ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ XIII ຂອງ ສະຫາຍ ຫຼີ ຊູເລີຍ ພ້ອມຄະນະ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ກໍຄື ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ກ້າວເຂົ້າສູ່ລວງເລິກ ດ້ວຍມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ; ພ້ອມທັງ ຊົມເຊີຍຜົນສຳເລັດຂອງການພົວພັນຮ່ວມມື ລະຫວ່າງ 2 ຄະນະໂຄສະນາອົບຮົມສູນກາງພັກ ລາວ-ຈີນ ໃນໄລຍະຜ່ານມາ ແລະ ໄດ້ຊີ້ນຳໃຫ້ສອງອົງການ ສືບຕໍ່ຮັດແໜ້ນການພົວພັນຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານນຳກັນ ໃນຕໍ່ໜ້າ; ຕີລາຄາສູງ ຕໍ່ຜົນສໍາເລັດການຈັດກອງປະຊຸມສໍາມະນາທິດສະດີ ສອງພັກ ລາວ-ຈີນ ຄັ້ງທີ XIII ທີ່ນະຄອນປາກເຊ ຊຶ່ງກອງປະຊຸມດັ່ງກ່າວ ເປັນກົນໄກພົບປະສໍາຄັນ ຂອງສອງພັກ, ທັງເປັນໂອກາດອັນດີໃຫ້ສອງຝ່າຍ ໃນການແລກປ່ຽນບົດຮຽນດ້ານທິດສະດີ ແລະ ພຶດຕິກໍາ ຊຶ່ງກັນ ແລະ ກັນ ໃນວຽກງານການກໍ່ສ້າງພັກ-ພະນັກງານ, ການບໍລິຫານລັດ-ປົກຄອງປະເທດ ແລະ ອື່ນໆ; ສະເພາະຄັ້ງນີ້, ສອງຝ່າຍ ໄດ້ເລືອກເອົາຫົວຂໍ້ທີ່ແທດເໝາະກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງສອງຝ່າຍ ທີ່ພວມກະກຽມສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ສະບັບໃໝ່ຂອງຕົນ ເພື່ອສ້າງສາພັດທະນາປະເທດສູ່ຈຸດໝາຍສັງຄົມນິຍົມ ຢູ່ສອງປະເທດ ລາວ-ຈີນ.
ສະຫາຍ ຫຼີ ຊູເລີຍ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມຂອງ ສະຫາຍ ທອງລຸນ ສີສຸລິດ ແລະ ໄດ້ຕີລາຄາສູງຕໍ່ຜົນສໍາເລັດທີ່ປະຊາຊົນລາວ ຍາດມາໄດ້ ພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ, ຊົມເຊີຍວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະມາເຖິງໃນມໍ່ໆນີ້ ແລະ ອວຍພອນໃຫ້ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ໃນຕົ້ນປີ 2026 ປະສົບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ກໍານົດໄວ້; ຕີລາຄາສູງຜົນການພົບປະ ລະຫວ່າງ ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສປ ຈີນ ທີ່ນະຄອນຫຼວງປັກກິ່ງ ສປ ຈີນ ໃນຕົ້ນເດືອນກັນຍາ 2025 ຜ່ານມາ ທີ່ໄດ້ມີເນື້ອໃນອັນອຸດົມສົມບູນ ແລະ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນໍາຂອງການນໍາຂັ້ນສູງສຸດຂອງ 2 ພັກ ລາວ-ຈີນ ທີ່ໄດ້ເປັນເອກະພາບກັນນັ້ນ ຈະເປັນທິດທີ່ໜັກແໜ້ນໃຫ້ການເສີມຂະຫຍາຍການພົວພັນຮ່ວມມື ລາວ-ຈີນ ທີ່ເປັນມູນເຊື້ອ ໃຫ້ນັບມື້ມີປະສິດທິຜົນ, ເລິກເຊິ່ງ ແລະ ໜັກແໜ້ນຍິ່ງໆຂຶ້ນ.
(ຂ່າວ-ພາບ: ສຸກສະຫວັນ)
ຄໍາເຫັນ