ສະຫາຍ ໄຊສົມພອນ ພົມວິຫານ ກັບພາລະກິດປະຕິວັດຊາດ

ສະຫາຍ ໄຊສົມພອນ ພົມວິຫານ ກັບພາລະກິດປະຕິວັດຊາດ

ສະຫາຍ ໄຊສົມພອນ ພົມວິຫານ ກັບພາລະກິດປະຕິວັດຊາດ
ສະຫາຍ ໄຊສົມພອນ ພົມວິຫານ ເກີດເມື່ອວັນທີ 12 ທັນວາ 1956 ຢູ່ທີ່ຕາແສງນາແມວ, ເມືອງວຽງໄຊ, ແຂວງຫົວພັນ ແລະ ໄດ້ເຂົ້າຮ່ວມພັກປະຊາຊົນ ປະຕິວັດລາວ ໃນປີ 1976. ເປັນລູກຊາຍກົກຂອງ ປະທານ ໄກສອນ ພົມວິຫານ ຊຶ່ງເປັນຜູ້ນຳທີ່ດີເດັ່ນຂອງການປະຕິວັດລາວ ແລະ ເປັນຜູ້ວາງຮາກຖານໃຫ້ແກ່ລັດລາວ. ສະຫາຍ ໄຊສົມພອນ ພົມວິຫານ ໄດ້ສືບທອດມູນເຊື້ອປະຕິວັດອັນສະຫງ່າລາສີຂອງຄອບຄົວ ແລະ ໄດ້ເອົາໃຈໃສ່ຢ່າງສະເໝີຕົ້ນສະເໝີປາຍ ໃນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດ ລະຫວ່າງ ພັກ, ລັດ ແລະ ປະຊາຊົນ ລາວ ແລະ ຫວຽດນາມ. ໄລຍະທີ່ຍັງມີຊີວິດ ເພິ່ນ ໄດ້ດຳລົງຕຳແໜ່ງເປັນກຳມະການກົມການເມືອງສູນກາງພັກ ປະຊາຊົນ ປະຕິວັດລາວ ແລະ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.

 

  ແຈ້ງຂ່າວພິເສດ ຂອງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ເນັ້ນວ່າ: ສະຫາຍ ໄຊສົມພອນ ພົມວິຫານ ແມ່ນໜຶ່ງໃນການນຳຫຼັກແຫຼ່ງຂອງຄະນະບໍລິຫານງານສູນກາງພັກ, ເປັນຜູ້ທີ່ມີຄວາມຮູ້, ມີຄວາມສາມາດ, ມີພິກໄຫວ ແລະ ມີປະສົບການສູງ ຜ່ານການເປັນຜູ້ນຳຢູ່ທ້ອງຖິ່ນ ແລະ ຫຼາຍຂະແໜງການ ກ່ອນທີ່ຈະມາຮັບໜ້າທີ່ເປັນປະທານສະພາແຫ່ງຊາດລາວ.
   ເສັ້ນທາງການເຮັດວຽກຂອງສະຫາຍ ໄຊສົມພອນ ພົມວິຫານ ກວມເອົາຂະແໜງການສຳຄັນສ່ວນໃຫຍ່ຂອງລະບົບການຈັດຕັ້ງລັດຖະບານລາວ. ພາຍຫຼັງການປະຕິບັດໜ້າທີ່ຢູ່ແຂວງສະຫວັນນະເຂດ (ປີ 1987–1995), ສະຫາຍ ໄດ້ດຳລົງຕຳແໜ່ງຕ່າງໆຕາມລຳດັບຄື: ລັດຖະມົນຕີກະຊວງການເງິນ (ປີ 1995–1998); ລັດຖະມົນຕີ ແລະ ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ປີ 1998–2001); ປະທານຄະນະກຳມາທິການການຕ່າງປະເທດ ຂອງສະພາແຫ່ງຊາດ ແລະ ສະມາຊິກຄະນະປະຈຳສະພາແຫ່ງຊາດ (ປີ 2001–2006); ຮອງປະທານສະພາແຫ່ງຊາດ (ປີ 2006–2016); ປະທານສູນກາງແນວລາວສ້າງຊາດ (ປີ 2016–2020). ປະທານສະພາແຫ່ງຊາດລາວ (ນັບຕັ້ງແຕ່ເດືອນມີນາ 2021). ສະຫາຍ ໄດ້ຮັບການເລືອກຕັ້ງເຂົ້າໃນຄະນະກົມການເມືອງສູນກາງພັກ ໃນເດືອນມັງກອນ ປີ 2016 ແລະ ຍັງສືບຕໍ່ໄດ້ຮັບຄວາມໄວ້ວາງໃຈຈາກພັກ ຕະຫຼອດໄລຍະເວລາຂອງວາລະການດຳລົງຕຳ  ແໜ່ງໃນໄລຍະຕໍ່ໆມາ.
  ໃນຖານະປະທານສະພາແຫ່ງຊາດ, ສະຫາຍ ໄດ້ຖືເອົາການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການຕິດຕາມກວດກາສູງສຸດ ແລະ ການຕັດສິນບັນຫາສຳຄັນຂອງຊາດ ເປັນບຸລິມະສິດສະ  ເໝີມາ; ສະຫາຍ ໄດ້ຊີ້ນຳການປັບປຸງລະບົບກົດໝາຍ ເພື່ອຊຸກຍູ້ການພັດທະນາ ເສດຖະກິດ-ສັງຄົມ, ປັບປຸງສະພາບແວດລ້ອມການລົງທຶນ, ແກ້ໄຂສິ່ງທ້າທາຍທາງດ້ານເສດຖະກິດ ແລະ ຊຸກຍູ້ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຕາມທິດສັງຄົມນິຍົມຢູ່ ສປປ ລາວ. ນອກຈາກນັ້ນ, ສະຫາຍ ຍັງໄດ້ໃຫ້ຄວາມສຳຄັນເປັນພິເສດ ຕໍ່ການເພີ່ມທະວີການປະສານງານ ລະຫວ່າງ ສະພາແຫ່ງຊາດ ແລະ ລັດຖະບານ ໃນວຽກງານການເງິນ, ງົບປະມານ, ການລົງທຶນຂອງລັດ ແລະ ການຈັດຕັ້ງປະຕິບັດບັນດາໂຄງການພັດທະນາແຫ່ງຊາດ.
  ໃນເດືອນມີນາ 2021, ທີ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ 9, ສະຫາຍ ໄດ້ຖືກເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດລາວ. ໃນໄລຍະ ປີ 2021–2026, ສະຫາຍ ໄດ້ນຳພາສະພາແຫ່ງຊາດ ສຸມໃສ່ການປັບປຸງກອບກົດໝາຍ ເພື່ອສະໜັບສະໜູນແຜນງານການພັດທະນາ ເສດຖະກິດ-ສັງຄົມ ແລະ ເພີ່ມທະວີການຕິດຕາມກວດກາ ການຈັດຕັ້ງປະຕິບັດນະໂຍບາຍຕ່າງໆ ກ່ຽວກັບການເງິນ, ງົບປະມານ, ການລົງທຶນຂອງລັດ, ການປະຕິຮູບການບໍລິຫານ ແລະ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ.
  ໃນເດືອນມີນາ ປີ 1996, ທີ່ກອງປະຊຸມຄັ້ງທຳອິດ ຂອງສະພາແຫ່ງຊາດ ຊຸດທີ 10, ສະຫາຍໄດ້ຮັບການເລືອກຕັ້ງຈາກສະພາແຫ່ງຊາດອີກຄັ້ງໜຶ່ງ ໃຫ້ດຳລົງຕຳແໜ່ງເປັນປະທານສະພາແຫ່ງຊາດ ຊຸດທີ 10.
  ດ້ວຍປະສົບການການເຮັດວຽກຢ່າງຕໍ່ເນື່ອງເກືອບ 4 ທົດສະວັດ ໃນຕຳແໜ່ງຜູ້ນຳຕັ້ງ ນັບຕັ້ງແຕ່ຂັ້ນທ້ອງຖິ່ນຈົນເຖິງຂັ້ນສູນກາງ, ພ້ອມທັງມີປະສົບການອັນກວ້າງຂວາງ ແລະ ຫຼາກຫຼາຍໃນຂົງເຂດການເງິນ, ເສດຖະກິດ, ການປຸກລະດົມມະຫາຊົນ, ແນວລາວສ້າງຊາດ, ການຕ່າງປະເທດ ແລະ ວຽກງານນິຕິບັນຍັດ. ສະຫາຍ ໄຊສົມພອນ ພົມວິຫານ ໄດ້ຮັບການຍົກຍ້ອງວ່າ ເປັນຜູ້ນຳທີ່ມີຄວາມສາມາດ ແລະ ເປັນທີ່ເຄົາລົບນັບຖືຢ່າງສູງຂອງພັກ ແລະ ລັດ ສປປ ລາວ, ຜູ້ທີ່ມີຜົນງານອັນສຳຄັນຍິ່ງຕໍ່ພາລະກິດການສ້າງສາ ແລະ ພັດທະນາປະເທດຊາດ.
  ແຈ້ງຂ່າວພິເສດ ຂອງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ໄດ້ເນັ້ນວ່າ: ສະຫາຍ ໄຊສົມພອນ ພົມວິຫານ ແມ່ນຜູ້ນຳທີ່ມີຜົນງານອັນພົ້ນເດັ່ນຫຼາຍປະການ. ຕະຫຼອດໄລຍະເວລາການເຄື່ອນໄຫວວຽກງານຂອງເພິ່ນ, ເພິ່ນໄດ້ອຸທິດສະຕິປັນຍາ ແລະ ກຳລັງແຮງຂອງຕົນ ເຂົ້າໃນພາລະກິດປະຕິວັດຂອງພັກ, ການພັດທະນາປະເທດຊາດ ແລະ ຊີວິດການເປັນຢູ່ທີ່ສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ. ໃນແຈ້ງຂ່າວພິເສດ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວວ່າ: ການຈາກໄປຂອງ ສະຫາຍ ໄຊສົມພອນ ພົມວິຫານ ແມ່ນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ. ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ຢືນຢັນວ່າ: ໃນໄລຍະເວລາແຫ່ງຄວາມໂສກເສົ້າເສຍໃຈຢ່າງສຸດຊຶ້ງນີ້, ທົ່ວພັກ, ລັດ ແລະ ທົ່ວກຳລັງປະກອບອາວຸດ, ພ້ອມດ້ວຍພະນັກງານ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ຈົ່ງເອົາຄວາມໂສກເສົ້າ ແລະ ຄວາມອາໄລຮັກ ຕໍ່ສະຫາຍ ໄຊສົມພອນ ພົມວິຫານ ໃຫ້ກາຍເປັນພະລັງແຮງ, ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນອ້ອມຂ້າງຄະນະບໍລິຫານງານສູນກາງພັກ; ເສີມຂະຫຍາຍມູນເຊື້ອອັນສະຫງ່າອົງອາດ ຂອງຊາດ ແລະ ຂອງພັກ; ເດັດດ່ຽວຈັດຕັ້ງຜັນຂະຫຍາຍແນວທາງການປ່ຽນແປງໃໝ່ຂອງພັກ ຢ່າງໜັກແໜ້ນ ແລະ ຮອບດ້ານ; ພ້ອມທັງສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ ກ້າວສູ່ຈຸດໝາຍສັງຄົມນິຍົມ.
  ເພື່ອເປັນການສະແດງຄວາມເຄົາລົບຕໍ່ຄຸນງາມຄວາມດີ ແລະ ສະແດງຄວາມອາໄລອາວອນຢ່າງສຸດຊຶ້ງ ຕໍ່ສະຫາຍ ໄຊສົມພອນ ພົມວິຫານ, ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ, ສູນກາງແນວລາວສ້າງຊາດ, ໄດ້ຕົກລົງຈັດພິທີໄວ້ອາໄລລະດັບຊາດ ເປັນເວລາ 5 ວັນ, ນັບແຕ່ວັນທີ 8 ຫາ ວັນທີ 12 ສິງຫາ 2026, ທີ່ຫໍກອງປະຊຸມແຫ່ງຊາດ. 

ໂດຍ: ບກ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂອງແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ6 ພະຈິກ ຜ່ານມາ, ທີ່ຫໍປະຊຸມໃຫຍ່ຫຼັກ4, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີຫົວໜ້າ, ຮອງຫົວໜ້າພະແນກກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງແລະ ຂະແໜງການຂັ້ນເມືອງເຂົ້າຮ່ວມ.
ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເນື່ອງໃນໂອກາດສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ໄດ້ເຂົ້າຮ່ວມງານສັບປະດາຮ່ວມມືສື່ມວນຊົນອາຊຽນປະຈຳປີ 2026 ທີ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 5-11 ພະຈິກ 2026, ຄະນະສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນໄດ້ເຄື່ອນໄຫວຢ້ຽມຢາມກຸ່ມບໍລິສັດອຸດສາຫະກຳເຈ້ຍຈຽ່ງນານຈຳກັດ ສປ ຈີນ.
ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ