ສະຫາຍ ບຸນທອງ ຈິດມະນີ ເນັ້ນ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ແຕ່ນີ້ຫາກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດ

ສະຫາຍ ບຸນທອງ ຈິດມະນີ ເນັ້ນ ວຽກງານກໍ່ສ້າງພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ແຕ່ນີ້ຫາກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດ
ກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ, ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງທົ່ວປະເທດ ປະຈຳປີ 2023 ແລະ ແຜນການ 2024 ໄດ້ປິດລົງຢ່າງເປັນທາງການ ໃນວັນທີ 24 ມັງກອນ ນີ້ ທີ່ສະໂມສອນຄະນະຈັດຕັ້ງສູນກາງພັກ ພາຍຫຼັງດໍາເນີນມາເປັນເວລາສອງວັນ ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ໂດຍສະຫາຍໄດ້ກ່າວວ່າ:
ຜ່ານມາ ຄະນະຈັດຕັ້ງສູນກາງພັກ ກໍຄືກົມຈັດຕັ້ງ ແລະ ຄະນະຈັດຕັ້ງແຕ່ລະຂັ້ນ ໄດ້ເປັນເຈົ້າການຄົ້ນຄວ້າ ແລະ ຕັ້ງໜ້າປະຕິບັດພາລະບົດບາດ ເປັນເສນາທິການໃຫ້ຄະນະພັກຂັ້ນຂອງຕົນດ້ວຍຄວາມຮັບຜິດຊອບສູງ; ສະເພາະຄະນະຈັດຕັ້ງສູນກາງພັກ ໄດ້ພະຍາຍາມຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາທີ່ກ່ຽວຂ້ອງໄດ້ຈຳນວນ 8 ສະບັບ; ໄດ້ລົງຕິດຕາມກວດກາຊຸກຍູ້ການຜັນຂະຫຍາຍ, ການຈັດຕັ້ງປະຕິບັດກ່ຽວກັບວຽກງານຈັດຕັ້ງກໍ່ສ້າງພັກ, ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງຢູ່ທ້ອງຖິ່ນ, ຂະແໜງການຕ່າງໆ, ໄດ້ຈັດຕັ້ງຝຶກອົບຮົມວຽກງານຈັດຕັ້ງໃຫ້ພະນັກງານຜູ້ເຮັດວຽກງານຈັດຕັ້ງ ສໍາເລັດແລ້ວ ຢູ່ 7 ແຂວງພາກເໜືອ ພ້ອມທັງໄດ້ສົມທົບກະຊວງ-ອົງການຈັດຕັ້ງຝຶກອົບຮົມວຽກງານຈັດຕັ້ງໃຫ້ບັນດາຄະນະພັກຮາກຖານ, ຄະນະໜ່ວຍພັກ ທີ່ຂຶ້ນກັບອົງຄະນະພັກກະຊວງ-ອົງການຈໍານວນໜຶ່ງສໍາເລັດ, ຈັດຕັ້ງຝຶກອົບຮົມວຽກງານປ້ອງກັນພັກ-ພະນັກງານ, ອົບຮົມວຽກງານສະຖິຕິ, ວຽກງານອອກບັດ-ມອບບັດສະມາຊິກພັກໃຫ້ບັນດາແຂວງຈໍານວນໜຶ່ງ; ພ້ອມກັນນັ້ນ ຍັງໄດ້ປະຕິບັດລະບອບປະຊຸມສ່ອງແສງທາງໄກ ກັບຄະນະຈັດຕັ້ງແຂວງ, ນະຄອນຫຼວງ ແລະ ດໍາເນີນກອງປະຊຸມສ່ອງແສງເຊິ່ງໜ້າກັບກົມຈັດຕັ້ງພັກ, ພະນັກງານຂອງບັນດາກະຊວງ-ອົງການ ຢ່າງເປັນປົກະຕິແຕ່ລະໄຕມາດ, ເຮັດໃຫ້ສາມາດກຳໄດ້ການປະຕິບັດວຽກງານກໍ່ສ້າງພັກ-ພະນັກງານ ແລະ ວຽກງານປັບປຸງກົງຈັກການຈັດຕັ້ງ ຢູທ້ອງຖິ່ນ,       ຂະແໜງການຢ່າງຕໍ່ເນື່ອງ ແລະ ມີການຊີ້ນຳ-ແກ້ໄຂບັນຫາຕ່າງໆທັນເວລາ; 
ສະນັ້ນ, ເພື່ອເປັນເສນາທິການໃຫ້ສູນກາງພັກ, ກົມການເມືອງ ແລະ ຄະນະເລຂາທິການສູນ ກາງພັກ ກໍຄືຄະນະພັກທຸກຂັ້ນ ໃນວຽກງານກໍ່ ສ້າງ ພັກ-ພະນັກງານ ແລະ ການປັບປຸງກົງຈັກການຈັດຕັ້ງ ແຕ່ນີ້ຫາກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດ, ຂ້າພະເຈົ້າມີບາງຄໍາເຫັນເຈາະຈິ້ມ ດັ່ງນີ້:
1.    ວຽກງານກໍ່ສ້າງພັກ.
ກ່ຽວກັບການກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ: ໃນເງື່ອນໄຂສະພາບການຂອງປະເທດເຮົາປະຈຸບັນ, ຄະນະພັກແຕ່ລະຂັ້ນ ຕ້ອງສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມນໍາພາການເມືອງ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ, ລັດຖະກອນ, ທະຫານ-ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ຮັບຮູ້ເຂົ້າໃຈ ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຢູ່ປະເທດເຮົາ; ບົນພື້ນຖານດັ່ງກ່າວ ປຸກລະດົມ ຊຸກຍູ້ສະມາຊິກພັກ, ພະນັກງານ ເສີມຂະຫຍາຍຈິດໃຈເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍູ້ແຮງການຜະລິດ, ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ຜະລິດເປັນສິນຄ້າ ເພື່ອສົ່ງອອກ ແລະ ທົດແທນການນຳເຂົ້າໃຫ້ຫຼາຍ ຕາມທ່າແຮງແຕ່ລະບ່ອນ; ຕັ້ງໜ້າເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດມາດຕະການປະຢັດແຫ່ງຊາດ ແລະ ຕ້ານການຟຸ່ມເຟືອຍ; ສ້າງແບບແຜນວິທີເຮັດວຽກ ແລະ ແບບແຜນດໍາລົງຊີວິດໃຫ້ສອດຄ່ອງກັບສະພາບການ      ໃໝ່, ພ້ອມທັງມີສະຕິຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ການໂຄສະນາໃສ່ຮ້າຍປ້າຍສີຂອງພວກຄົນບໍ່ດີ, ຖືສໍາຄັນການສຶກສາອົບຮົມມູນເຊື້ອອັນດີງາມຂອງພັກ ຕິດພັນກັບການສຶກສາອົບຮົມຄຸນສົມບັດສິນທໍາປະຕິວັດ ເພື່ອສ້າງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ທີ່ຢູ່ໃນຄວາມຮັບ ຜິດຊອບມີຄວາມອຸ່ນອ່ຽນ, ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ພ້ອມກັນບຸກບືນ, ແຂ່ງຂັນປະຕິບັດໜ້າທີ່ ດ້ວຍຄວາມຮັບຜິດຊອບສູງ, ຕີຖອຍແນວຄິດເອື່ຍຍອີງ, ຂາດຄວາມຮັບຜິດຊອບ ແລະ ອື່ນໆ. 
ວຽກງານກໍ່ສ້າງພັກທາງດ້ານການຈັດຕັ້ງ: ກ່ອນອື່ນໝົດ ຄະນະຈັດຕັ້ງສູນກາງ ພັກ ກໍຄືຄະນະຈັດຕັ້ງແຂວງ-ນະຄອນຫຼວງ, ກົມຈັດຕັ້ງກະຊວງ-ອົງການ ຕ້ອງສືບຕໍ່ເປັນເສນາທິການໃນການຕິດຕາມ, ຊຸກຍູ້ແຕ່ລະຮາກຖານພັກ ໃນການເຄື່ອນໄຫວນໍາພາຕາມສິດ ແລະ ໜ້າທີ່ ຊຶ່ງກໍານົດໃນກົດລະບຽບຂອງພັກ ສະໄໝທີ XI; ສຸມໃສ່ການກະກຽມດໍາເນີນກອງປະຊຸມໃຫຍ່ຮາກຖານພັກບ້ານ ແລະ ການເລືອກຕັ້ງນາຍບ້ານ ໃຫ້ໄປຕາມທິດເລຂາໜ່ວຍພັກຄວບຕໍາແໜ່ງເປັນນາຍບ້ານ; ບ່ອນທີ່ສໍາເລັດກອງປະຊຸມໃຫຍ່ແລ້ວ ຖ້າມີຄວາມຈໍາເປັນ ກໍຮີບຮ້ອນປັບປຸງໃຫ້ສອດຄ່ອງ ເພື່ອຮັບປະກັນການນຳພາ, ຄຸ້ມຄອງທີ່ເຂັ້ມແຂງຢູ່ຂັ້ນຮາກຖານພັກ ລວມທັງໜ່ວຍພັກ ແລະ ຄະນະພັກຮາກຖານກຸ່ມບ້ານ ເພື່ອສາມາດຮອງຮັບເປັນອົງຄະນະພັກຕາແສງ ໃນອະນາຄົດ; ຕໍ່ກັບບັນຫາດັ່ງກ່າວ ກົມວິຊາການຂອງຄະນະຈັດຕັ້ງສູນກາງພັກ ຕ້ອງໄດ້ກະກຽມຄວາມພ້ອມແຕ່ຫົວທີໃນການສ້າງນິຕິກໍາ ກ່ຽວກັບພາລະບົດບາດ, ໜ້າທີ່ຂອງອົງຄະນະພັກຕາແສງ ໂດຍອີງໃສ່ຂໍ້ກໍານົດເລກທີ 416/ຄລສພ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະພັກຮາກຖານກຸ່ມບ້ານ ແລະ ບ້ານໃຫຍ່ ເບິ່ງວ່າມີບັນຫາໃດທີ່ຕ້ອງໄດ້ປັບປຸງເພີ່ມເຕີມ ແລະ ອັນສອດຄ່ອງ ທີ່ຈະສືບຕໍ່ນໍາໃຊ້.
ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ອົງຄະນະພັກຂັ້ນເມືອງ, ຂັ້ນແຂວງ ແລະ ກະຊວງ-ອົງການ ແມ່ນໃຫ້ສຸມໃສ່ປະຕິບັດ 3 ວຽກຕົ້ນຕໍຄື: ວຽກງານຂະບວນການ ຕ້ອງສຸມໃສ່ນຳພາຍູ້ຂະບວນການຮອບດ້ານໃຫ້ແຂງແຮງ, ໃຫ້ຟົດຟື້ນ, ຕໍ່ເນື່ອງ  ເປັນຕົ້ນແມ່ນການສູ້ຊົນປະຕິບັດບັນດາຄາດໝາຍທີ່ກອງປະຊຸມໃຫຍ່ຂັ້ນຂອງຕົນວາງອອກ ໃຫ້ບັນລຸຕາມລະດັບຄາດໝາຍ, ຂະບວນການປະຕິບັດ 2 ວາລະແຫ່ງຊາດ ແລະ ອື່ນໆ ທັງໝົດນີ້ຕ້ອງໃຫ້ເປັນຂອງມະຫາຊົນ, ມີການເຂົ້າຮ່ວມຂອງມະຫາຊົນຢ່າງກວ້າງຂວາງ; ກະກຽມດ້ານເນື້ອໃນ ຕ້ອງເລິກເຊິ່ງແທດກັບຕົວຈິງ, ສ່ອງແສງເຖິງຄວາມເປັນຈິງ ແຕ່ຮາກຖານຂຶ້ນມາ ແລະ ສາມາດປະຕິບັດໄດ້; ໃຫ້ເປັນບ່ອນອີງທີ່ມີລັກສະນະຫຼັກການ ໃນການປະຕິບັດຂອງການຈັດຕັ້ງພັກທຸກຂັ້ນ; ການກະກຽມບຸກຄະລາກອນ ຕ້ອງລະອຽດຮອບຄອບ, ຕ້ອງເປີດບັ້ນດໍາເນີນຊີວິດການເມືອງໃຫ້ເລິກເຊິ່ງ, ກວດກາຕີລາຄາຄວາມຮັບຜິດຊອບຂອງໝູ່ຄະນະ, ຂອງບຸກຄົນໃນຄະນະພັກ ແລະ ພະນັກງານຫຼັກແຫຼ່ງ-ສະມາຊິກພັກ ໃຫ້ຖືກຕ້ອງ; ສ້າງ ແລະ ເລືອກເຟັ້ນເອົາບຸກຄະລາກອນ ຈາກຂະບວນການວຽກງານຕົວຈິງຢູ່ຮາກຖານ ເພື່ອສະໝັກເຂົ້າໃນໂຄງປະກອບຄະນະພັກຊຸດໃໝ່ ຕາມທິດຫັນເປັນໜຸ່ມ ແລະ ຖືກຕ້ອງຕາມມາດຕະຖານເງື່ອນໄຂ, ຕິດພັນກັບການປັບປຸງກົງຈັກຂັ້ນຕ່າງໆ; ສະເພາະຮາກຖານພັກ ທີ່ໄດ້ເປີດກອງປະຊຸມໃຫຍ່ສຳເລັດແລ້ວ ແມ່ນໃຫ້ສືບຕໍ່ປັບປຸງພາລະບົດບາດ, ແບບແຜນວິທີເຮັດວຽກ, ການແບ່ງງານພາຍໃນຄະນະໜ່ວຍພັກໃຫ້ສອດຄ່ອງຕາມຄວາມຮູ້, ຄວາມສາມາດຂອງ ແຕ່ລະສະຫາຍ; ຕ້ອງສ້າງແຜນການຝຶກອົບຮົມ ເພື່ອຍົກຂີດຄວາມ ສາມາດໃນການນໍາພາຂອງຄະນະໜ່ວຍພັກ.
ກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຂ້າພະເຈົ້າ ໄດ້ຮັບການລາຍງານ ວ່າຄະນະຈັດຕັ້ງສູນກາງພັກ ກໍາລັງຄົ້ນຄວ້າເພື່ອປັບປຸງຄໍາສັ່ງ, ຄໍາແນະນໍາ ແລະ ໃນກອງປະຊຸມຄັ້ງນີ້ ພວກສະຫາຍໄດ້ເອົາຮ່າງຄໍາແນະນໍາເພີ່ມເຕີມ ມາທາບທາມຄວາມຄິດເຫັນຂອງຜູ້ແທນກອງປະຊຸມ. ສະນັ້ນ, ພາຍຫຼັງຜູ້ແທນປະກອບຄໍາເຫັນ ມອບໃຫ້ຄະນະຈັດຕັ້ງສູນກາງພັກສືບຕໍ່ປັບປຸງ ແລະ ນໍາມາລາຍງານ ຂ້າພະເຈົ້າ ກ່ອນທີ່ຄະນະຈັດຕັ້ງຈະລົງລາຍເຊັນ ເພື່ອນໍາໃຊ້.
ກ່ຽວກັບວຽກງານຂະຫຍາຍພັກ ສະເໜີໃຫ້ ບັນດາສະຫາຍຄົ້ນຄວ້າອອກນິຕິກຳ ກ່ຽວກັບວຽກງານຂະຫຍາຍພັກຢູ່ຂົງເຂດເສດຖະກິດ, ຫົວໜ່ວຍທຸລະກິດ, ວິສາຫະກິດເອກະຊົນ; ຕໍ່ບັນຫານີ້ຄະນະຈັດຕັ້ງສູນກາງພັກຕ້ອງເປັນໃຈກາງ ແລະ ພິຈາລະນາຄວາມເປັນໄປໄດ້ເພື່ອນໍາສະເໜີໃຫ້ສູນກາງພັກ ຫຼື ລັດຖະບານ ອອກແຈ້ງການໃດໜຶ່ງກ່ຽວກັບໃຫ້ບັນດາຫົວໜ່ວຍເສດຖະກິດ ຢູ່ປະເທດເຮົາຕ້ອງໃຫ້ມີການຈັດຕັ້ງລະບົບການເມືອງໃດໜຶ່ງຈັດຕັ້ງຂຶ້ນໃນຫົວໜ່ວຍເສດຖະກິດຂອງຕົນ; ບົນພື້ນຖານນິຕິກໍາດັ່ງກ່າວ ຄະນະຈັດຕັ້ງສົມທົບ ການຈັດຕັ້ງມະຫາຊົນທີ່ກ່ຽວຂ້ອງລົງຂົນຂວາຍສ້າງຕັ້ງຕົວຈິງຢູ່ບັນດາຫົວໜ່ວຍວິສາຫະກິດ; 
ການຂະຫຍາຍພັກ, ເປັນວຽກງານທີ່ມີຄວາມສໍາຄັນ, ການຂະຫຍາຍພັກ ແມ່ນເພື່ອຊອກເຫັນເປົ້າໝາຍທີ່ມີຄວາມຂະຫຍັນ, ຫ້າວຫັນ, ດີເດັ່ນກວ່າໝູ່ ເພື່ືອສຶກສາອົບຮົມກໍ່ສ້າງ ແລ້ວຂະຫຍາຍເຂົ້າພັກ ຕາມລະບຽບຂັ້ນຕອນ ທີ່ກໍານົດໄວ້ໃນກົດລະບຽບພັກ; ສະນັ້ນ, ການຂະຫຍາຍພັກ ຈຶ່ງມີຈຸດເລັ່ງສະເພາະ ແນໃສ່ແຈກຢາຍກໍາລັງຂອງພັກໃຫ້ທົ່ວເຖິງທຸກຂົງເຂດຊີວິດຂອງສັງຄົມ; ສະເພາະເປົ້າໝາຍມະຫາຊົນທີ່ຖືສາສະໜາຕ່າງໆ, ເປົ້າໝາຍທີ່ແຕ່ງງານກັບຄົນຕ່າງປະເທດ ເປັນບັນຫາທີ່ມີຄວາມຫຼໍ່ແຫຼມ. ສະນັ້ນ, ຈຶ່ງມອບໃຫ້ຄະນະຈັດຕັ້ງສູນກາງພັກຄົ້ນຄວ້າໃຫ້ລະອຽດຕື່ມ ອາດຈັດໃຫ້ມີກອງປະຊຸມຮ່ວມກັບຄະນະກວດກາສູນກາງພັກ ແລະ ພາກສ່ວນກ່ຽວຂ້ອງອື່ນໆ ຈຶ່ງສະຫຼຸບຖອດຖອນບົດຮຽນກ້າວເຖິງການສ້າງ ແລະ ປັບປຸງນິຕິກໍາທີ່ກ່ຽວຂ້ອງໃຫ້ມີຄວາມຊັດເຈນກວ່າເກົ່າ.
ກ່ຽວກັບການປັບປຸງ, ຍົກສູງຄວາມສາມາດຂອງຄະນະໜ່ວຍພັກ ແມ່ນມອບຄວາມຮັບຜິດຊອບໃຫ້ຄະນະພັກທຸກຂັ້ນ (ແຂວງ, ນະຄອນຫຼວງ, ກະຊວງ-ອົງການ ເປັນເຈົ້າການໃນການສ້າງແຜນການ, ງົບປະມານ ໃນການຈັດຕັ້ງຝຶກອົບຮົມໃຫ້ບັນດາຄະນະໜ່ວຍພັກບ້ານ, ໜ່ວຍພັກຫ້ອງການ, ຂະແໜງການອ້ອມຂ້າງຂັ້ນເມືອງ, ຂັ້ນແຂວງ ແລະ ກະຊວງ-ອົງການຂອງຕົນ, ສ່ວນເນື້ອໃນຝຶກອົບຮົມ ແມ່ນໃຫ້ສົມທົບກັບຄະນະຈັດຕັ້ງສູນກາງພັກ ແລະ ຄະນະກວດກາສູນກາງພັກ
ການກໍ່ສ້າງພັກທາງດ້ານແບບແຜນນໍາພາ:  ແມ່ນໃຫ້ຄະນະພັກແຕ່ລະຂັ້ນ ເອົາໃຈໃສ່ສ້າງແບບແຜນເຮັດວຽກທີ່ຢຶດໝັ້ນ ແລະ ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ທຸກບັນຫາສໍາຄັນຕ້ອງໄດ້ຮັບການປຶກສາຫາລື ຕົກລົງເປັນໝູ່ຄະນະ, ການນໍາພາເປັນໝູ່ຄະນະ ບໍ່ໄດ້ໝາຍຄວາມວ່າທຸກອັນກິໆກີໆ ຕ້ອງໄດ້ປະຊຸມທັງໝົດ; ໝູ່ຄະນະຈະປະຊຸມກັນ ກໍຕໍ່ເມື່ອມີບັນຫາໃໝ່ເກີດຂຶ້ນເທົ່ານັ້ນ, ບັນຫາໃດທີ່ໝູ່ຄະນະໄດ້ມີຄໍາເຫັນຊີ້ນໍາ ແລະ ມອບໝາຍໃຫ້ບຸກຄົນຮັບຜິດຊອບໄປແລ້ວ, ສະຫາຍ ດັ່ງກ່າວຕ້ອງເສີມຂະຫຍາຍຄວາມຮັບຜິດຊອບ ແລະ ລັກສະນະປະດິດສ້າງໃນການຈັດຕັ້ງປະຕິບັດຢ່າງເປັນເຈົ້າການ; ບໍ່ໃຫ້ເອື່ອຍອີງໃສ່ແຕ່ໝູ່ຄະນະອີກ; ຕ້ອງສ້າງແບບແຜນເຮັດວຽກ ເຮັດແທ້ທໍາຈິງ; ຕ້ອງຫັນແນວທາງ, ມະຕິ, ຄໍາສັ່ງຂອງພັກ ມາເປັນໂຄງການດໍາເນີນງານຂອງຂັ້ນຕົນ; 
2. ວຽກງານພະນັກງານ.
ອົງຄະນະພັກ ແຕ່ລະຂັ້ນ ຕ້ອງໄດ້ສືບຕໍ່ເຜີຍແຜ່, ເຊື່ອມຊຶມ ບັນດານິຕິກຳກ່ຽວກັບວຽກງານພະນັກງານທີ່ສູນກາງພັກວາງອອກ ເປັນຕົ້ນແມ່ນມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 21/ກມສພ  ວ່າດ້ວຍການຕີລາຄາພະນັກງານ ແລະ ມະຕິ ເລກທີ 04/ຄບສພ ແລະ ມະຕິເລກທີ 13/ກມສພ ວ່າດ້ວຍການເລືອກເຟັ້ນ, ແຕ່ງຕັ້ງ, ສັບປ່ຽນໜ້າທີ່ຂອງພະນັກງານນໍາພາຄຸ້ມຄອງ ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ຕໍ່ບັນດາມະຕິດັ່ງກ່າວໃຫ້ເລິກເຊິ່ງ ເພື່ອໃຫ້ສະມາຊິກພັກ, ພະນັກງານຮັບຮູ້, ກໍາແໜ້ນ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງ ໃນນີ້ຄະນະຈັດຕັ້ງແຕ່ລະຂັ້ນ, ກົມຈັດຕັ້ງກະຊວງ-ອົງການ ຕ້ອງເປັນເສນາທິການໃຫ້ແກ່ຄະນະພັກໃນການກະກຽມເນື້ອໃນ ແລະ ບັນດາເງື່ອນໄຂຕ່າງໆ ສໍາລັບການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ຢູ່ຂັ້ນຕົນ ແນໃສ່ຮັບປະກັນໃຫ້ວຽກງານຄຸ້ມຄອງພະນັກງານເຂົ້າສູ່ລວງເລິກ ແລະ ໄດ້ຮັບການຈັດຕັ້ງປະຕິບັດມີຄວາມສັກສິດ;
* ສືບຕໍ່ຕິດຕາມ, ຊຸກຍູ້ ແລະ ປະເມີນພະນັກງານຕາມຂັ້ນຕອນ ແລະ ລະບຽບ ການທີ່ກໍານົດໄວ້ ແລະ ຖືເອົາການປະເມີນຜົນເປັນຂໍ້ມູນ ເພື່ອສຶກສາອົບຮົມ, ບໍາລຸງ - ກໍ່ສ້າງໃນດ້ານຕ່າງໆ ແລະ ເປັນຂໍ້ມູນໃນການຈັດວາງ, ສັບຊ້ອນພະນັກງານ.
    - ສົມທົບກັບກະຊວງພາຍໃນ ເພື່ອຄົ້ນຄວ້າສ້າງນິຕິກໍາທີ່ເປັນບ່ອນອີງ ໃນ ການສອບເສັງຕໍາແໜ່ງບໍລິຫານຢູ່ສູນກາງ ແລະ ທ້ອງຖິ່ນ; ຄະນະຈັດຕັ້ງສູນກາງ ພັກ ຕ້ອງເປັນເຈົ້າການແຕ່ຫົວທີສົມທົບກັບພາກສ່ວນອື່ນທີ່ກ່ຽວຂ້ອງ ໃນການຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາ ທີ່ກ່ຽວຂ້ອງກັບການສ້າງແຜນກໍານົດພະນັກງານນໍາພາຍຸດທະສາດຂອງພັກ ແລະ ສືບຕໍ່ເປັນເສນາທິການໃນ ການຈັດຕັ້ງປະຕິບັດລະບອບ ຄົ້ນຄວ້າຮໍ່າຮຽນລວມໝູ່ ໃຫ້ເປັນປົກກະຕິ ແລະ ທົ່ວເຖິງ.
* ອີກບັນຫາໜຶ່ງທີ່ສໍາຄັນໃນວຽກງານກໍ່ສ້າງພະນັກງານ ແມ່ນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍຄໍາສັ່ງ ເລກທີ 416/ຄລສພ, ລົງວັນທີ 8 ສິງຫາ 2023 ວ່າດ້ວຍການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ແລະ ຄໍາແນະນໍາ ເລກທີ 211/ຄຈສພ, ລົງວັນທີ 16 ສິງຫາ 2023 ກ່ຽວກັບການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ເພື່ອກະກຽມບຸກຄະລາກອນເຂົ້າໃນຄະນະພັກຂັ້ນຕ່າງໆ ຮັບ ປະກັນຄຸນນະພາບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໃນສະເພາະໜ້າ ແລະ ຍາວນານ.
3. ວຽກງານປັບປຸງກົງຈັກການຈັດຕັ້ງ.
ຄະນະຈັດຕັ້ງສູນກາງພັກ ສົມທົບກັບກະຊວງພາຍໃນ ກະກຽມສະຫຼຸບຖອດຖອນບົດຮຽນ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຜ່ານມາ, ພ້ອມທັງຄົ້ນຄວ້າກ່ຽວກັບການສ້າງ ແລະ ປັບປຸງນິຕິກໍາ ເພື່ອເປັນບ່ອນອີງໃນການປັບປຸງກົງຈັກການຈັດຕັ້ງໃນຕໍ່ໜ້າ ໃຫ້ຮັບປະກັນຕາມທິດກະທັດຮັດແຕ່ມີຄຸນນະພາບ; ສືບຕໍ່ຄົ້ນຄວ້າສ້າງ ແລະ ປັບປຸງນິຕິກໍາວຽກງານກໍ່ສ້າງພັກ, ໃນນີ້ ໃຫ້ເອົາໃຈໃສ່ຕື່ມການຄົ້ນຄວ້າໂຄງປະກອບ ແລະ ການເຄື່ອນໄຫວຂອງບັນດາຮາກຖານພັກ ສໍານັກງານ, ອົງການ ໂດຍສະເພາະບັນດາຮາກຖານ ພັກຂອງດ່ານສາກົນ ໃຫ້ມີຄວາມຊັດເຈນ.
ອີກບັນຫາໜຶ່ງໃນວຽກງານປັບປຸງກົງຈັກການຈັດຕັ້ງ ຜ່ານມາເຫັນວ່າ ກົງຈັກການຈັດຕັ້ງຂອງພັກ ແລະ ກົງຈັກການຈັດຕັ້ງຂອງລັດ ຍັງບໍ່ທັນລ່ອງຊ່ອງນໍາກັນເທົ່າທີ່ຄວນ. ສະນັ້ນ, ຈຶ່ງມອບໃຫ້ຄະນະຈັດຕັ້ງສູນກາງພັກ  ເປັນເຈົ້າການແຕ່ຫົວທີໃນການຈັດຕັ້ງຜັນຂະຫຍາຍ ມະຕິ 05/ຄບສພ, ລົງວັນທີ 5 ກັນຍາ 2023 ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາບປ່ຽນແປງໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນທີ່ແຮງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ ແລະ ແຜນດໍາເນີນງານ ເລກທີ 432/ຄລສພ, ລົງວັນທີ 8 ກັນຍາ 2023 ໃນຄວາມຮັບຜິດຊອບໂດຍກົງ ແລະ ມີສ່ວນຮ່ວມ ຂອງຄະນະຈັດຕັ້ງສູນກາງພັກ ເປັນຕົ້ນສົມທົບແຕ່ຫົວທີກັບ ຄະນະກວດກາສູນກາງພັກ ໃນການສະຫຼຸບຕີລາຄາການຈັດຕັ້ງປະຕິບັດກົດ ລະບຽບພັກ ສະໄໝທີ XI ແລະ ຮ່າງກົດລະບຽບພັກ ສະໄໝທີ XII; ລະບອບດໍາເນີນຊີວິດການເມືອງ ຕິດພັນກັບການລົງຄະແນນສຽງໄວ້ວາງໃຈຕໍ່ຜູ້ດໍາລົງຕໍາແໜ່ງຂັ້ນຕ່າງໆ ແລະ ການກວດກາ, ລົງວິໄນ ຕໍ່ສະມາຊິກພັກ-ພະນັກງານ ທີ່ລະເມີດກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ; ສືບຕໍ່ສົມທົບກັບກະຊວງ ພາຍໃນ ກ່ຽວກັບການປັບປຸງກົງຈັກການຈັດຕັ້ງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ກະທັດຮັດ, ເຂັ້ມແຂງ,              ໜັກແໜ້ນ.         
ຂ່າວ-ພາບ: ພູວຽງຄຳ

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ