![]() |
ໃນວັນທີ 10 ພະຈິກ, ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ໄດ້ໄປຢ້ຽມຢາມ ຕຳນັກຜ້າໄໝລາວບູຮານທີ່ນະຄອນຫຼວງວຽງຈັນ ຊຶ່ງເປັນຫໍວາງສະແດງຜ້າໄໝລາວບູຮານເພື່ອເຜີຍແຜ່ມໍລະດົກວັດທະນະທຳແລະຮີດຄອງປະເພນິອັນດີງາມຂອງຊາດໂດຍສະເພາະແມ່ນຮີດຄອງປະເພນີການນຸ່ງຖືສີໄມ້ລາຍມືອັນປານີດແລະມີເອກະລັກສະເພາະທີ່ສືບທອດຈາກຮຸ່ນຄົນສູ່ຮຸ່ນຄົນຈົນເຖິງປັດຈຸບັນ.
![]() |
ໃນວັນທີ 11 ພະຈິກ, ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ໄດ້ໄປຢ້ຽມຢາມໂຮງຮຽນປະຖົມບໍຣິບູຣຈີນປາກເຊ ທີ່ແຂວງຈໍາປາສັກ ຊຶ່ງເປັນໂຮງຮຽນທີ່ມີປະຫວັດອັນຍາວນານ ສ້າງຕັ້ງໂດຍຊາວຈີນພົ້ນທະເລ ທີ່ໄດ້ລະດົມທຶນເພື່ອກໍ່ຕັ້ງໂຮງຮຽນພາສາຈີນທີ່ເກົ່າແກ່ທີ່ສຸດໃນລາວ ຊຶ່ງໄດ້ສ້າງຕັ້ງໃນປີ 1929. ຈາກນັ້ນ, ກໍໄດ້ໄປຢ້ຽມຢາມ ແລະ ທ່ຽວຊົມວັດພູຈໍາປາສັກ ບູຮານສະຖານວັດຖຸຂອງລາວ ທີ່ໄດ້ຖືກຮັບຮອງໃຫ້ເປັນມໍລະດົກໂລກຈາກອົງການຢູເນສໂກ (UNESCO).
![]() |
ກ່ອນການສຳເລັດການມາ ສປປ ລາວ ຄັ້ງນີ້, ສະຫາຍ ຫຼີ ຊູ ເລີຍ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມເຂດອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ທີ່ນະຄອນຫຼວງວຽງຈັນ ຊຶ່ງໂອກາດນີ້ ກໍໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ຕໍ່ໜ້າຮູບປັ້ນຫຼໍ່ ປະທານ ໄກສອນ ພົມວິຫານ ເພື່ອສະແດງເຖິງຄວາມເຄົາລົບນັບຖື ຕໍ່ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຜູ້ທີ່ໄດ້ເສຍສະຫຼະເຫື່ອແຮງ, ສຸມສະຕິປັນຍາເຂົ້າໃນການນຳພາ-ຊີ້ນໍາພາລະກິດປະຕິວັດຕໍ່ສູ້ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງຂຶ້ນ, ສາມາດຍາດໄດ້ໄຊຊະນະແລະປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ.
![]() |
(ຂ່າວ-ພາບ: ສຸກສະຫວັນ)




ຄໍາເຫັນ