ໂດຍການເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ປະທານຈັດງານ ພ້ອມດ້ວຍບັນດາຄະນະກຳມະການ, ອະນຸກໍາມະການຕ່າງໆ ແລະ ຄະນະຮັບຜິດຊອບແຕ່ລະພາກສ່ວນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ການຝຶກຊ້ອມຄັ້ງນີ້, ແມ່ນໄດ້ທົດລອງຢ່າງເຕັມຮູບແບບ ຕາມບາດກ້າວຂອງງານທີ່ວາງໄວ້ ເປັນຕົ້ນ: ການສະແດງ-ການຮ້ອງເພງ ກ່ອນພິທີເປີດງານ ຄື: ລຳສາລະວັນ ເຊີນຮ່ວມງານມະຫາກຳກິລາ, ຮ້ອງເພງມະຫາກໍາກິລາ 2024, ເພງຍິນດີຕ້ອນຮັບ, ຂະບວນການເຄື່ອນກ້ອນກໍາລັງສວນສະ ໜາມຂອງນັກກິລາ ເຂົ້າສູ່ສະໜາມ, ການລາຍງານຈຸດປະສົງ, ເຊີນທຸງຊາດ-ທຸງກິລາ ຂຶ້ນສູ່ຍອດເສົາ, ນັກກິລາແລ່ນທວນໄຟເຂົ້າສູ່ສະໜາມ ແລະ ຈູດທວນໄຟໃສ່ອ່າງໄຟ, ພິທີປະຕິຍານຂອງຜູ້ຕາງໜ້າກຳມະການຕັດສິນ ແລະ ນັກກິລາ. ຈາກນັ້ນ ກໍເຄື່ອນຂະບວນກ້ອນກຳລັງອອກຈາກສະໜາມ ແລະ ລາຍການສະແດງສິລະປະ-ວັນນະຄະດີ ໃນພິທີເປີດມີຄື: ວິຖີຖີ່ນດິນແດນສາລະວັນ, ສຽງແຄນແດນສາລະວັນ, ຊາວໜຸ່ມຮ່ວມພະລັງ ແລະ ສາລະວັນ ຍິນດີຕ້ອນຮັບ. ການຝຶກຊ້ອມໃຫຍ່ຄັ້ງນີ້, ເປັນການທົດລອງ ກ່ອນພິທີເປີດງານຢ່າງເປັນທາງການ ເພື່ອກະກຽມຄວາມພ້ອມທຸກດ້ານ, ຕິດຕາມການສະແດງຂອງນ້ອງນັກຮຽນໃນແຕ່ລະພາກສ່ວນທີ່ຮັບຜິດຊອບ, ຊຶ່ງກ່ອນໜ້ານີ້ ແມ່ນໄດ້ຝຶກຊ້ອມ ນັບແຕ່ວັນທີ 23 ພະຈິກ 2024 ເປັນຕົ້ນມາ.
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)
ຄໍາເຫັນ