![]() |
ນອກນີ້, ກໍມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດເພື່ອນມິດຄື:ສສ ຫວຽດນາມ ນໍາໂດຍ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສປ ຈີນ ນໍາໂດຍ ສະຫາຍ ຫວາງ ຮູໜິງ ຄະນະປະຈໍາກົມການເມືອງສູນກາງພັກກອມມູນິດຈີນ ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ, ຣາຊະອານາຈັກກໍາປູເຈຍ ນໍາໂດຍສົມເດັດ ປິໄຈ ເສນາ ເຕຍ ບັນ ທີ່ປຶກສາຂັ້ນສູງຂອງເຈົ້າຊີວິດ ຮອງປະທານຄະນະພັກປະຊາຊົນກໍາປູເຈຍ, ສ ຣັດເຊຍ ນໍາໂດຍທ່ານ ນິໂຄລາຍ ຊູຣາວະໂຣບ ຮອງປະທານສະພາສູງ ແຫ່ງ ສ ຣັດເຊຍ ແລະ ສ ກູບາ ນໍາໂດຍ ສະຫາຍ ນາງ ມາຣ໌ຕາ ອາຢາລາ ອາວິລາ ກໍາມະການກົມການເມືອງສູນກາງພັກກອມມູນິດກູບາ ຜູ້ອໍານວຍການໃຫຍ່ສູນພັນທຸກໍາ ແລະ ເຕັກໂນໂລຊີຊີວະພາບ ສ ກູບາ; ພ້ອມນີ້, ກໍມີບັນດາແຂກຖືກເຊີນ ຈາກບັນດາເອກອັກຄະລັດຖະທູດ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວເຂົ້າຮ່ວມ.
![]() |
ກ່ອນກ້າວເຂົ້າສູ່ພິທີທາງການ, ບັນດາກ້ອນກໍາລັງ ໄດ້ເຂົ້າສູ່ສະໜາມຫຼວງ ແລະ ບັນດາຜູ້ເຂົ້າຮ່ວມ ລວມເຖິງບັນດາຜູ້ຊົມການຖ່າຍທອດສົດພິທີດັ່ງກ່າວ ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ3 ລາຍການ ຄື: ການຮ້ອງເພງ ວຽງຈັນໝາກຫົວໃຈ, ຮັບຟັງການການຮ້ອງເພງ ຕໍາຫຼວດລາວກ້າວເດີນ ແລະ ເພງ ນັກຮົບລາວກ້າວເດີນ. ຈາກນັ້ນພິທີທາງການກໍໄດ້ເລີ່ມຂຶ້ນ ໂດຍໄດ້ມີການເຊີນທຸງຊາດ, ທຸງພັກ ເຄື່ອນເຂົ້າສູ່ພິທີ; ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ຮຽນເຊີນບັນດາຜູ້ເຂົ້າຮ່ວມທັງໝົດ ລຸກຂຶ້ນຢືນກົງເຄົາລົບທຸງຊາດ ຊຶ່ງໃນນີ້ປະຊາຊົນລາວບັນດາເຜົ່າ ກໍລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈ ໃນຄວາມເປັນຊາດລາວວິລະຊົນ.
![]() |
ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມເປັນຈິດໜຶ່ງໃຈດຽວຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ແລະ ຄວາມເປັນມາຂອງການເປັນຊາດລາວ ກໍຄືການສະຖາປະນາ ສປປ ລາວ ຊຶ່ງຕະຫຼອດຍ່ານທາງ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສປປ ລາວ ໄດ້ກ້າວເດີນຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບ ແຕ່ກໍສາມາດຜ່ານຜ່າພະຍຸລົມແດງ ແລະ ສິ່ງທ້າທາຍທົດສອບ ອັນລະອິດລະອ້ຽວ, ຂ້ຽວຂາດ ມາໄດ້. ພ້ອມດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ນໍາພາຮ້ອງຄໍາຂວັນ:
- ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ!
- ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືືນ!
- ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຍືນຍົງໃນພາລະກິດປະຕິວັດ ແລະ ຢູ່ໃນດວງໃຈ ຂອງປະຊາຊົນລາວ ຕະຫຼອດໄປ!
- ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ!
![]() |
ໃນພິທີ, ຄະນະຮັບຜິດຊອບກໍາລັງເດີນຂະບວນສວນສະໜາມ ກໍໄດ້ເລີ່ມການສວນສະໜາມ ຊຶ່ງມີ 3 ຂະບວນໃຫຍ່ ຄື: ຂະບວນທີ 1 ປະກອບມີ5 ກ້ອນກໍາລັງຄື:ຈຸທຸງຊາດ-ທຸງພັກ, ກ້ອນທຸງຊາດ-ທຸງພັກປະຊາຊົນປະຕິວັດລາວ ຊຶ່ງແມ່ນກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະຊາຊົນລາວ ຊູທຸງຊາດ-ທຸງພັກ ໄດ້ກ້າວເດີນດ້ວຍບາດກ້າວອັນໜັກແໜ້ນເຂັ້ມແຂງ, ເຊີດຊູຄັນທຸງຊາດ-ທຸງພັກ ປິວສະບັດຢ່າງສະຫງ່າຜ່າເຜີຍ ປຽບເໝືອນແປວໄຟແຫ່ງການປະຕິວັດຂອງປະເທດເຮົາທີ່ກຳລັງລຸກຂຶ້ນ ແລະ ເປັ່ງແສງແຮງກ້າສະຫວ່າງສະໄຫວ, ຊຶ່ງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ກຳລັງກ້າວເດີນໃຕ້ຮົ່ມທຸງຊາດ-ຂອງພັກ ປະຕິບັດ 2 ໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ຈະເລີນຮັ່ງມີເຂັ້ມແຂງ ແລະ ກ້າວຂື້ນຢ່າງບໍ່ຢຸດ; ຕາມມາດ້ວຍກ້ອນຂະບວນ ເຄື່ອງໝາຍຊາດ; ກ້ອນກຳລັງ ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ກ້ອນກໍາລັງ ອົງການຈັດຕັ້ງຄະນະຊ່ວຍວຽກ ຂອງສູນກາງພັກ; ຂະບວນລົດ ພະນັກງານປະຕິວັດ ອາວຸດໂສ (ສະຫະພັນນັກຮົບເກົ່າແຫ່ງຊາດລາວ).
![]() |
ຂະບວນທີ 2 ກ້ອນສວນສະໜາມຂອງກຳລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຊຶ່ງປະກອບມີ 23 ກ້ອນກໍາລັງຄື: ກ້ອນທຸງໄຊ ກອງທັບປະຊາຊົນລາວ; ກ້ອນນາຍທະຫານບົກ; ກ້ອນນາຍທະຫານອາກາດ; ກ້ອນກໍາລັງໄຟເພດຍິງ 369; ກ້ອນທະຫານຮາບ; ກ້ອນທະຫານຕີພິເສດ; ກ້ອນເຫຼົ່າຮົບສືບຂ່າວ; ກ້ອນກໍາລັງທະຫານຊາຍແດນ; ກ້ອນທະຫານອາກາດຍິງ; ກ້ອນເຫຼົ່າຮົບລົດຕັງ-ຍານເກາະ; ກ້ອນເຫຼົ່າຮົບປືນໃຫຍ່ໜ້າດິນ; ກ້ອນເຫຼົ່າຮົບປ້ອງກັນອາກາດ; ກ້ອນເຫຼົ່າຮົບຊ່າງແສງ; ກ້ອນເຫຼົ່າຮົບສື່ສານ; ກ້ອນເຫຼົ່າຮົບເສນາຮັກ; ກ້ອນກໍາລັງກອງຫຼອນ; ກ້ອນກໍາລັງປ້ອງກັນຕົວ; ກ້ອນນ້ອງນ້ອຍໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ; ກ້ອນທຸງໄຊປ້ອງກັນຄວາມສະຫງົບ; ກ້ອນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; ກ້ອນກໍາລັງປ້ອງກັນສູນກາງ; ກ້ອນກໍາລັງປ້ອງກັນເຄື່ອນທີ່.
![]() |
ຂະບວນທີ 3 ກ້ອນມະຫາຊົນ (ພົນລະເຮືອນ) ຊຶ່ງປະກອບມີ 20 ກ້ອນກໍາລັງຄື:1. ກ້ອນ ເຍົາວະຊົນ 2 ທັນວາ; ກ້ອນຊາວໜຸ່ມ ປະຊາຊົນ ປະຕິວັດລາວ; ກ້ອນສະຫະພັນແມ່ຍິງລາວ; ກ້ອນສະຫະພັນກຳມະບານລາວ;ກ້ອນກຳລັງ ສູນກາງແນວລາວສ້າງຊາດ; ກ້ອນຂະແໜງການກວດກາ-ກວດສອບ; ກ້ອນກໍາລັງຂະແໜງການຕຸລາການ (ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ); ກ້ອນຂະແໜງຍຸຕິທຳ; ກ້ອນກຳລັງ ຂະແໜງການຕ່າງປະເທດ; ກ້ອນຂະແໜງສຶກສາ, ວິທະຍາສາດ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ; ກະຊວງການເງິນ ແລະ ທະນາຄານ; ກະຊວງໂຍທາທິການ ແລະ ຂົນສົ່ງ; ກະຊວງເຕັກໂນໂລຊີ ແລະ ການສື່ສານ; ກະຊວງກະສິກຳ ແລະ ສິ່ງແລດລ້ອມ; ກ້ອນຂະແໜງອຸດສາຫະກຳ ແລະ ການຄ້າ; ກະຊວງສາທາລະນະສຸກ; ກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ກ້ອນກຳລັງ ນະຄອນຫຼວງວຽງຈັນ; ກອງແກວົງກອງທັບປະຊາຊົນລາວ; ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ.
![]() |
ນອກນີ້, ໃນລະຫວ່າງການສວນສະໜາມຂອງຂະບວນທີ 2 ກໍຍັງໄດ້ມີການສະແດງຂອງຝູງບິນ Mi-17 = 4 ລໍາ, ປະກອບທຸງຊາດ, ທຸງພັກ, ທຸງ 50 ປີ ແລະ ແຜ່ນຄໍາຂວັນນໍ້າໃຈ ທີ 2 ທັນວາ ໝັ້ນຍືນ; ການເດີນສວນສະໜາມຂອງກ້ອນກໍາລັງສຸດທ້າຍ ຂອງຂະບວນທີ 3 ຍັງມີການສະແດງຂອງຍົນບິນສູ້ຮົບ Yak-130 ສະແດງບິນ 3 ຮອບ.
![]() |
(ຂ່າວ: ສຸກສະຫວັນ, ພາບ: ໜັງສືພິມປະຊາຊົນ)








ຄໍາເຫັນ