ສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 80 ປີຂອງຣັດເຊຍ

ສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 80 ປີຂອງຣັດເຊຍ

ສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 80 ປີຂອງຣັດເຊຍ
ໃນວັນທີ 9 ພຶດສະພາຜ່ານມາ ທີ່ຫໍວັດທະນະທຳແຫ່ງຊາດ ສປປ ລາວ ໄດ້ຈັດພິທີໂຮມຊຸມນຸມເພື່ອຮັບຊົມການຖ່າຍທອດສົດ ການເດີນສວນສະໜາມສະເຫຼີມສະຫຼອງວັນໄຊຊະນະສົງຄາມປົກປ້ອງປິຕຸພູມ ຄົບຮອບ 80 ປີຂອງຣັດເຊຍ ພິທີດັ່ງກ່າວໄດ້ຈັດຢູ່ນະຄອນຫຼວງມົສກູ ສະຫະພັນຣັດເຊຍ,

 

 

ໃຫ້ກຽດເຂົ້າຮ່ວມຊົມໂດຍທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ), ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ປະທານແນວລາວສ້າງຊາດ, ທ່ານ ວະລາດີເມຍ ກະລິນິນ ເອກອັກຄະລັດຖະທູດແຫ່ງສະຫະພັນຣັດເຊຍປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານນາງ ສວນສະຫວັນ ວິຍະເກດ ກ່າວວ່າ: ສປປ ລາວ ແລະ ສະຫະພັນຣັດເຊຍ ເປັນປະເທດທີ່ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືກັນມາແຕ່ດົນນານ ແລະ ເປັນຄູ່ຮ່ວມມືຍຸດທະສາດ. ພ້ອມນີ້, ທ່ານຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຢ່າງຈິງໃຈມາຍັງລັດຖະບານສະຫະພັນຣັດເຊຍໃນການຈັດພິທີເດີນສວນສະໜາມເພື່ອສະເຫຼີມສະຫຼອງວັນໄຊຊະນະສົງຄາມປ້ອງກັນປິຕຸພູມ ຄົບຮອບ 80 ປີຢ່າງຍິ່ງໃຫຍ່ ແລະ ສົມກຽດໃນຄັ້ງນີ້ ຊຶ່ງເປັນມະຫາສົງຄາມປ້ອງກັນປິຕຸພູມຂອງກອງທັບ, ກຳມະກອນຢູ່ຕາມໂຮງຈັກ, ໂຮງງານ, ຊາວກະສິກອນ, ຊາວນາ ກໍຄືປະຊາຊົນໂຊວຽດ (ໃນສະໄໝນັ້ນ) ທຸກຊົນຊັ້ນທີ່ໄດ້ຮ່ວມແຮງຮ່ວມໃຈກັນຕໍ່ສູ້ຢ່າງອົງອາດກ້າຫານຈົນສາມາດຍາດເອົາໄຊຊະນະຈາກສັດຕູມາໄດ້, ໄຊຊະນະຂອງສະຫະພາບໂຊວຽດເໜືອຟາດຊິດເຢຍລະມັນໃນສົງຄາມໂລກຄັ້ງທີ II ຖືເປັນວັນທີ່ມີຄວາມໝາຍ ຄວາມສໍາຄັນທາງດ້ານປະຫວັດສາດຂອງປະເທດ ແລະ ປະຊາຊົນຣັດເຊຍ. ເພື່ອເປັນການປະກອບສ່ວນຮ່ວມສະເຫຼີມສະຫຼອງຕໍ່ເຫດການປະຫວັດສາດທີ່ສໍາຄັນດັ່ງກ່າວນີ້, ສປປ ລາວໄດ້ສົ່ງກ້ອນກໍາລັງສວນສະໜາມຂອງກອງທັບປະຊາຊົນລາວ ຈໍານວນ 80 ທ່ານເຂົ້າຮ່ວມເດີນສວນສະໜາມເພື່ອສະເຫຼີມສະຫຼອງວັນໄຊຊະນະດັ່ງກ່າວ.

ໂອກາດນີ້, ທ່ານນາງ ສວນສະຫວັນ ວິຍະເກດ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ດົນນານ ແລະ ຄູ່ຮ່ວມມືຍຸດທະສາດຂອງສອງປະເທດລາວ-ຣັດເຊຍ ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ສືບຕໍ່ໄດ້ຮັບການເສີມສະຫຍາຍແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ.

ຂ່າວ: ກິດຕາ, ພາບ: ຂັນໄຊ

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ຮົງກາຣີ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ລາວ-ຮົງກາຣີ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ

ໂດຍຕອບສະໜອງຕາມຄໍາເຊີນຂອງ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ປີເຕີ ຊີຢາໂຕ (Péter SZIJJÁRTÓ) ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 4 ກຸມພາ ນີ້ ເພື່ອສືບຕໍ່ຮັດແໜ້ນການພົວພັນມິດຕະພາບ ທີ່ມີມູນເຊື້ອ ແລະ ການຮ່ວມມືອັນດີ, ບົນພື້ນຖານຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສປປ ລາວ ແລະ ຮົງກາຣີ.
ຄະນະຜູ້ແທນ ສປ ຈີນ ເດີນທາງມາເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນກ້າວສູ່ລາວປີ 2026  ຢູ່ ສປປ ລາວ

ຄະນະຜູ້ແທນ ສປ ຈີນ ເດີນທາງມາເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນກ້າວສູ່ລາວປີ 2026 ຢູ່ ສປປ ລາວ

ຄະນະຜູ້ແທນ ສປ ຈີນ ນໍາໂດຍ ສະຫາຍ ຢູຢຸ້ນຊຽນ ຮອງຫົວໜ້າອົງການພິມ ແລະ ຈໍາໜ່າຍພາສາຕ່າງປະເທດຈີນ ພ້ອມຄະນະທັງໝົດ 9 ສະຫາຍ ເດີນທາງມາເຖິງສະໜາມບິນສາກົນຫຼວງພະບາງໃນຕອນບ່າຍວັນທີ 4 ກຸມພານີ້ ໂດຍມີສະຫາຍ ຄໍາເຮືອງ ຄໍາປະສິດ ຮອງຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາ ຊົນ ສຽງຂອງສູນກາງພັກປະຊາຊົນ ປະຕິວັດລາວ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ພ້ອມດ້ວຍຄະນະໃຫ້ການຕ້ອນຮັບທີ່ສະໜາມບິນດັ່ງກ່າວ.
ຄະນະນຳ ສນຊ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ຄະນະນຳ ສນຊ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ສະຫາຍ ຄຳຜອຍ ວັນນະສານ ກຳມະການສູນກາງພັກ ຮອງປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະ ເຂົ້າອວຍພອນເອກອັກຄະລັດຖະທູດຫວຽດນາມປະຈຳລາວ ໃນວັນທີ 2 ກຸມພາຜ່ານມາ ທີ່ສະ ຖານທູດຫວຽດນາມປະຈຳ ສປປ ລາວ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ (3/2/1930 - 3/2/2026) ໂດຍໄດ້ຮັບການຕ້ອນຮັບຂອງສະຫາຍ ຫວຽນ ມິງ ເຕິມ ເອກອັກຄະລັດຖະທູດຫວຽດນາມ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈໍາສປປ ລາວ ພ້ອມດ້ວຍຄະນະ.
ລມຕ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ລມຕ ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ ຈະເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

ໂດຍຕອບສະໜອງຕາມຄຳເຊີນ ຂອງ ພະນະທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າອວຍພອນ ທູດຫວຽດນາມ ປະຈໍາ ສປປ ລາວ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ເຂົ້າອວຍພອນ ທູດຫວຽດນາມ ປະຈໍາ ສປປ ລາວ

ເນື່ອງໃນໂອກາດ ວັນສ້າຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ (3/2/1930-3/2/2026); ໃນຕອນເຊົ້າຂອງວັນທີ 3 ກຸມພາ2026, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ສະຫາຍ ຫງວຽນມິງເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັງການສະຖານທູດ.
ຄະນະບໍລິຫານງານສູນກາງພັກ ປປ ລາວ ສົ່ງສານອວຍພອນວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ຄະນະບໍລິຫານງານສູນກາງພັກ ປປ ລາວ ສົ່ງສານອວຍພອນວັນສ້າງຕັ້ງ ພັກກອມມູນິດຫວຽດນາມ ຄົບຮອບ 96 ປີ

ໃນວັນທີ 3 ກຸມພາ ນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໄດ້ສົ່ງສານ ອວຍພອນ ເຖິງ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ, ໂດຍມີເນື້ອໃນ ດັ່ງນີ້:
ຄະນະຜູ້ແທນ ສປ ຈີນ ເດີນທາງມາເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນ ກ້າວສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026 ຢູ່ ສປປ ລາວ

ຄະນະຜູ້ແທນ ສປ ຈີນ ເດີນທາງມາເຂົ້າຮ່ວມກິດຈະກຳວັດທະນະທໍາບຸນກຸດຈີນ ກ້າວສູ່ລາວ ໃນຫົວຂໍ້: ກ້າວໄປຂ້າງໜ້າປີ 2026 ຢູ່ ສປປ ລາວ

ຄະນະຜູ້ແທນ ສປ ຈີນ ນໍາໂດຍສະຫາຍ ນາງ ຊຸນ ຈີເຊີ້ງ ຮອງຫົວໜ້າສະຖາບັນການຕ່າງປະເທດຈີນ, ມີສະຫາຍ ລີ ຟູຈຽນ ຮອງນັກຄົ້ນຄວ້າ ສະຖາບັນຄົ້ນຄວ້າອາຊີທີ່ຂຶ້ນກັບສະຖາບັນການຕ່າງປະເທດຈີນ, ສະຫາຍ ນາງ ເຊ້ຍເມິ້ງ ຮອງຫົວໜ້າພະແນກເລຂາສູນຄົ້ນຄວ້າປະຊາຄົມ ຮ່ວມຊາຕາກຳຂອງມວນມະນຸດ ໄດ້ເດີນທາງມາ ເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ໃນຕອນບ່າຍວັນທີ 3 ກຸມພານີ້.
ການເດີນທາງມາຢ້ຽມຢາມລາວ ຂອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແມ່ນມີຄວາມໝາຍສຳຄັນທາງປະຫວັດສາດ

ການເດີນທາງມາຢ້ຽມຢາມລາວ ຂອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ແມ່ນມີຄວາມໝາຍສຳຄັນທາງປະຫວັດສາດ

ການເດີນທາງມາຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນຫຼາຍທາງປະຫວັດສາດ ສາມາດເວົ້າໄດ້ວ່າມາຢ້ຽມຢາມ ສປປ ລາວ ເປັນປະເທດທໍາອິດ ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ (XIV) ຂອງພັກກອມມູນິດຫວຽດນາມ ແລະ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ອີກສະ ໄໝໜຶ່ງ ຊຶ່ງການຈະມາຢ້ຽມຢາມລັດຖະກິດຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ມອບ-ຮັບປະທານກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ

ມອບ-ຮັບປະທານກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ

ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ (ປກສ) ສປປ ລາວ ຈັດພິທີມອບ-ຮັບໜ້າທີ່ປະທານກອງປະຊຸມລັດຖະມົນຕີອາຊຽນ ວ່າດ້ວຍບັນຫາຢາເສບຕິດ ແລະ ກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງຂອງ ສປປ ລາວ ໂດຍຜ່ານກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສໃຫ້ຄະນະຜູ້ແທນລະດັບເຈົ້າໜ້າທີ່ອາວຸໂສປະເທດຟີລິບປິນໃນວັນທີ 3 ມັງກອນນີ້, ໂດຍມີທ່ານ ພັນເອກ ຈັນທອນ ເຮືອງຄໍາໄຊ ຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ຫົວໜ້າເຈົ້າໜ້າທີ່ຕໍາຫຼວດອາວຸໂສ ສປປ ລາວ, ມີທ່ານ ເອີລ ພີ ສະເວດຣາ ຮັກສາການເຈົ້າໜ້າທີ່ອາວຸໂສປະເທດຟີລິບປິນ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ.
ອາສາສະໝັກຊາວໜຸ່ມກາແດງ ສ ເກົາຫຼີ ຊ່ວຍປັບປຸງສອງໂຮງຮຽນ ທີ່ເມືອງວັງວຽງ

ອາສາສະໝັກຊາວໜຸ່ມກາແດງ ສ ເກົາຫຼີ ຊ່ວຍປັບປຸງສອງໂຮງຮຽນ ທີ່ເມືອງວັງວຽງ

ໃນລະຫວ່າງວັນທີ 26-31 ມັງກອນ ຜ່ານມານີ້, ຄະນະອາສາສະໝັກຊາວໜຸ່ມກາແດງ ສ ເກົາຫຼີ ສອງແຂວງຄື: ກວາງຈູ-ຈອງນຳ ໄດ້ລົງຈັດກິດຈະກຳອາສາສະໝັກຊ່ວຍເຫຼືອ ທີ່ໂຮງຮຽນປະຖົມຜາຕັ້ງ ແລະ ໂຮງຮຽນປະຖົມນ້ຳພາວ ເມືອງວັງວຽງ ແຂວງວຽງຈັນ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ບຸນເນົາ ພະຈອມພົນ ຫົວໜ້າອົງການກາແດງແຂວງວຽງຈັນ ພ້ອມດ້ວຍພະນັກງານ, ຄູ-ອາຈານ ແລະ ນັກຮຽນ.
ເພີ່ມເຕີມ