ສຳເລັດການຍົກລະດັບທິດສະດີການເມືອງຂັ້ນຕົ້ນ ຊຸດທີ I

ສຳເລັດການຍົກລະດັບທິດສະດີການເມືອງຂັ້ນຕົ້ນ ຊຸດທີ I
ສຳເລັດການຍົກລະດັບທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ກັບສະມາຊິກພັກ, ພະນັກງານສືບທອດ ຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ຈຳນວນ 40 ຄົນ ໃນນັ້ນຍິງ 21 ຄົນ ຊຶ່ງພິທີປິດຊຸດຝຶກອົບຮົມດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ຕຸລາ ນີ້ ທີ່ສະຖາບັນສື່ມວນຊົນ ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍການເຂົ້າຮ່ວມ ແລະ ມອບໃບຢັ້ງຢືນ ໂດຍທ່ານ ນາງ  ຄຳຫຼ້າ ແກ້ວອຸ່ນຄຳ ຄະນະປະຈຳພັກ ຮອງຫົົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ຊຶ່ງມີທ່ານ ອາລຸນ ບຸນມີໄຊ ຄະນະປະຈໍາພັກກະຊວງ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຖວທ ພ້ອມດ້ວຍຄູ-ອາຈານ ແລະ ນັກສໍາມະກອນເຂົ້າຮ່ວມ.
ທ່ານ ຄຳຫຼ້າ ຍອຍສາຍຄຳ ຫົວໜ້າສະຖາບັນສື່ມວນຊົນ, ວັດທະນະທໍາ ແລະ ທ່ອງທ່ຽວ ກະຊວງ ຖວທ ໄດ້ກ່າວວ່າ:  ການຍົກລະດັບຄວາມຮູ້ໃນຄັ້ງນີ້, ແນໃສ່ເພື່ອຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ, ເຮັດໃຫ້ເປົ້າໝາຍຜູ້ເຂົ້າຮຽນ ກໍຄືສຳມະນາກອນ ມີແນວຄິດທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ, ມີແນວຄິດເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການ ກໍຄືພາລະກິດ ປ່ຽນແປງ  ໃໝ່ຢ່າງມີຫຼັກການຂອງພັກ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ ຕໍ່ປະຊາຊົນ, ມີຄວາມຫ້າວຫັນເປັນແບບຢ່າງໃນທຸກວຽກງານທີ່ຕົນຮັບຜິດຊອບ, ເຮັດໃຫ້ການປະຕິບັດໜ້າທີ່ວຽກງານຂອງຕົນນັບມື້ນັບມີຄຸນນະພາບສູງຂຶ້ນ. ນອກຈາກນີ້, ກໍເພື່ອສ້າງພະນັກງານ-ລັດຖະກອນ ໃຫ້ມີຄຸນທາດການເມືອງຢ່າງໜັກແໜ້ນ ມີລະດັບຄວາມສາມາດໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ ໃຫ້ເກີດດອກອອກຜົນຢ່າງແທ້ຈິງ. ພ້ອມກັນນັ້ນ ກໍເຮັດໃຫ້ພະນັກງານ-ລັດຖະກອນມີຄວາມຮູ້ສົມຄູ່ທາງດ້ານທິດສະດີ ແລະ ພຶດຕິກໍາ ພ້ອມທັງໃຊ້ຄວາມຮູ້ດັ່ງກ່າວ ເຂົ້າໃນວຽກງານຂອງຕົນຮັບຜິດຊອບໃຫ້ມີປະສິດທິພາບສູງຂຶ້ນ ໃນວຽກງານວິຊາສະເພາະ ກໍຄືການບໍລິຫານຄຸ້ມຄອງຕາມໜ້າວຽກທີ່ຕົນຮັບຜິດຊອບ.
ໃນໂອກາດນີ້, ທ່ານ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ໄດ້ກ່າວວ່າ: ການຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານທິດສະດີການເມືອງ ໃຫ້ແກ່ບັນດາຊະມະຊິກພັກ-ພະນັກງານ ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດ ຊຶ່ງນອນຢູ່ໃນແຜນຍຸດທະສາດ ພັດທະນາວຽກງານ ຂອງກະຊວງ ຖວທ ພ້ອມນີ້ ທ່ານ ນາງ ຄຳຫຼ້າ ແກ້ວອຸ່ນຄຳ ຍັງເນັ້ນໃຫ້ນັກສຳມະນາກອນ ຮູ້ໝູນໃຊ້ບົດຮຽນທີ່ໄດ້ຮຽນຮູ້ມາເຂົ້າໃນວຽກງານຕົວຈິງ ໃຫ້ມີການຫັນປ່ຽນໃນພຶດຕິກຳຢ່າງແທ້ຈິງ ເພື່ອປະກອບສ່ວນສ້າງສາພັດທະນາປະເທດຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນທີ່ດີ, ໃຫ້ກຳແໜ້ນບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ, ສືບຕໍ່ເຊື່ອມຊຶມ ກຳແໜ້ນເນື້ອໃນຈິດໃຈ ແນວທາງນະໂຍບາຍ ຂອງພັກແຕ່ລະໄລຍະໃຫ້ດີ, ຮັບຮູ້ສະພາບຄວາມເປັນຈິງ ເພື່ອເພີ່ມທັກສະຄວາມອາດສາມາດ ກ້າຄິດ ບົນພື້ນຖານປຶກສາຫາລືເປັນໝູ່ຄະນະ, ກ້າເຮັດ, ກ້າຮັບຜິດຊອບ, ເພື່ອຜັນຂະຫຍາຍເຂົ້າສູ່ຊີວິດຕົວຈິງ, ສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ, ໝູນໃຊ້ບົດຮຽນເຂົ້າໃສ່ວຽກງານຕົວຈິງ ໃຫ້ສອດຄ່ອງ ແລະ ເໝາະສົມ; ນຳເອົາທິດສະດີ, ແນວທາງທີ່ຮຽນໄປທົດສອບຢູ່ກົມ, ກອງໃນວຽກງານຕົວຈິງ ທີ່ຕົນຮັບຜິດຊອບຈະຊ່ວຍໃຫ້ເຫັນໄດ້ວ່າອັນໃດຖືກ, ອັນໃດຜິດ, ອັນໃດສອດຄ່ອງເໝາະສົມ ຫຼື ບໍ່ສອດຄ່ອງ ບົນພື້ນຖານເດັດດ່ຽວປົກປ້ອງສິ່ງທີ່ຖືກຕ້ອງ ພ້ອມກັນນັ້ນ ກໍຕັດສິນໃຈ ດັດແປງແກ້ໄຂອັນທີ່ບໍ່ຖືກຕ້ອງຢ່າງທັນການ ໂດຍສະເພາະຖືຄວາມສຳຄັນໃນການຈົງຮັກພັກດີຕໍ່ຊາດ, ຕໍ່ພັກ ປະຕິບັດຕາມການນຳພາ-ຊີ້ນຳຂອງການຈັດຕັ້ງຢ່າງເຂັ້ມງວດ, ຕ້ານປະກົດການຫຍໍ້ທໍ້ທຸກຮູບແບບ, ຕ້ານການສໍ້ລາດບັງຫຼວງ, ຕ້ານການຟຸ່ມເຟືອຍ, ຕ້ອງຖືຜົນປະໂຫຍດສ່ວນລວມກໍຄືຂອງຊາດສຳຄັນທີ່ສຸດ. ພ້ອມທັງເຊື່ອໝັ້ນວ່າການສຳເລັດການຮຽນທິດສະດີຂັ້ນຕົ້ນຮຸ່ທຳອິດໃນເທື່ອນີ້ ຈະຮັກສາໄວ້ຊຶ່ງຊື່ສຽງ, ກຽດສັກສີ ຂອງຕົນ ກໍຄືຂອງກົມ, ກອງທີ່ຕົນເອງສັງກັດ ລວມທັງຂອງກະຊວງ ຖວທ ດ້ວຍ, ການເຄື່ອນໄຫວ, ການປະພຶດທຸກຢ່າງ ຕ້ອງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກໝູ່ເພື່ອນ, ການຈັດຕັ້ງພັກ-ລັດ ແລະ ປະຊາຊົນ. ສະນັ້ນ,  ຕ້ອງຢຶດໝັ້ນໃນທາດແທ້ຊົນຊັ້ນກໍາມະກອນຂອງພັກ ຢຶດໝັ້ນອຸດົມການສັງຄົມນິຍົມຢ່າງສະເໜີຕົ້ນສະເໜີປາຍ.
           ຂ່າວ: ກິດຕາ; ພາບ: ເກດສະໜາ.

ຄໍາເຫັນ

ຂ່າວການເມືອງ

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ຜົນສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

ທ່ານ ບຸນຈັນ ສີວົງພັນ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ຫົວໜ້າກອງເລຂານຸການກອງປະຊຸມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນສໍາເລັດຂອງການດໍາເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ.
ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບ

ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນການພິຈາລະນາຮັບຮອງເອົາກົດໝາຍຈໍານວນ 8 ສະບັບຕໍ່ສື່ມວນຊົນ ໃນວັນທີ 21 ຕຸລານີ້ ທີ່ສະພາແຫ່ງຊາດ ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໄດ້ສຸມໃສ່ພິຈາລະນາບັນດາຮ່າງກົດໝາຍຈໍານວນ 8 ສະບັບ. ໃນນັ້ນ, ມີກົດໝາຍສ້າງໃໝ່ 1 ສະບັບ ແລະ ປັບປຸງ 7 ສະບັບ.
ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສສຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະມາຊິກສະພາແຫ່ງຊາດ (ສຊຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ຜົນສຳເລັດ ການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບຜົນສຳເລັດການພິຈາ ລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາປີ 2026 ແລະ ທິດທາງແຜນການປີ 2027 ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ.
ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ສະເໜີປັບປຸງກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ.
ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ສສຊເຂດ 11 ບໍລິຄຳໄຊ ມີຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານສອນທະນູທໍາມະວົງສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງທີ 11 ແຂວງບໍລິຄໍາໄຊໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍລັດຖະບານ(ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ X ໃນວັນທີ 16ຕຸລາຜ່ານມາ,ທີ່ສະພາແຫ່ງຊາດໂດຍການເປັນປະທານຂອງທ່ານນາງສູນທອນໄຊຍະຈັກຮອງປະທານສະພາແຫ່ງຊາດ.
ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ຄຳມ່ວນ ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

​ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ເອົາໃຈໃສ່ປະກອບຄຳເຫັນຕໍ່ຮ່າງກົດ ໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນສະບັບສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສສຊ ເຂດ 10 ປະກອບຄໍາເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສະບັບສ້າງໃໝ່ ປະກອບດ້ວຍ VIII ພາກ, 8 ໝວດ ແລະ 66 ມາດຕາ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້ ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ.
ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະເໜີ 4 ຈຸດສຳຄັນ ຕໍ່ຮ່າງກົດໝາຍວ່າດ້ວຍລັດຖະບານ

ທ່ານ ນະຄະເສນ ສີຫາລາດ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 1 ນະຄອນຫຼວງ ວຽງຈັນ (ນວ) ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍ ວ່າດ້ວຍລັດຖະບານ (ສະບັບປັບປຸງ) ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 16 ຕຸລາຜ່ານມາ, ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ.
ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ສະເໜີປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ

ທ່ານ ນາງ ບຸນຄໍາ ວໍລະຈິດ ຜູ້ວ່າການທະນາຄານແຫ່ງສປປລາວ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນໃນການປັບປຸງການສ້າງກົດໝາຍ ວ່າດ້ວຍການປົກປ້ອງເງິນຝາກ ຊຶ່ງເປັນກົດໝາຍສ້າງໃໝ່ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 19 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ.
ເພີ່ມເຕີມ