູ້ອອກແຮງງານ ພ້ອມທັງຮ່ວມກັນທະນຸຖະໜອມ ແລະ ເສີມຂະຫຍາຍມິດຕະພາບ, ຄວາມສາມັກຄີພິເສດ ລາວ–ຫວຽດນາມ ໃຫ້ຍືນຍົງຕໍ່ໄປ. ພາບ-ຂ່າວ: ສ.ພະຈັນ

ຄໍາເຫັນ

ຂ່າວການຮ່ວມມື

ການນຳແຂວງຊຽງຂວາງອວຍພອນຊາວ​ຫວຽດ​ນາມໂອ​ກາດວັນຊາດຄົບ​ຮອບ 81 ປີ

ການນຳແຂວງຊຽງຂວາງອວຍພອນຊາວ​ຫວຽດ​ນາມໂອ​ກາດວັນຊາດຄົບ​ຮອບ 81 ປີ

ທ່ານ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ ໄດ້ອວຍພອນວັນວັນຊາດ ສສຫວຽດນາມ ຄົບຮອບ81ປີ( 2ກັນຍາ1945-2ກັນຍາ2026) ໃນ​ວັນ​ທີ 3 ກັນ​ຍາ​ຜ່ານ​ມາທີ່ ແຂວງ​ຊຽງ​ຂວາງ ໂດຍມີຄະນະຄຸ້ມຄອງຊາວຫວຽດນາມ, ກອງຂຸດຄົ້ນອັດຖິທະຫານອາສາສະມັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດຢູ່ແຂວງຊຽງຂວາງ ໃນພາລະກິດຕ້ານຈັກກະພັດຜູ້ຮຸກຮານ, ບໍລິສັດໂກເອໂກ, ກອງກໍ່ສ້າງກ່າ(ກອງກ່າ), ທະນາຄານຮ່ວມທຸລະກິດລາວ-ຫວຽດ ແລະ ຄະນະບໍລິສັດລາວຈັງໂກ ວີນາມີ້ວ.
ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ  ພາຍໃຕ້ຫົວຂໍ້ “People-Partnership-Progress”

ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ ພາຍໃຕ້ຫົວຂໍ້ “People-Partnership-Progress”

ຫວ່າງບໍ່ດົນມານີ້, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ, ໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ຂອນແກ່ນ ປະເທດໄທ, ໂດຍມີສະມາຊິກສະພາບໍລິຫານງານສະຖາບັນແມ່ນ້ຳຂອງ, ສະມາຊິກຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາຜູ້ຕາງໜ້າຈາກສະຖານກົງສຸນໃຫຍ່ຂອງບັນດາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ (GMS) ທີ່ ຂອນແກ່ນ, ຄູ່ຮ່ວມງານ, ຄູ່ຮ່ວມພັດທະນາ ແລະ ພະນັກງານຂອງສະຖາບັນດັ່ງກ່າວ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ລັດເວຍ

ເອກອັກຄະລັດຖະທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ ລັດເວຍ

ເມື່ຶອບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ ນະຄອນຫຼວງ Riga ປະເທດລັດເວຍ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ພະນະທ່ານ Edgars Rinkevics ປະທານາທິບໍດີແຫ່ງ ສາທາລະນະລັດ ລັດເວຍ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສາທາລະນະລັດ ລັດເວຍ.
ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29 ຢູ່ປະເທດໄທ

ຄະນະຜູ້ແທນລາວ ນໍາໂດຍທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 29, ກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ຄັ້ງທີ 22 ແລະ ກອງປະຊຸມປິ່ນອ້ອມຢູ່ບາງກອກປະເທດໄທ ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍການເປັນເຈົ້າພາບຂອງກະຊວງແຮງງານແຫ່ງປະເທດໄທ ພາຍໃຕ້ຫົວຂໍ້: “ການພັດທະນາທຶນມະນຸດອາຊຽນ ເພື່ອນຳໄປສູ່ການຮັບຮູ້ການຢັ້ງຢືນສີມືແຮງງານໃນລະດັບສາກົນ”, ຊຶ່ງມີຜູ້ແທນຈາກ 11 ປະເທດສະມາຊິກອາຊຽນ, ຄູ່ຮ່ວມພັດທະນາ ແລະ ປະເທດຄູ່ເຈລະຈາເຂົ້າຮ່ວມ.
ສໍາມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ທີ່ ສສ ຫວຽດນາມ

ສໍາມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ທີ່ ສສ ຫວຽດນາມ

ທ່ານ ສຸກສະຫວັນ ວິໄລວົງ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ​ຈໍາປາສັກພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາເວທີການທ່ອງທ່ຽວລະດັບສູງ ITE HCMC 2026 ພາຍໃຕ້ຫົວຂໍ້ “ການທ່ອງທ່ຽວ MICE ໃນຍຸກໃໝ່: ຍືນຍົງ - ເຊື່ອມໂຍງ - ໂອກາດ” ຈັດຂຶ້ນໃນລະຫວ່າງວັນທີ 27 - 29 ສິງຫາ 2026 ທີ່ນະຄອນໂຮ່ຈີມິນ ສສ ຫວຽດນາມ.
ຄະນະສື່ມວນຊົນລາວ ຢ້ຽມຊົມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ

ຄະນະສື່ມວນຊົນລາວ ຢ້ຽມຊົມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ

ວັນທີ 3 ກັນຍາ ນີ້, ທ່ານ ສີວັນ ຫອມໄຊຍະເດດ ຮັກສາການຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ໄດ້ນຳພາຄະນະສື່ມວນຊົນລາວ ເຂົ້າຢ້ຽມຊົມ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ (China Southern Power Grid) ເພື່ອຮັບຮູ້ເຖິງການນຳໃຊ້ເຕັກໂນໂລຊີສະໄໝໃໝ່ ແລະ ນະວັດຕະກຳໃນວຽກງານພະລັງງານ-ໄຟຟ້າ.
ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ປະທານອົງການກາແດງ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທູດໄທ

ທ່ານ ຄໍາລາວັນ ຈັນທະລາວັນ ປະທານອົງການກາແດງແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ຄຣອງຂະນິດ ຣັກຈະເລີນ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງຣາຊະອານາຈັກໄທ ປະຈໍາ ສປປ ລາວ, ໃນວັນທີ 2 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ.
ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ມອບຫໍສະໝຸດໃຫ້ໂຮງຮຽນມິດຕະພາບລາວ-ຫວຽດ​ນາມ ແຂວງອັດຕະປື.

ສະມາຄົມນັກທຸລະກິດໜຸ່ມໂຮ່ຈິມິນ ແຫ່ງ ສສ ຫວຽດນາມ ໄດ້ມອບ-ຮັບໂຄງການ “ຫໍສະໝຸດ 2030” ຄັ້ງທີ 17 ແລະ ອຸປະກອນການຮຽນ ໃຫ້ແກ່ໂຮງຮຽນປະຖົມ-ມັດທະຍົມຕອນຕົ້ນມິດຕະພາບລາວ-ຫວຽດນາມ ແຂວງອັດຕະປື.ພິທີໄດ້ຈັດຂຶ້ນ ໃນ​ວັນທີ​ 31​ ສິງຫາ​ 2026​ ທີ່ໂຮງຮຽນດັ່ງກ່າວ,​ ໂດຍການເຂົ້າຮ່ວມຂອງທ່ານ ສີໄລ ສີສະແຫວງສຸກ ຮອງປະທານຄະນະກຳມະການປົກຄອງແຂວງອັດຕະປື, ມີທ່ານ ນາງ ຕ້າ ເຟືອງ ຢຸງ ກົງສຸນໃຫຍ່ຫວຽດ​ນາມ ປະຈຳ 4 ແຂວງພາກໃຕ້ລາວ, ພ້ອມດ້ວຍຜູ້ແທນ, ນັກທຸລະກິດ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ.
ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ

ອົງການ KOTRA ສົ່ງເສີມ​ການຮ່ວມມື ສເກົາຫຼີ–ສປປ ລາວ ດ້ານ Net-Zero ແລະ ການລົງທຶນສີຂຽວ

ອົງການສົ່ງເສີມການຄ້າ ແລະ ການລົງທຶນເກົາຫຼີ (KOTRA) ໄດ້ເຕົ້າໂຮມບັນດາບໍລິສັດ ສ ເກົາຫຼີ, ອົງການພາກລັດຂອງລາວ, ອົງການສາກົນ ແລະ ບັນດາທຸລະກິດພາຍໃນປະເທດ ເຂົ້າຮ່ວມງານ “the 2nd Korea–Laos Net-Zero Partnership 2026”ຈັດຂຶ້ນໃນວັນທີ 27–28 ສິງຫາ ທີ່ໂຮງແຮມ DoubleTree by Hilton Vientiane, ເພື່ອສົ່ງເສີມການຮ່ວມມືດ້ານພະລັງງານທົດແທນ, ການຫຼຸດຜ່ອນກາກບອນ ແລະ ການລົງທຶນສີຂຽວ.
ສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ ວັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ  (ໃນໂອກາດວັນຊາດຫວຽດນາມ 2 ກັນຍາ 1945 - 2 ກັນຍາ 2026)

ສະຫຼອງວັນຊາດຫວຽດນາມ ຄົບຮອບ 81 ປີ ວັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ (ໃນໂອກາດວັນຊາດຫວຽດນາມ 2 ກັນຍາ 1945 - 2 ກັນຍາ 2026)

ໃນວັນທີ 28 ສິງຫາ ຜ່ານມາ, ສະຖານກົງສູນໃຫຍ່ ສສ ຫວຽດນາມ ປະຈຳນະຄອນປາກເຊ ໄດ້ເປັນເຈົ້າພາບຈັດງານລ້ຽງຕ້ອນຮັບ ແລະ ສະເຫຼີມສະຫຼອງ ວັນປະຕິວັດເດືອນສິງຫາ ແລະ ວັນຊາດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຄົບຮອບ 81 ປີ (2/9/1945 - 2/9/2026). ວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ລາວ ຄົບຮອບ 61 ປີ (5/9/1962 – 5/9/2026) ຢ່າງເປັນທາງການ.
ເພີ່ມເຕີມ