![]() |
ການປ້ອງກັນບົດຄັ້ງນີ້, ແມ່ນເປັນບາດກ້າວທີ່ສໍາຄັນຂອງການຮຽນ-ການສອນ, ເປັນການທົດສອບຄວາມຮູ້ຄວາມເຂົ້າໃຈຂອງນັກສຶກສາທີ່ໄດ້ຄົ້ນຄວ້າຮໍ່າຮຽນ ໃນໄລຍະຜ່ານມາ ພ້ອມທັງຕີລາຄາ ໃຫ້ຮູ້ຜົນສໍາເລັດການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ໃນໄລຍະ 6 ເດືອນ ຜ່ານມາ ແລະ ເພື່ອເປັນການຢັ້ງຢືນຄວາມຮັບຮູ້, ຄວາມເຂົ້າໃຈຕໍ່ກັບການຄົ້ນຄວ້າຮໍ່າຮຽນທິດສະດີຜ່ານມາ ນັກສຶກສາແຕ່ລະສະຫາຍແມ່ນໄດ້ເອົາໃຈໃສ່ໃນການປະຕິບັດລະບຽບຢ່າງເຂັ້ມງວດ, ປະຕິບັດການຮຽນໃນແຕ່ລະລາຍວິຊາຮຽນທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ຖືເອົານັກສຶກສາເປັນໃຈກາງ ພ້ອມທັງຈັດການສອບເສັງດ້ວຍວິທີການເສັງຂຽນ, ເສັງປາກເປົ່າ, ເສັງດ້ວຍການຂຽນບົດລາຍງານ ແລະ ຂຽນບົດເກັບກ່ຽວ; ທັດສະນະສຶກສາ ແລະ ປະເມີນຄວາມຮູ້ ຈົບຂັ້ນໂດຍຕິດພັນກັບໜ້າວຽກຄວາມຮັບຜິດຊອບຂອງນັກສຶກສາ; ບົດປ້ອງກັນຈົບຂັ້ນ ກໍ່ແມ່ນບັນຈຸຢູ່ ກຸ່ມວິຊາໜຶ່ງ ທີ່ມີຄວາມສໍາຄັນທີ່ສຸດ, ມີການວັດຜົນຄະແນນ ແລະ ມີຜົນຕໍ່ການຈັດປະເພດການຮຽນ ຂອງນັກສຶກສາ ເພື່ອທົບທວນຄືນຄວາມຮັບຮູ້ ຄວາມເຂົ້າໃຈ ພາຍຫຼັງທີ່ໄດ້ຮໍ່າຮຽນທາງດ້ານທິດສະດີການເມືອງແລ້ວ ຈະນໍາໄປໝູນໃຊ້ຕົວຈິງພາຍໃນກົມກອງຂອງຕົນເອງ.
![]() |
ການປ້ອງກັນບົດຄັ້ງນີ້, ມີນັກສຶກສາເຂົ້າຮ່ວມ ທັງໜົດ 53 ທ່ານ ຍິງ 8 ທ່ານ; ຊຶ່ງແບ່ງອອກເປັນ 3 ຫ້ອງ ປະກອບມີ: ຫ້ອງສາຍການເມືອງ ມີ 18 ທ່ານ ຍິງ 4 ທ່ານ, ຫ້ອງສາຍປົກຄອງ ມີ 17 ທ່ານ, ຫ້ອງສາຍເສດຖະກິດການເມືອງ ແລະ ຄຸ້ມຄອງເສດຖະກິດ ມີ 18 ທ່ານ ຍິງ 4 ທ່ານ.
(ພາບ-ຂ່າວ: ສ.ພະຈັນ)


ຄໍາເຫັນ