ສາລະວັນ ໄຂສົກຮຽນໃໝ່2026 – 2027

ສາລະວັນ ໄຂສົກຮຽນໃໝ່2026 – 2027

ສາລະວັນ ໄຂສົກຮຽນໃໝ່2026 – 2027
ວັນທີ 1 ກັນຍາ 2026, ທີສະໂມສອນແຂວງສາລະວັນ ໄດ້ມີພິທີ ໄຂສົກຮຽນໃຫມ່ 2026 – 2027ໂດຍການເປັນປະທານຂອງທ່ານ ປະເດີມພອນ ສົນທະນີ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານຄະນະກໍາມະການປົກຄອງແຂວງ, ທ່ານ ແຫວນເພັດ ລັດດາວົງ ຄະນະປະຈຳພັກແຂວງ ຮອງປະທານຄະນະກໍາມະການປົກຄອງແຂວງ, ຜູ້ຊີ້ນໍາວຽກງານວັດທະນະທໍາ-ສັງຄົມ, ທ່ານ ສຸນີ ນາມມະບົວລີ ກໍາມະການພັກແຂວງ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີຜູ້ບໍລິຫານການສຶກສາ ຂັ້ນແຂວງ ແລະ ຂັ້ນເມືອງ ພ້ອມດ້ວຍພະນັກງານຄູອາຈານ ແລະນັກຮຽນເຂົ້າຮ່ວມ.
ສາລະວນ ໄຂສກຮຽນໃໝ2026 – 2027 - image 1
 

ທ່ານ ປະເດີມພອນ ສົນທະນີ ໄດ້ມີຄໍາເຫັນ ແລະ ກ່າວໄຂສົກຮຽນໃຫມ່ 2026-2027 ຢ່າງເປັນທາງການວ່າ: ຍາມໃດລັດຖະບານກໍຖືເອົາວຽກ ງານການສຶກສາ ເປັນວຽກທີ່ສຳຄັນເອົາວຽກງານການສຶກສາໄປກ່ອນວຽກງານອື່ນກ້າວໜຶ່ງ,ເອົາຄົນເປັນເປົ້າໝາຍເປັນໃຈກາງໃນການພັດທະນາເສດຖະກິດສັງຄົມຂອງຊາດ,ເປັນການພັດທະນາຊັບພະຍາກອນມະ

ນຸດ ສ້າງຄົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ມີສຸຂະພາບແຂງແຮງທາງດ້ານຮ່າງກາຍ ແລະ ຈິດໃຈ, ຮັກຄວາມກ້າວໜ້າ ແລະ ມີວິທະຍາສາດເພື່ອກາຍເປັນກໍາລັງແຮງງານທີ່ມີຄຸນະພາບ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະ ເທດຊາດໃນໄລຍະໃໝ່, ໃນສົກຮຽນຜ່ານມາເຖິງຈະມີຄວາມຫຍຸ້ງຍາກຫຼາຍຢ່າງທີ່ສົ່ງຜົນກະທົບໂດຍກົງຕໍ່ການປະຕິບັດວຽກງານການສຶກສາແລະກິລາ,ແຕ່ຂະແໜງ

ການສຶກສາທິການ ແລະ ກິລາ ກໍ່ໄດ້ສຸມທຸກເຫື່ອແຮງ ແລະ ສະຕິປັນຍາປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ສາມາດປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ມີຜົນສຳເລັດຫຼາຍດ້ານເປັນຕົ້ນ: ໄດ້ປັບປຸງພື້ນຖານໂຄງລ່າງ ຂອງສະຖານການສຶກສາຕ່າງໆ, ສະໜອງອາຫານທ່ຽງໃນໂຮງຮຽນຊັ້ນປະຖົມສຶກສາ, ສະໜອງເງິນອຸດໜູນເບ້ຍລ້ຽງນັກຮຽນ, ນັກສຶກສາ, ໃນສາຍສາມັນສຶກສາ ແລະ ຊົນເຜົ່າ ພ້ອມທັງໄດ້ເອົາໃຈໃສ່ແກ້ໄຂບັນຫາປະລະການຮຽນ ແລະ ການປັບປຸງຄຸນນະພາບການຮຽນ - ການສອນໃນທຸກລະດັບດີຂຶ້ນເປັນກ້າວໆ.

ຈາກນັ້ນໃນພິທີກໍ່ໄດ້ຜ່ານບົດລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານການສຶກສາ ແລະ ກິລາ ໃນສົກຮຽນ 2025-2026 ແລະ ທິດທາງແຜນການ 2026-2027, ນອກນັ້ນໄດ້ມີ ຕາງໜ້າຜູ້ບໍລິຫານການສຶກສາພາຍໃນແຂວງ, ຕາງໜ້າຄູອາຈານ, ຕາງໜ້ານັກຮຽນ ແລະ ຕາງໜ້າຄະນະພັດທະນາການສຶກສາແຂວງ ໄດ້ມີຄໍາເຫັນຕໍ່ວຽກງານການສຶກສາ ໃນມື້ໄຂສົກຮຽນໃໝ່, ໃນໂອກາດດັ່ງກ່າວ ທາງອົງ ການປົກຄອງແຂວງສາລະວັນ ໄດ້ມອບເງິນຈໍານວນ 50 ລ້ານກີບ ເພື່ອເປັນການຊຸກຍູ້ວຽກງານການສຶກສາ ແລະ ກິລາ ໃຫ້ກັບນັກຮຽນ ທີ່ຮຽນດີຮຽນເກັ່ງຕື່ມອີກ.ພາບ-ຂ່າວ: ວຽງລະຄອນ ລາຊະເກສີ

ຄໍາເຫັນ

ຂ່າວສືກສາ-ກິລາ

ເອເດັ້ນ ຄວ້າແຊັມດອກປີກໄກ່ ດ່ຽວຊາຍ ຢູ-13 ຊີງແຊັມທົ່ວປະເທດໄທ

ເອເດັ້ນ ຄວ້າແຊັມດອກປີກໄກ່ ດ່ຽວຊາຍ ຢູ-13 ຊີງແຊັມທົ່ວປະເທດໄທ

ທ້າວ ບຸນທະວີ ໄຊຍະລາດ ຫຼື ເອເດັ້ນ ນັກກິລາເຍົາວະຊົນມືອັນດັບຕົ້ນຂອງປະເທດລາວ ໃນຮຸ່ນອາຍຸບໍ່ເກີນ 13 ປີ ໄດ້ເຂົ້າຮ່ວມແຂ່ງຂັນກິລາດອກປີກໄກ່ ລາຍການ Jorakay Junior Badminton Championship 2026 ຊຶ່ງເປັນການລາຍການໃຫຍ່ທີ່ສຸດ ຂອງປະເທດໄທ ຈັດຂຶ້ນ ທີ່ນະຄອນຫຼວງ ບາງກອກ ປະເທດໄທ ລະຫວ່າງວັນທີ 28 ສິງຫາ-1 ກັນຍາ 2026
ເມືອງທຸລະຄົມ ເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027

ເມືອງທຸລະຄົມ ເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027

ຫ້ອງການສຶກສາທິການ ແລະ ກິລາເມືອງທຸລະຄົມ ແຂວງວຽງຈັນ ຈັດພິທີເປີດສົກຮຽນໃໝ່ ປະຈຳສົກ ຮຽນ 2026-2027 ຂຶ້ນໃນວັນທີ 1 ກັນຍາຜ່ານມາ, ທີ່ໂຮງຮຽນມັດທະຍົມສົມບູນຖິ່ນຄໍາ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນເລີດ ສີຫາປັນຍາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ຮອງປະທານຄະນະກຳມະການປົກຄອງຕາແສງຕານປ່ຽວ ພ້ອມດ້ວຍຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ນັກກິລາລອຍນໍ້າ ນວ ສ້າງຜົນງານໂດດເດັ່ນ ຍາດໄດ້ 10ຫຼຽນຄຳຊີງແຊັມນາໆຊາດ

ນັກກິລາລອຍນໍ້າ ນວ ສ້າງຜົນງານໂດດເດັ່ນ ຍາດໄດ້ 10ຫຼຽນຄຳຊີງແຊັມນາໆຊາດ

ນັກກິລາລອຍນໍ້າ ຍິງ-ຊາຍ ຂອງສະຫະພັນລອຍນໍ້ານະຄອນຫຼວງວຽງຈັນ(ນວ) ສ້າງຜົນງານໄດ້ຢ່າງໂດດເດັ່ນ ຍາດໄດ້10 ຫຼຽນຄຳ 18 ຫຼຽນເງິນ 24 ຫຼຽນທອງ ໃນການແຂ່ງຂັນລອຍນໍ້າຊີງແຊັມນາໆຊາດ ລາຍການ AOSI Swimming Championship Bangkok 2026 ຈັດຂຶ້ນວັນທີ 29-30 ສິງຫາ 2026 ຢູ່ນະຄອນ ຫຼວງບາງກອກ ປະເທດໄທ.
ມອບ-ຮັບໜ້າທີ່ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ຜູ້ເກົ່າ-ຜູ້ໃໝ່

ມອບ-ຮັບໜ້າທີ່ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ຜູ້ເກົ່າ-ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງທ່ານ ນາງ ລີປາເອ້ຍ ລີບົວປາວ ຫົວໜ້າພະແນກສຶກສາທິການ ແລະ ກິ ລາ ນະຄອນຫຼວງວຽງຈັນ (ນວ) ຜູ້ເກົ່າ ແລະ ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ ຜູ້ໃໝ່ ຈັດຂຶ້ນໃນວັນທີ 31 ສິງຫາຜ່ານມາ ທີ່ໂຮງຮຽນມັດທະຍົມສົມບູນ (ມສ) ວຽງຈັນ ມີທ່ານ ທະວີໄຊ ເໝົາຊົມພູ ຮອງເລຂາຄະນະພັກ ນວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຕໍາຫຼວດຈະລາຈອນ ນວ ວາງກໍາລັງ 127 ຈຸດ ອຳນວຍຄວາມສະດວກໄລຍະເປີດສົກຮຽນໃໝ່

ຕໍາຫຼວດຈະລາຈອນ ນວ ວາງກໍາລັງ 127 ຈຸດ ອຳນວຍຄວາມສະດວກໄລຍະເປີດສົກຮຽນໃໝ່

ວັນທີ 1 ກັນຍາ ແມ່ນວັນເປີດສົກຮຽນໃໝ່ຂອງໂຮງຮຽນສາມັນສຶກສາໃນຂອບເຂດທົ່ວປະເທດ ໂດຍສະເພາະ ນະຄອນຫຼວງວຽງຈັນ (ນວ) ຈຶ່ງເກີດມີການອັ່ງອໍຂອງຍານພາຫະນະ ເຮັດໃຫ້ການສັນຈອນຕິດຂັດ ບາງສາຍທາງ. ສະນັ້ນ, ພະແນກຕຳຫຼວດຈະລາຈອນ ຫ້ອງຕຳຫຼວດກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ນວ ໄດ້ຈັດຕັ້ງກຳລັງວິຊາສະເພາະອຳນວຍຄວາມສະດວກໃຫ້ປະຊາຊົນຕາມສາຍທາງຫຼວງ ໂດຍສະເພາະໃນເຂດໂຮງຮຽນ.
ນວ ເປີດສົກຮຽນໃໝ່ 2026-2027 ເນັ້ນຍົກສູງຄຸນນະພາບການສຶກສາ ຫັນເປັນດີຈີຕອນ

ນວ ເປີດສົກຮຽນໃໝ່ 2026-2027 ເນັ້ນຍົກສູງຄຸນນະພາບການສຶກສາ ຫັນເປັນດີຈີຕອນ

ພະແນກສຶກສາທິການ ແລະ ກິລາ (ສກ) ນະຄອນຫຼວງວຽງຈັນ (ນວ) ຈັດພິທີເປີດສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຂຶ້ນໃນວັນທີ 31 ສິງຫາຜ່ານມາ ທີ່ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ກຳມະການສູນກາງພັກ ເລຂາຄະນະພັກປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ, ມີກຳມະການປະຈຳພັກ ນວ, ຄະນະພະແນກ ສກ.ນວ ພ້ອມດ້ວຍຜູ້ບໍລິຫານການສຶກສາ ພາກລັດ-ເອກະຊົນ, ຄູ-ອາຈານ, ນັກຮຽນເຂົ້າຮ່ວມ.
ສົກຮຽນໃໝ່ 2026-2027 ມສ ວຽງຈັນ ມີນັກຮຽນທັງໝົດ 3,000 ກວ່າຄົນ ເນັ້ນຍົກລະດັບຄຸນນະພາບການສຶກສາ

ສົກຮຽນໃໝ່ 2026-2027 ມສ ວຽງຈັນ ມີນັກຮຽນທັງໝົດ 3,000 ກວ່າຄົນ ເນັ້ນຍົກລະດັບຄຸນນະພາບການສຶກສາ

ໃນວັນທີ 1 ກັນຍາ ຂອງທຸກໆປີ ແມ່ນມື້ເປີດສົກຮຽນໃໝ່ ໂດຍສະເພາະມື້ນີ້ ກໍເປັນມື້ເປີດສົກຮຽນໃໝ່ 2026-2027 ຂອງໂຮງຮຽນແຫ່ງຕ່າງໆ ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດ ຢ່າງເປັນຂະບວນຟົດຟື້ນ. ໃນນັ້ນ, ໂຮງຮຽນມັດທະຍົມສຶກສາສົມບູນ ວຽງຈັນ (ມສ ວຽງຈັນ) ເປັນໜຶ່ງໂຮງຮຽນລັດ ທີ່ປະຕິບັດຫຼັກສູດການຮຽນ-ການສອນຕາມ 5 ຫຼັກມູນການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາ (ສສກ) ວາງອອກຢ່າງເຂັ້ມງວດ ແລະ ກໍໄດ້ມີຄວາມພ້ອມຮອບດ້ານ 100% ໃນການເປີດສົກຮຽນໃໝ່ ປະຈໍາປີ 2026-2027 ໂດຍໄດ້ເນັ້ນໃສ່ການຍົກລະດັບຄຸນນະພາບການສຶກສາ, ການນໍາໃຊ້ເຕັກໂນໂລຊີເຂົ້າໃນການສອນ, ພ້ອມທັງປັບປຸງພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກ ເພື່ອຮອງຮັບນັກຮຽນຫຼາຍກວ່າ 3,000 ຄົນ.
ແລັບດອກ ຄອງຂັນຊະນະເລີດດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 25

ແລັບດອກ ຄອງຂັນຊະນະເລີດດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 25

ການແຂ່ງຂັນກິລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 25 ຫຼື The XXV BeerLao Badminton Championship 2026 ໄດ້ສຳເລັດ ແລະ ມີພິທີປິດຢ່າງເປັນທາງການ ໃນວັນທີ 30 ສິງຫາ ນີ້ ທີ່ເດີ່ນດອກປີກໄກ່ມິດຕະພາບລາວ-ໄທ ບຶງຂະຫຍອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງລັດຖະມົນຕີ ກະຊວງການເງິນ ທັງເປັນຮອງປະທານສະຫະພັນດອກປີກໄກ່ແຫ່ງຊາດລາວ, ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍ ການຝ່າຍການຕະຫຼາດ ແລະ ສິດທິປະໂຫຍດ ບໍລິສັດ ເບຍລາວ ຈຳກັດ ຕະຫຼອດຮອດບັນດາຄະນະບໍລິຫານງານ, ຄູຝຶກ, ນັກກິລາ ແລະ ມວນຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.
ຜູ້ບໍລິຫານການສຶກສາເມືອງຫຼວງ​ນ້ຳ​ທາຫາ​ລືການ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ສຶກ​ສາ

ຜູ້ບໍລິຫານການສຶກສາເມືອງຫຼວງ​ນ້ຳ​ທາຫາ​ລືການ​ປັບ​ປຸງ​ຄຸນ​ນະ​ພາບ​ການ​ສຶກ​ສາ

ເມືອງຫຼວງນໍ້າທາ ແຂວງຫຼວງ​ນ້ຳ​ທາໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ປະຈຳສົກຮຽນ 2025-2026 ໃນ​ວັນ​ທີ 27 ສິງ​ຫາ​ຜ່ານ​ມາທີ່ ເມືອງ​ຫຼວງ​ນ້ຳ​ທາໂດຍການເປັນປະທານຂອງທ່ານ ພັນໃຈ ຫົງພະຈັນ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄໍາຫຼ້າ ແຫຼ່ງໄຊຍະທຳ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ທ່ານ ຫຼົງມີໄຊ ສອນມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ການແຂ່ງຂັນກິລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 25

ການແຂ່ງຂັນກິລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 25

ການແຂ່ງຂັນກິລາດອກປີກໄກ່ ຊີງແຊັມທົ່ວປະເທດ ຄັ້ງທີ 25 ຫຼື The XXV BeerLao Badminton Championship 2026 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 27-30 ສິງຫາ 2026 ທີ່ເດີ່ນດອກປີກໄກ່ ມິດຕະພາບລາວ-ໄທ ບຶງຂະຫຍອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ,ທ່ານ ສີຈັນ ຈິດຕະປັນຍາ ຫົວໜ້າກົມກິລາລະດັບສູງ ທ່ານ ແສງພອນ ພົນອາມາດ ຮອງປະທານ-ເລຂາທິການຄະນະກຳມະການໂອແລມປິກແຫ່ງຊາດລາວ ທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ແລະ ສິດທິປະໂຫຍດ ບໍລິສັດ ເບຍລາວ ຈຳກັດ ຕະຫຼອດຮອດບັນດາຄະນະບໍລິຫານງານ ຄູເຝິກ ນັກກິລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.
ເພີ່ມເຕີມ