ສາລະວັນ ແຂ່ງຂັນກິລາກ໊ອບ ຊິງຂັນທ່ານເຈົ້າແຂວງ ສະຫຼອງວັນກໍາມະກອນສາກົນ

ສາລະວັນ ແຂ່ງຂັນກິລາກ໊ອບ ຊິງຂັນທ່ານເຈົ້າແຂວງ ສະຫຼອງວັນກໍາມະກອນສາກົນ

ສາລະວັນ ແຂ່ງຂັນກິລາກ໊ອບ ຊິງຂັນທ່ານເຈົ້າແຂວງ ສະຫຼອງວັນກໍາມະກອນສາກົນ
ສະຫະພັນກິລາກ໊ອບແຂວງ ຮ່ວມກັບ ອົງການປົກຄອງແຂວງສາລະວັນ ຈັດງານແຂ່ງຂັນກິລາກ໊ອບ ຊິງຂັນທ່ານເຈົ້າແຂວງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 139 ປີ ຈັດຂຶ້ນໃນວັນທີ 3 ພຶດສະພາຜ່ານມາ ທີ່ສະໜາມກິລາກ໊ອບ ເຂື່ອນໄຟຟ້າເຊເສັດ 1 - 2, ໂດຍການເຂົ້າຮ່ວມແຂ່ງຂັນຂອງທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ປະທານຈັດງານແຂ່ງຂັນ,

 ມີການນໍາຂັ້ນສູງຂອງແຂວງຈໍາປາສັກ, ເຊກອງ, ອັດຕະປື, ພ້ອມອາດີດການນໍາ ແລະ ພາກສ່ວນທຸລະກິດເຂົ້າຮ່ວມ.

ທ່ານ ຄໍາຜ່ານ ສີລາວີ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ປະທານສະຫະພັນກິລາກ໊ອບ ແຂວງສາລະວັນ ໄດ້ກ່າວຈຸດປະສົງຂອງການຈັດງານແຂ່ງຂັນຄັ້ງນີ້ວ່າ: ເພື່ອສະເຫຼີມສະຫຼອງວັນກໍາມະກອນສາກົນ ຄົບຮອບ 139 ປີ ແລະ ເປັນການກຸສົນເພື່ອລະດົມທຶນຈາກທຸກພາກສ່ວນ ເພື່ອຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກລົມພະຍຸລະດູຮ້ອນທີ່ເກີດຂຶ້ນຢູ່ແຂວງສາລະວັນ ໃນໄລຍະຜ່ານມາ. ໃນນີ້. ສາມາດລະດົມທຶນຈາກທຸກພາກສ່ວນທີ່ເຂົ້າຮ່ວມ, ເປັນຕົ້ນບໍລິສັດຈຸງຢາອີຊີ ຊີມັງລາວຈຳກັດຜູ້ດຽວໂຮງງານຜະລິດຊີມັງລາວແຂວງສາລະວັນມອບເງິນສົດ 100 ລ້າກີບ, ບໍລິສັດສ່ວນບຸກຄົນ, ບັນນັກທຸລະກິດສ່ວນບຸກຄົນ, ຜູ້ປະກອບການດ້ານທຸລະກິດພາຍໃນແຂວງ ແລະ ຕ່າງແຂວງ, ບັນດາພະແນກການອ້ອມຂ້າງແຂວງກໍໄດ້ປະກອບສ່ວນ ຊຶ່ງລວມເປັນເງີນທັງໝົດ 400 ລ້ານກວ່າກີບ. ຕໍ່ກັບທຶນດັ່ງກ່າວ, ແມ່ນຈະໄດ້ບິແບ່ງນໍາໄປຊ່ວຍເຫຼືອປະຊາຊົນທີ່ຖືກຜົນກະທົບຈາກລົມພະຍຸລະດູຮ້ອນ, ອີກສ່ວນໜຶ່ງແມ່ນນໍາໃຊ້ເຂົ້າໃນພິທີຈັດງານ ແລະ ເກັບໄວ້ເປັນກອງທຶນ ຂອງສະຫະພັນກິລາກ໊ອບແຂວງ ທີ່ຈະໄດ້ເຂົ້າຮ່ວມແຂ່ງຂັນຢູ່ບັນດາແຂວງໃກ້ຄຽງ ແລະ ລະດັບຊາດທີ່ຈະຈັດຂຶ້ນໃນຕໍ່ໜ້ານີ໊.

ສໍາລັບການແຂ່ງຂັນຄັ້ງນີ້, ໄດ້ແບ່ງອອກເປັນ 4 ສາຍຄື: ສາຍວີໄອພີ (VIP) ມີການນໍາຂັ້ນສູງ 4 ແຂວງ, ສາຍອາດີດການນໍາ, ສາຍເອ, ສາຍບີ ແລະ ສາຍຊີ, ມີຜູ້ເຂົ້າຮ່ວມແຂ່ງຂັນທັງໝົດ 60 ກວ່າທ່ານ.

(ພາບ-ຂ່າວ: ຄຳສອນ)

ຄໍາເຫັນ

ຂ່າວສືກສາ-ກິລາ

ທ່ານນາງ ສີປະໄພ ເຮືອງສີ ມີຄວາມພາກພູມໃຈຫຼາຍໃນອາຊີບຄູ

ທ່ານນາງ ສີປະໄພ ເຮືອງສີ ມີຄວາມພາກພູມໃຈຫຼາຍໃນອາຊີບຄູ

ເນື່ອງໃນໂອກາດວັນຄູແຫ່ງຊາດ (7 ຕຸລາ 1994 ຫາ 7 ຕຸລາ 2025) ຄົບຮອບ 31 ປີໃກ້ຈະມາເຖິງນີ້ ທ່ານນາງ ສີປະໄພ ເຮືອງສີ ຮອງຜູ້ອໍານວຍການໂຮງຮຽນມັດທະຍົມສຶກສາມິດຕະພາບລາວ-ຫວຽດນາມ ຫຼື ມສ ລາວ-ຫວຽດນາມ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວຜ່ານນັກຂ່າວໜັງສືພິມປະຊາຊົນໃນວັນທີ 30 ກັນຍາ ຜ່ານມາທີ່ໂຮງຮຽນດັ່ງກ່າວວ່າ: ຕົນເອງກໍເປັນຄູຜູ້ໜຶ່ງທີ່ໄດ້ຢຶດຖືອາຊີບຄູສອນມາຫຼາຍປີຢູ່ໂຮງຮຽນແຫ່ງນີ້, ມີຄວາມຮູ້ສຶກພາກພູມໃຈຫຼາຍ ແລະ ປິຕິຊົມຊື່ນໃນອາຊີບຄູ ກໍຄືຕໍ່ວັນຄູແຫ່ງຊາດ ຄົບຮອບ 31 ປີ. ທ່ານຍັງໄດ້ຍົກໃຫ້ເຫັນຄວາມໝາຍ-ຄວາມສໍາຄັນຂອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ເປັນວັນຄູແຫ່ງຊາດ ໃນທຸກໆປີຈະມີການລະນຶກເຖິງຄຸນງາມຄວາມດີຂອງຄູ-ອາຈານທີ່ໄດ້ອຸທິດເຫື່ອແຮງໃນການສິດສອນ ເພື່ອພັດທະນາລູກ-ຫຼານໃຫ້ກາຍເປັນຄົນທີ່ມີຄວາມຮູ້-ຄວາມສາມາດ, ມີວຸດທິການສຶກສາທີ່ດີ, ເປັນພົນລະເມືອງດີຂອງຊາດປະກອບ ສ່ວນໃນການພັດທະນາປະເທດຊາດ. ການທີ່ສົ່ງຄວາມຮູ້ໃຫ້ແກ່ລູກ-ຫຼານເປັນອັນໜຶ່ງທີ່ຄູ-ອາຈານຕ້ອງໄດ້ທຸ່ມເທແນວຄວາມຄິດເພື່ອພັດທະນາການຮຽນ-ການສອນຂອງຕົນເອງໃນຕະຫຼອດເວລາ ເພື່ອເຮັດແນວໃດລູກ-ຫຼານ ໄດ້ຮັບເອົາຄວາມຮູ້ທີ່ເຮົາສົ່ງໃຫ້ນັ້ນເຂົ້າໃຈໄດ້ເປັນຢ່າງດີ.
ຄູ-ອາຈານ ສຂຈ ໄດ້ຮັບລາງວັນຊະນະເລີດການແຂ່ງຂັນຄູຕົວແບບສອນດີສອນເດັ່ນພາສາຈີນ

ຄູ-ອາຈານ ສຂຈ ໄດ້ຮັບລາງວັນຊະນະເລີດການແຂ່ງຂັນຄູຕົວແບບສອນດີສອນເດັ່ນພາສາຈີນ

ໂດຍອີງຕາມການເຊື້ອເຊີນຂອງສູນຮ່ວມມືແລກປ່ຽນພາສາຈີນ-ພາສາຕ່າງປະເທດແຫ່ງຊາດຈີນທ່ານເຝິງກວາງຮົວ(Feng Guanghuo)ຜູ້ອໍານວຍການສະຖາບັນຂົງຈື (ສຂຈ) ຝ່າຍຈີນພ້ອມດ້ວຍທ່ານສີສະຫວາດພອນນະໄຊ, ທ່ານນາງມະນີສາຄອນທິບທິລາດຈາກ ສຂຈ ມະຫາວິທະຍາໄລແຫ່ງຊາດ(ມຊ), ທ່ານນາງວັນພອນພັນວົງສາຈາກຫ້ອງຮຽນຂົງຈືທີ່ໂຮງຮຽນມັດທະຍົມສົມບູນວຽງຈັນແລະທ່ານນາງທອງຈັນມະນີພອນຈາກຈຸດສອນພາສາຈີນມັດທະຍົມສົມບູນຈັນສະຫວ່າງລວມທັງໝົດ5ທ່ານໄດ້ເຂົ້າຮ່ວມການແຂ່ງຂັນພາສາຈີນພາຍໃຕ້ຫົວຂໍ້“ການແຂ່ງຂັນຄູຕົວແບບສອນດີສອນເດັ່ນພາສາຈີນ”ແຫ່ງປະເທດອາຊີຕາເວັນອອກສຽງໃຕ້ປະຈໍາປີ2025ທີ່ນະຄອນຫຼວງກົວລາລໍາເປີປະເທດມາເລເຊຍໃນລະຫວ່າງວັນທີ26-29ກັນຍາ2025, ຊຶ່ງມີສະຖາບັນຂົງຈື, ອົງກອນການສຶກສາພາສາຈີນ, ຊ່ຽວຊານ-ຜູ້ຕາງໜ້າການສຶກສາພາສາຈີນແລະຜູ້ຮ່ວມແຂ່ງຂັນລວມ32ຄົນທີ່ມາຈາກປະເທດລາວ,ໄທ, ກໍາປູເຈຍ, ມາເລເຊຍ,ຫວຽດນາມ,ອິນໂດເນເຊຍແລະຟີລິບປິນ7ປະເທດ, ງານດັ່ງກ່າວຈັດໂດຍສະຖາບັນຂົງຈືມະຫາວິທະຍາໄລມາເລເຊຍ.
ໄຟຟ້າຫົງສາ ມອບທຶນການສຶກສາໃຫ້ນັກຮຽນມັດທະຍົມເມືອງຫົງສາ 30 ທຶນ

ໄຟຟ້າຫົງສາ ມອບທຶນການສຶກສາໃຫ້ນັກຮຽນມັດທະຍົມເມືອງຫົງສາ 30 ທຶນ

ວັນທີ 29 ກັນຍານີ້, ພະແນກຊຸມຊົນສໍາພັນ ຝ່າຍພັດທະນາສັງຄົມ ສາຍງານກິດຈະການອົງກອນ ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຈັດພິທີມອບ-ຮັບທຶນການສຶກສາ ປະຈໍາສົກສຶກສາ 2025-2026 ໃຫ້ນັກຮຽນລະດັບຊັ້ນມັດທະຍົມສຶກສາໃນເຂດເມືອງຫົງສາ ທີ່ຫ້ອງວ່າການເມືອງ ໂດຍໄດ້ຮັບກຽດຈາກ ທ່ານ ພອນສະຫວັນ ໄຊສົມພັນ ເລຂາພັກເມືອງຫົງສາ ແລະ ທ່ານ ຄະທາຍຸດ ຊູພູນ ຜູ້ອໍານວຍການໃຫຍ່ ບໍລິສັດໄຟຟ້າຫົງສາ ຈໍາກັດ ຮ່ວມເປັນປະທານໃນພິທີ.
ຍ້ອນມີຄູໃຫ້ຄວາມຮູ້ ປະເທດຊາດຈຶ່ງໄດ້ຮັບການພັດທະນາ

ຍ້ອນມີຄູໃຫ້ຄວາມຮູ້ ປະເທດຊາດຈຶ່ງໄດ້ຮັບການພັດທະນາ

ເນື່ອງໃນໂອກາດວັນຄູແຫ່ງຊາດ (7 ຕຸລາ 1994 - 7 ຕຸລາ 2025) ຄົບຮອບ 31 ປີ, ວັນຄູແຫ່ງຊາດວັນທີ 7 ຕຸລາ ຖືເປັນວັນປະຫວັດສາດຂອງຊາດລາວເຮົາ ຊຶ່ງຍາມໃດພັກ-ລັດຖະບານກໍຖືເອົາວຽກງານການສຶກສາໄປກ່ອນກ້າວໜຶ່ງ ຊຶ່ງປະຫວັດສາດຂະບວນການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ຕ້ານການຮຸກຮານຂອງພວກຈັກກະພັດລ່າເມືອງແບບເກົ່າ ແລະ ແບບໃໝ່ໄດ້ຜ່ານໄລຍະເວລາອັນຍືດເຍື້ອຍາວນານ, ລະອິດລະອ້ຽວ ແລະ ໄດ້ຮັບໄຊຊະນະເປັນແຕ່ລະໄລຍະ ແລະ ໄດ້ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນໃນວັນທີ 2 ທັນວາ 1975 ຊຶ່ງເປັນເງື່ອນໄຂເອື້ອອຳນວຍໃນການພັດທະນາການສຶກສາຂອງລາວ ເວົ້າລວມ, ເວົ້າສະເພາະແມ່ນການພັດທະນາຖັນແຖວຄູ-ອາຈານສອນ, ຈຳນວນຄູ-ອາຈານໄດ້ເພີ່ມຂຶ້ນ ແລະ ຄູ-ອາຈານຈຳນວນເຫຼົ່ານັ້ນ ລ້ວນແຕ່ມີນ້ຳໃຈຮັກຫອມປະເທດຊາດ ມີຄວາມຮູ້ຄວາມສາມາດປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຊາດ ເພື່ອນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າ, ຊື່ສຽງຂອງຄູໄດ້ຕິດພັນກັບຂະບວນວິວັດແຫ່ງການພັດທະນາປະເທດຊາດແຕ່ລະສະໄໝ. ປັດຈຸບັນນີ້, ປະເທດຊາດຂອງພວກເຮົາໄດ້ມີນັກວິຊາການ, ມີນາຍທະຫານ, ນາຍຕຳຫຼວດ, ນັກການເມືອງ, ນັກປະດິດຄິດແຕ່ງ ແລະ ນັກທຸລະກິດທີ່ດີເດັ່ນຈຳນວນບໍ່ໜ້ອຍ, ພວກເພິ່ນເຫຼົ່ານັ້ນລ້ວນແຕ່ໄດ້ມີຄວາມຮູ້ຈາກຄູສອນ. ປະເທດຊາດໄດ້ມີການພັດທະນາເທົ່າໃດ ກໍຍິ່ງເຮັດໃຫ້ສັງຄົມມີຄວາມສຳນຶກເຖິງບຸນຄຸນອັນລ້ຳເລີດຂອງຄູ-ອາຈານຫຼາຍຂຶ້ນເທົ່ານັ້ນ.
ສໍາເລັດການແຂ່ງຂັນກິລາເປຕັ່ງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ 2

ສໍາເລັດການແຂ່ງຂັນກິລາເປຕັ່ງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ 2

ການແຂ່ງຂັນກິລາເປຕັ່ງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ 2 ທີ່ແຂວງບໍລິຄໍາໄຊ ເປັນເຈົ້າພາບ ໄດ້ເລີ່ມມາແຕ່ວັນທີ 25 ກັນຍາ ແລະ ໄດ້ປິດລົງໃນຕອນແລງວັນທີ 28 ກັນຍາ 2025 ທີ່ສະໜາມກິລາໃນຮົ່ມແຂວງບໍລິຄຳໄຊ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄໍາໄຊ, ທ່ານ ຄ້າຫຼ້າ ວິນໄລທອງ ປະທານສະຫະພັນເປຕັ່ງແຫ່ງຊາດ, ມີບັນດາການນຳຈາກສູນກາງ ແລະ ທ້ອງຖິ່ນ ພ້ອມດ້ວຍນັກກິລາເຂົ້າຮ່ວມ.
ນັກຮຽນ ມສ ຜາເກັ່ງນ້ອຍ ໄດ້ຊົມໃຊ້ຫໍພັກ ຫຼັງໃໝ່

ນັກຮຽນ ມສ ຜາເກັ່ງນ້ອຍ ໄດ້ຊົມໃຊ້ຫໍພັກ ຫຼັງໃໝ່

ວັນທີ 23 ກັນຍາຜ່ານມານີ້ ທີ່ບ້ານຜາເກັ່ງນ້ອຍ ເມືອງພູຄູນ ແຂວງຫຼວງພະບາງ ໄດ້ມີພິທີມອບ-ຮັບໂຄງການກໍ່ສ້າງ ຫໍພັກນັກຮຽນ ຍິງ-ຊາຍ ຂອງໂຮງຮຽນມັດທະຍົມສົມບູນຜາເກັ່ງນ້ອຍ ຢ່າງເປັນທາງການ, ມີທ່ານ ທອງເຊື່ອນ ອ້ວນທະວິນສັກ ຮັກສາການປະທານຄະນະກຳມະການປົກຄອງ ເມືອງພູຄູນ, ທ່ານ ສຸລິເດດ ແກ້ວບົວລະເພັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຖາບັນຂົງຈື ມອບໃບປະກາສະນີຍະບັດ ໃຫ້ນັກສຶກສາຮຸ່ນທໍາອິດ ຄູພາສາຈີນ 74 ຄົນ

ສະຖາບັນຂົງຈື ມອບໃບປະກາສະນີຍະບັດ ໃຫ້ນັກສຶກສາຮຸ່ນທໍາອິດ ຄູພາສາຈີນ 74 ຄົນ

ສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີຊົມເຊີຍນັກສຶກສາ ສາຂາຄູພາສາຈີນຮຸ່ນທໍາອິດຂຶ້ນ ໃນວັນທີ 20 ກັນຍາຜ່ານມາ ທີ່ສະຖາບັນຂົງຈື. ເປັນກຽດເຂົ້າຮ່ວມ ຂອງ ທ່ານ ເດຊານຸລາດ ແສນດວງເດດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມ ມອບ-ຮັບໃບປະກາສະນີຍະບັດ ຂອງ ທ່ານ ຄໍາຮຸ່ງ ຈັນທະວົງ ຜູ້ອໍານວຍການສະຖາບັນຂົງຈື, ທ່ານ ເຟີງກວາງຫົວ ຜູ້ອໍານວຍການສະຖາບັນຂົງຈືຝ່າຍຈີນ, ມີບັນດາພະນັກງານ ຄູ-ອາຈານ, ແຂກຖືກເຊີນ ພ້ອມດ້ວຍຜູ້ປົກຄອງ ແລະ ນັກສຶກສາເຂົ້າຮ່ວມ.
ນວ - ສສກ ສ້າງຂະບວນການແຂ່ງຂັນກິລາ ຮັບຕ້ອນ ກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ

ນວ - ສສກ ສ້າງຂະບວນການແຂ່ງຂັນກິລາ ຮັບຕ້ອນ ກອງປະຊຸມໃຫຍ່ອົງຄະນະພັກຂອງຕົນ

ຂປລ. ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກິດຈະກໍາແຂ່ງຂັນກິລາ, ສິລະປະ ແລະ ຖາມ-ຕອບ ກ່ຽວກັບ 3 ວັນປະຫວັດຊາດຂອງພັກ ໃນວັນທີ 19 ກັນຍາ ຜ່ານມາ ຢູ່ ສະໜາມກິລາລ້ານຊ້າງ ນະຄອນຫຼວງວຽງຈັນ.
ວປກ ເປີດສົກຮຽນໃໝ່ 2025-2026

ວປກ ເປີດສົກຮຽນໃໝ່ 2025-2026

ວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ຈັດພິທີເປີດສົກຮຽນໃໝ່ 2025-2026 ຂຶ້ນໃນວັນທີ 15 ກັນ ຍາຜ່ານມາ ໂດຍການເປັນປະທານຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າການເມືອງວິທະຍາຄານປ້ອງກັນຊາດໄກສອນ ພົມວິຫານ ພ້ອມດ້ວຍຄະນະພັກ-ຄະນະອຳນວຍການວິທະຍາ ຄານ, ພະນັກງານ, ຄູ-ອາຈານ, ນັກສຶກສາທຸກລະບົບເຂົ້າຮ່ວມ.
ວິດີໂອຄຸນ​ຄ່າ​ຂອງ​ຄູ ສ້າງແຮງບັນດານໃຈໃຫ້ນັກຮຽນໃນອະນາຄົດ

ວິດີໂອຄຸນ​ຄ່າ​ຂອງ​ຄູ ສ້າງແຮງບັນດານໃຈໃຫ້ນັກຮຽນໃນອະນາຄົດ

ອາທິດຜ່ານມາ, ກະຊວງສຶກສາທິການ ແລະ ກິລາ (ສສກ) ແຫ່ງ ສປປ ລາວ ໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົສຕຣາລີ ໂດຍຜ່ານໂຄງການແຜນງານບີຄວາໄດ້ຖ່າຍວິດີໂອທີ 2 ຂອງແຜນໂຄສະນາແຫ່ງຊາດເພື່ອ ສົ່ງເສີມການສຶກສາໃນທົ່ວປະເທດລາວທີ່ມີຊື່​ວ່າ: “ຄຸນ​ຄ່າ​ຂອງ​ຄູ” ນຳພາໂດຍສະຖາບັນຄົ້ນຄວ້າວິທະຍາສາດການ ສຶກສາ (ສວສ) ພາຍໃຕ້ກະຊວງ ສສກ ເພື່ອປຸກລະດົມຜູ້ຊົມ ແລະ ຫັນປ່ຽນທັດສະນະຄະຕິຕໍ່ການສຶກສາໃນທົ່ວປະເທດລາວ.
ເພີ່ມເຕີມ