ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ ພາຍໃຕ້ຫົວຂໍ້ “People-Partnership-Progress”

ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ ພາຍໃຕ້ຫົວຂໍ້ “People-Partnership-Progress”

ສະຫຼອງຄົບຮອບ 30 ປີ ການສ້າງຕັ້ງສະຖາບັນແມ່ນໍ້າຂອງ  ພາຍໃຕ້ຫົວຂໍ້ “People-Partnership-Progress”
ຫວ່າງບໍ່ດົນມານີ້, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ ກະຊວງການຕ່າງປະເທດ, ໃນນາມປະທານສະພາບໍລິຫານງານ ສະຖາບັນແມ່ນໍ້າຂອງ ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສະຖາບັນແມ່ນໍ້າຂອງທີ່ຂອນແກ່ນ ປະເທດໄທ, ໂດຍມີສະມາຊິກສະພາບໍລິຫານງານສະຖາບັນແມ່ນ້ຳຂອງ, ສະມາຊິກຄະນະປະຈຳສະຖາບັນແມ່ນ້ຳຂອງ, ບັນດາຜູ້ຕາງໜ້າຈາກສະຖານກົງສຸນໃຫຍ່ຂອງບັນດາປະເທດສະມາຊິກອະນຸພາກພື້ນແມ່ນໍ້າຂອງ (GMS) ທີ່ ຂອນແກ່ນ, ຄູ່ຮ່ວມງານ, ຄູ່ຮ່ວມພັດທະນາ ແລະ ພະນັກງານຂອງສະຖາບັນດັ່ງກ່າວ ໄດ້ເຂົ້າຮ່ວມຢ່າງພ້ອມພຽງ.

 

ສະຫອງຄບຮອບ 30 ປ ການສາງຕງສະຖາບນແມນາຂອງ ພາຍໃຕຫວຂ “People-Partnership-Progress” - image 1
 

ການສະເຫຼີມສະຫຼອງຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ “People-Partnership-Progress” ຊຶ່ງສະ ທ້ອນໃຫ້ເຫັນເຖິງການປະຕິບັດງານຂອງສະຖາບັນແມ່ນໍ້າຂອງ ໃນການພັດທະນາຊັບພະຍາກອນມະນຸດ, ສົ່ງເສີມການຮ່ວມມື ແລະ ເສີມຂະຫຍາຍຄວາມກ້າວໜ້າຢູ່ອະນຸພາກພື້ນແມ່ນ້ຳຂອງ.

ສະຫອງຄບຮອບ 30 ປ ການສາງຕງສະຖາບນແມນາຂອງ ພາຍໃຕຫວຂ “People-Partnership-Progress” - image 2
 

ໃນໂອກາດດັ່ງກ່າວ, ທ່ານ ສົມບູນ ສີຫານາດ ໄດ້ຂຶ້ນກ່າວຄໍາເຫັນ ເພື່ອສະແດງຄວາມຊົມເຊີຍ ຕໍ່ສະຖາບັນແມ່ນ້ຳຂອງ ທີ່ໄດ້ປະກອບສ່ວນສໍາຄັນເຂົ້າໃນການພັດທະນາ ແລະ ການຮ່ວມມືໃນອະນຸພາກພື້ນແມ່ນໍ້າຂອງ ຕະຫຼອດໄລຍະ 30 ປີ ຜ່ານມາ ແລະ ຍັງໄດ້ສະແດງຄວາມຂອບໃຈຕໍ່ບັນດາຜູ້ກໍ່ຕັ້ງ, ຜູ້ອໍານວຍການສະຖາບັນແມ່ນໍ້າຂອງໃນແຕ່ລະໄລຍະ, ຕະຫຼອດຮອດບັນດາພະນັກງານຂອງສະຖາບັນແມ່ນໍ້າຂອງທີ່ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປະຕິບັດໜ້າທີ່ຂອງຕົນດ້ວຍຄວາມເສຍສະຫຼະ, ມີຫົວຄິດປະດິດສ້າງ ແລະ ມີຄວາມຮັບຜິດຊອບສູງ, ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ບັນດາຄູ່ຮ່ວມງານ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງອື່ນໆທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຮ່ວມມືທີ່ດີຕະຫຼອດມາ. ນອກນັ້ນ ຍັງໄດ້ຢືນຢັນຄືນຄວາມໝາຍໝັ້ນ ທີ່ ສປປ ລາວ ຈະສືບຕໍ່ຊຸກຍູ້ ແລະ ໃຫ້ການຮ່ວມມືແກ່ ສະຖາບັນແມ່ນໍ້າຂອງ ໃນປັດຈຸບັນກໍຄືໃນຕໍ່ໜ້າ, ໂດຍສະເພາະໃນໄລຍະ ທີ່ ສປປ ລາວ ປະຕິບັດໜ້າທີ່ປະທານສະພາບໍລິຫານງານສະຖາບັນແມ່ນໍ້າຂອງ.

ສະຫອງຄບຮອບ 30 ປ ການສາງຕງສະຖາບນແມນາຂອງ ພາຍໃຕຫວຂ “People-Partnership-Progress” - image 3
 

ພ້ອມນີ້, ຍັງມີຜູ້ຕາງໜ້າຈາກສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ, ສປ ຈີນ ແລະ ສສ ຫວຽດນາມ ທີ່ ຂອນແກ່ນ ໄດ້ຂຶ້ນກ່າວຄໍາເຫັນຊົມເຊີຍ ໃນງານສະເຫຼີມສະຫຼອງດັ່ງກ່າວ. ຄຽງຄູ່ກັນນີ້, ທ່ານ Narongchai Akrasanee, ປະທານຄະນະປະຈຳສະຖາບັນແມ່ນ້ຳຂອງ ກໍໄດ້ຂຶ້ນກ່າວຄໍາເຫັນ ເພື່ອຫວນຄືນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງສະຖາບັນແມ່ນໍ້າຂອງ ຕະຫຼອດ 3 ທົດສະວັດຜ່ານມາ.

ນອກຈາກນີ້, ທ່ານ Suriyan Vichitlekarn ໄດ້ຂຶ້ນກ່າວຄໍາເຫັນອໍາລາ ໃນໂອກາດສິ້ນສຸດວາລະການດໍາລົງຕໍາແໜ່ງເປັນຜູ້ອໍານວຍການສະຖາບັນແມ່ນໍ້າຂອງ ແລະ ທ່ານ ອານູລັກ ກິດຕິຄຸນ ກໍໄດ້ຂຶ້ນກ່າວຄໍາເຫັນແນະນໍາຕົນເອງ ໃນໂອກາດເຂົ້າຮັບຕໍາແໜ່ງເປັນຜູ້ອຳນວຍການຄົນໃໝ່ຂອງສະຖາບັນແມ່ນ້ຳຂອງ ໃນໂອກາດນີ້ອີກດ້ວຍ.

(ຂ່າວ: ກຕທ)

ຄໍາເຫັນ

ຂ່າວການຮ່ວມມື

ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ພິທີມອບ-ຮັບໜ້າທີ່ ຄະນະບໍລິຫານງານ​ສະມາຄົມ ລາວ-ໄທ ເພື່ອມິດຕະພາບ

ໃນວັນ​ທີ 22 ຕຸລານີ້, ທີ່ຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ໄດ້​ຈັດ​ພິ​ທີມອບ-ຮັບ ໜ້າທີ່ລະຫວ່າງຄະ​ນະ​ບໍ​ລິ​ຫານ​ງານສະມາຄົມ ລາວ-ໄທ ເພື່ອມິດຕະພາບ ຊຸດ​ເກົ່າ ແລະ ຊຸດ​ໃໝ່​ ໂດຍກ​ານ​ເປັນ​ປະ​ທານ​ຂອງ ສະຫາຍ ບຸນເຫຼືອ ພັນດານຸວົງ ກຳມະການສູນກາງພັກ ເລຂາຄະນະພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ​ມີ​ບັນ​ດາສະຫາຍ​ຄະ​ນະ​ພັກ, ຄະ​ນະ​ນຳ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ແລະ ​ພາກ​ສ່ວນ​ທີ່ກ່ຽວ​ຂ້ອງ ​​ເຂົ້າ​ຮ່ວມ.
ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ສູນກາງຊາວໜຸ່ມລາວ ຊຸກຍູ້ການຮ່ວມມືດ້ານ AI ແລະ ການສຶກສາ ທີ່ຫວຽດນາມ

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ, ຄະນະຜູ້ແທນຂັ້ນສູງຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ສຊປລ) ນຳໂດຍ ສະຫາຍ ທອງລີ ສີສຸລິດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ເຂົ້າຢ້ຽມຊົມ ແລະ ພົບປະເຮັດວຽກກັບມະຫາວິທະຍາໄລສັບພະວິຊາ ຮ່າໂນ້ຍ ໃນວັນທີ 20 ຕຸລາຜ່ານມາ.
ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ລາວ-ກໍາປູເຈຍ ສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ

ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ (ວທ) ແຫ່ງ ສປປ ລາວ ແລະ ກະຊວງທ່ອງທ່ຽວ ແຫ່ງຣາຊະອານາຈັກກໍາປູເຈຍ ຮ່ວມເປັນເຈົ້າພາບຈັດງານສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ໃນລະຫວ່າງວັນທີ 19-22 ຕຸລານີ້ ທີ່ແຂວງຊຽງແຕງ ແລະ ແຂວງຈໍາປາສັກ ໃຫ້ກຽດຮ່ວມເປັນເຈົ້າ ພາບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ສປປ ລາວ ແລະ ທ່ານ ຫຸດ ຮັກ ລັດຖະມົນຕີ ກະຊວງທ່ອງທຽວ ກໍາປູເຈຍ.
ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026

ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ (LJI) ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານພົບປະ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ປະຈໍາປີ 2026 (Study in Japan Fair 2026) ແບບເຊິ່ງໜ້າ ແລະ ແບບອອນລາຍ ໃນວັນທີ 21 ຕຸລາຜ່ານມາ, ທີ່ສະຖາບັນດັ່ງກ່າວ ໂດຍມີທ່ານ ແສງສະເດັນ ບຸນລາວົງ ຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສຸກສາຄອນ ແສງສຸລິວົງ ຮອງຫົວໜ້າສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ພ້ອມດ້ວຍຜູ້ຕາງໜ້າຈາກສະຖານ ທູດຍີ່ປຸ່ນ ປະຈໍາລາວ, ຫ້ອງການ JICA ປະຈໍາລາວ, ຜູ້ຕາງໜ້າຈາກ 5 ມະຫາວິທະຍາໄລປະເທດຍີ່ປຸ່ນ, ອົງການ JASSO ສະຖາບັນສອນພາສາຍີ່ປຸ່ນ, ສະມາຄົມອະດີດນັກສຶກສາຍີ່ປຸ່ນ ພ້ອມດ້ວຍຄູ-ອາຈານ ແລະ ນັກສຶກສາເຂົ້າຮ່ວມ.
ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ຮັບຮອງຢ່າງເປັນທາງການຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງລັດຖະບານ ລາວ ແລະ ອົງການ ສປຊ ສະບັບໃໝ່

ໃນວັນທີ 21 ຕຸລາຜ່ານມາ ທີ່ນະຄອນຫຼວງວຽງຈັນ, ໄດ້ມີການຈັດພິທີຮັບຮອງຢ່າງເປັນທາງຂອບການຮ່ວມມືເພື່ອການພັດທະນາແບບຍືນຍົງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ອົງການສະຫະປະຊາຊາດປະຈໍາ ສປປ ລາວ ສຳລັບປີ 2027-2031, ໂດຍການໃຫ້ກຽດເປັນປະທານຮ່ວມພິທີຂອງທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ບາໂຄເດຍ ເບີຄານ໊ອບ (Bakhodir Burkhanov) ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ຊຶ່ງມີບັນດາທ່ານຮອງລັດຖະມົນຕີ, ເອກອັກຄະລັດຖະທູດ, ຫົວໜ້າຫ້ອງການກະຊວງ, ຄະນະກົມ, ຜູ້ຕາງໜ້າຈາກບັນດາກະຊວງຂະ ແໜງການ ແລະ ຜູ້ຕາງໜ້າອົງການເຄືອຂ່າຍ ສປຊ ເຂົ້າຮ່ວມຫຼາຍກ່ວາ 70 ທ່ານ.
ສມປຊ - ສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມື

ສມປຊ - ສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ເສີມຂະຫຍາຍການຮ່ວມມື

ໃນວັນທີ 21 ຕຸລານີ້, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ) ໄດ້ຕ້ອນຮັບຄະນະຜູ້ແທນຈາກສະຖາບັນກໍ່ສ້າງພະນັກງານປາຍເຊີ້ ເຂດປົກຄອງຕົນເອງເຜົ່າຈວ້າງກວາງຊີ ສາທາລະ ນະລັດປະຊາຊົນຈີນ, ນໍາໂດຍທ່ານ ຫຼີວຈ້ຽນ ຮອງຫົວໜ້າສະຖາບັນກໍ່ສ້າງພະນັກງານປາຍເຊີ້ກວາງຊີ ສປ ຈີນ ພ້ອມຄະນະ, ໃນໂອກາດເດີນທາງມາເຄື່ອນໄຫວວຽກງານຢູ່ ສປປ ລາວ; ໃຫ້ການຕ້ອນຮັບໂດຍທ່ານ ດາວສະຫວັນ ເຄືອມີໄຊ ກຳມະການສໍາຮອງສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າ ສມປຊ, ພ້ອມດ້ວຍຄະນະຜູ້ຕາງໜ້າຈາກສອງຝ່າຍເຂົ້າຮ່ວມ.
ຂໍ້ລິເລີ່ມດ້ານການບໍລິຫານໂລກຂອງຈີນ ພາຍຫຼັງ 1 ປີ:  ທັດສະນະ ແລະ ການປະກອບສ່ວນຂອງ ສປປ ລາວ

ຂໍ້ລິເລີ່ມດ້ານການບໍລິຫານໂລກຂອງຈີນ ພາຍຫຼັງ 1 ປີ: ທັດສະນະ ແລະ ການປະກອບສ່ວນຂອງ ສປປ ລາວ

ປະຊາຄົມໂລກກຳລັງປະເຊີນໜ້າກັບການຜັນແປໄປຢ່າງໄວວາ ແລະ ສະຫຼັບສັບຊ້ອນ ໂດຍຜ່ານການແຂ່ງຂັນຢ່າງຂຸ້ນຂ້ຽວທາງດ້ານພູມສາດການເມືອງ, ຄວາມແຕກໂຕນດ້ານການພັດທະນາ, ວິວັດທະນາການຢ່າງໄວວາດ້ານເຕັກໂນໂລຊີ ແລະ ບັນຫາຂ້າມຊາດທີ່ນັບມື້ນັບເກີນຂອບເຂດຂີດຄວາມສາມາດຂອງປະເທດໃດປະເທດໜຶ່ງ ທີ່ຈະສາມາດແກ້ໄຂໄດ້ໂດຍລໍາພັງ. ຈາກປັດໄຈເຫຼົ່ານີ້ ໄດ້ຊຸກຍູ້ໃຫ້ມີການທົບທວນພິຈາລະນາຄືນໃໝ່ກ່ຽວກັບວິທີທີ່ລະບົບສາກົນຈະສາມາດຮັກສາປະສິດທິຜົນ, ແບບກວມລວມ ແລະ ມີຄວາມສາມາດຕອບສະໜອງຕໍ່ສະພາບແວດລ້ອມສາກົນທີ່ກຳລັງຜັນແປ.
ຍີ່ປຸ່ນໃຫ້ການຊ່ວຍເຫຼືອ ຍົກລະດັບລະບົບນ້ຳປະປາໃນແຂວງສາລະວັນ

ຍີ່ປຸ່ນໃຫ້ການຊ່ວຍເຫຼືອ ຍົກລະດັບລະບົບນ້ຳປະປາໃນແຂວງສາລະວັນ

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າ 108,610 ໂດລາ ເພື່ອປະຕິບັດໂຄງການປັບປຸງລະບົບນ້ຳປະປາໃນແຂວງສາລະວັນພາຍໃຕ້​ໂຄງ​ການຊ່ວຍເຫຼືອຂັ້ນ​ຮາກ​ຖານ (GGP) ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ 3 ບ້ານເປົ້າໝາຍ.
ຈິດໃຈແຫ່ງການເດີນທັບທາງໄກຂອງກອງທັບແດງຈີນ ສາມາດສ້າງແຮງບັນດານໃຈຫຍັງແດ່ໃຫ້ແກ່ບັນດາປະເທດເຂດໂລກໃຕ້ໃນການຄົ້ນຫາເສັ້ນທາງການພັດທະນາຄວາມທັນສະໄໝ

ຈິດໃຈແຫ່ງການເດີນທັບທາງໄກຂອງກອງທັບແດງຈີນ ສາມາດສ້າງແຮງບັນດານໃຈຫຍັງແດ່ໃຫ້ແກ່ບັນດາປະເທດເຂດໂລກໃຕ້ໃນການຄົ້ນຫາເສັ້ນທາງການພັດທະນາຄວາມທັນສະໄໝ

ປີນີ້ເປັນປີຄົບຮອບ 90 ປີແຫ່ງໄຊຊະນະຂອງການເດີນທັບທາງໄກຂອງກອງທັບແດງກໍາມະກອນຊາວນາຈີນ. ໃນຖານະທີ່ເປັນມະຫາກາບແຫ່ງການເອົາຊະນະຄວາມຫຍຸ້ງຍາກທີ່ສັ່ນສະເທືອນໂລກໃນປະຫວັດສາດມະນຸດສະໄໝໃໝ່,ການເດີນທັບທາງໄກໄດ້ກ້າວຂ້າມຂອບເຂດຂອງປະເທດດຽວ ແລະ ສ້າງແກ່ນສານຈິດໃຈແຫ່ງຄວາມເປັນເອກະລາດ,​ ເປັນເຈົ້າຕົນເອງ, ປະຕິບັດຕົວຈິງ, ການຝັງຮາກເລິກໃນປະຊາຊົນ ແລະ ການບຸກບືນຢ່າງໜຽວແໜ້ນ, ກາຍເປັນຊັບສົມບັດທາງຈິດໃຈຮ່ວມຂອງມວນມະນຸດ.
ການເຄື່ອນທັບທາງໄກຂອງກອງທັບແດງຈີນ

ການເຄື່ອນທັບທາງໄກຂອງກອງທັບແດງຈີນ

ເພື່ອ​ຫວນ​ຄືນ​ມູນເຊື້ອ​ອັນ​ພິລະ​ອາດ​ຫານ​ບໍ່​ຍອມ​ຈຳນົນ​ຂອງ​ກອງທັບ​ແດງ​ວິລະ​ຊົນ ພາຍ​ໃຕ້​ການ​ນຳພາ​ໂດຍ​ກົງ ແລະ ເດັດຂາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ເຄື່ອນ​ທັບ​ຜ່າ​ວົງ​ປິດ​ລ້ອມ​ຂອງ​ສັດຕູ ແລະ ໃນ​ທີ່​ສຸດ​ກໍ​ສາມາດ​ໄປ​ເຖິງ​ຈຸດ​ທີ່​ໝັ້ນ​ຂອງ​ຕົນ​ໄດ້​ຢ່າງ​ມີ​ໄຊ.
ເພີ່ມເຕີມ