ສຳເລັດກອງປະຊຸມປະຈໍາປີ ອາຊຽນ-ແພັກ ຄັ້ງທີ 19 ຕີມໍແລັດສະເຕຖືກຮັບຮອງເຂົ້າເປັນສະມາຊິກ

ສຳເລັດກອງປະຊຸມປະຈໍາປີ ອາຊຽນ-ແພັກ ຄັ້ງທີ 19 ຕີມໍແລັດສະເຕຖືກຮັບຮອງເຂົ້າເປັນສະມາຊິກ
ຜົນສໍາເລັດກອງປະຊຸມປະຈຳປີການຈັດຕັ້ງພາຄີຕ້ານການສໍ້ລາດບັງຫຼວງອາຊຽນ ຄັ້ງທີ 19 (ອາຊຽນ-ແພັກ ASEAN-PAC), ກອງປະຊຸມຄັ້ງນີ້ໄດ້ພິຈາລະນາ ແລະ ເຫັນດີເປັນເອກະພາບກັນ ຫຼາຍວຽກງານສຳຄັນ ຊຶ່ງໃນນີ້ ອົງການຕ້ານການສໍ້ລາດບັງຫຼວງຂອງ ອິນໂດເນເຊຍ ເປັນເຈົ້າພາບຈັດກອງປະຊຸມອາຊຽນແພັກຄັ້ງທີ 20 ໃນປີ 2024, ຂະນະທີ່ ຄະນະກຳມະການຕ້ານການສໍ້ລາດບັງຫຼວງຕີມໍແລັດສະເຕເຂົ້າເປັນສະມາຊິກຂອງອາຊຽນ-ແພັກ ແຕ່ການຈັດຕັ້ງປະຕິບັດຕົວຈິງແມ່ນໃຫ້ໄປຕາມຂັ້ນຕອນຂອງອາຊຽນ.
ພາຍຫຼັງທີ່ໄດ້ເປີດກອງປະຊຸມດັ່ງກ່າວໃນວັນທີ 29 ພະຈິກ ຜ່ານມາ ແລະ ດຳເນີນມາເປັນເວລາ 1 ວັນເຄິ່ງ, ໃນວັນທີ 30 ພະຈິກນີ້ ກອງປະຊຸມອາຊຽນ-ແພັກ ຄັ້ງທີ 19 ໄດ້ປິດລົງຢ່າງເປັນທາງການ ທີ່ນະຄອນຫຼວງວຽງຈັນ, ໂດຍມີຄະນະຜູ້ແທນຈາກອົງການຕ້ານການສໍ້ລາດບັງຫຼວງ ຂອງ 10 ປະເທດອາຊຽນ ຫຼືອາຊຽນ-ແພັກ,  ຄະນະຜູ້ແທນຈາກອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະອາຊະຍາກໍາ (UNODC) ແລະ ແຂກພາຍໃນເຂົ້າຮ່ວມ.
ກອງປະຊຸມໄດ້ດໍາເນີນຕາມວາລະ ແລະຕາມຈຸດປະສົງຄາດໝາຍທີ່ກໍານົດໄວ້ ດ້ວຍບັນຍາກາດແຫ່ງຄວາມສາມັກຄີ, ເຂົ້າອົກເຂົ້າໃຈ, ຈິງໃຈໃຫ້ການຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະກັນ,ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບົດບັນທຶກກອງປະຊຸມອາຊຽນ-ແພັກຄັ້ງທີ 18 ຂອງປີ 2022; ຈາກນັ້ນ, ໄດ້ຮັບຟັງການສະເໜີສະພາບການຈັດຕັ້ງປະຕິບັດວຽກງານສະກັດກັ້ນແລະຕ້ານການສໍ້ລາດບັງຫຼວງຂອງປະເທດສະມາຊິກ, ໄດ້ປຶກສາຫາລືເປັນເອກະພາບກັນ ກ່ຽວກັບແຜນການເຄື່ອນໄຫວໄລຍະ 2023-2024; ໄດ້ຮັບຮອງເອົາການນໍາໃຊ້ປຶ້ມຂໍ້ມູນອາຊຽນ-ແພັກຫຼືອີບຸກເລັດ; ໄດ້ແລກປ່ຽນຄວາມຄິດ, ຄວາມເຫັນກ່ຽວກັບການປະຕິບັດຜົນການທົບທວນການຈັດຕັ້ງປະຕິບັດສົນທິສັນຍາສະຫະປະຊາຊາດວ່າດ້ວຍການຕ້ານການສໍ້ລາດບັງຫຼວງແລະ ແຜນການຮ່ວມມືຕໍ່ໜ້າກັບອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະອາຊະຍາກໍາ (UNODC),ອົງການUNODCໄດ້ລາຍງານການເຄື່ອນໄຫວວຽກງານຕ້ານການສໍ້ລາດບັງຫຼວງ; ບັນດາປະເທດສະມາຊິກອາຊຽນ-ແພັກ ສະເໜີບົດຮຽນ ກ່ຽວກັບວຽກງານຕ້ານການສໍ້ລາດບັງຫຼວງ; ປຶກສາຫາລື ກ່ຽວກັບການຮ່ວມມືລະຫວ່າງ ອາຊຽນ-ແພັກ; ອົງການUNODCນໍາສະເໜີ ກ່ຽວກັບການຈັດຕັ້ງປະຕິບັດຜົນການທົບທວນສົນທິສັນຍາ (ພາກທີ III: ການກໍານົດ ເປັນຄວາມຜິດທາງອາຍາ ແລະ ການບັງຄັບປະຕິບັດກົດໝາຍ); ລາຍງານຄວາມຄືບໜ້າ ກ່ຽວກັບການເຂົ້າເປັນສະມາຊິກອາຊຽນ-ແພັກ ຂອງຄະນະກຳມະການຕ້ານການສໍ້ລາດບັງຫຼວງຕີມໍແລັດສະເຕ.
ພ້ອມດຽວກັນນັ້ນ, ກອງປະຊຸມໄດ້ພິຈາລະນາ ແລະ ເຫັນດີເປັນເອກະພາບກັນ ໃຫ້ອົງການຕ້ານການສໍ້ລາດບັງຫຼວງຂອງອິນໂດເນເຊຍ ເປັນເຈົ້າພາບຈັດກອງປະຊຸມອາຊຽນແພັກຄັ້ງທີ 20 ໃນປີ 2024; ນອກນີ້, ຍັງໄດ້ປຶກສາຫາລື ເພີ່ມທະວີການຮ່ວມມືວຽກງານຕ້ານການສໍ້ລາດບັງຫຼວງ; ປຶກສາຫາລື ກ່ຽວກັບການສະເຫຼີມສະຫຼອງການກໍ່ຕັ້ງອາຊຽນ-ແພັກຄົບຮອບ 20 ປີ; ລາຍງານ ກ່ຽວກັບລາຍຊື່ຈຸດປະສານຂອງອາຊຽນ-ແພັກຫຼ້າສຸດ. ນອກນັ້ນ,  ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ໃຫ້ກຽດເປັນສັກຂີພິຍານໃນພິທີເຊັນບົດບັນທຶກການຮ່ວມມືສອງຝ່າຍລະຫວ່າງອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ຂອງສປປລາວກັບອົງການຕ້ານການສໍ້ລາດບັງຫຼວງຂອງອິນໂດເນເຊຍ ແລະ ອົງການກວດກາແຫ່ງລັດ, ອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງຂອງ ສປປ ລາວ ກັບອົງການຕ້ານການສໍ້ລາດບັງຫຼວງ ຂອງສະຫະພາບມຽນມາ. ນອກຈາກນີ້ ກອງປະຊຸມຍັງໄດ້ຕົກລົງເປັນເອກະພາບເພື່ອຮັບຮອງເອົາຄະນະກຳມະການຕ້ານການສໍ້ລາດບັງຫຼວງຕີມໍແລັດສະເຕເຂົ້າເປັນສະມາຊິກຂອງອາຊຽນ-ແພັກ ແຕ່ການຈັດຕັ້ງປະຕິບັດຕົວຈິງແມ່ນໃຫ້ໄປຕາມຂັ້ນຕອນຂອງອາຊຽນ.
ຫຼັງຈາກນັ້ນ, ທ່ານ ຄຳພັນ ພົມມະທັດ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງແຫ່ງ ສປປ ລາວ ກໍໄດ້ກ່າວຕໍ່ກອງປະຊຸມວ່າ: ພວກເຮົາໄດ້ມີການສົນທະນາປຶກສາຫາລື, ແລກປ່ຽນຄໍາຄິດເຫັນ, ບົດຮຽນປະສົບການຊຶ່ງກັນ ແລະກັນ ດ້ວຍບັນຍາກາດອັນສ້າງສັນ ແລະ ອົບອຸ່ນ; ຕະຫຼອດເວລາດໍາເນີນກອງປະຊຸມຄັ້ງນີ້, ຜົນສໍາເລັດຂອງກອງປະຊຸມ ແມ່ນມາຈາກການປະກອບສ່ວນສໍາຄັນຂອງບັນດາຄະນະຜູ້ແທນ ແລະຜູ້ເຂົ້າຮ່ວມທຸກທ່ານ ຊຶ່ງໄດ້ເປັນເຈົ້າການໃນການປະກອບຄໍາເຫັນ, ໃຫ້ຄໍາປຶກສາຫາລືແລກປ່ຽນບົດຮຽນປະສົບການອັນດີ, ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນ, ເປັນຂໍ້ມູນທີ່ດີສໍາລັບການສຶກສາຄົ້ນຄວ້າ ແລະໝູນໃຊ້ເຂົ້າໃນວຽກງານຕົວຈິງ. ໃນໂອກາດ ເພື່ອສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນວັນທີ 9 ທັນວາຄົບ ຮອບ 20 ປີ,  ພວກເຮົາຄອບຄົວອົງການຕ້ານການສໍ້ລາດບັງຫຼວງຂົງເຂດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ-ແພັກ) ຖືເອົາໂອກາດກອງປະຊຸມຄັ້ງນີ້ສະແດງເຖິງການຕັດສິນໃຈເດັດດ່ຽວຮ່ວມແຮງຮ່ວມໃຈກັນສະກັດກັ້ນ ແລະຕ້ານການສໍ້ລາດບັງຫຼວງ ໃນແຕ່ລະປະເທດປະກອບສ່ວນເຂົ້າໃນຜົນສໍາເລັດລວມ ຂອງທົ່ວການຈັດຕັ້ງພາຄີຂອງພວກເຮົາ. 
(ຂ່າວ-ພາບ: ສຸກສະຫວັນ; ຂໍ້ມູນຈາກ: ອົງການກວດກາແຫ່ງລັດ)

ຄໍາເຫັນ

ຂ່າວການຮ່ວມມື

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ລາວ-ອົສຕຣາລີ ເພີ່ມທະວີການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ

ໃນວັນທີ 3 ພະຈິກຜ່ານມາ ທີ່ນະຄອນຫຼວງວຽງຈັນ, ທ່ານນາງ ສີໃສ ລືເດດມູນສອນ ຫົວໜ້າ ຄະນະຈັດຕັ້ງສູນກາງພັກ ໄດ້ຕ້ອນຮັບ ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈໍາ ສປປ ລາວ ເຂົ້າຢ້ຽມຂໍ່ານັບອຳລາ ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ເຖິງການຂະຫຍາຍຕົວຂອງການ ຮ່ວມ ມືລະຫວ່າງອົສຕຣາລີ ແລະ ສປປ ລາວ ໃນໄລຍະສາມປີຜ່ານມາ ແລະ ໄດ້ປຶກສາຫາລືກ່ຽວກັບ ທິດທາງ ບຸລິມະສິດ ເພື່ອເສີມຂະຫຍາຍການຮ່ວມມື ໂດຍສະເພາະດ້ານການພັດທະນາຊັບພະຍາກອນມະນຸດ.
ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ຫາລືກະກຽມສ້າງບົດລາຍງານກ່ຽວກັບການເກີດການແຕ່ງງານ ແລະ ການຕາຍ

ໃນວັນທີ 5 ພະຈິກນີ້, ສູນສະຖິຕິແຫ່ງຊາດ ກະຊວງການເງິນຮ່ວມກັບອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ດຳເນີນກອງປະຊຸມປຶກສາຫາລືກະກຽມສ້າງບົດລາຍງານ ກ່ຽວກັບການເກີດ, ການແຕ່ງງານ ແລະ ການຕາຍຂອງການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ທີ່ໂຮງແຮມຄຣາວພາລາຊາ ນະຄອນຫຼວງວຽງຈັນ.
ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ຍີ່ປຸ່ນ ຊ່ວຍເຫຼືອການກໍ່ສ້າງລະບົບຊົນລະປະທານ ທີ່ແຂວງຫຼວງນໍ້າທາ

ພາຍໃຕ້ໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP), ລັດຖະບານຍີ່ປຸ່ນໄດ້ມອບການຊ່ວຍເຫຼືອ ມູນຄ່າ 40,123 ໂດລາ ເພື່ອຈັດຕັ້ງປະຕິບັດ “ໂຄງການກໍ່ສ້າງຊົນລະປະທານນ້ຳບອນ 2 ບ້ານໃໝ່ ເມືອງວຽງພູຄາ ແຂວງຫຼວງນ້ຳທາ”.
ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ຮອງນາຍົກລັດຖະມົນຕີ ຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ

ວັນທີ 4 ພະຈິກຜ່ານມາ, ທ່ານ ພົນເອກ ຄຳລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະນຳຈາກກະຊວງປ້ອງກັນປະເທດ, ຄະນະນຳແຂວງອັດຕະປື ແລະ ຄະນະນຳເມືອງຊານໄຊ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ບໍລິສັດ ວັງຕັດ ມາຍນິງກຣຸບ ຈຳກັດ ຕັ້ງຢູ່ເມືອງຊານໄຊ ແຂວງອັດຕະປື.​ ໃຫ້ການຕ້ອນຮັບຂອງທ່ານ ບຸ໋ຍແອັງດຶກ ປະທານສະພາບໍລິຫານ ຮອງຜູ້ອຳ ນວຍ​ການໃຫຍ່ ບໍລິສັດ ວັງຕັດມາຍນິງ ກຣຸບ​ ພ້ອມດ້ວຍຄະນະຜູ້ບໍລິຫານ, ພະນັກງານ ແລະ ກອງກຳລັງປ້ອງກັນຄວາມສະຫງົບປະຈຳເຂດໂຄງ​ການ ໃຫ້ການຕ້ອນຮັບ.
ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ປະ​ຊາ​ຊົນ 18 ບ້ານໄດີ​ຮັບ​ຜົນ​ປະ​ໂຫຍດ​ ຈາກໂຄງການອະນຸລັກຊັບພະຍາກອນທໍາມະຊາດ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດກິດຈະກໍາ ຂອງໂຄງການອະນຸລັກຊັບພະຍາກອນທໍາມະຊາດ ແລະຄໍ້າປະກັນການດຳລົງຊີວິດແບບຍືນຍົງ ປະປີ(ເດືອນກັນຍາ 2025-ເດືອນຕຸລາ2026) ໄດ້ຈັດຂຶ້ນໃນວັນທີ 2 ພະຈິກຜ່ານ​ມາ, ທີ່ເມືອງລະມາມ, ໂດຍການເຂົ້າຮ່ວມຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ ຮອງປະທານຄະນະກໍາມະການປົກຄອງແຂວງ, ມີທ່ານ ນາງ ຄາໂອຣຸ ໂມຣິໂມະໂຕະ ຫົວໜ້າອົງການອາສາສະໝັກຍີ່ປຸ່ນ ປະຈໍາລາວ ເຈວີຊີ (JVC), ມີຄະນະກໍາມະການປົກຄອງ 2 ເມືອງຄື: ເມືອງກະລຶມ ແລະເມືອງດາກຈຶງ, ຜູ້ປະສານງານໂຄງການຂັ້ນແຂວງ, ຂັ້ນເມືອງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ປະທານສະພາແຫ່ງຊາດລາວ ພົບປະນາຍົກລັດຖະມົນຕີຫວຽດນາມ

ສະ​ຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກນາຍົກລັດຖະມົນຕີ ແຫ່ງ ສສຫວຽດນາມ ຄະນະໃນ​ວັນ​ທີ 3 ພະ​ຈິກ​ນີ້ ທີ່ ນະ​ຄອນຫຼວງ​ຮ່າ​ໂນ້ຍ.
ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຊຽງຂວາງ-ເຊີນລາເພີ່ມທະວີການຮ່ວມມືສອງ​ຝ່າຍ

ຄະນະນຳແຂວງຊຽງຂວາງ ນຳໂດຍທ່ານພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຊຽງ​ຂວາງ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີນລາສ​ສ ຫວຽດ​ນາມໃນ​ລະ​ຫວ່າງວັນ​ທີ 1-3 ພະ​ຈິກ​ນີ້.
ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທູດອັງກິດຢ້ຽມ​ຢາມ​ແຂວງ​ຄຳ​ມ່ວນ ຫາລືການຊ່ວຍເຫຼືອເກັບກູ້ລະເບີດບໍ່​ທັນແຕກ

ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ນາງ ເຈີໄມມາ ກໍດອນ ດາຟ໌ ເອກອັກຄະລາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະຈຳ ສປປ ລາວ ພ້ອມຄະນະໃນ​ວັນ​ທີ 3 ພະ​ຈິກ​ 2026,ທີ່ ຫ້ອງວ່າ​ການ​ແຂວງ, ໃນໂອກາດເດີນທາງມາຢ້ຽມຢາມ ແລະ ຕິດຕາມວຽກຢູ່ແຂວງຄຳມ່ວນ.
ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ລັດຖະບານຍີ່ປຸ່ນ ຊ່ວຍກໍ່ສ້າງໂຮງຮຽນ ຢູ່ເມືອງນາໝໍ້

ພິທີເຊັນສັນຍາໂຄງການຊ່ວຍເຫຼືອຂັ້ນຮາກຖານ (GGP) ຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ເພື່ອກໍ່ສ້າງໂຮງຮຽນອະນຸບານ ແລະ ປະຖົມ ບ້ານກູລົງ ເມືອງນາໝໍ້ ແຂວງອຸດົມໄຊຈັດຂຶ້ນໃນວັນທີ 3 ພະຈິກຜ່ານມາ, ທີ່ຫ້ອງວ່າການແຂວງອຸດົມໄຊ ເຂົ້າຮ່ວມເປັນສັກຂີພິຍານໂດຍ ທ່ານ ໂຄອິຊູມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະ ການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງອຸດົມໄຊ, ມີທ່ານ ໄກເພັດ ອິນພູວຽງ ກຳມະການພັກແຂວງ ເລຂາພັກເມືອງນາໝໍ້ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 11

ໃນວັນທີ 4ພະຈິກນີ້, ທ່ານ ທອງສະຫວັນ ພົມວິຫານ,ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວໄດ້ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດຂອບການຮ່ວມມືແມ່ນ້ໍາຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 11ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ
ເພີ່ມເຕີມ