ສະມາຊິກສະພາປະຊາຊົນແຂວງສະຫວັນນເຂດ ເຜີຍແຜ່ກົດໝາຍ ຢູ່ເມືອງໄຊພູທອງ

ສະມາຊິກສະພາປະຊາຊົນແຂວງສະຫວັນນເຂດ ເຜີຍແຜ່ກົດໝາຍ ຢູ່ເມືອງໄຊພູທອງ

ສະມາຊິກສະພາປະຊາຊົນແຂວງສະຫວັນນເຂດ ເຜີຍແຜ່ກົດໝາຍ ຢູ່ເມືອງໄຊພູທອງ
ວັນທີ 13 ພຶດສະພານີ້, ທ່ານ ກົງແກ້ວ ມີວໍລະຈັກ ຄະນະປະຈໍາສະພາປະຊາຊົນແຂວງ ປະທານສະພາປະຊາຊົນແຂວງສະຫວັນນະເຂດ ພ້ອມຄະນະ ໄດ້ລົງເຄື່ອນໄຫວຕິດຕາມ, ກວດກາການຈັດຕັ້ງປະຕິບັດ ແລະ ເຜີຍແຜ່ກົດໝາຍໃນຂົງເຂດເສດຖະກິດ ຢູ່ເມືອງໄຊພູທອງ.

ທ່ານ ພົມມາ ສົງວິໄລ ຮອງເລຂາພັກເມືອງ ໄຊພູທອງ ໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງໂດຍສັງເຂບ. ຈາກນັ້ນ, ແຕ່ລະພາກສ່ວນພະແນກການຂອງແຂວງ ກໍໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ກົດໝາຍ ພ້ອມທັງສົນທະນາແລກປ່ຽນບົດຮຽນຢ່າງກົງໄປກົງມາ. ກົດໝາຍທີ່ນໍາມາເຜີຍແຜ່ປະກອບມີ: ກົດໝາຍ ວ່າດ້ວຍທີ່ດິນ, ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍກະສິກໍາ, ກົດໝາຍວ່າດ້ວຍທາງຫຼວງ, ກົດໝາຍວ່າດ້ວຍຂໍຜູກພັນສັນຍາ ແລະ ເຜີຍແຜ່ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະຫວັນນະເຂດວ່າດ້ວຍການຄຸ້ມຄອງເຂດສະຫງວນທາງຫຼວງ.

ທ່ານ ນາງ ອໍລະວັນ ສາມາດມະນວົງ ຮອງຫົວໜ້າພະແນກ ກະສິກໍາ-ປ່າໄມ້ແຂວງ ໄດ້ເຜີຍແຜ່ ບັນດາລະບຽບການ, ນິຕິກໍາ, ບັນດາຂໍ້ຕົກລົງວ່າດ້ວຍການຄຸ້ມຄອງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍທາງຫຼວງ, ກົດໝາຍ ວ່າດ້ວຍຂໍ້ຜູກພັນສັນຍາ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການຄຸ້ມຄອງເຂດສະຫງວນທາງຫຼວງຕື່ມອີກ ເພື່ອເຮັດໃຫ້ຄະນະພັກ-ຄະນະນໍາເມືອງໄຊພູທອງ ໄດ້ຮັບຮູ້ ແລະ ເຂົ້າໃຈ ປະຕິບັດໄປໃນລວງດຽວກັນ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການເມືອງ

ກະຊວງການຕ່າງປະເທດ ເຜີຍແຜ່ເອກະສານສໍາຄັນຂອງພັກ ແລະ ມອບໃບຢັ້ງຢືນໜ່ວຍພັກ

ກະຊວງການຕ່າງປະເທດ ເຜີຍແຜ່ເອກະສານສໍາຄັນຂອງພັກ ແລະ ມອບໃບຢັ້ງຢືນໜ່ວຍພັກ

ໃນວັນທີ 13 ພຶດສະພານີ້, ກະຊວງການຕ່າງປະເທດ ໄດ້ຈັດເຜີຍແຜ່ຜົນສຳເລັດກອງປະຊຸມວຽກ​ງານ​ກໍ່ສ້າງ​ພັກ-ພະນັກງານ ​ແລະ ປັບປຸງ​ກົງຈັກ​ການຈັດ​ຕັ້ງທົ່ວ​ປະ​ເທດປະ​ຈໍາປີ 2024 ແລະ ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2024 ຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງກະຊວງໂດຍໃຫ້ກຽດເປັນປະທານ ແລະ ເຜີຍແຜ່ເອກະສານ ໂດຍສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງ ລັດຖະມົນຕີກະຊວງການຕ່າງປະເທດ; ມີຄະນະພັກ, ຄະນະນຳ, ຄະນະໜ່ວຍ ພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານ-ລັດຖະກອນ ຂອງກະຊວງການຕ່າງປະເທດ ເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.
ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຫ້ອງການ ຄບຕ ຄັ້ງທີ IV

ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຫ້ອງການ ຄບຕ ຄັ້ງທີ IV

ກອງປະຊຸມໃຫຍ່ສະມາຊິກພັກ ຄະນະພັກຮາກຖານຫ້ອງການຄຸ້ມຄອງ ແລະ ບໍລິການຕົົວເມືອງວຽງຈັນ (ຄບຕ) ຄັ້ງທີ IV ໄດ້ຈັດຂຶ້ນໃນວັນທີ 9 ພຶດສະພາ ຜ່ານມາ ໂດຍການເຂົ້າຮ່ວມຂອງ ສະຫາຍ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ), ມີສະມາຊິກພັກ ແລະ ແຂກຖືກເຊີນເຂົ້າຮ່ວມ.
ໄຂກອງປະຊຸມໃຫຍ່ຄັ້ງທີ VI ຄະນະບໍລິຫານງານພັກກອງບັນຊາການທະຫານແຂວງສະຫວັນນະເຂດ

ໄຂກອງປະຊຸມໃຫຍ່ຄັ້ງທີ VI ຄະນະບໍລິຫານງານພັກກອງບັນຊາການທະຫານແຂວງສະຫວັນນະເຂດ

ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງຄະນະບໍລິຫານງານພັກກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ໄຂຂຶ້ນໃນວັນທີ 12 ພຶດສະພານີ້, ທີ່ສະໂມສອນຫ້ອງວ່າການແຂວງ,ໂດຍການເປັນປະທານກິດມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ມີຄະນະພັກກອງບັນຊາການ, ສະມາຊິກພັກ ແລະ ແຂກຖືກເຊີນຈາກພະແນກການ, ກົມກອງຕ່າງໆອ້ອມຂ້າງແຂວງເຂົ້າຮ່ວມ.
ຫສພ ເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

ຫສພ ເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ

ຫ້ອງວ່າການສູນກາງພັກຈັດກອງປະຊຸມເຊື່ອມຊຶມເອກະສານຂອງສູນກາງພັກ ແລະ ປະກາດການຈັດຕັ້ງ, ໃນວັນທີ 8 ພຶດສະພາ ຜ່ານມາ ທີ່ຫ້ອງປະຊຸມຂອງ ຫສພ, ພາຍໃຕ້ການເປັນປະທານຂອງສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ ຫົວໜ້າຫ້ອງວ່າການສູນກາງພັກ,
ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX

ສະຫະພັນແມ່ຍິງ ກອງບັນຊາການທະຫານແຂວງຫຼວງພະບາງ ເຊື່ອມຊຶມເອກະສານກອງປະຊຸມໃຫຍ່ຜູ້ແທນແມ່ຍິງກອງທັບ ຄັ້ງທີ IX

ວັນທີ 8 ພຶດສະພານີ້, ຢູ່ສະໂມສອນກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ຈັດກອງປະຊຸມເຊື່ອມຊືມເອກະສານ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວກອງທັບ ຄັ້ງທີ IX, ໂດຍເປັນປະທານຂອງທ່ານ ພົນຈັດຕະວາ ນາງ ໄພວອນ ອິນທະບຸດ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ
ໄຂກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ໄຂກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II

ກອງປະຊຸມ ສະໄໝວິສາມັນເທື່ອທີ 1 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 8 ພຶດສະພານີ້ ທີ່ຫ້ອງປະຊຸມ ພະແນກແຜນການ ແລະ ການລົງທຶນແຂວງ ໂດຍການເປັນປະທານຂອງທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງອຸດົມໄຊ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ.
ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ເມືອງໄຊຍະບູລີ ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງຄັ້ງທີVI

ໃນວັນທີ 7 ພຶດສະພາຜ່ານມານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວເມືອງ ຄັ້ງທີ VI ທີ່ຫ້ອງປະຊຸມຫ້ອງວ່າການເມືອງ. ໂດຍການເປັນປະທານຂອງທ່ານ ສົມບັດ ຈະເລີນມີໄຊ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ.

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX

ສໍາເລັດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX

ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມແຂວງຄໍາມ່ວນ ຄັ້ງທີ IX ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ຢູ່ທີ່ສະໂມສອນແຂວງຄໍາມ່ວນ ໂດຍການເປັນປະທານຂອງ ສະຫາຍ ເຫຼັງຄໍາ ໄຊຄໍາຜັນ ວ່າການເລຂາຄະນະບໍລິຫານງານຊາວໜຸ່ມ ແຂວງຄໍາມ່ວນ, ເປັນກຽດເຂົ້າຮ່ວມມີ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຄໍາມ່ວນ, ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປປລ.
ປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ

ປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ

ພິທີປະກາດແຕ່ງຕັ້ງຮອງຫົວໜ້າກອງບັນຊາການປ້ອງກັນສູນກາງ ກະຊວງປ້ອງກັນຄວາມສະຫງົບ (ປກສ) ໄດ້ຈັດຂຶ້ນໃນວັນທີ 7 ພຶດສະພານີ້,ໃຫ້ກຽດເປັນປະທານໂດຍທ່ານ ພັອ ບຸນທົງ ສີດາວົງ ຫົວໜ້າກອງບັນຊາການປ້ອງກັນສູນກາງ, ມີຄະນະພັກ-ຄະນະນໍາ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ເພີ່ມເຕີມ