ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ

ສະຫຼອງຢ່າງ​ຍິ່ງ​ໃຫຍ່ວັນສະຖາປະນາ ສປປ ລາວຄົບ​ຮອບ 50 ປີ
ພິທີໂຮມຊຸມນຸມໃຫຍ່ ແລະ ການສວນສະໜາມ ເພື່ອສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 – 2 ທັນວາ 2025) ໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ ໃນຕອນເຊົ້າວັນທີ 2 ທັນວານີ້ ທີ່ສະໜາມຫຼວງ (ເດີ່ນພະທາດຫຼວງວຽງຈັນ), ໂດຍການເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ມີບັນດາການນໍາພັກ-ລັດ, ພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ຕົວແທນຂອງນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຕົວແທນນັກຮົບເກົ່າປະຕິວັດ, ຜູ້ຊົງຄຸນນະວຸດທິ, ຕົວແທນບັນດາເຜົ່າ, ຕົວແທນຄົນເຊື້ອຊາດລາວຢູ່ຕ່າງປະເທດ ແລະ ມວນຊົນຊາວນະຄອນຫຼວງ ກໍຄືປະຊາຊົນລາວບັນດາເຜົ່າ.
ສະຫອງຢາງ​ຍງ​ໃຫຍວນສະຖາປະນາ ສປປ ລາວຄບ​ຮອບ 50 ປ - image 1
 

 

ນອກນີ້, ກໍມີຄະນະຜູ້ແທນຂັ້ນສູງຈາກບັນດາປະເທດເພື່ອນມິດຄື:ສສ ຫວຽດນາມ ນໍາໂດຍ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສປ ຈີນ ນໍາໂດຍ ສະຫາຍ ຫວາງ ຮູໜິງ ຄະນະປະຈໍາກົມການເມືອງສູນກາງພັກກອມມູນິດຈີນ ປະທານສະພາທີ່ປຶກສາການເມືອງທົ່ວປະເທດຈີນ, ຣາຊະອານາຈັກກໍາປູເຈຍ ນໍາໂດຍສົມເດັດ ປິໄຈ ເສນາ ເຕຍ ບັນ ທີ່ປຶກສາຂັ້ນສູງຂອງເຈົ້າຊີວິດ ຮອງປະທານຄະນະພັກປະຊາຊົນກໍາປູເຈຍ, ສ ຣັດເຊຍ ນໍາໂດຍທ່ານ ນິໂຄລາຍ ຊູຣາວະໂຣບ ຮອງປະທານສະພາສູງ ແຫ່ງ ສ ຣັດເຊຍ ແລະ ສ ກູບາ ນໍາໂດຍ ສະຫາຍ ນາງ ມາຣ໌ຕາ ອາຢາລາ ອາວິລາ ກໍາມະການກົມການເມືອງສູນກາງພັກກອມມູນິດກູບາ ຜູ້ອໍານວຍການໃຫຍ່ສູນພັນທຸກໍາ ແລະ ເຕັກໂນໂລຊີຊີວະພາບ ສ ກູບາ; ພ້ອມນີ້, ກໍມີບັນດາແຂກຖືກເຊີນ ຈາກບັນດາເອກອັກຄະລັດຖະທູດ, ທູຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວເຂົ້າຮ່ວມ.

ສະຫອງຢາງ​ຍງ​ໃຫຍວນສະຖາປະນາ ສປປ ລາວຄບ​ຮອບ 50 ປ - image 2
 

ກ່ອນກ້າວເຂົ້າສູ່ພິທີທາງການ, ບັນດາກ້ອນກໍາລັງ ໄດ້ເຂົ້າສູ່ສະໜາມຫຼວງ ແລະ ບັນດາຜູ້ເຂົ້າຮ່ວມ ລວມເຖິງບັນດາຜູ້ຊົມການຖ່າຍທອດສົດພິທີດັ່ງກ່າວ ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ3 ລາຍການ ຄື: ການຮ້ອງເພງ ວຽງຈັນໝາກຫົວໃຈ, ຮັບຟັງການການຮ້ອງເພງ ຕໍາຫຼວດລາວກ້າວເດີນ ແລະ ເພງ ນັກຮົບລາວກ້າວເດີນ. ຈາກນັ້ນພິທີທາງການກໍໄດ້ເລີ່ມຂຶ້ນ ໂດຍໄດ້ມີການເຊີນທຸງຊາດ, ທຸງພັກ ເຄື່ອນເຂົ້າສູ່ພິທີ; ສະຫາຍ ກິແກ້ວ ໄຂຄໍາພິທູນ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ໄດ້ຮຽນເຊີນບັນດາຜູ້ເຂົ້າຮ່ວມທັງໝົດ ລຸກຂຶ້ນຢືນກົງເຄົາລົບທຸງຊາດ ຊຶ່ງໃນນີ້ປະຊາຊົນລາວບັນດາເຜົ່າ ກໍລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈ ໃນຄວາມເປັນຊາດລາວວິລະຊົນ.

ສະຫອງຢາງ​ຍງ​ໃຫຍວນສະຖາປະນາ ສປປ ລາວຄບ​ຮອບ 50 ປ - image 3
 

ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມເປັນຈິດໜຶ່ງໃຈດຽວຂອງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ແລະ ຄວາມເປັນມາຂອງການເປັນຊາດລາວ ກໍຄືການສະຖາປະນາ ສປປ ລາວ ຊຶ່ງຕະຫຼອດຍ່ານທາງ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສປປ ລາວ ໄດ້ກ້າວເດີນຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບ ແຕ່ກໍສາມາດຜ່ານຜ່າພະຍຸລົມແດງ ແລະ ສິ່ງທ້າທາຍທົດສອບ ອັນລະອິດລະອ້ຽວ, ຂ້ຽວຂາດ ມາໄດ້. ພ້ອມດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ນໍາພາຮ້ອງຄໍາຂວັນ:

- ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ!

- ພັກປະຊາຊົນປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືືນ!

- ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຍືນຍົງໃນພາລະກິດປະຕິວັດ ແລະ ຢູ່ໃນດວງໃຈ ຂອງປະຊາຊົນລາວ ຕະຫຼອດໄປ!

- ນໍ້າໃຈວັນຊາດ ທີ 2 ທັນວາ ໝັ້ນຍືນ!

ສະຫອງຢາງ​ຍງ​ໃຫຍວນສະຖາປະນາ ສປປ ລາວຄບ​ຮອບ 50 ປ - image 4
 

ໃນພິທີ, ຄະນະຮັບຜິດຊອບກໍາລັງເດີນຂະບວນສວນສະໜາມ ກໍໄດ້ເລີ່ມການສວນສະໜາມ ຊຶ່ງມີ 3 ຂະບວນໃຫຍ່ ຄື: ຂະບວນທີ 1 ປະກອບມີ5 ກ້ອນກໍາລັງຄື:ຈຸທຸງຊາດ-ທຸງພັກ, ກ້ອນທຸງຊາດ-ທຸງພັກປະຊາຊົນປະຕິວັດລາວ ຊຶ່ງແມ່ນກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະຊາຊົນລາວ ຊູທຸງຊາດ-ທຸງພັກ ໄດ້ກ້າວເດີນດ້ວຍບາດກ້າວອັນໜັກແໜ້ນເຂັ້ມແຂງ, ເຊີດຊູຄັນທຸງຊາດ-ທຸງພັກ ປິວສະບັດຢ່າງສະຫງ່າຜ່າເຜີຍ ປຽບເໝືອນແປວໄຟແຫ່ງການປະຕິວັດຂອງປະເທດເຮົາທີ່ກຳລັງລຸກຂຶ້ນ ແລະ ເປັ່ງແສງແຮງກ້າສະຫວ່າງສະໄຫວ, ຊຶ່ງປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ກຳລັງກ້າວເດີນໃຕ້ຮົ່ມທຸງຊາດ-ຂອງພັກ ປະຕິບັດ 2 ໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ຈະເລີນຮັ່ງມີເຂັ້ມແຂງ ແລະ ກ້າວຂື້ນຢ່າງບໍ່ຢຸດ; ຕາມມາດ້ວຍກ້ອນຂະບວນ ເຄື່ອງໝາຍຊາດ; ກ້ອນກຳລັງ ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ; ກ້ອນກໍາລັງ ອົງການຈັດຕັ້ງຄະນະຊ່ວຍວຽກ ຂອງສູນກາງພັກ; ຂະບວນລົດ ພະນັກງານປະຕິວັດ ອາວຸດໂສ (ສະຫະພັນນັກຮົບເກົ່າແຫ່ງຊາດລາວ).

ສະຫອງຢາງ​ຍງ​ໃຫຍວນສະຖາປະນາ ສປປ ລາວຄບ​ຮອບ 50 ປ - image 5
 

ຂະບວນທີ 2 ກ້ອນສວນສະໜາມຂອງກຳລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບ ຊຶ່ງປະກອບມີ 23 ກ້ອນກໍາລັງຄື: ກ້ອນທຸງໄຊ ກອງທັບປະຊາຊົນລາວ; ກ້ອນນາຍທະຫານບົກ; ກ້ອນນາຍທະຫານອາກາດ; ກ້ອນກໍາລັງໄຟເພດຍິງ 369; ກ້ອນທະຫານຮາບ; ກ້ອນທະຫານຕີພິເສດ; ກ້ອນເຫຼົ່າຮົບສືບຂ່າວ; ກ້ອນກໍາລັງທະຫານຊາຍແດນ; ກ້ອນທະຫານອາກາດຍິງ; ກ້ອນເຫຼົ່າຮົບລົດຕັງ-ຍານເກາະ; ກ້ອນເຫຼົ່າຮົບປືນໃຫຍ່ໜ້າດິນ; ກ້ອນເຫຼົ່າຮົບປ້ອງກັນອາກາດ; ກ້ອນເຫຼົ່າຮົບຊ່າງແສງ; ກ້ອນເຫຼົ່າຮົບສື່ສານ; ກ້ອນເຫຼົ່າຮົບເສນາຮັກ; ກ້ອນກໍາລັງກອງຫຼອນ; ກ້ອນກໍາລັງປ້ອງກັນຕົວ; ກ້ອນນ້ອງນ້ອຍໂຮງຮຽນວັດທະນະທໍາຊົນເຜົ່າກອງທັບ; ກ້ອນທຸງໄຊປ້ອງກັນຄວາມສະຫງົບ; ກ້ອນກໍາລັງປ້ອງກັນຄວາມສະຫງົບປະຊາຊົນ; ກ້ອນກໍາລັງປ້ອງກັນສູນກາງ; ກ້ອນກໍາລັງປ້ອງກັນເຄື່ອນທີ່.

ສະຫອງຢາງ​ຍງ​ໃຫຍວນສະຖາປະນາ ສປປ ລາວຄບ​ຮອບ 50 ປ - image 6
 

ຂະບວນທີ 3 ກ້ອນມະຫາຊົນ (ພົນລະເຮືອນ) ຊຶ່ງປະກອບມີ 20 ກ້ອນກໍາລັງຄື:1. ກ້ອນ ເຍົາວະຊົນ 2 ທັນວາ; ກ້ອນຊາວໜຸ່ມ ປະຊາຊົນ ປະຕິວັດລາວ; ກ້ອນສະຫະພັນແມ່ຍິງລາວ; ກ້ອນສະຫະພັນກຳມະບານລາວ;ກ້ອນກຳລັງ ສູນກາງແນວລາວສ້າງຊາດ; ກ້ອນຂະແໜງການກວດກາ-ກວດສອບ; ກ້ອນກໍາລັງຂະແໜງການຕຸລາການ (ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ); ກ້ອນຂະແໜງຍຸຕິທຳ; ກ້ອນກຳລັງ ຂະແໜງການຕ່າງປະເທດ; ກ້ອນຂະແໜງສຶກສາ, ວິທະຍາສາດ ແລະ ກິລາ ກະຊວງສຶກສາທິການ ແລະ ກິລາ; ກະຊວງການເງິນ ແລະ ທະນາຄານ; ກະຊວງໂຍທາທິການ ແລະ ຂົນສົ່ງ; ກະຊວງເຕັກໂນໂລຊີ ແລະ ການສື່ສານ; ກະຊວງກະສິກຳ ແລະ ສິ່ງແລດລ້ອມ; ກ້ອນຂະແໜງອຸດສາຫະກຳ ແລະ ການຄ້າ; ກະຊວງສາທາລະນະສຸກ; ກະຊວງແຮງງານ ແລະ ສະຫວັດດີການສັງຄົມ; ກ້ອນກຳລັງ ນະຄອນຫຼວງວຽງຈັນ; ກອງແກວົງກອງທັບປະຊາຊົນລາວ; ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ.

ສະຫອງຢາງ​ຍງ​ໃຫຍວນສະຖາປະນາ ສປປ ລາວຄບ​ຮອບ 50 ປ - image 7
 

ນອກນີ້, ໃນລະຫວ່າງການສວນສະໜາມຂອງຂະບວນທີ 2 ກໍຍັງໄດ້ມີການສະແດງຂອງຝູງບິນ Mi-17 = 4 ລໍາ, ປະກອບທຸງຊາດ, ທຸງພັກ, ທຸງ 50 ປີ ແລະ ແຜ່ນຄໍາຂວັນນໍ້າໃຈ ທີ 2 ທັນວາ ໝັ້ນຍືນ; ການເດີນສວນສະໜາມຂອງກ້ອນກໍາລັງສຸດທ້າຍ ຂອງຂະບວນທີ 3 ຍັງມີການສະແດງຂອງຍົນບິນສູ້ຮົບ Yak-130 ສະແດງບິນ 3 ຮອບ.

ສະຫອງຢາງ​ຍງ​ໃຫຍວນສະຖາປະນາ ສປປ ລາວຄບ​ຮອບ 50 ປ - image 8
 

(ຂ່າວ: ສຸກສະຫວັນ, ພາບ: ໜັງສືພິມປະຊາຊົນ)

ຄໍາເຫັນ

ຂ່າວເດັ່ນ

ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ  ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ  ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ  (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

ສູນທອນພົດຂອງສະຫາຍທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດແຫ່ງສປປລາວ ກ່າວໃນພິທີສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 50ປີ (ທີ່ສະໜາມຫຼວງ, ວັນທີ 2 ທັນວາ 2025)

- ບັນດາສະຫາຍການນໍາ, ອະດີດການນໍາພັກ-ລັດ ທີ່ນັບຖື, - ບັນດາສະຫາຍສະມາຊິກພັກ, ພະນັກງານອາວຸໂສ ໃນທົ່ວປະເທດ, - ແຂກຕ່າງປະເທດ, ບັນດາທູຕານຸທູດ, ຕາງໜ້າອົງການຈັດຕັ້ງສາກົນ,ທ່ານຍິງ, ທ່ານຊາຍທີ່ມີກຽດ, - ພີ່ນ້ອງຮ່ວມຊາດ, ເພື່ອນມິດທີ່ຮັກແພງທັງຫຼາຍ. ມື້ນີ້, ຄະນະບໍລິຫານງານສູນກາງພັກ, ລັດຖະບານ, ສະພາແຫ່ງຊາດ, ແນວລາວສ້າງຊາດ, ກໍາລັງປະກອບອາວຸດ ແລະ ປວງຊົນລາວ ໄດ້ຮ່ວມເປັນຈິດໜຶ່ງໃຈດຽວ ຈັດຕັ້ງພິທີໂຮມຊຸມນຸມໃຫຍ່ຂຶ້ນ ໃນສະຖານທີ່ອັນສັກກາລະບູຊາ ແລະ ທີ່ຕິດພັນກັບບັນດາເຫດການປະຫວັດສາດດ້ານການເມືອງ, ວັດທະນະທໍາ, ສັງຄົມຂອງຊາດລາວເຮົາແຫ່ງນີ້ ເພື່ອສະເຫຼີມສະຫຼອງວັນຊາດ ຄົບຮອບ 50 ປີ.
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ວາງພວງມາລາ ແລະ ກະຕ່າດອກໄມ້ ໃນໂອກາດ50 ປີວັນສະຖາປະນາ ສປປ ລາວ

ການນໍາຂັ້ນສູງຂອງພັກ-ລັດ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ນໍາໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມແລະ ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຫຼໍ່ຂອງ ປະທານ ໄກສອນ ພົມວິຫານ ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວານີ້ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສາຖາປະນາ ສປປ ລາວຄົບຮອບ 50 ປີ (2ທັນວາ 1975 – 2 ທັນວາ 2025) ແລະວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13 ທັນວາ 1920 – 13 ທັນວາ 2025).
ປະທານປະເທດ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ກໍາປູເຈຍພ້ອມຄະນະເຂົ້າຢ້ຽມຂໍ່ານັບ

ປະທານປະເທດ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ກໍາປູເຈຍພ້ອມຄະນະເຂົ້າຢ້ຽມຂໍ່ານັບ

ໃນຕອນບ່າຍຂອງວັນທີ 27 ພະຈິກ 2025, ທີ່ ຫ້ອງວ່າການສໍານັກງານປະທານປະເທດ, ທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູເຈຍ, ກໍາປູເຈຍ-ລາວ (JC) ຄັ້ງທີ 15 ໃນວັນທີ 26-28 ພະຈິກ 2025.
ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ກໍາປູເຈຍ

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ກໍາປູເຈຍ

ໃນວັນທີ 27 ພະຈິກ 2025, ທີ່ ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປຣາກ ໂຊຄົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນແຫ່ງຣາຊະອານາຈັກກໍາປູເຈຍ, ໃນໂອກາດເດີນທາງມາຢ້ຽມຢາມທາງການແລະເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມວ່າດ້ວຍການຮ່ວມມືສອງຝ່າຍ ລາວ - ກຳປູເຈຍ (JC) ຄັ້ງທີ 15,ທີ່ ສປປລາວ, ໃນລະຫວ່າງວັນທີ 26– 28ພະຈິກ 2025.
ສໍາເລັດກອງປະຊຸມຄົບຄະນະ ວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ສໍາເລັດກອງປະຊຸມຄົບຄະນະ ວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະ ວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນມາແຕ່ວັນທີ 24-27ພະຈິກ2025ເປັນເວລາ 4 ວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ ສະ​ຫາຍ ທອງ​ລຸນ ສີ​ສຸ​ລິດ, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ ລາວ ໂດຍການເຂົ້າຮ່ວມຂອງບັນດາສະຫາຍຄະນະບໍລິຫານງານສູນກາງພັກ, ເລຂາພັກແຂວງ, ກະຊວງ, ອົງການ.
ສານຂອງ​​ທ່ານ ສອນ​ໄຊ ສີ​ພັນ​ດອນນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປ​ປລາວ  (ເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2025)  • ພີ່​ນ້ອງ​ຮ່ວມ​ຊາດ ທີ່​ຮັກ​ແພງ​ທັງຫຼາຍ!

ສານຂອງ​​ທ່ານ ສອນ​ໄຊ ສີ​ພັນ​ດອນນາ​ຍົກ​ລັດ​ຖະ​ມົນ​ຕີ​ ແຫ່​ງ ສປ​ປລາວ (ເນື່ອງໃນໂອກາດ ລະນຶກວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2025) • ພີ່​ນ້ອງ​ຮ່ວມ​ຊາດ ທີ່​ຮັກ​ແພງ​ທັງຫຼາຍ!

ເນື່ອງໃນໂອກາດວັນສາກົນເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ ຄົບຮອບ 25 ປີ (25/11/2000-25/11/2025)ບັນດາປະເທດໃນທົ່ວໂລກ ກໍຄື ສປປ ລາວ ພວກເຮົາໄດ້ສ້າງຂະບວນການ ລະນຶກວັນດັ່ງກ່າວ, ສໍາລັບ ປີນີ້ແມ່ນພາຍໃຕ້ຫົວຂໍ້: “ຮ່ວມແຮງຮ່ວມໃຈກັນ ເພື່ອຢຸດການໃຊ້ຄວາມຮຸນແຮງຜ່ານທາງດີຈີຕອນຕໍ່ແມ່ຍິງ ແລະ ເດັກຍິງທຸກຄົນ”, ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນຳເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ ແລະ ພະນັກງານ-ລັດຖະກອນໃນຂອບເຂດທົ່ວປະເທດ, ຖືໂອກາດນີ້ເປັນການຢັ້ງຢືນຄືນເຖິງມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າຂອງວົງຄະນາຍາດສາກົນຮ່ວມກັນໃນການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ທັງເປັນໂອກາດທີ່ດີທີ່ພວກເຮົາຈະໄດ້ພ້ອມກັນທົບທວນ ແລະ ສັງເກດຕີລາຄາຄືນກ່ຽວກັບຜົນສໍາເລັດ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດວຽກງານການປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເຊິ່ງສາມາດເກີດໄດ້ຫຼາຍຮູບການ ແລະ ຜ່ານຫຼາຍຊ່ອງທາງ ໂດຍສະເພາະໃນສັງຄົມທີ່ນັບມື້ຈະຫັນໄປສູ່ລະບົບດີຈີຕອນ.
ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI

ກອງປະຊຸມຄົບຄະນະວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIໄດ້ໄຂຂຶ້ນໃນວັນທີ 24ພະຈິກ2025ທີ່ສໍານັກງານສູນກາງພັກ, ພາຍໃຕ້ການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ,ປະທານປະເທດ ໂດຍການເຂົ້າຮ່ວມຂອງບັນດາສະຫາຍກໍາມະການສູນກາງພັກ, ເລຂາພັກແຂວງ, ກະຊວງ, ອົງການ.ເຂົ້າຮ່ວມ ກອງປະຊຸມຄັ້ງນີ້ໄດ້ຕີລາຄາວ່າ ສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປໄປຢ່າງຕໍ່ເນື່ອງ, ສັບສົນ ແລະ ຄາດຄະເນໄດ້ຍາກ ຄືປັດຈຸບັນນີ້, ແຕ່ຄະນະບໍລິຫານງານສູນກາງພັກ ກໍໄດ້ສຸມໃສ່​ນຳພາ-ຊີ້ນຳ ຢ່າງເອົາຈິງເອົາຈັງໃນການແກ້ໄຂບັນຫາເຄັ່ງຮ້ອນຂອງປະເທດ, ໂດຍສະເພາະແມ່ນການແກ້ໄຂບັນດາປັດໄຈສ່ຽງ ທີ່ຈະສົ່ງຜົນກະທົບຕໍ່ສະພາບເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ, ພ້ອມນີ້ ຍັງໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ, ແກ້ໄຂຜົນກະທົບຈາກໄພພິບັດທຳມະຊາດ, ແກ້ໄຂ​ປະ​ກົດ​ການ​ຫຍໍ້​ທໍ້ຕ່າງໆ​ໃນ​ສັງ​ຄົມ,ສ້າງໄດ້ການຫັນປ່ຽນ ທີ່ຕັ້ງໜ້າ ແລະ ທ່ວງທ່າ ທີ່ດີໃຫ້ແກ່ການສືບຕໍ່ພັດທະນາປະເທດຊາດເຮົາ ໃຫ້ໜັກແໜ້ນເຂັ້ມແຂງຍິ່ງຂຶ້ນ.
ພິທີປະດັບຫຼຽນກາລະນຶກ 50 ປີ ສປປ ລາວ ໃຫ້ແກ່ບັນດາການນຳແລະອະດີດການນຳ

ພິທີປະດັບຫຼຽນກາລະນຶກ 50 ປີ ສປປ ລາວ ໃຫ້ແກ່ບັນດາການນຳແລະອະດີດການນຳ

ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ(2ທັນວາ 1975-2ທັນວາ 2025) ໄດ້ມີຂຶຶ້ນໃນຕອນເຊົ້າທີ 20 ພະຈິກ 2025ນີ້ ທີ່ສະໂມສອນຫ້ອງວ່າການສູນກາງພັກ,ໂດຍມີ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງມີ ອະດີດ ເລຂາທິການໃຫຍ່,ອະດີດປະທານປະເທດ,ບັນດາສະຫາຍ ກຳມະການກົມການເມືອງສູນກາງພັກ,ບັນດາສະຫາຍ ກຳມະການສູນກາງພັກ ພ້ອມດ້ວຍອະດີດການນຳ,ບັນດາການນຳຂອງກະຊວງ-ອົງການ ພະນັກງານ-ສະມາຊິກພັກເຂົ້າຮ່ວມ
ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ 14

ກອງປະຊຸມໂຕະມົນ ລະດັບສູງ ຄັ້ງທີ 14

ໃນວັນທີ 19 ພະຈິກ 2025, ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ສປຊ ປະຈຳ ສປປ ລາວ ໄດ້ຈັດ ກອງ ປະຊຸມໂຕະມົນ ລະດັບສູງ ຄັ້ງທີ 14 ຂຶ້ນ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ພາບໃຕ້ຫົວໜ້າຂໍ້ “ເພີ້ມທະວີ ການເປັນຄູ່ຮ່ວມເພື່ອການພັດທະນາ ທີ່ມີປະສິດທິຜົນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ X (2026-2030) ເພື່ອພ້ອມກັນກ້າວເຂົ້າສູ່ການຫຼຸດພົ້ນອອກຈາກ ສະຖານະພາບດ້ອຍພັດທະນາ ຢ່າງມີສະຖຽນລະພາບ , ໝັ້ນທ່ຽງ ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ”
ເພີ່ມເຕີມ