ສະຫຼຸບຕີລາຄາການນຳພາລວມກາງສະໄໝ ແມ່ຍິງ ອອປສ ສະໄໝທີ V

ສະຫຼຸບຕີລາຄາການນຳພາລວມກາງສະໄໝ ແມ່ຍິງ ອອປສ ສະໄໝທີ V
ໃນວັນທີ 22 ພະຈິກ ຜ່ານມາ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ II ອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການນຳພາລວມ ກາງສະໄໝ ແລະ ການປະເມີນບຸກຄົນໃນຄະນະບໍລິຫານງານສະຫະພັນແມ່ຍິງອົງການໄອຍະການປະຊາຊົນສູງສຸດ(ອອປສ) ສະໄໝທີ V (2021-2023 ) ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນທັນ ບຸນທະວິໄລ ຮອງເລຂາຄະນະບໍລິຫານງານພັກ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ຜູ້ຊີ້ນຳວຽກງານ 3 ອົງການຈັດຕັ້ງມະຫາຊົນ) ມີປະທານ, ຮອງປະທານ, ຄະນະບໍລິຫານງານສະຫະພັນແມ່ຍິງ ແລະ ໜ່ວຍແມ່ຍິງ ອອປສ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ນາງ ພອນທິບ ສາວະລີ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ VIII ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານບົດສໍາຫຼວດການນໍາພາລວມກາງສະ
ໄໝ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ອອປສ ສະໄໝທີ V (2021-2023) ຕະຫຼອດໄລຍະເຄິ່ງສະໄໝຜ່ານມາ ຄະນະບໍລິຫານສະຫະພັນແມ່ຍິງ ອອປສ ໄດ້ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດພາລະບົດບາດ ຕາມກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ກົດລະບຽບຂອງສະຫະພັນແມ່ຍິງລາວ ສະໄໝທີ VIII ແລະ ໄດ້ລາຍງານສະພາບການທີ່ພົ້ນເດັ່ນ, ປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ພາຍໃນສະຫະພັນແມ່ຍິງອອປສ, ຈາກນັ້ນໄດ້ຜ່ານບົດສຳຫຼວດບຸກຄົນ ໃນຄະນະບໍລິຫານງານສະຫະພັນແມ່ຍິງ ແລະ ປະກອບຄຳຄິດຄຳເຫັນ ໃສ່ບົດສຳຫຼວດຢ່າງກົງໄປກົງມາ.
ສະຫາຍ ບຸນທັນ ບຸນທະວິໄລ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ໃຫ້ຄະນະບໍລິຫານງານສະຫະພັນແມ່ຍິງ ອອປສ ຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ແນວທາງນະໂຍບາຍຂອງພັກ, ກົດໝາຍ, ກົດລະບຽບ, ນິຕິກໍາ ແລະ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ສະໄໝທີ VIII ແລະ ມະຕິກອງປະຊຸມໃຫຍ່ ສະມາຊິກສະຫະພັນແມ່ຍິງ ອອປສ ສະໄໝທີ V ໃຫ້ເລິກເຊິ່ງ ພ້ອມນີ້ໃຫ້ທຸກຄົນຮູ້ໄດ້ ສິດ ແລະ ພັນທະຂອງຕົນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍສະຫະພັນແມ່ຍິງ. ເພື່ອພ້ອມກັນພັດທະນາຕົນເອງໃຫ້ມີທວງທ່າທີ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ ເອົາໃຈໃສ່ໃນການປະກອບສ່ວນສ້າງສາ ແລະ ພັດທະນາປະເທດຊາດ ແລະ ເປັນຕົວແບບໃນການຮັກສາຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ.
ຂ່າວ: ນ້ອຍມີນາ - ພາບ: ອານຸສັກ

ຄໍາເຫັນ

ຂ່າວການເມືອງ

ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊຍະບູລີຄັ້ງທີ 2 ສະໄໝທີ X

ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊຍະບູລີຄັ້ງທີ 2 ສະໄໝທີ X

ກອງປະຊຸມຄົບຄະນະບໍລິຫານງານພັກເມືອງໄຊຍະບູລີ ແຂວງໄຊຍະບູລີ ຄັ້ງທີ 2 ສະໄໝທີ X ໄດ້ສໍາເລັດລົງໃນວັນທີ 26 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມຫ້ອງວ່າການເມືອງ. ໂດຍການເປັນປະທານຂອງສະຫາຍ ເສນ ພັນລັກ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ໄຊຍະບູລີ.
ສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຍົມມະລາດ

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຍົມມະລາດ

ກອງປະຊຸມໃຫຍ່ຄັ້ງທີ XIV ຜູ້ແທນອົງຄະນະພັກເມືອງຍົມມະ ໄດ້ອັດລົງໃນ ວັນທີ 28 ມິຖຸນານີ້ ທີ່ສະໂມສອນຂອງເມືອງ ໂດຍມີຜູ້ແທນສົມບູນເຂົ້າຮ່ວມຈໍານວນ 150 ສະຫາຍຍິງ 16 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ 1,549 ສະຫາຍໃນທົ່ວເມືອງ.
ຍົມມະລາດ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງທີ XIV

ຍົມມະລາດ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຄັ້ງທີ XIV

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງຍົມມະລາດ ແຂວງຄໍາມ່ວນ ຄັ້ງທີ XIV ໄດ້ໄຂຂຶ້ນໃນວັນທີ 27 ມິຖຸນານີ້, ໂດຍການເປັນປະທານຂອງສະຫາຍ ຄໍາໝັ້ນ ສໍປະເສີດ ກຳມະການພັກແຂວງ, ຮັກສາການເລຂາພັກເມືອງເຈົ້າເມືອງຍົມມະລາດ, ເປັນກຽດເຂົ້າຮ່ວມມີສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງຄຳມ່ວນ, ມີແຂກຖືກເຊີນ ແລະ ຜູ້ແທນສົມບູນ ຈຳນວນ 150 ສະຫາຍທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງເຂົ້າຮ່ວມ.
ສຳເລັດກອງປະຊຸມໃຫຍ່ຄະນະພັກຮາກຖານຫ້ອງວ່າການແຂວງຊຽງຂວາງ

ສຳເລັດກອງປະຊຸມໃຫຍ່ຄະນະພັກຮາກຖານຫ້ອງວ່າການແຂວງຊຽງຂວາງ

ກອງປະຊຸມໃຫຍ່ ຄະນະພັກຮາກຖານຫ້ອງວ່າການແຂວງຊຽງຂວາງ ຄັ້ງທີIII ໄດ້ດຳເນີນໃນວັນທີ27ມິຖຸນານີ້ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ບຸນຈັນ ສີວົງພັນ ກຳມະການສູນກາງພັກ ເລຂາພັກແຂວສງ ເຈົ້າແຂວງໆຊຽງຂວາງ.
ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ປິດ​ລົງ​ດ້ວຍສໍາເລັດຜົນຢ່າງຈົບງາມ

ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ປິດ​ລົງ​ດ້ວຍສໍາເລັດຜົນຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX ໄດ້​ປິດ​ລົງ​ດ້ວຍຜົນສຳເລັດຢ່າງຈົບງາມ ໃນ​ວັນ​ທີ 26 ມິ​ຖຸ​ນາ​ນີ້, ທີ່ ສະພາແຫ່ງຊາດ ໂດຍການເປັນປະທານ ຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນດາການນໍາຂັ້ນສູງ, ອະດີດການນໍາຂັ້ນສູງຂອງພັກ-ລັດ, ບັນດາສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ.
ອົງຄະນະພັກກອງບັນຊາການທະຫານແຂວງຄໍາມ່ວນດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VI

ອົງຄະນະພັກກອງບັນຊາການທະຫານແຂວງຄໍາມ່ວນດໍາເນີນກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VI

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກຄັ້ງທີ VI ອົງຄະນະພັກກອງບັນຊາການທະຫານແຂວງຄໍາມ່ວນໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 26 ມິຖຸນາຜ່ານມາ ຢູ່ທີ່ສະໂມສອນກອງບັນຊາການທະຫານແຂວງ ໂດຍພາຍການເປັນປະທານຂອງສະຫາຍ ພັອ ສີສົມພູ ແກ້ວບຸນລ້ອມ ເລຂາຄະນະພັກຮັກສາການຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງທັງເປັນປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນແຂວງ, ສະຫາຍ ພົຈ ແສງມະນີວອນ ຄໍາມະນີ ຄະນະພັກກະຊວງປ້ອງກັນປະເທດຮອງຫົວໜ້າກົມໃຫຍ່ການເມືອງກອງທັບ.
ລະດົມຄວາມເຫັນໃສ່ຮ່າງລາຍງານການເມືອງ ຄັ້ງທີ VII ຂອງແຂວງວຽງຈັນ

ລະດົມຄວາມເຫັນໃສ່ຮ່າງລາຍງານການເມືອງ ຄັ້ງທີ VII ຂອງແຂວງວຽງຈັນ

ວັນທີ 26 ມິຖຸນານີ້, ຢູ່ທີ່ສະໂມສອນຂອງເມືອງວັງວຽງ ແຂວງວຽງຈັນ ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ ລະດົມຄວາມເຫັນໃສ່ຮ່າງລາຍງານການເມືອງ ຄັ້ງທີ VII ແລະ ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2026-2030) ຂອງແຂວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ຮອງຫົວໜ້າຫ້ອງວ່າການສູນກາງພັກ.
ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຊີ້ນໍາການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງສໍາເລັດທົ່ວແຂວງ

ເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຊີ້ນໍາການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກເມືອງສໍາເລັດທົ່ວແຂວງ

ສໍາເລັດເປັນທີ່ຮຽນຮ້ອຍສຳລັບການດໍາເນີນກອງປະຊຸມໃຫຍ່ຂັ້ນເມືອງ ແລະ ນະຄອນທົ່ວແຂວງສະຫວັນນະເຂດ. ຫຼ້າສຸດແມ່ນການດໍາເນີນກອງປະຊຸມໃຫຍ່ອົງຄະນະພັກ ນະຄອນໄກສອນພົມວິຫານ ຄັ້ງທີ IX ຊຶ່ງໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 26 ມິຖຸນາ 2025 ທີ່ສະໂມສອນ ນະຄອນໄກສອນພົມວິຫານ, ໂດຍການເຂົ້າຮ່ວມເປັນປະທານກິດຕິມະສັກຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີສະຫາຍ ບົວສອນ ມະຫາວົງ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ; ສະຫາຍ ຄໍາຜຸຍ ສີບຸນເຮືອງ ກໍາມະການພັກແຂວງ ຮັກສາການເລຂາຄະນະບໍລິຫານງານພັກ ນະຄອນ ຮັກສາການເຈົ້ານະຄອນໄກສອນພົມວິຫານ, ມີຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ການນໍາເມືອງ, ຜູ້ແທນສົມບູນເຂົ້າຮ່ວມ.
ປະກາດການຈັດຕັ້ງ ສານປະຊາຊົນສູງສຸດ

ປະກາດການຈັດຕັ້ງ ສານປະຊາຊົນສູງສຸດ

ພິທີປະກາດການຈັດຕັ້ງ ສານປະຊາຊົນສູງສຸດ ໄດ້ຈັດຂຶ້ນໃນວັນທີ 26 ມິຖຸນາ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ), ໃຫ້ກ່ຽດມອບ ລັດຖະດຳລັດ ປະທານປະເທດ ແຫ່ງ ສປປ ລາວ ໂດຍ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີຮອງປະທານ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ອັດຕະປື ດໍາເນີນປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ຄັ້ງທີ IX

ອັດຕະປື ດໍາເນີນປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ຄັ້ງທີ IX

ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວແຂວງອັດຕະປື ຄັ້ງທີ IX ໄຂຂຶ້ນໃນວັນທີ 25 ມິຖຸນາຂຶ້ນ ໂດຍການເປັນປະທານຂອງ ສະຫາຍ ພູວັນ ພົມມະຈັນ ກໍາມະການພັກແຂວງ ກໍາມະການສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົທ ວັນທອງ ກອງມະນີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງອັດຕະປື, ມີແຂກຖືເຊີນ ແລະ ຜູ້ແທນສົມບູນ 146 ສະຫາຍ ເຂົ້າຮ່ວມ.
ເພີ່ມເຕີມ