ສຳເລັດການແຂ່ງຂັນກອັຟ ມິດຕະພາບ ສະຫຼອງການເປີດນຳໃຊ້ແອັບພລິເຄຊັນ ລາວກອັຟ

ສຳເລັດການແຂ່ງຂັນກອັຟ ມິດຕະພາບ ສະຫຼອງການເປີດນຳໃຊ້ແອັບພລິເຄຊັນ ລາວກອັຟ

ສຳເລັດການແຂ່ງຂັນກອັຟ ມິດຕະພາບ ສະຫຼອງການເປີດນຳໃຊ້ແອັບພລິເຄຊັນ ລາວກອັຟ
ສະຫະພັນກິລາກອັຟແຫ່ງຊາດລາວ ຈັດການແຂ່ງຂັນກິລາກອັຟ ມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງການເປີດນຳໃຊ້ແອັບພລິເຄຊັນ ລາວກອັຟ ຫຼື “Laos Golf Application” ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ທີ່ສະໜາມກອັຟ ລາວຄັນທຣີຄຣັບ (ຫຼັກ 14) ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິ ລາ, ທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ວົງເພັດ ອຸດົມລິດ ຮອງຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ກອງສີ ແສງມະນີ ປະທານສະຫະພັນກິລາກອັຟແຫ່ງຊາດລາວ ແລະ ນັກກິລາກອັຟທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ 100 ກວ່າຄົນ.
ສຳເລດການແຂງຂນກອຟ ມດຕະພາບ ສະຫອງການເປດນຳໃຊແອບພລເຄຊນ ລາວກອຟ - image 1
 

ການແຂ່ງຂັນກິລາກອັຟໃນຄັ້ງນີ້ ແມ່ນຈັດຂຶ້ນເນື່ອງໃນໂອກາດເປີດນຳໃຊ້ແອັບພລິເຄຊັນ ລາວກອັຟ ຫຼື “Laos Golf Application” ຢ່າງເປັນທາງການ ຊຶ່ງແອັບພລິເຄຊັນດັ່ງກ່າວ ແມ່ນຖືກອອກແບບດ້ວຍເອກະລັກຂອງຄົນລາວຢ່າງຊັດເຈນ ແລະ ຖືກພັດທະນາໃຫ້ມີຄຸນສົມບັດທີ່ຈຳເປັນຢ່າງຄົບຖ້ວນ ເພື່ອໃຫ້ນັກກິລາກອັຟນຳໃຊ້ໃນເວລາແຂ່ງຂັນ ຫຼື ຫຼິ້ນກິລາກອັຟ ໂດຍແອັບນີ້ມີຫຼາຍຟັງຊັນທີ່ໜ້າສົນໃຈ, ຖືກອອກແບບຢ່າງປານີດ, ໃຊ້ງ່າຍ ແລະ ຜູ້ອອກແບບໄດ້ນຳປະສົບການຈາກແອັບກອັຟຊັ້ນນຳທີ່ນິຍົມໃນທົ່ວໂລກ ໂດຍສະເພາະແມ່ນໃນສະຫະລັດ ອາເມຣິກາ ແລະ ການາດາ. ນອກຈາກນີ້, ທີມງານຍັງໄດ້ເດີນທາງໄປສຳຫຼວດສະໜາມກອັຟຕ່າງໆໃນນະຄອນຫຼວງວຽງຈັນ, ພົບປະ ແລະ ປຶກສາຫາລືກັບສະຫະພັນກິລາກອັຟຢ່າງລະອຽດທຸກຂັ້ນຕອນ ແລະ ໄດ້ມີການທົດລອງນຳໃຊ້ທັງໃນ ສະຫະລັດ ອາເມຣິກາ, ການາດາ ແລະ ສປປ ລາວ ເຮົາ ເພື່ອປັບປຸງ ແລະ ພັດທະນາໃຫ້ດີຂຶ້ນຢ່າງຕໍ່ເນື່ອງ ຊຶ່ງຈຸດເດັ່ນຂອງແອັບດັ່ງກ່າວ ແມ່ນມີ 3 ຟັງຊັນ ຄື: ຟັງຊັນຄຳນວນ ແລະ ອັບເດດ ແຮນດີແຄັບ (Handicap), ຟັງຊັນ ກັອຟ ຈີພີເອັດ (Golf GPS) ແລະ ຟັງຊັນ ໄລ ສະກໍ (Live Score).

ສຳເລດການແຂງຂນກອຟ ມດຕະພາບ ສະຫອງການເປດນຳໃຊແອບພລເຄຊນ ລາວກອຟ - image 2
 

ຜ່ານການແຂ່ງຂັນຜົນປະກົດວ່າ: ລາງວັນຕີໃກ້ຂຸມ (ຂຸມ 3 ພາ 5) ທ່ານ ນະວັດເດດ ແກ້ວວຽງຄຳ; ລາງວັນຕີໄກຂຸມ (ຂຸມ 15 ພາ 4) ທ່ານ ຄິມ ດອງ ກິວ; ຮຸ່ນອາວຸໂສ ອາຍຸ 65 ປີ ຂຶ້ນໄປ ທີ 1 ທ່ານ ນິວອນ ຍອຍສາຍຄຳ, ທີ 2 ທ່ານ ພູເພັດ ພຸດທະບັນດິດ ແລະ ທີ 3 ທ່ານ ກິ່ງມະໂນ ພົມມະຫາຊົນ; ສາຍ A ທີ 1 ຄິມ ຊັງ ຈິກ, ທີ 2 ທ່ານ ມຸນ ແຈ ຍັງ ແລະ ທີ 3 ທ່ານ ລີ ຈິນ ຊອບ; ສາຍ B ທີ 1 ທ່ານ ໄຊຍະເດດ ວົງໄຊ, ທີ 2 ທ່ານ ພູວົງ ອິນທະວົງ ແລະ ທີ 3 ທ່ານ ຈິງ ໂຕນ ແທັງ ທວນ; ສາຍ C ທີ 1 ທ່ານ ໄຊຍະແສງ, ທີ 2 ທ່ານ ຫງວຽນ ຈຸງ ແມັງ ແລະ ທີ 3 ທ່ານ ນາທານ ວູ; ລາຍການ Over All Low Gross ແຊັມຕົກເປັນຂອງ ທ່ານ ກິດສະນຸ ປາກດີມະນີວົງ.

ຂ່າວ-ພາບ: ລູກນ້ຳເຊ ອິນທະດາລິນ

ຄໍາເຫັນ

ຂ່າວສືກສາ-ກິລາ

ສຊປລ ມອບຫຼຽນຊາວໜຸ່ມຕະລຸມບອນ ແລະ ໃບຍ້ອງຍໍໃຫ້ ຄະນະຄູຝຶກ-ນັກກິລາເຍົາວະຊົນ ສະໂມສອນ W.I.G NAGA

ສຊປລ ມອບຫຼຽນຊາວໜຸ່ມຕະລຸມບອນ ແລະ ໃບຍ້ອງຍໍໃຫ້ ຄະນະຄູຝຶກ-ນັກກິລາເຍົາວະຊົນ ສະໂມສອນ W.I.G NAGA

ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ໄດ້ຈັດພິທີມອບ-ຮັບຫຼຽນຊາວໜຸ່ມຕະ ລຸມບອນ ແລະ ມອບໃບຍ້ອງຍໍໃຫ້ແກ່ຄະນະບໍລິຫານງານທີມໂຄສ, ຄະນະຄູຝຶກ, ນັກກິລາເຍົາວະຊົນ ສະໂມສອນ W.I.G NAGA ຂຶ້ນໃນວັນທີ 27 ມັງກອນນີ້ ທີ່ ສຊປລ ໃຫ້ກຽດມອບຫຼຽນ ແລະ ໃບຍ້ອງຍໍ ໂດຍທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານ ສຊປລ, ມີຮອງເລຂາ, ຄູຝຶກ, ນັກກິລາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ອາຊຽນ ພາຣາເກມ 2025 ສປປ ລາວ ສ້າງປະຫວັດສາດໜ້າໃໝ່ ຍາດໄດ້ 18 ຫຼຽນ

ອາຊຽນ ພາຣາເກມ 2025 ສປປ ລາວ ສ້າງປະຫວັດສາດໜ້າໃໝ່ ຍາດໄດ້ 18 ຫຼຽນ

ການແຂ່ງຂັນງານມະຫະກຳກິລາຄົນພິການອາຊຽນ ຄັ້ງທີ 13 ຫຼື ອາຊຽນພາຣາ ເກມ (ASEAN ParaGames 2025) ໂດຍເຈົ້າພາບປະເທດໄທ ສາມາດຍາດໄດ້ 175 ຫຼຽນຄຳ ເປັນເຈົ້າຫຼຽນຄຳ ສະໄໝທີ 7 ແລະ ອາຊຽນພາຣາ ເກມ 2027 ທີ່ປະເທດມາເລເຊຍ ຮັບກຽດເປັນເຈົ້າພາບ, ພິທີປິດການແຂ່ງຂັນໄດ້ຈັດຂຶ້ນໃນວັນທີ 26 ມັງກອນ ນີ້ ທີ່ສະໜາມກິລາ 80 ພັນສາ ນະຄອນຣາຊະສີມາ ປະເທດໄທ ພາຍຫຼັງດຳເນີນມາແຕ່ວັນທີ 20 ມັງກອນ ຜ່ານມາ.
ໂຮງຮຽນສາມັນກິນນອນຊົນເຜົ່າແຂວງຄໍາມ່ວນ ໄດ້ຮັບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ

ໂຮງຮຽນສາມັນກິນນອນຊົນເຜົ່າແຂວງຄໍາມ່ວນ ໄດ້ຮັບເຄື່ອງນຸ່ງຫົ່ມ ແລະ ອຸປະກອນການຮຽນ

ໃນວັນທີ 25 ມັງກອນຜ່ານມາ, ອະດີດນັກສຶກສາກຽມໄປຮຽນຕ່າງປະເທດ ປີ 1991-1992 ໄດ້ມອບເຄື່ອງຊ່ວຍເຫຼືອ ໂຮງຮຽນສາມັນກິນນອນ ຊົນເຜົ່າ ແຂວງຄໍາມ່ວນ ປະກອບມີເຄື່ອງນຸ່ງຫົ່ມຕ້ານໄພໜາວ ເສື້ອກັນໜາວ, ຜ້າຫົ່ມ, ອຸປະກອນການຮຽນ, ເຄື່ອງຫຼິ້ນກິລາ ແລະ ເຄື່ອງບໍລິໂພກ ມູນຄ່າ 26 ລ້ານກີບ ພ້ອມດ້ວຍເງິນສົດ ມອບໃຫ້ແກ່ນັກຮຽນແຕ່ລະຄົນ ແລະ ມອບເຂົ້າໃນການຮັບໃຊ້ບໍລິຫານພາຍໃນໂຮງຮຽນ ມູນຄ່າ 127 ລ້ານກີບ, ລວມມູນຄ່າທັງໝົດ 153 ລ້ານກີບ, ຕາງໜ້າອະດີດນັກສຶກສາ ມອບໂດຍທ່ານ ໝັ້ນຍືນ ຄີນສະໝອນ ຮອງປະທານຄະນະກຳມະການປົກຄອງແຂວງຄໍາມ່ວນ, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ພ້ອມດ້ວຍຄະນະ, ມີຄູ-ອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ.
 ແຂ່ງຂັນກິລາເປຕັງ ຊີງຂັນຄະນະບໍລິຫານງານ ສກລ

ແຂ່ງຂັນກິລາເປຕັງ ຊີງຂັນຄະນະບໍລິຫານງານ ສກລ

ສູນກາງສະຫະພັນກໍາມະບານລາວ (ສກລ) ໄດ້ຈັດງານແຂ່ງຂັນກິລາເປຕັງ ຊີງຂັນຄະນະບໍລິຫານງານ ສກລ ເພື່ອຕ້ອນຮັບວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ (1 ກຸມພາ 1956-1 ກຸມພາ 2026) ຂຶ້ນໃນວັນທີ 23 ມັງກອນນີ້ ທີ່ ສກລ ໂດຍມີທ່ານ ວິໄລ ວົງຂະເສີມ ຮອງປະທານຄະນະບໍລິຫານງານ ສກລ, ມີຫົວໜ້າກົມ, ຫົວໜ້າຫ້ອງການ, ສະຖາບັນພັດທະນາກຳມະບານ, ມີຕາງໜ້າສະຫະພັນກໍາມະບານກະຊວງ-ອົງ ການ, ນະຄອນຫຼວງວຽງຈັນ (ນວ), ມີບັນດານັກກິລາ ພ້ອມດ້ວຍຜູ້ຊົມ-ເຊຍເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ລົງນາມ ການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດສຳລັບລາວ

ລົງນາມ ການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດສຳລັບລາວ

ພິທີເຊັນສັນຍາການຮ່ວມມື ດ້ານວຽກງານການສຶກສານອກໂຮງຮຽນ ແລະ ການຮຽນຕະຫຼອດຊີວິດ ສຳລັບລາວ ຈັດຂຶ້ນໃນວັນທີ 21 ມັງກອນນີ້ ທີ່ຫ້ອງການດີວີ ວີອິນເຕີເນເຊີນອນ ບ້ານທ່າພະລານໄຊ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ, ຮ່ວມລົງນາມລະຫວ່າງທ່ານ ສຸພາບ ຄູນວິໄຊ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ແລະ ທ່ານ ສາຍ ພອນແກ້ວ ຮອງຄະນະບໍດີຄະນະສຶກສາສາດ, ທ່ານ ສີໄທ ໂຄດສີເມືອງ ຮອງຜູ້ອຳນວຍການສູນພັດທະນາການສຶກສານອກໂຮງຮຽນ ແລະ ທ່ານ Uwe Gartenschlaeger ຜູ້ອຳນວຍການປະຈຳພາກພື້ນອາຊີຕາເວັນອອກສ່ຽງໃຕ້ຂອງຫ້ອງການ DV International, ມີທ່ານ Hans-Ulrich Sudbeck ເອກອັກຄະລັດຖະທູດເຢຍລະມັນປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດສາກແລ້ວ ງານກິລາອາຊຽນພາຣາເກມ ຄັ້ງທີ 13

ເປີດສາກແລ້ວ ງານກິລາອາຊຽນພາຣາເກມ ຄັ້ງທີ 13

ງານມະຫະກຳກິລາຄົນພິການອາຊຽນພາຣາເກມ ຄັ້ງທີ 13 (ASEAN Para Games 2025) ທີ່ປະ ເທດໄທຮັບກຽດເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 20 ມັງກອນຜ່ານມາ ທີ່ສະໜາມກິລາ 80 ພັນສາ ນະຄອນຣາຊະສີມາ ໂດຍມີພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງຣາຊະອານາຈັກໄທ ໄດ້ມອບໝາຍໃຫ້ທ່ານ ພົນເອກ ພະວໍລະວົງເທີ ພະອົງເຈົ້າສະເຫຼີມສຶກຢຸຄົນ ເປັນຕົວແທນເຂົ້າຮ່ວມເປັນປະທານໃນພິທີເປີດ. ສ່ວນ ສປປ ລາວ ເຮົານຳໂດຍທ່ານ ນາງ ຂັນທະລີ ສິຣິພົງພັນ ອະດີດຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ (ຄພລ). ນອກນີ້, ຍັງມີຄະນະນຳ, ຄູຝຶກ ແລະ ນັກກິລາຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ ບໍ່ມີພຽງແຕ່ຣາຊະອານາຈັກກຳປູເຈຍທີ່ຂໍຖອນຕົວຈາກການແຂ່ງຂັນ.
ໂຮງຮຽນພອນນະພາ ໄດ້ຮັບນາມມະຍົດເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ

ໂຮງຮຽນພອນນະພາ ໄດ້ຮັບນາມມະຍົດເປັນໂຮງຮຽນຕົວແບບຄຸນນະພາບຂອງ ນວ

ພິທີເປີດປ້າຍໂຮງຮຽນຕົວແບບຄຸນນະພາບຂອງນະຄອນຫຼວງວຽງຈັນ (ນວ) ໂຮງຮຽນປະຖົມສົມບູນພອນນະພາ ຈັດຂຶ້ນເມື່ອບໍ່ດົນມານີ້, ມີທ່ານ ຂັນໄຊ ແສງສຸນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ນວ, ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ, ບັນດາຜູ້ອຳນວຍການໂຮງຮຽນ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.
ມຊ ຈັດງານສະຫຼອງບຸນກຸດຈີນ 2026 ຢ່າງຄຶກຄື້ນ

ມຊ ຈັດງານສະຫຼອງບຸນກຸດຈີນ 2026 ຢ່າງຄຶກຄື້ນ

ຄະນະນັກສຶກສາຈີນ ທີ່ສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດງານພົບປະສັງສັນສະຫຼອງບຸນກຸດຈີນ 2026 ຂຶ້ນຢ່າງເປັນທາງການໃນວັນທີ 19 ມັງກອນຜ່ານມາ ທີ່ສະໂມສອນໃຫຍ່ ມຊ ທັງເປັນການສະ ເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຈີນ ຄົບຮອບ 65 ປີ ໃຫ້ກຽດເຂົ້າຮ່ວມຂອງທ່ານ ເດຊານຸລາດ ແສນດວງເດດ ຜູ້ອຳນວຍການໃຫຍ່ ມຊ; ທ່ານ ວັນໄຊ ຕະວິນຍານ ອະດີດຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ອະດີດຫົວໜ້າບັນນາທິການໃຫຍ່ໜັງສືພິມປະຊາຊົນ; ທ່ານ ວົງສິນ ໃຊຍະວົງ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ; ທ່ານ ຄຳແກ້ວ ຮັນຊະນະ ຮອງຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ລາວ ຊະນະ ຟີລິບປິນ 8-5 ບານບ້ວງລໍ້ເລື່ອນຄົນພິການທີມຍິງອາຊຽນ ພາຣາເກມ 2025

ລາວ ຊະນະ ຟີລິບປິນ 8-5 ບານບ້ວງລໍ້ເລື່ອນຄົນພິການທີມຍິງອາຊຽນ ພາຣາເກມ 2025

ທັບນັກຊູດບານບ້ວງສາວຄົນພິການທີມຊາດລາວ ລົງສະໜາມໃນນັດທີ 2 ໃນຕອນບ່າຍວັນທີ 19 ມັງກອນນີ້ ໄລ່ເອົາຊະນະ ສາວຄົນພິການຟີລິບປິນ 8-5 ຄະແນນ ຕໍ່ຄວາມຫວັງທີ່ຈະໄດ້ແກ້ມືກັບເຈົ້າພາບໄທ ໃນຮອບຊີງຫຼຽນຄຳ ງານກິລາອາຊຽນ ພາຣາເກມ 2025.
2 ພາກສ່ວນເຊັນສັນຍາຍົກລະດັບການສຶກສາມັດທະຍົມ 4 ແຂວງ

2 ພາກສ່ວນເຊັນສັນຍາຍົກລະດັບການສຶກສາມັດທະຍົມ 4 ແຂວງ

ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ກອງທຶນການສຶກສາເພື່ອພັດທະນາ (EDF Lao) ໄດ້ຮ່ວມລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການປັບປຸງ ແລະ ສະໜັບສະໜູນການສຶກສາ ສໍາລັບນັກຮຽນຊັ້ນມັດທະຍົມສຶກສາ ໃນ 4 ແຂວງເປົ້າໝາຍ ຄື: ແຂວງຄໍາມ່ວນ, ສະຫວັນນະເຂດ, ເຊກອງ ແລະ ແຂວງ ສາລະວັນ ທີ່ໂຮງແຮມວຽງຈັນພຣາຊາ ນະຄອນຫຼວງວຽງຈັນ.
ເພີ່ມເຕີມ