![]() |
ການແຂ່ງຂັນນັດຊີງຊະນະເລີດປະເພດຄູ່ຊາຍທົ່ວໄປ Tigerhead Tennis Open 2025 ຈັດຂຶ້ນ ໃນວັນທີ 9 ມິຖຸນາ ຜ່ານມາ ທີ່ສະໂມສອນວຽງຈັນ ເທັນນິສ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຫຼັງຈາກດຳເນີນການແຂ່ງຂັນໄປຕາມເປົ້າໝາຍກຳນົດວັນເວລາຕົວຈິງ ລະຫວ່າງວັນທີ 7-8 ມິຖຸນາ 2025 ຍ້ອນມີສະພາບດິນຟ້າອາກາດບໍ່ເອື້ອອຳນວຍ (ຝົນຕົກແຮງ) ຈຶ່ງເລື່ອນການແຂ່ງຂັນຮອບຮອງຊະນະເລີດ ແລະ ນັດຊີງຊະນະເລີດ ມາຈັດໃສ່ວັນທີ 9-10 ມິຖຸນາ 2025 ແລະ ກໍເປັນນັດຊີງປະເພດດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບລາງວັນຂອງທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິສແຫ່ງຊາດລາວ ມີຕາງໜ້າບໍລິສັດ ເບຍລາວ ຈຳກັດ ຜູ້ໃຫ້ການສະໜັບສະໜູນຫຼັກ ແລະ ສື່ມວນຊົນ ຕະຫຼອດຮອດກອງເຊຍເຂົ້າຮ່ວມ.
ການແຂ່ງຂັນເທັນນິດລາຍການດັ່ງກ່າວ ມີການຊີງໄຊ 2 ລາຍການ ກໍຄື ປະເພດຄູ່ຊາຍ ແລະ ດ່ຽວຊາຍ ມີບັນດານັກກິລາທີ່ມາຈາກ 4 ປະເທດ ຄື: ແຂວງໜອງຄາຍ ອຸດອນທານີ, ນະຄອນຣາຊະສີມາ ແລະ ສາກົນນະຄອນ (ໄທ), ນອກນັ້ນ ກໍມີນັກກິລາທີ່ມາຈາກ ຟິລິບປິນ, ສິງກະໂປ, ສະວິດ ແລະ ສປປ ລາວ ເຂົ້າຮ່ວມ. ສະເພາະປະເພດຄູ່ຊາຍມີ 12 ທີມເຂົ້າຮ່ວມ ສ່ວນປະເພດດ່ຽວຊາຍ ມີ 12 ຄົນເຂົ້າຮ່ວມ ໃນນັ້ນ ມີພຽງ ນາງ ມະໄລລັກ ຫຼື ດິໄລຣາ ມື 1 ລາວ ເປັນນັກກິລາເທັນນິສຍິງລາວ ຄົນທຳອິດ ທີ່ສົ່ງລາຍ ຊື່ຮ່ວມແຂ່ງຂັນທັງສອງລາຍການ.
![]() |
ຜ່ານການແຂ່ງຂັນນັດຊີງຊະນະເລີດ ປະເພດທີມຄູ່ຊາຍ ລະຫວ່າງ ນາງ ມະໄລ ຈັບຄູ່ກັບ ແມັກຊີມັສ ນັກກິລາເທັນນິສຊາວສິງກະໂປ ສາມາດໄລ່ເອົາຊະນະ ຄຣີສ ຊາວສະວິດ ແລະ ແສນທະນົງວັດ (ລາວ) 2-0 ເຊັດ ດ້ວຍຄະແນນ 6-2 ແລະ 6-3 ໄດ້ຮັບຂັນແຊັມ ພ້ອມຮັບເງິນລາງວັນ 30 ລ້ານກີບໄປຄອງ, ສ່ວນຮອງຊະນະເລີດ ໄດ້ຮັບຂັນ ພ້ອມເງິນລາງວັນ 10 ລ້ານກີບ.
ສ່ວນການແຂ່ງຂັນປະເພດດ່ຽວຊາຍ ຮອບຊີງຊະນະເລີດ ຄຣີສ ໂປລິດເທັກ ເອົາຊະນະ ໂຈນັດ 2-1 ເຊັດ, 6-3 7-4 ແລະ 6-4 ໄດ້ຮັບຂັນແຊັມ ພ້ອມເງິນລາງວັນ 20 ລ້ານກີບ, ຮອງຊະນະເລີດໄດ້ຮັບຂັນ ພ້ອມເງິນລາງວັນ 5 ລ້ານກີບ ເປັນກຽດມອບລາງວັນ ໂດຍທ່ານ ຈັນສະໝອນ ຜ່ອງຈັນທາ ຜູ້ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ.
(ຂ່າວ-ພາບ: ຕຸໄລເພັດ )
ຄໍາເຫັນ