ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສຳພັນ

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສຳພັນ

ສະຫາຍ ວັນໄຊ ພອງສະຫວັນ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ເມືອງສຳພັນ
ໃນວັນທີ 28 ກໍລະກົດນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ພ້ອມດ້ວຍຄະນະ ແລະ ຄະນະນຳຂອງແຂວງຜົ້ງສາລີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ເມືອງສຳພັນ ແຂວງຜັ້ງສາລີ.
ສະຫາຍ ວນໄຊ ພອງສະຫວນ ເຄອນໄຫວຢຽມຢາມ ແລະ ເຮດວຽກຢເມອງສຳພນ - image 1
 

 

ໃນການລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ ໄດ້ຮັບຟັງການລາຍງານສະພາບລວມຂອງເມືອງໃນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີໂດຍຫຍໍ້ຈາກ ສະຫາຍ ທອງຕື ເກຍສະບົງກຳມະການພັກແຂວງ ເລຂາພັກເມືອງສຳພັນ ຊຶ່ງສະຫາຍໃຫ້ຮູ້ວ່າ: ລວມຍອດມູນຄ່າຜະລິດຕະພັນພາຍໃນເມືອງ 6 ເດືອນຕົ້ນປີ 2026 ຂະຫຍາຍຕົວ ເພີ່ມຂຶ້ນ 3.43% (ແຜນການປີ 5.55%); ສາມາດສ້າງມູນຄ່າເພີ່ມໃນປັດຈຸບັນໄດ້ 177.22 ຕື້ກີບ ເທົ່າກັບ 57.64% ຂອງແຜນການປີ, ສະເລ່ຍຕໍໍ່ຫົວຄົນ ໄດ້ປະມານ 6,320,000 ກີບ ຫຼື ເທົ່າກັບ 301.15 ໂດລາ, ທົ່ວເມືອງມີບ້ານພົ້ນທຸກ 9 ບ້ານ ເທົ່າກັບ 14.52%, ຄອບຄົວພົ້ນທຸກ 898 ຄອບຄົວ ກວມ 19.46%, ພົນລະເມືອງທຸກຍາກຍັງກວມເອົາ 83.47% ຂອງຈໍານວນພົນລະເມືອງໃນທົ່ວເມືອງ. ມີບ້ານພັດທະນາ 2 ບ້ານ, ປະກາດບ້ານໃຫຍ່ເປັນຕົວເມືອງໃນຊົນນະບົດ 1 ບ້ານ.

ສະຫາຍ ວນໄຊ ພອງສະຫວນ ເຄອນໄຫວຢຽມຢາມ ແລະ ເຮດວຽກຢເມອງສຳພນ - image 2
 

ພາຍຫຼັງໄດ້ຮັບຟັງການລາຍງານ, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງເມືອງ ຊຶ່ງສະຫາຍໄດ້ເນັ້ນໃຫ້ຄະນະພັກ ຄະນະນຳຂອງເມືອງເອົາໃຈໃສ່ໃນການເຄື່ອນໄຫວວຽກງານໃນແຕ່ລະຂະແໜງການແມ່ນໃຫ້ຫັນເປັນແຜນງານລະອຽດໃນການເຄື່ອນໄຫວວຽກງານຂອງເມືອງ ພ້ອມຕິດຕາມ, ກວດກາໃນແຕ່ລະໄລຍະເພື່ອເຮັດໃຫ້ການເຄື່ອນໄຫວໄປຕາມແຜນການທີ່ວາງໄວ້, ໃຫ້ມີການປຶກສາຫາລືກັນໃນແຕ່ລະຂະແໜງການ, ຈັດສັນທີ່ດິນໃຫ້ປະຊາຊົນເພື່ອໃຫ້ມີພື້ນທີ່ຜະລິດໃຫ້ຫຼາຍຂຶ້ນ, ຕິດພັນກັບການປຸງແຕ່ງເພື່ອສະໜອງພາຍໃນເມືອງໃຫ້ກຸ້ມຢູ່ກຸ້ມກິນ, ເອົາໃຈໃສ່ໃນການປົກປັກຮັກສາທຳມະຊາດ, ສິ່ງແວດລ້ອມ, ດຶງດູດການລົງທຶນດ້ວຍທ່າແຮງຂອງເມືອງທີ່ມີ; ສົ່ງເສີມລູກຫຼານໃຫ້ໄດ້ຮຽນໜັງສືເພື່ອເປັນກໍາລັງແຮງໃນການແກ້ໄຂຄວາມທຸກຍາກ, ຄູ-ອາຈານ ກໍຕ້ອງໄດ້ເອົາໃຈໃສ່ໃນການສິດສອນ, ສຳລັບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນວຽກຍຸດທະສາດທີ່ສຳຄັນທີ່ຈະຕ້ອງໄດ້ເອົາໃຈໃສ່ໃນການນໍາພາ-ຊີ້ນໍາ ໂດຍສະເພາະບັນຫາປະກົດການຫຍໍ້ທໍ້, ບັນຫາຢາເສບຕິດ, ມີສະຕິຕໍ່ກົນອຸບາຍຕ່າງໆຂອງອິດທິກຳລັງປໍລະປັກ; ວຽກງານກໍ່ສ້າງພັກ-ພະນັກງານ ຕ້ອງຍົກສູງຄຸນນະພາບຂອງການຈັດຕັ້ງພັກ, ການຈັດຕັ້ງປະຕິບັດບັນດາມະຕິຄຳສັ່ງຕ່າງໆຂອງພັກ, ການຂະຫຍາຍພັກ, ຍົກລະດັບຄວາມຮູ້ຄວາມສາມາດຂອງສະມາຊິກພັກ-ພະນັກງານ, ການເຄື່ອນໄຫວວຽກງານລວມແມ່ນຢຶດຖືຜົນປະໂຫຍດສ່ວນລວມເປັນຫຼັກຕັ້ງໜ້າໃນການຈັດຕັ້ງປະຕິບັດວຽກງານທີ່ໄດ້ຮັບມອບໝາຍໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ໃຫ້ມີຜົນສຳເລັດ; ວຽກງານກວດກາພັກ, ກວດກາລັດ, ວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ແມ່ນເປັນເຄື່ອງມືໜຶ່ງໃນການນໍາພາຂອງພັກ ບໍລິຫານລັດ ດ້ວຍການຕິດຕາມ, ກວດກາປະເມີນຜົນໃນແຕ່ລະໄລຍະ ເພື່ອຊອກໃຫ້ເຫັນດ້ານດີ, ດ້ານຄົງຄ້າງໃນການເຄື່ອນໄຫວວຽກງານຕ່າງໆ, ກວດກາການຜັນຂະຫຍາຍມະຕິ, ຄຳສັ່ງ, ການສ້າງແຜນ, ການຈັດຕັ້ງປະຕິບັດແຜນ, ການປະເມີນແຜນ ກວດເຫັນອັນດີກໍຕ້ອງໄດ້ຊຸກຍູ້ສົ່ງເສີມ ໂຄສະນາເຜີຍແຜ່, ຖ້າມີດ້ານອ່ອນກໍຕ້ອງໄດ້ປັບປຸງປ່ຽນແປງ, ບັນດາສະຫາຍຄະນະພັກ, ຄະນະນຳຂອງເມືອງຕ້ອງມີຄວາມສາມັກຄີພາຍໃນເປັນປຶກແຜ່ນ, ເປັນກຳລັງແຮງເປັນຫົວຈັກຫຼັກແຫຼ່ງໃນການຂັບເຄື່ອນວຽກງານຕ່າງໆໃນທົ່ວເມືອງ, ໃຫ້ນຳພາ-ຊີ້ນຳ, ບັນຊາແຕ່ລະຂະແໜງການຢ່າງແທດເຖິງຕົວຈິງ.

ສະຫາຍ ວນໄຊ ພອງສະຫວນ ເຄອນໄຫວຢຽມຢາມ ແລະ ເຮດວຽກຢເມອງສຳພນ - image 3
 

ໂອກາດດຽວກັນນີ້, ສະຫາຍ ວັນໄຊ ພອງສະຫວັນ ກໍໄດ້ມອບເງິນຈຳນວນ 50,000,000 ກີບ, ຄອມພິວເຕີ ແລະ ປິ່ນເຕີ ຈຳນວນ 6 ຊຸດ ພ້ອມນີ້ ກຸ່ມນັກທຸລະກິດໜຸ່ມກໍໄດ້ປະກອບສ່ວນມອບເງິນ ຈຳນວນ 100,000,000 ກີບ ໃຫ້ເມືອງ ເພື່ອນຳໄປໝູນໃຊ້ໃນວຽກງານຕ່າງໆຂອງເມືອງ ແລະ ໄປຢ້ຽມຊົມເທດສະບານເມືອງອີກດ້ວຍ.

(ຂ່າວ: ຕູ່ນ່າ)

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ເປີດງານວາງສະແດງຜົນງານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ

ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພີທີເປີດງານວາງສະແດງ ຜົນງານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາຂອງ ມຊ ຄົບຮອບ 30 ປີ ຂຶ້ນໃນວັນທີ 4 ພະຈິກນີ້, ທີ່ ມຊ ໂດຍໃຫ້ກຽດເຂົ້າຮ່ວມຕັດແຖບຜ້າເປີດງານຂອງທ່ານ ສິນທະວອນ ດາລາວົງ ຜູ້ອໍານວຍການໃຫຍ່ ມຊ, ມີຮອງຜູ້ອໍານວຍການ, ພະນັກງານ, ຄູ-ອາຈານ, ນັກສຶກສາ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ສກຂ ອັດຕະປື ສະຫຼຸບຜົນການສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ 5 ປີ

ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງອັດຕະປື ໄດ້ຈັດກອງປະຊຸມສະຫຼຸບຕີລາຄາຜົນການ ຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະ 5 ປີ (2021-2025) ພ້ອມວາງທິດທາງ 5 ປີຕໍ່ໜ້າ (2026-2030) ຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ພະແນກ ສກຂ, ເຂົ້າຮ່ວມຂອງທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີທ່ານ ອຸດົມສິນ ສີຊານົນ ກຳມະການພັກແຂວງ ຫົວໜ້າພະແນກ ສກຂ, ມີຄະນະຮັບຜິດຊອບ ແລະ ພະນັກງານ-ລັດຖະກອນ ເຂົ້າຮ່ວມ.
ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ແກ່ນທ້າວ ທາບທາມຮ່າງຂໍ້ຕົກລົງ ການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ

ກອງປະຊຸມທາບທາມຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ຈັດຂຶ້ນໃນວັນທີ 3 ພະຈິກຜ່ານມານີ້, ທີ່ຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ. ເປັນກຽດເຂົ້າຮ່ວມຂອງທ່ານ ສີຄານ ແກ່ນມະນີ ປະທານຄະນະກໍາມະການປົກຄອງເມືອງແກ່ນທ້າວ, ທ່ານ ນາງ ດວງໄພວອນ ສີບຸບຜາ ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການກ່ຽວຂ້ອງເຂົ້າຮ່ວມ.
9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

9 ເດືອນ ປກສ ເມືອງໄຊເສດຖາ ມ້າງເປົ້າໝາຍຄ້າຢາເສບຕິດ 10 ຄັ້ງ

ໃນ 9 ເດືອນຜ່ານມາ, ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ເມືອງໄຊເສດຖາ ແຂວງອັດຕະປື ສາມາດທັບມ້າງເປົ້າໝາຍຄ້າຢາເສບຕິດໄດ້ 10 ຄັ້ງ, ກັກຕົວຜູ້ຖືກຫາ 13 ຄົນ, ພ້ອມຂອງກາງຢາບ້າ 1,241 ເມັດ ແລະ ວັດຖຸພະຍານອື່ນໆ ຊຶ່ງເປັນຜົນງານສຳຄັນໃນການປາບປາມ ແລະ ສະກັດກັ້ນບັນຫາຢາເສບຕິດຢູ່ທ້ອງຖິ່ນ.
ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກຊຸກຍູ້ວຽກງານຈັດຕັ້ງແຂວງຄຳມ່ວນ

ທ່ານ ວິໄລວັນ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້​ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນໃນ​ວັນ​ທີ 2 ຕຸ​ລາ​ຜ່ານ​ມາ ເພື່ອຕິດຕາມ ແລະ ຊຸກຍູ້ການເຜີຍແຜ່, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XII. ໂດຍມີ ທ່ານ ສາຍຄຳ ພະໄຊສິດທິເດດ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ພ້ອມຄະນະ ແລະ ພະນັກງານຂົງເຂດດັ່ງກ່າວເຂົ່າຮ່ວມ.
ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ

ເມືອງເງິນ ແຂວງ​ໄຊ​ຍະ​ບູ​ລີຈັດພິທີສະເຫຼີມສະຫຼອງ ວັນຊົນລະປະທານແຫ່ງຊາດ, ວັນສັກຢາປ້ອງກັນພະຍາດສັດແຫ່ງຊາດ,ວັນເປີດຂະບວນການຜະລິດພຶດລະດູແລ້ງ,ເມື່ອ​ບໍ່​ດົນ​ມາ​ນີ້ ທີ່ບ້ານນາຍາງຄໍາເມືອງເງິນໂດຍມີທ່ານ ອິນເນດ ຂຽວສີຟ້າ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ຄໍາລື ແກ້ວສີໄລ ນາຍບ້ານໆນາຍາງຄໍາ, ມີບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ນັກທຸລະກິດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງຂົ້າຮ່ວມ.
ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ທ່ານ ຄໍາຫຼວງ ອິນທະວົງ ໄດ້ຮັບຫຼຽນໄຊພັດທະນາ ຊັ້ນ I ໃນການປະກອບສ່ວນພັດທະນາແຂວງຄໍາມ່ວນ

ວັນທີ 2 ພະຈິກ 2026, ທີ່ສະໂມສອນແຂວງຄໍາມ່ວນ ໄດ້ມີພິທີປະດັບຫຼຽນໄຊພັດທະນາ ຊັ້ນ I ໃຫ້ແກ່ທ່ານ ຄໍາຫຼວງ ອິນທະວົງ ປະທານບໍລິສັດ ຄໍາມ່ວນການລົງທຶນ ຈໍາກັດຜູ້ດຽວ ທີ່ມີຜົນງານ, ຄຸນງາມຄວາມດີ ປະກອບສ່ວນຊ່ວຍເຫຼືອວັດຖຸ, ທຶນຮອນ ເຂົ້າໃນການພັດທະນາແຂວງຄໍາມ່ວນ ລວມມູນຄ່າ 5 ຕື້ກວ່າກີບ.
ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄອສພ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະສະໄໝວິສາມັນຄັ້ງທີ 1 ຂອງພັກສະໄໝທີ XII

ຄະະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມມະຕິກອງ ປະຊຸມຄົບຄະນະ (ສະໄໝວິສາມັນຄັ້ງທີ 1) ຂອງຄະນະບໍລິຫານງານສູນກາງພັກສະໄໝທີ XII ຂຶ້ນໃນ ວັນທີ 3 ພະຈິກນີ້, ທີ່ຫ້ອງປະຊຸມໃຫຍ່ ຄອສພ, ໂດຍການເປັນປະທານ ຂອງ ສະຫາຍ ຄຳພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະ ທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍຄະນະພັກ, ເລຂາພັກຮາກຖານ, ບັນດາໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກເຂົ້າຮ່ວມ
ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ຍົກລະດັບຄວາມຮູ້ດ້ານບັນຊີວິສາຫະກິດ ໃຫ້ພະນັກງານຂະແໜງການເງິນ 8 ແຂວງພາກເໜືອ

ສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ຈັດພິທີເປີດຝຶກອົບຮົມວຽກງານດ້ານບັນຊີວິສາຫະກິດ ແລະ ງົບປະມານ ໃຫ້ພະນັກງານຂະແໜງການເງິນບັນດາແຂວງພາກເໜືອ ໂດຍເປັນປະທານຂອງ ທ່ານ ນາງ ວົງພະຈັນ ວົງປະດິດ ຫົວໜ້າສະຖາບັນເສດຖະກິດການເງິນ ສາຂາພາກເໜືອ ໃນວັນທີ 2 ພະຈິກຜ່ານມາ, ທີ່ສະຖາບັນດັ່ງກ່າວ, ໂດຍມີວິທະຍາກອນ, ສຳມະນາກອນ ແລະ ແຂກຮັບເຊີນເຂົ້າຮ່ວມ.
ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ຄໍາມ່ວນ ເປີດສາງພາງກຸ່ມບໍລິສັດພະນົມພອນ ຍົກລະດັບວຽກງານໂລຈິສຕິກ ເຊື່ອມການຄ້າຊາຍແດນ

ວັນທີ 1 ພະຈິກຜ່ານມາ, ທີ່ແຂວງຄໍາມ່ວນ ໄດ້ຈັດພີທີເປີດສາງພາງຂອງກຸ່ມບໍລິສັດ ພະນົມພອນ ຈໍາກັດ ຢ່າງເປັນທາງການ ຫວັງຍົກລະດັບວຽກງານໂລຈິສຕິກ ແລະ ເສີມທ່າແຮງການຄ້າຂ້າມຊາຍແດນ. ໃຫ້ກຽດເຂົ້າຮ່ວມພິທີມີທ່ານ ວັນໄຊ ພອງສະຫວັນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ ພ້ອມດ້ວຍການນໍາຂັ້ນສູນກາງ, ການນໍາແຂວງ, ຜູ້ບໍລິ ຫານກຸ່ມບໍລິສັດ ແລະ ແຂກຖືກເຊີນເຂົ້າຮ່ວມ.
ເພີ່ມເຕີມ