ສຳເລັດປະສານສຽງແຕກການຫັດແອບຊ້ອມຮົບຕີພິເສດ ໃຕ້ຝຸ່ນ

ສຳເລັດປະສານສຽງແຕກການຫັດແອບຊ້ອມຮົບຕີພິເສດ ໃຕ້ຝຸ່ນ

ສຳເລັດປະສານສຽງແຕກການຫັດແອບຊ້ອມຮົບຕີພິເສດ ໃຕ້ຝຸ່ນ
ວັນທີ 12 ມິຖຸນາ 2026 ນີ້, ໄດ້ມີການສະແດງປະສານສຽງແຕກການຊ້ອມຮົບຮ່ວມພາຍໃຕ້ລະຫັດ “ລາໂຣສ 2026” ລະຫວ່າງ ກອງທັບປະຊາຊົນລາວ ແລະ ກອງທັບ ແຫ່ງສະຫະພັນຣັດເຊຍ ຂຶ້ນຢ່າງເປັນທາງການ, ໂດຍການເຂົ້າຮ່ວມຮັບຊົມການສະແດງຂອງ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ມີສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ອີວານ ຕາຣາເຢັບ ຜູ້ຊ່ວຍ ຜູ້ບັນຊາການທະຫານ ເຂດຕາເວັນອອກ ກອງທັບແຫ່ງສະຫະພັນຣັດເຊຍ, ມີບັນດາອະດີດການນຳ, ຄະນະຊີ້ນຳການຊ້ອມຮົບຮ່ວມ, ຕະຫຼອດຮອດນາຍ ແລະ ພົນທະຫານ ທີ່ເຂົ້າຮ່ວມການຫັດແອບ.
ສຳເລດປະສານສຽງແຕກການຫດແອບຊອມຮບຕພເສດ ໃຕຝນ - image 1
 

ການຊ້ອມຮົບຮ່ວມ “ລາໂລດສ໌ 2026” ໃນປີນີ້ ແມ່ນເປັນການສືບຕໍ່ຜັນຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ການຮ່ວມມືອັນແໜ້ນແຟ້ນ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຣັດເຊຍ ໃຫ້ກ້າວສູ່ລວງເລິກ, ເປັນການລວບລວມເອົາບັນດາບາດກ້າວ, ຂັ້ນຕອນບົດຮຽນ ສິນລະປະຍຸດ-ຍຸດທະວິທີ ທີ່ບັນດາເຫຼົ່າຮົບໄດ້ຮັບການເຝິກອົບຮົມ-ຫັດແອບຜ່ານມາ, ລວມເຖິງການປະສານສົມທົບຂັ້ນຕອນການສື່ສານ ສົ່ງຄໍາສັ່ງ ໃຫ້ເຫຼົ່າຮົບຕ່າງໆ ໃນການເຂົ້າຮົບກັບກໍາລັງ, ກຸ່ມຄົນຜິດກົດໝາຍ ໃນເຂດພູຜາປ່າດົງ ໂດຍຈໍາລອງສະຖານະການ ແລະ ໃຊ້ກຳລັງເຂົ້າຕີ ດ້ວຍການນຳໃຊ້ວິທະຍາສາດ-ເຕັກໂນໂລຊີການທະຫານ ທີ່ທັນສະໄໝ, ໃຊ້ກຳລັງໂດດຈ້ອງ, ໂຢດພົນຂອງກຳລັງຕີພິເສດ ແລະ ທະຫານຮາບ, ພ້ອມດ້ວຍກຳລັງຕີພິເສດກອງທັບຣັດເຊຍ ເຂົ້າບຸກຕີຍຶດຄືນພື້ນທີ່ດ້ວຍຮູບການຈຳລອງ, ຕະຫຼອດຮອດການເຝິກຊ້ອມຍິງລູກປືນແທ້ ໃນສະຖານະການຈຳລອງ ຕ້ານການກໍ່ການຮ້າຍ ແລະ ການຮັກສາຄວາມສະຫງົບ.

ສະຫາຍ ພັນໂທ ອະນຸສິດ ຊູວົງສະຫວັດ ຮອງຫົວໜ້າພະແນກຍຸດທະວິທີ ກົມອົບຮົມ ກົມໃຫຍ່ເສນາທິການກອງທັບ ໄດ້ໃຫ້ສຳພາດວ່າ: ເຮົາມີຄວາມຮູ້ສຶກເປັນກຽດ ແລະ ພາກພູມໃຈທີ່ສຸດທີ່ໄດ້ເຂົ້າຮ່ວມຈັດຕັ້ງ ຊ້ອມຮົບຮ່ວມ ລາວ-ຣັດເຊຍ ໃນຄັ້ງນີ້, ໂດຍສະເພາະເຂົ້າຮ່ວມກະກຽມທາງດ້ານເນື້ອໃນກັບຝ່າຍຣັດເຊຍ ແລະ ການປະສານງານການບັນຊາຮ່ວມກັບຝ່າຍຣັດເຊຍ ທີ່ມີຄວາມສຳຄັນທີ່ສຸດ, ຊຶ່ງພວກເຮົາສາມາດຖອດຖອນບົດຮຽນນຳຝ່າຍຣັດເຊຍ ໄດ້ຫຼາຍດ້ານໂດຍສະເພາະແມ່ນບົດຮຽນອັນໃໝ່ ທີ່ທັນສະໄໝ ສິ່ງທີ່ຝ່າຍຣັດເຊຍສອນໃຫ້ ຈະນຳໄປໝູນໃຊ້ໃນວຽກງານອົບຮົມ ກໍຄືວຽກງານສູ້ຣົບຂອງກົມກອງເຮົາໃຫ້ດີຂຶ້ນ ທັນສະໄໝ ແລະ ຮັບປະກັນ ໃນໜ້າທີ່ສູ້ຮົບ.

ສຳເລດປະສານສຽງແຕກການຫດແອບຊອມຮບຕພເສດ ໃຕຝນ - image 2
 

ຜົນສຳເລັດຂອງການຊ້ອມຮົບຮ່ວມ “ລາໂຣສ 2026” ບໍ່ພຽງແຕ່ເປັນການຍົກລະດັບຂີດຄວາມສາມາດ, ຄວາມພ້ອມຊ້ອມຮົບ ແລະ ປະສົບການຕົວຈິງໃຫ້ແກ່ກອງທັບປະຊາຊົນລາວ ໃນການປົກປັກຮັກສາປະເທດຊາດ ເທົ່ານັ້ນ, ແຕ່ຍັງເປັນການຢືນຢັນເຖິງ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ການຮ່ວມມື ລະຫວ່າງ ສອງກອງທັບ ລາວ ແລະ ຣັດເຊຍ ໃຫ້ມີຄວາມໝັ້ນຄົງ, ທະນົງແກ່ນ ແລະ ຂະຫຍາຍຕົວຂຶ້ນຢ່າງບໍ່ຢຸດຢັ້ງ, ສາມາດເຮັດສຳເລັດໜ້າທີ່ການເມືອງຂອງສອງຝ່າຍ ທີ່ໄດ້ຮັບຜົນສໍາເລັດຕາມເປົ້າໝາຍທີ່ສອງຊາດ, ສອງກອງທັບ ໄດ້ວາງໄວ້.ຂ່າວ: ພຸດທະພອນ ລັດດານາວ

ຄໍາເຫັນ

ຂ່າວວັດທະນະທຳ-ສັງຄົມ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ຄໍາມ່ວນ ປະກາດການຈັດຕັ້ງພະນັກງານນໍາພາ-ຄຸ້ມຄອງ

ພິທີປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂອງແຂວງຄໍາມ່ວນໄດ້ຈັດຂຶ້ນໃນວັນທີ6 ພະຈິກ ຜ່ານມາ, ທີ່ຫໍປະຊຸມໃຫຍ່ຫຼັກ4, ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມໃຈ ພານີຈັນ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງແນວຄິດ, ວຽກພັກ-ພະນັກງານ, ມີຫົວໜ້າ, ຮອງຫົວໜ້າພະແນກກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງແລະ ຂະແໜງການຂັ້ນເມືອງເຂົ້າຮ່ວມ.
ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເຈ້ຍຈ່ຽງນານຈະຢຶດໝັ້ນແນວຄິດເຕັກໂນໂລຊີ ແລະ ສີຂຽວ

ເນື່ອງໃນໂອກາດສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນ ໄດ້ເຂົ້າຮ່ວມງານສັບປະດາຮ່ວມມືສື່ມວນຊົນອາຊຽນປະຈຳປີ 2026 ທີ່ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ ຈັດຂຶ້ນໃນລະຫວ່າງວັນທີ 5-11 ພະຈິກ 2026, ຄະນະສື່ມວນຊົນລາວ ແລະ ສື່ມວນຊົນອາຊຽນໄດ້ເຄື່ອນໄຫວຢ້ຽມຢາມກຸ່ມບໍລິສັດອຸດສາຫະກຳເຈ້ຍຈຽ່ງນານຈຳກັດ ສປ ຈີນ.
ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ເຜີຍແຜ່ນິຕິກຳ ກ່ຽວກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າຢູ່ ຕາ​ແສງ​ຫົວ​ແຊ

ໂຄງການສ້າງຄວາມເຂັ້ມແຂງໃນການເສີມຂະຫຍາຍການປັບຕົວຕໍ່ໄຟປ່າການປັບປຸງຊິວິດການເປັນຢູ່ຂອງຊຸມຊົນທ້ອງຖີ່ນແລະການເຊື່ອມໂຍງຕະຫຼາດ(AFOCO) ໄດ້ຈັດກອງປະຊຸມໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກຳຕ່າງໆ ທີ່ກ່ຽວຂ້ອງກັບວຽກງານປ່າໄມ້ ແລະ ການປ້ອງກັນໄຟໄໝ້ລາມປ່າໃຫ້​ບ້ານ​ເປົ້າ​ໝາຍຢູ່​ເມືອງ​ບາ​ຈຽງ​ຈະ​ເລີນ​ສຸກແຂວງ​ຈຳ​ປາ​ສັກ, ໃນ​ວັນ​ທີ 5 ພະ​ຈິກ​ຜ່ານ​ມາທີ່ ບ້ານ​ຫົວ​ແຊຕາ​ແສງ​ຫົວ​ແຊ, ໂດຍການເປັນປະທານຂອງທ່ານ ສຸກສະຫວັນ ສີພັນວົງ ກຳມະການພັກເມືອງ ປະທານຄະນະກຳມະການປົກຄອງຕາແສງຫົວແຊ, ມີທ່ານ ບຸນທະວີ ອິນທິລາດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ,ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ປະຈໍາເດືອນຕຸລາ 2026

ຄະນະປະຈໍາສະພາປະຊາຊົນແຂວງຈໍາປາສັກ ໄດ້ເປີດກອງປະຊຸມປະຈໍາເດືອນຕຸລາ 2026, ໃນ​ວັນ​ທີ 4 ພະ​ຈິກຜ່ານ​ມາທີ່ ສະພາປະຊາຊົນແຂວງຈໍາປາສັກ, ພາຍໃຕ້ການເປັນປະທານຂອງ ທ່ານ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກເລຂາຄະນະບໍລິຫານງານພັກແຂວງປະທານສະພາປະຊາຊົນແຂວງຈໍາປາສັກ, ມີບັນດາຮອງປະທານສະພາປະຊາຊົນແຂວງຈໍາປາສັກ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

ຊຽງຂວາງມອບເຄື່ອງຊ່ວຍເຫຼືອໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກລບຕ

​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານນາງ ຈັນທະສອນ ພູນສຸກ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງຊຽວ​ຂວາງ ພ້ອມດ້ວຍຄະນະໄດ້ລົງມອບເຄື່ອງ​ຊ່ວຍ​ເຫຼືອຈຳນວນໜຶ່ງໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດບໍ່ທັນແຕກ ທີ່ຕົກຄ້າງມາແຕ່ປາງສົງຄາມຢູ່ແຂວງ​ຊຽງ​ຂວາງເຊິ່ງ​ການມອບ​ເຄື່ອງ​ຊ່ວຍ​ເຫຼືອ​ຄັ້ງ​ນີ້​ມີ4ເມືອງ.
ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຕາແສງກະດັນ ສະຫຼຸບຜົນການນຳພາ-ຊີ້ນຳ 9 ເດືອນແລະວາງແຜນ3 ເດືອນທ້າຍປີ 2026

ຄະນະພັກຕາແສງກະດັນ ເມືອງມຸນລະປາໂມກ ແຂວງ​ຈຳ​ປາ​ສັກໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກຕາແສງ ເພື່ອສະຫຼຸບຕີລາຄາຜົນການນຳພາ-ຊີ້ນຳໃນໄລຍະ 9 ເດືອນຜ່ານມາ ແລະ ກຳນົດທິດທາງແຜນການເຄື່ອນໄຫວໃນ 3 ເດືອນທ້າຍປີ 2026, ໃນ​ວັນ​ທີ 4 ພະ​ຈິກ​ຜ່ານ​ມາທີ່ຕາແສງກະດັນ, ໂດຍການ​ເປັນ​ປະ​ທານ​ຂອງ ສະຫາຍ ຈັນສະຫວ່າງ ບຸດຕະວົງ ຄະນະປະຈຳພັກເມືອງ ຜູ້ຊີ້ນຳວຽກຮອບດ້ານຕາແສງກະດັນ, ມີສະຫາຍ ສຸລິສັກ ພະສະຫວັດ ກຳມະການພັກເມືອງ ເລຂາຄະນະພັກຮາກຖານຕາແສງ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງເຂົ້າຮ່ວມ.
ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສຳເລັດການຍົກລະດັບສີມືແຮງງານ ສາຂາປຸງແຕ່ງອາຫານ

ສູນພັດທະນາສີມືແຮງງານແຂວງອັດຕະປື ໄດ້ຈັດພິທີປິດຊຸດຝຶກອົບຮົມ ຍົກລະດັບສີມືແຮງງານສາຂາປຸງແຕ່ງອາຫານ ໃນຫົວຂໍ້ການເຮັດເຂົ້າໜົມຊັ້ນ ແລະ ເຂົ້າໜົມເຄັກກ້ວຍ ໃຫ້ແຮງງານເມືອງສະໜາມໄຊ ຈຳນວນ 30 ຄົນ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ເມືອງ ໂດຍມີທ່ານ ສຸກສະເໝີ ແສນກັນຍາ ຮອງຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ມີທ່ານ ນາງ ສຸກອຳພອນ ໂພສະລາດ ຫົວໜ້າສູນພັດທະນາສີມືແຮງງານແຂວງ, ມີຄູຝຶກ, ວິຊາການ ແລະ ນັກສຳມະນາກອນ ເຂົ້າຮ່ວມ.
ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ຍທຂ ບໍລິຄຳໄຊ ປະກາດພະນັກງານ ພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງໃໝ່

ພິທີປະກາດພະນັກງານພັກການ-ຮັບອຸດໜູນບຳນານ ແລະ ປະກາດແຕ່ງຕັ້ງພະນັກງານນຳພາ-ຄຸ້ມຄອງ ຂັ້ນຂະແໜງ ທີ່ຂຶ້ນກັບພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງ ຈັດຂຶ້ນໃນວັນທີ 6 ພະຈິກນີ້, ທີ່ພະແນກດັ່ງກ່າວ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຂໍ້ຕົກລົງຂອງທ່ານ ເລື່ອນວິໄລ ຈັນທະລາພັນ ຮອງເລຂາຄະນະບໍລິ ຫານງານພັກແຂວງບໍລິຄຳໄຊ, ມີຄະນະພັກ, ຄະນະພະແນກ, ຫົວໜ້າຫ້ອງການ ຍທຂ 7 ເມືອງ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ ແລະ ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວ ຊຸດເກົ່າ-ຊຸດໃໝ່

ພິທີມອບ-ຮັບໜ້າທີ່ລະຫວ່າງຄະນະບໍລິຫານງານສະມາຄົມມິດຕະພາບລາວກັບຕ່າງ​ປະ​ເທດ, ຄະ​ນະ​ສັນ​ຕິ​ພາບ ແລະ ສາ​ມັກ​ຄີ​ຂອງ​ລາວຊຸດເກົ່າ ແລະ ຊຸດໃໝ່ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພະ​ຈິກ​ນີ້ ທີ່ ຫ້ອງວ່າ​ການ​ສູນ​ກາງ​ພັກ, ໂດຍການເປັນປະທານຂອງ ສະ​ຫາຍພົນເອກ ວິໄລ ຫຼ້າຄຳຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ.
ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ປີ 2026 ປກສ ຫຼວງພະບາງ ສາມາດຍຶດຂອງກາງຢາເສບຕິດໄດ້ຫຼາຍປະເພດ

ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼຸບການ ຈັດຕັ້ງປະຕິບັດແຜນງານແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ປະຈຳປີ 2026 ແລະ ວາງທິດທາງແຜນການປີ 2027 ໃນວັນທີ 5 ພະຈິກຜ່ານມາ, ທີ່ ປກສ ດັ່ງກ່າວ ໂດຍການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ, ມີການນຳເມືອງ, ນະຄອນ-ຫຼວງພະບາງ, ແຂກຮັບເຊີນກ່ຽວຂ້ອງ ເຂົ້າຮ່ວມ.
ເພີ່ມເຕີມ