ສະຫຼຸບຜົນການແຂ່ງຂັນກິລາແລ່ນ-ລານງານມະຫາະກຳກິລາແຫ່ງຊາດ ຄັ້ງທີ 12

ສະຫຼຸບຜົນການແຂ່ງຂັນກິລາແລ່ນ-ລານງານມະຫາະກຳກິລາແຫ່ງຊາດ ຄັ້ງທີ 12

ສະຫຼຸບຜົນການແຂ່ງຂັນກິລາແລ່ນ-ລານງານມະຫາະກຳກິລາແຫ່ງຊາດ ຄັ້ງທີ 12
ພິທີສະຫຼຸບ ແລະ ມອບຫຼຽນລາງວັນການແຂ່ງຂັນກິລາແລ່ນ-ລານໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ 12 ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຈັດຂຶ້ນເມື່ອວັນທີ 17 ພະຈິກ 2025 ຢູ່ສະໜາມກິລາແຫ່ງຊາດ (ຫຼັກ16) ໂດຍມີບັນດາຄະນະສະຫະພັນກິລາແລ່ນ-ລານ ນະຄອນຫຼວງວຽງຈັນ, ສະຫະພັນກິລາແລ່ນ-ລານແຂວງ, ຄະນະຄູຝຶກ ແລະ ນັກກິລາເຂົ້າຮ່ວມ.
ສະຫບຜນການແຂງຂນກລາແລນ-ລານງານມະຫາະກຳກລາແຫງຊາດ ຄງທ 12 - image 1
 

ສໍາລັບການມອບຫຼຽນລາງວັນຄັ້ງນີ້, ປະກອບມີລາຍການແຂ່ງຂັນແລ່ນ 10,000 ແມັດຍິງ, ແລ່ນ 200 ແມັດຍິງ-ຊາຍ, ແລ່ນວິບາກ 2,000 ແມັດຍິງ, ລາຍການແລ່ນວິບາກ 3,000 ແມັດຊາຍ ແລະ ລາຍການແລ່ນ 4x400 ແມັດຍິງ-ຊາຍ.

ຜ່ານຜົນການແຂ່ງຂັນປະກົດວ່າ: ລາຍການ 10,000 ແມັດ(ຍິງ) ຫຼຽນຄໍາ ໄດ້ແກ່ ນາງ ພູທະລັດ ອິນນຸດ ຈາກກະຊວງປ້ອງກັນປະເທດ, ຫຼຽນເງິນ ນາງ ກັນຖີນ ໄຊຍະບູລີ ຈາກແຂວງຈຳປາສັກ, ຫຼຽນທອງ ນາງ ຍອດ ສຸລິວັນທອງ ຈາກແຂວງເຊກອງ; ລາຍການແລ່ນ 200 ແມັດຊາຍ ຫຼຽນຄຳ ໄດ້ແກ່ທ້າວ ສໍສີ ພົມພັກດີ ຈາກແຂວງວຽງຈັນ, ຫຼຽນເງິນ ທ້າວ ບຸນເພັດ ເທບທິດາ ຈາກແຂວງສະຫວັນນະເຂດ, ຫຼຽນທອງ ທ້າວ ນາວີ ເດດວົງສາ ຈາກກະຊວງປ້ອງປະເທດ; ແລ່ນ 200 ແມັດຍິງ ຫຼຽນຄຳ ໄດ້ແກ່ນາງ ສີລີນາ ພະອາໄພ ຈາກແຂວງຄຳມ່ວນ, ຫຼຽນເງິນນາງ ຄອນທິບ ອິນພະຈັນ ຈາກແຂວງອຸດົມໄຊ ແລະ ຫຼຽນທອງ ນາງ ປານຕາວັນ ວິລະວົງ ຈາກແຂວງວຽງຈັນ.

ສະຫບຜນການແຂງຂນກລາແລນ-ລານງານມະຫາະກຳກລາແຫງຊາດ ຄງທ 12 - image 2
 

ລາຍການແລ່ນ ວິບາກ 2,000 ແມັດຍິງ ຫຼຽນຄຳ ໄດ້ແກ່ນາງ ສຸກສະຫວັນ ມາລີວັນ ຈາກນະຄອນຫຼວງວຽງຈັນ, ຫຼຽນເງິນນາງ ຈິດສະໄໝ ສຸກເລືອງຄຳ ຈາກແຂວງເຊກອງ, ຫຼຽນທອງ ນາງ ຂັນຄຳ ນ້ອຍມະນີ ຈາກແຂວງຄຳມ່ວນ, ແລ່ນວິບາກ 3,000 ແມັດຊາຍ ຫຼຽນຄຳ ໄດ້ແກ່ ທ້າວ ລຳພອນ ໄຊຍະທີ ຈາກແຂວງວຽງຈັນ, ຫຼຽນເງິນ ທ້າວ ປານທອງຕິ່ງ ໄຊຍະລາດ, ຫຼຽນທອງ ທ້າວ ຕຸ້ຍ ໄຊຍະແສງ ຈາກແຂວງຜົ້ງສາລີ.

ສະຫບຜນການແຂງຂນກລາແລນ-ລານງານມະຫາະກຳກລາແຫງຊາດ ຄງທ 12 - image 3
 

ສ່ວນລາຍການແລ່ນ 4x400 ແມັດຍິງ ຫຼຽນຄຳແມ່ນທີມຈາກແຂວງຄຳມ່ວນ, ຫຼຽນເງິນ ແມ່ນທີມ ນະຄອນຫຼວງວຽງຈັນ ແລະ ຫຼຽນທອງ ທີມແຂວງ ສະຫວັນນະເຂດ; ແລ່ນ 4x400 ແມັດຊາຍ ຫຼຽນຄຳ ແມ່ນທີມຈາກກະຊວງປ້ອງກັນປະເທດ, ຫຼຽນເງິນ ແຂວງສະຫວັນນະເຂດ ແລະ ຫຼຽນທອງແມ່ນທີມເຈົ້າພາບນະຄອນຫຼວງວຽງຈັນ.

ຄໍາເຫັນ

ຂ່າວສືກສາ-ກິລາ

ກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງນາໂກຢ່າ

ກິລາເອຊຽນເກມ ຄັ້ງທີ 20 ທີ່ເມືອງນາໂກຢ່າ

ການແຂ່ງຂັນກິລາເອຊຽນເກມ ຄັ້ງທີ 20 ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 19 ກັນຍາ ຜ່ານມາ ທີ່ໄອຈິ ນາໂກຢ່າ ປະເທດຍີ່ປຸ່ນ ໂດຍການຊີງໄຊກັນ 43 ຊະນິດກິລາ 71 ປະເພດ ຊຶ່ງຈະມີການຊີງຫຼຽນຄຳ 469 ຫຼຽນ ລະຫວ່າງການແຂ່ງຂັນ 19 ກັນຍາ ຫາ ວັນທີ 4 ຕຸລາ 2026.
ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ

ກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງສາລະວັນ ປະຈຳສົກຮຽນ 2025-2026 ຈັດຂຶ້ນໃນວັນທີ 16 ກັນຍາ 2026 ທີ່ສະໂມສອນແຂວງ, ໂດຍການເປັນປະທານຂອງ ທ່ານ ສຸນີ ນາມມະບົວລີ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສາລະວັນ, ມີຮອງຫົວໜ້າພະແນກ, ຮອງປະທານຄະນະກຳມະການປົກຄອງເມືອງ, ປະທານຄະນະກຳມະການປົກຄອງຕາແສງ, ຫົວໜ້າພະແນກ- ຮອງພະແນກການ, ຜູ້ບໍລິຫານການສຶກສາ ແລະ ກິລາເມືອງ 8 ເມືອງ, ຄະນະສຶກສາສົງ, ຜູ້ອຳນວຍການໂຮງຮຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ນັກຮຽນ ທີ່ຂາດເຂີນແຕ່ມີຜົນການຮຽນດີ ຢູ່ເມືອງຜາອຸດົມ 30ຄົນໄດ້ຮັບລົດຖີບ

ນັກຮຽນ ທີ່ຂາດເຂີນແຕ່ມີຜົນການຮຽນດີ ຢູ່ເມືອງຜາອຸດົມ 30ຄົນໄດ້ຮັບລົດຖີບ

ຫ້ອງການສຶກສາທິການ ແລະ ກິລາ ເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ມອບລົດຖີບຈຳນວນ 30 ຄັນ ໃຫ້ນັກຮຽນທີ່ຂາດເຂີນດ້ານງົບປະມານໃນການຈັດຊື້ອຸປະກອນພາຫະນະ ແຕ່ມີຄວາມດຸໝັ່ນ, ຜົນການຮຽນດີ ໃນບັນດາໂຮງຮຽນເປົ້າໝາຍ ພາຍໃນເມືອງຜາອຸດົມ ໃນວັນທີ 16 ກັນຍາ 2026 ຕາງໜ້າມອບໂດຍທ່ານ ນາງ ຄຳພັນ ຄຳປ໋ອງ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ ແລະ ຕາງໜ້າຮັບໂດຍນັກຮຽນຜູ້ທີ່ມີລາຍຊື້ຮັບຈຳນວນ 30ຄົນ, ຍິງ 18ຄົນ, ມີຄູ-ອາຈານ ເຂົ້າຮ່ວມເພື່ອເປັນສັກຂີພິຍານ.
ສະມາຊິກກຳມະບານອ້ອມຂ້າງແຂວງອຸດົມໄຊ ຮ່ວມໃຈອະນາໄມຟື້ນຟູໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ສະມາຊິກກຳມະບານອ້ອມຂ້າງແຂວງອຸດົມໄຊ ຮ່ວມໃຈອະນາໄມຟື້ນຟູໂຮງຮຽນ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ

ເມື່ອບໍ່ດົນມານີ້, ສະຫະພັນກຳມະບານ ແຂວງອຸດົມໄຊ ນຳພາໂດຍ ທ່ານ ນາງ ທຸມມາ ປັນຍາສິດ ປະທານສະຫະພັນກຳມະບານ ແຂວງອຸດົມໄຊ ພ້ອມດ້ວຍຄະນະ ໄດ້ນຳພາສະມາຊິກກຳມະບານ ຈາກບັນດາຮາກຖານອ້ອມຂ້າງແຂວງ ສ້າງຂະບວນການອອກແຮງງານລວມ ເພື່ອຊ່ວຍເຫຼືອປະຊາຊົນ ແລະ ໂຮງຮຽນປະຖົມ ບ້ານນາງິ້ວ ທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພທຳມະຊາດ.
ເມືອງສາມັກຄີໄຊ ບັນລຸແຜນພັດທະນາການສຶກສາ 9 ຄາດໝາຍ

ເມືອງສາມັກຄີໄຊ ບັນລຸແຜນພັດທະນາການສຶກສາ 9 ຄາດໝາຍ

ກອງປະຊຸມຜູ້ບໍລິຫານການສຶກສາ ວິທະຍາສາດ ແລະ ກິລາ ທົ່ວເມືອງສາມັກຄີໄຊ, ແຂວງອັດຕະປື ປະຈຳສົກຮຽນ 2025-2026 ແລະ ຜ່ານທິດທາງແຜນການປະຈຳສົກຮຽນ 2026-2027 ໄດ້ຈັດຂຶ້ນໃນວັນທີ 15 ກັນຍາ 2026 ທີ່ສະໂມສອນຫ້ອງວ່າການປົກຄອງເມືອງ, ໂດຍການເປັນປະທານຂອງ ທ່ານ ຄູນສະຫວັນ ເວັນມະສອນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ກໍລະກັນ ສົມພັກດີ ຮອງຫົວໜ້າພະແນກສຶກສາທິ ການ ແລະ ກິລາແຂວງ, ມີຄະນະຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ສສຍລ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I

ສສຍລ ຍົກລະດັບທິດສະດີ-ແນວທາງຂອງພັກ ຄັ້ງທີ I

ສູນກາງສະພັນແມ່ຍິງລາວ (ສສຍລ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ) ໄດ້ເປິດຊຸດຝຶກອົບຮົມບໍາລຸງຍົກລະດັບທິດສະດີ-ແນວທາງຂອງພັກ ໃຫ້ແກ່ສະມາຊິກພັກ, ພະນັກງານ ຄັ້ງທີ I ຂຶ້ນໃນວັນທີ 14 ກັນຍາ ນີ້ ທີ່ ສສຍລ (ຕຶກບຶງຂະຫຍອງ) ໂດຍການເປັນປະທານ ຂອງທ່ານ ນາງ ທໍາມາ ເພັດວິໄຊ ຮອງເລຂາຄະນະບໍລິຫານງານພັກ ຮອງປະທານຄະນະບໍລິຫານງານ ສສຍລ ຊຶ່ງມີທ່ານ ຄໍາກອງ ທໍາມະເທວາ ກໍາມະການຄະນະພັກ ຫົວໜ້າກົມອົບຮົມ ຄອສພ, ມີຜູ້ຕາງໜ້າຈາກສູນກາງສະພັນແມ່ຍິງລາວ, ຫົວໜ້າກົມ, ຮອງກົມ ແລະ ຕາງໜ້າຈາກ ຄອສພ, ພ້ອມດ້ວຍວິທະຍາກອນ ແລະ ນັກສໍາມະນາກອນເຂົ້າຮ່ວມ.
ໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ

ໄຊສົມບູນ ສະຫຼຸບວຽກງານກິລາ-ກາຍຍະກຳ

ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບວຽກງານກິລາ-ກາຍຍະກຳ, ປະກາດການຈັດຕັ້ງຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງຊຸດໃໝ່, ປຶກສາຫາລືປະເພດກິລາ ເຂົ້າຮ່ວມງານມະຫະກຳກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ VIII ປີ 2027 ທີ່ແຂວງເຊກອງ ວັນທີ 15 ກັນຍາ 2026 ນີ້ ທີ່ສະໂມສອນຂອງພະແນກສຶກສາທິການ ແລະ ກິລາ ແຂວງ ໂດຍການເປັນປະທານຂອງທ່ານ ນາງ ເພັດສະໄໝ ໂພໄຊຍະວົງ, ຮອງປະທານຄະນະກຳມະການປົກຄອງ ແຂວງ, ປະທານຄະນະບໍລິຫານງານສະມາຄົມກິລາ-ກາຍຍະກຳ ແຂວງໄຊສົມບູນ, ມີ ທ່ານ ພຸດລຳໄພ ທຽມພຣະສອນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ, ຮອງປະທານຄະນະບໍລິຫານງານສະມາຄົມກິລາ-ກາຍະກຳແຂວງ, ມີບັນດາປະທານສະຫະພັນກິລາ, ຜູ້ຕາງໜ້າສະຫະພັນກິລາປະເພດຕ່າງໆ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ເມືອງພຽງ ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາປະຈໍາສົກຮຽນ 2025-2026

ເມືອງພຽງ ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາປະຈໍາສົກຮຽນ 2025-2026

ໃນວັນທີ 15 ກັນຍາ 2026 ນີ້ ຫ້ອງການສຶກສາທິການ ແລະ ກິລາເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວເມືອງ ປະຈໍາສົກຮຽນ 2025-2026 ຂຶ້ນ. ກອງປະຊຸມຄັ້ງນີ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານ ສີທັດ ຜຸຍແກ້ວ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ປະທານຄະນະກຳມະການປົກຄອງເມືອງ,ມີທ່ານ ບຸນທະວີ ຊົງເຮີ ຮອງປະທານຄະນະກຳມະການປົກຄອງເມືອງ (ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມ), ມີບັນດາຄະນະພັດທະນາການສຶກສາຂັ້ນເມືອງ, ຜູ້ບໍລິຫານການສຶກສາ, ພະນັກງານວິຊາການ ແລະ ຜູ້ອໍານວຍການໂຮງຮຽນເຂົ້າຮ່ວມ.
ຊາວໜຸ່ມ ລາວ - ມຽນມາ ເຕະບານມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີສອງຊາດ

ຊາວໜຸ່ມ ລາວ - ມຽນມາ ເຕະບານມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີສອງຊາດ

‎ ວັນທີ 11 ກັນຍາ 2026 ນີ້ , ໄດ້ມີການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ຊາວໜຸ່ມ ລາວ ແລະ ຊາວໜຸ່ມ ມຽນມາ ທີ່ເດີ່ນກິລາແຂວງທ່າຂີ້ເຫຼັກ, ສາທາລະນະລັດ ສະຫະພາບ ມຽນມາ, ເພື່ອສ້າງຂະບວນການຟົດຟື້ນ ແລະ ຮັດແໜ້ນສາຍພົວພັນໄມຕີຈິດມິດຕະພາບອັນດີງາມຖານບ້ານໃກ້ເຮືອນຄຽງ.
ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI

ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI

ແຂວງ​ຄຳ​ມ່ວນໄດ້​ຈັດພິທີ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI ໃນວັນທີ 11 ກັນຍາຜ່ານ​ມາທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງ ສະ​ຫາຍ ອານຸພາບ ຕຸນາລົມ ຄະ​ນະເລຂາທິການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ສົມໃຈ ພານິຈັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ເພີ່ມເຕີມ