![]() |
ທ່ານ ບຸນເກີດ ອິນທະນຸດ ຮອງຫົວໜ້າຂະແໜງການຈັດຕັ້ງ ແລະ ພະນັກງານ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜ່ານຂໍ້ຕົກຂອງຄະນະກໍາມະການປົກຄອງແຂວງ ເລກທີ 183/ຄປຂ.ສວ, ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ກອງເລຂາການບັນຈຸທົດແທນລັດຖະກອນຄູ ຂອງຂະແໜງການສຶກສາ ແລະ ກິລາ, ແຈ້ງການຂອງກະຊວງສຶກສາທິການ ແລະ ກິລາສະບັບເລກທີ1069/ຫກ, ລົງວັນທີ13 ມີນາ2026; ເລື່ອງການສອບເສັງບັນຈຸທົດແທນລັດຖະກອນຄູ ຕາມຈໍານວນທີ່ສິ້ນສຸດໃນຮູບການຕ່າງໆ ໃນງວດທີ II ປະຈຳປີ 2026. ພ້ອມທັງໄດ້ຜ່ານກົດລະບຽບໃນການສອບເສັງຄັ້ງນີ້.
![]() |
ການສອບເສັງຄັ້ງນີ້, ມີຜູ້ເຂົ້າຮ່ວມທັງໝົດ 175 ຄົນ ຍິງ 103 ຄົນ ທີ່ມາຈາກ 8 ຕົວເມືອງໃນທົ່ວແຂວງ, ຊຶ່ງມີຕົວເລກບັນຈຸລັດຖະກອນຄູ ຂອງແຂວງສາລະວັນ ມີທັງໝົດ 69 ຕົວເລກ. ສໍາລັບຮູບແບບການສອບເສັງແມ່ນແບ່ງອອກເປັນ 2 ພາກຄື: ພາກທິດສະດີ, ສອບເສັງພາກຄວາມຮູ້ທົ່ວໄປ ແລະ ວິຊາສະເພາະຕາມສາຍທີ່ໄດ້ສະໝັກ, ພາກປະຕິບັດຕົວຈິງເປັນຕົ້ນ: ການແຕ່ງບົດສອນ, ການສອນສາທິດ ແລະການໃຫ້ສໍາພາດ ເພື່ອທົດສອບໄຫວພີບ, ທັດສະນະຄະຕິ, ປະເມີນທັກສະ ແລະ ຄວາມພ້ອມຂອງຜູ້ສະໝັກຢ່າງຮອບດ້ານ, ຊຶ່ງໄດ້ດໍາເນີນການສອບເສັງ ເປັນເວລາ 2 ວັນ (ວັນທີ 26-27 ມີນາ 2026).
(ຂ່າວ-ພາບ: ວິໄລວອນ ສິດທິໄຊ)


ຄໍາເຫັນ