ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງສະໜາມບິນສາກົນ ຊ່ຽວຊານ ນະຄອນຫາງໂຈ ແຂວງເຈີ້ຈ່ຽງ ສປ ຈີນ

ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງສະໜາມບິນສາກົນ ຊ່ຽວຊານ ນະຄອນຫາງໂຈ ແຂວງເຈີ້ຈ່ຽງ ສປ ຈີນ

ສະຫາຍ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງສະໜາມບິນສາກົນ ຊ່ຽວຊານ ນະຄອນຫາງໂຈ ແຂວງເຈີ້ຈ່ຽງ ສປ ຈີນ
ໃນວັນທີ 2 ມິຖຸນາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງເຖິງສະໜາມບິນສາກົນ ຊ່ຽວຊານ ນະຄອນຫາງໂຈ ແຂວງເຈີ້ຈ່ຽງ ສປ ຈີນ, ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ແຕ່ວັນທີ 2-6 ມິຖຸນາ 2026. ພິທີຕ້ອນຮັບຢູ່ສະໜາມບິນ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີ ສະຫາຍ ເສີນໂຈວ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມດ້ວຍຄະນະຝ່າຍຈີນ ແລະ ສະຫາຍ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ແລະ ກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈໍາ ຊຽງໄຮ້ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ໃຫ້ການຕ້ອນຮັບ.
ສະຫາຍ ທອງລນ ສສລດ ພອມດວຍພນລະຍາ ແລະ ຄະນະຜແທນຂນສງ ເດນທາງເຖງສະໜາມບນສາກນ ຊຽວຊານ ນະຄອນຫາງໂຈ ແຂວງເຈຈຽງ ສປ ຈນ - image 1
 

 

ການເດີນທາງຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ຄັ້ງນີ້ ແມ່ນຕອບສະໜອງຕາມການເຊື້ອເຊີນ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະ ເທດ ແຫ່ງ ສປ ຈີນ ແລະ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວ ພັນຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການສ້າງຄູ່ ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃຫ້ມີຄຸນນະພາບສູງ, ມາດຕະຖານສູງ ແລະ ລະດັບສູງກວ່າ ເກົ່າ.

ສະຫາຍ ທອງລນ ສສລດ ພອມດວຍພນລະຍາ ແລະ ຄະນະຜແທນຂນສງ ເດນທາງເຖງສະໜາມບນສາກນ ຊຽວຊານ ນະຄອນຫາງໂຈ ແຂວງເຈຈຽງ ສປ ຈນ - image 2
 

ໃນໂອກາດຢ້ຽມຢາມຄັ້ງນີ້, ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ ຈະພົບປະກັບບັນດາການນໍາຂັ້ນສູງຂອງ ສປ ຈີນ, ຢ້ຽມຢາມ ແລະ ພົບປະກັບການ ນໍາແຂວງເຈີ້ຈ່ຽງ ພ້ອມທັງຈະເຄື່ອນໄຫວທັດສະນະຢ້ຽມຢາມສະຖານທີ່ສໍາຄັນ ແລະ ພື້ນຖານການຜະລິດຈໍານວນໜຶ່ງ ຢູ່ ແຂວງເຈີ້ຈ່ຽງ ອີກດ້ວຍ.

ສະຫາຍ ທອງລນ ສສລດ ພອມດວຍພນລະຍາ ແລະ ຄະນະຜແທນຂນສງ ເດນທາງເຖງສະໜາມບນສາກນ ຊຽວຊານ ນະຄອນຫາງໂຈ ແຂວງເຈຈຽງ ສປ ຈນ - image 3
 

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວເດັ່ນ

ເລຂາທິການໃຫຍ່ ຮ່ວມປູກຕົ້ນໄມ້ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນປະຈຳປີ 2026

ເລຂາທິການໃຫຍ່ ຮ່ວມປູກຕົ້ນໄມ້ໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນປະຈຳປີ 2026

ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ (ສຊປລ) ຮ່ວມກັບກະຊວງກະສິກໍາ ແລະ ສິ່ງແວດລ້ອມ ແລະນະຄອນຫຼວງວຽງຈັນ (ນວ) ຈັດພິທີປູກຕົ້ນໄມ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ແລະ ວັນເດັກນ້ອຍສາກົນ ຄົບຮອບ 101 ປີ ຂຶ້ນໃນວັນທີ 1 ມິຖຸນານີ້, ທີ່ໂຮງຮຽນປະຖົມສົມບູນວຽງຄໍາ ບ້ານວຽງຄໍາ ເມືອງສີໂຄດຕະບອງ ນວ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດພ້ອມດ້ວຍພັນລະຍາ, ມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຄະນະນຳ ນວ, ພະນັກງານລັດຖະກອນ, ຄູ-ອາຈານ, ນັກຮຽນ, ອານຸຊົນ-ເຍົາວະຊົນເຂົ້າຮ່ວມ.
ພິທີເປີດນຳໃຊ້ ລະບົບ Agro-Link ຢ່າງເປັນທາງການ

ພິທີເປີດນຳໃຊ້ ລະບົບ Agro-Link ຢ່າງເປັນທາງການ

ໃນວັນທີ 28 ພຶດສະພາ ຜ່ານມານີ້ ທີ່ນະຄອນຫຼວງວຽງຈັນ, ໄດ້ຈັດພິທີເປີດນຳໃຊ້ລະບົບ AGRO LINK CENTER APPLICATION ຢ່າງເປັນທາງການ ໂດຍການໃຫ້ກຽດເປີດນຳໃຊ້ລະບົບ ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ເພັດ ພົມພິພັກ ຫົວໜ້າຫ້ອງວ່າການສູນກາງພັກ, ທ່ານ ລິນຄຳ ດວງສະຫວັນ ລັດຖະມົນກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີບັນດາທ່ານ ຮອງລັດຖະມົນຕີ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ທ່ານຫົວໜ້າ, ຮອງຫົວໜ້າກົມ, ປະທານບໍລິສັດ AIDC ພ້ອມດ້ວຍບັນດາແຂກ ເຂົ້າຮ່ວມເປັນສັກຂີພິຍານ ຢ່າງພ້ອມພຽງ.
ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2026

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2026

ໃນຕອນບ່າຍວັນທີ 28 ພຶດສະພານີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2026 ໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 27 ແລະ ອັດລົງໃນຕອນເຊົ້າວັນທີ 28 ພຶດສະພາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະ ມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງ-ອົງການ, ຄະນະປະຈໍາສະພາແຫ່ງຊາດ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນມິຖຸນາ 2026.
ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນພຶດສະພາ 2026

ເປີດກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈໍາເດືອນພຶດສະພາ 2026

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນພຶດສະພາ 2026 ເປີດຂຶ້ນໃນຕອນເຊົ້າ ຂອງວັນທີ 27 ພຶດສະພານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນມິຖຸນາ 2026.
ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII

ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII

ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນ​ວັນ​ທີ 21 ພຶດ​ສະ​ພາ ນີ້. ຕະຫຼອດໄລຍະ 3 ວັນ ທີ່ຜ່ານມາ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ບັນດາສະຫາຍສູນກາງ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ສຸມໃສ່ຄົ້ນຄວ້າ ແລະ ປະກອບຄຳຄິດຄຳເຫັນ ດ້ວຍບັນຍາກາດຟົດຟື້ນ, ມີເນື້ອໃນເລິກເຊິ່ງ, ກົງໄປກົງມາຕໍ່ການນໍາພາ-ຊີ້ນໍາ ຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ ແລະ ທິດທາງແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2026; ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາ ໃນໄລຍະ 6 ເດືອນຕົ້ນປີ 2026 ແລະ ຕໍ່ການສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນະຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ.
ເປີດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ເປີດກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

ໃນຕອນເຊົ້າຂອງວັນທີ 19 ພຶດສະພານີ້, ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ເປີດຂຶ້ນຢ່າງເປັນທາງການທີ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ, ໂດຍການເຂົ້າຮ່ວມຂອງບັນດາສະຫາຍກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກໍາມະການສູນກາງພັກສົມບູູນ ແລະ ສໍາຮອງ.
ລາວ-ຟີລິບປິນ ປຶກສາຫາລືເພື່ອສົ່ງເສີມການຮ່ວມມືສອງຝ່າຍ

ລາວ-ຟີລິບປິນ ປຶກສາຫາລືເພື່ອສົ່ງເສີມການຮ່ວມມືສອງຝ່າຍ

ໃນວັນທີ 8 ພຶດສະພາ 2026 ທີ່ ເຊບູ ປະເທດ ຟິລິບປິນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ເຟີດີນານ ມາກອສ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟິລິບປິນ, ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນລະຫວ່າງວັນທີ 7-8 ພຶດສະພາ 2026.
ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

ປະທານປະເທດເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 81 ປີ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນໄຊຊະນະສົງຄາມປົກປ້ອງປີປິຕຸພູມ ຄົບຮອບ 81 ປີ ຊຶ່ງໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ 2026 ທີ່ ນະຄອນຫຼວງມົສກູ ສະຫະພັນ ຣັດເຊຍ.
ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ

ສອງນາຍົກລັດຖະມົນຕີ ລາວ-ມາເລເຊຍ ພົບປະສອງຝ່າຍ

ໃນວັນທີ 7 ພຶດສະພາ ນີ້ ທີ່ ເຊບູ ຟີລິບປິນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດສະພາ 2026.
ນາຍົກ ເດີນທາງເຖິງເຊບູ ສ ຟີລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 48

ນາຍົກ ເດີນທາງເຖິງເຊບູ ສ ຟີລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 48

ໃນຕອນບ່າຍຂອງວັນທີ 7 ພຶດສະພານີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນ ໄດ້ເດີນທາງເຖິງ ເຊບູ ສ ຟິລິບປິນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໃນວັນທີ 7-8 ພຶດສະພາ 2026. ພິທີຕ້ອນຮັບທີ່ສະໜາມບິນສາກົນມັກຕັນ-ເຊບູ ໄດ້ຈັດຂຶ້ນຢ່າງສົມກຽດ ຊຶ່ງ ພະນະທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະ ໄດ້ຖືກຕ້ອນຮັບໂດຍ ທ່ານ RexT. Gatchalian ລັດ​ຖະ​ມົນ​ຕີ​ກະ​ຊວງ​ສະຫວັດດີການສັງຄົມ ​ແລະ​ ການພັດທະນາ ແຫ່ງ ສ ຟິລິບປິນ,​ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະ ລວມທັງ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ແລະ ພະນັກງານຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສ ຟິລິບປິນ ຈໍານວນໜຶ່ງ.
ເພີ່ມເຕີມ