![]() |
ໃນວັນທີ 17 ພະຈິກ2025, ສອງສະມາຄົມມິດຕະພາບໄດ້ຈັດກອງປະຊຸມພົບປະຄັ້ງທຳອິດນັບຕັ້ງແຕ່ສອງສະມາຄົມສ້າງຕັ້ງມາ, ໂດຍການເປັນປະທານຮ່ວມຂອງທ່ານຈັນທະວົງແສນອາມາດມົນຕີ, ຮອງປະທານກຳມາທິການການຕ່າງປະເທດ,ສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ - ມຽນມາແລະທ່ານພົນຈັດຕະວາວິນມອງ (Win Maung), ປະທານສະມາຄົມມິດຕະພາບມຽນມາ - ລາວແລະ ເປັນກຽດເຂົ້າຮ່ວມ ຂອງທ່ານອອງໂກ(Aung Ko), ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງສສ.ມຽນມາປະຈຳສປປລາວ. ພ້ອມນີ້ ຍັງມີບັນດາທ່ານຄະນະສະມາຄົມມິດຕະພາບ ລາວ- ມຽນມາ ແລະ ມຽນມາ-ລາວ, ພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ ເຂົ້າຮ່ວມ
ກອງປະຊຸມໄດ້ທົບທວນການຈັດຕັ້ງປະຕິບັດການພົວພັນຮ່ວມມື(ການທູດປະຊາຊົນ)ໃນໄລຍະຜ່ານມາແລະປຶກສາຫາລືວາງທິດທາງແຜນການຮ່ວມມືໃນຕໍ່ໜ້າລະຫວ່າງສະມາຄົມມິດຕະພາບ ລາວ- ມຽນມາ ແລະ ມຽນມາ-ລາວ; ເຊິ່ງສອງສະມາຄົມໄດ້ເປັນໃຈກາງປະສານງານ, ຊຸກຍູ້,ໂຄສະນາເຜີຍແຜ່ສາຍພົວພັນ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ປະຊາຊົນສອງຊາດໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ປະຊາຊົນ ເພື່ອສ້າງຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ສ້າງກິດຈະກໍາຮ່ວມກັນ ເພື່ອປະກອບສ່ວນເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສສ.ມຽນມາ ໃຫ້ນັບມື້ໄດ້ຮັບການພັດທະນາຂຶ້ນເລື້ອຍໆ.
![]() |
ການມາຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນສະມາຄົມມິດຕະພາບ ມຽນມາ-ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ວາລະໄຊ ເລັ່ງສະຫວັດ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ເຊິ່ງທ່ານຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກໄດ້ຕີລາຄາສູງຕໍ່ການຢ້ຽມຢາມຂອງຄະນະຜູ້ແທນສະມາຄົມມິດຕະພາບ ມຽນມາ-ລາວແລະເປັນນິມິດໝາຍສຳຄັນຕໍ່ການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນດີງາມລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ມຽນມາເປັນການເປີດກວ້າງການພົວພັນຮ່ວມມືຊຸກຍູ້ການພົວພັນການທູດປະຊາຊົນເພື່ອຮັດແໜ້ນສາຍພົວພັນມິດຕະພາບແລະສ້າງຄວາມເຂົ້າອົກເຂົ້າໃຈລະຫວ່າງປະຊາຊົນສອງຊາດລາວແລະມຽນມາໂດຍສະເພາະສອງສະມາຄົມ ມິດຕະພາບລາວ - ມຽນມາແລະມຽນມາ - ລາວໃຫ້ມີບາດກ້າວໃໝ່.ນອກນັ້ນ, ຍັງໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ຄະນະຜູ້ແທນຊາບ. ທ່ານ ພົນຈັດຕະວາວິນມອງ (Win Maung) ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ອໍານວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນສະມາຄົມມິດຕະພາບ ມຽນມາ -ລາວ, ທັງໄດ້ລາຍງານການເຄື່ອນໄຫວອັນພົ້ນເດັ່ນ ຂອງ ສະມາຄົມມິດຕະພາບມຽນມາ - ລາວ ແລະ ຍິນດີຈະສືບຕໍ່ຮ່ວມກັບສະມາຄົມມິດຕະພາບ ລາວ- ມຽນມາເພື່ອເສີມຂະຍາຍສາຍພົວພັນມິດຕະພາບ ໃຫ້ນັບມື້ນັບດີຂຶ້ນ.
ນອກຈາກນີ້,ຄະນະຜູ້ແທນສະມາຄົມມິດຕະພາບ ມຽນມາ - ລາວ ຍັງໄດ້ຢ້ຽມຢາມ ສະຖານທີ່ທ່ອງທ່ຽວທາງປະຫັວດສາດ ແລະວັດທະນະທຳ ຢູ່ ນະຄອນຫຼວງວຽງຈັນແລະແຂວງຫຼວງພະບາງຈຳນວນໜຶ່ງ.


ຄໍາເຫັນ