ສຳເລັດຊຸດອົບຮົມດົນຕີພື້ນເມືອງລາວ ໃຫ້ເດັກນ້ອຍສູນວັດທະນະທຳເດັກແຂວງອັດຕະປື

ສຳເລັດຊຸດອົບຮົມດົນຕີພື້ນເມືອງລາວ ໃຫ້ເດັກນ້ອຍສູນວັດທະນະທຳເດັກແຂວງອັດຕະປື

ສຳເລັດຊຸດອົບຮົມດົນຕີພື້ນເມືອງລາວ ໃຫ້ເດັກນ້ອຍສູນວັດທະນະທຳເດັກແຂວງອັດຕະປື
ຊຸດຝຶກອົບຮົມການຮຽນ-ການສອນດົນຕີພື້ນເມືອງລາວ ໃຫ້ເດັກນ້ອຍສູນວັດທະນະທຳເດັກແຂວງອັດຕະປື​ ຄັ້ງທີ III ໄດ້ສຳເລັດໃນວັນທີ 17 ກໍລະກົດຜ່ານມາ. ພາຍຫຼັງດໍາເນີນມາແຕ່ວັນທີ​ 6​ ກໍລະກົດ 2026 ທີ່ຫໍປະຊຸມໃຫຍ່ແຂວງ ໂດຍການຮ່ວມມືລະຫວ່າງ ໂຄງການມູນນິທິມໍຣະດົກລາວ ແລະ ພະແນກວັດທະ​ນະທຳ ແລະ ການທ່ອງທ່ຽວ (ວທ) ແຂວງອັດຕະປື, ໂດຍມີທ່ານ ອ໋ອງຄໍາ ຄູນສະໄໜ ຮອງຫົວໜ້າພະແນກ ວທ ແຂວງ ພ້ອມດ້ວຍຄູ-ອາຈານ​, ຜູ້ປົກຄອງ​ ແລະ​ ນ້ອງນ້ອຍສູນວັດທະນະທຳເດັກເຂົ້າຮ່ວມ.
ສຳເລດຊດອບຮມດນຕພນເມອງລາວ ໃຫເດກນອຍສນວດທະນະທຳເດກແຂວງອດຕະປ - image 1
 

ທ່ານ ສົມຫຼ້າ ຈີນດາຮອດ ຮອງຫົວໜ້າຂະແໜງວັດທະນະທໍາ ພະແນກ ວທ ແຂວງອັດຕະປື ກ່າວວ່າ: ຊຸດອົບຮົມຄັ້ງນີ້, ໄດ້ຈັດຂຶ້ນເປັນເວລາ 12 ວັນ, ມີເດັກນ້ອຍນັກຮຽນເຂົ້າຮ່ວມ 20 ຄົນ ຍິງ 17 ຄົນ, ມີຊ່ຽວຊານຕ່າງປະເທດປະຈຳໂຄງການ 1 ຄົນ ເປັນອໍານວຍການໂຄງການຈາກມູນນິທິມໍຣະດົກລາວ, ໃນໄລຍະຈັດຕັ້ງປະຕິບັດກິດຈະກຳດັ່ງກ່າວຈະມີພະນັກງານລາວ 3 ທ່ານມາສອນດົນຕີ. ໃນນີ້, 2 ທ່ານມາຈາກວິທະ ຍາໄລສິລະປະສຶກສາ ກະຊວງສຶກສາທິການ ແລະ ກິລາ, 1 ທ່ານມາຈາກວິທະຍາໄລສິລະປະແຫ່ງຊາດ ກະຊວງ ວທ. ສໍາລັບກິດຈະກຳການສອນປະກອບມີ: ລຳໂສມ, ເພງ A, B, C, ຟ້ອນຜ້າແພ, ລຳສາລະວັນ, ຟ້ອນເຕັ້ນແຊ, ເພງແດນແຫ່ງອິດສະຫຼະ, ຟ້ອນລາວແສງທຽນ, ເພງອັດຕະປືແດນງາມ, ເພງຫວຽດນາມໂຮ່ຈີມິງ.

ສຳເລດຊດອບຮມດນຕພນເມອງລາວ ໃຫເດກນອຍສນວດທະນະທຳເດກແຂວງອດຕະປ - image 2
 

ໂອກາດນີ້, ທ່ານ ອ໋ອງຄໍາ ຄູນສະໄໜ ໄດ້ກ່າວວ່າ: ຊຸດອົບຮົມຄັ້ງນີ້, ເປັນເຫດການສໍາຄັນຂອງແຂວງອັດຕະປື ບົ່ງບອກເຖິງຜົນສໍາເລັດໃນການນໍາພາ-ຊີ້ນໍາຂອງພັກ-ລັດ ທີ່ໄດ້ເອົາໃຈໃສ່ໃນການພັດທະນາວຽກງານສິລະປະ-ວັນນະຄະດີ, ຜົນສໍາເລັດໃນການຮຽນ-ການສອນດົນຕີພື້ນເມືອງລາວ ແມ່ນຄວາມມຸ່ງມາດປາດຖະໜາຂອງປະຊາຊົນບັນດາເຜົ່າໃນ 11 ຊົນເຜົ່າຂອງແຂວງ ທີ່ກາຍເປັນສູນລວມຈິດໃຈໃນການສ້າງຄວາມສາມັກຄີໃຫ້ເປັນຈິດໜຶ່ງໃຈດຽວກັນ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການສະ ແດງສິລະປະວັດທະນະທໍາຄັ້ງນີ້, ເພື່ອສະແດງທົບທວນການສອນດົນຕີລາວເດີມ ຟ້ອນນາດຕະສິນ ແລະ ການຮ້ອງເພງເພື່ອຟື້ນຟູ ແລະ ຮັກສາວັດທະນະທໍາລາວໃຫ້ລູກຫຼານໄດ້ຮໍ່າຮຽນ ແລະ ຮັກສາວັດທະນະທຳອັນດີ ງາມຂອງລາວໄວ້ໃຫ້ຄົນຮຸ່ນໃໝ່ໄດ້ຮູ້ຈັກ ແລະ ເປັນເຈົ້າການຮ່ວມກັນຮັກສາ ເສີມຂະຫຍາຍວັດທະນະທໍາລາວ. ນອກຈາກນັ້ນ, ຍັງເປັນການອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ ແລະ ເປັນການໂຄສະນາເຜີຍແຜ່ ແລະ ສົ່ງເສີມວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນ ດາເຜົ່າແຂວງອັດຕະປືໃຫ້ຜູ້ປົກຄອງເດັກ ໄດ້ສົ່ງເສີມລູກຫຼານເຂົ້າຮຽນດົນຕີພື້ນເມືອງລາວ ເພື່ອຮັບໃຊ້ງານສັງຄົມໃນຕໍ່ໜ້າໃຫ້ຫຼາຍຂຶ້ນ. ຂ່າວ: ວັດທະນາ

ຄໍາເຫັນ

ຂ່າວສືກສາ-ກິລາ

ຊາວໜຸ່ມ ລາວ - ມຽນມາ ເຕະບານມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີສອງຊາດ

ຊາວໜຸ່ມ ລາວ - ມຽນມາ ເຕະບານມິດຕະພາບ ເພື່ອຮັດແໜ້ນຄວາມສາມັກຄີສອງຊາດ

‎ ວັນທີ 11 ກັນຍາ 2026 ນີ້ , ໄດ້ມີການແຂ່ງຂັນກິລາເຕະບານມິດຕະພາບ ລະຫວ່າງ ຊາວໜຸ່ມ ລາວ ແລະ ຊາວໜຸ່ມ ມຽນມາ ທີ່ເດີ່ນກິລາແຂວງທ່າຂີ້ເຫຼັກ, ສາທາລະນະລັດ ສະຫະພາບ ມຽນມາ, ເພື່ອສ້າງຂະບວນການຟົດຟື້ນ ແລະ ຮັດແໜ້ນສາຍພົວພັນໄມຕີຈິດມິດຕະພາບອັນດີງາມຖານບ້ານໃກ້ເຮືອນຄຽງ.
ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI

ຄຳມ່ວນ ເປີດຊຸດຮຽນ ທິດສະດີການເມືອງ ຂັ້ນກາງຮຸ່ນທີ VI

ແຂວງ​ຄຳ​ມ່ວນໄດ້​ຈັດພິທີ ເປີດຊຸດຮຽນທິດສະດີການເມືອງ ຂັ້ນກາງ ຮຸ່ນທີ VI ໃນວັນທີ 11 ກັນຍາຜ່ານ​ມາທີ່ໂຮງຮຽນການເມືອງ ແລະການປົກຄອງແຂວງຄຳມ່ວນ ໂດຍການເປັນປະທານຂອງ ສະ​ຫາຍ ອານຸພາບ ຕຸນາລົມ ຄະ​ນະເລຂາທິການສູນກາງພັກເລຂາຄະນະບໍລິຫານງານພັກຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີທ່ານ ສົມໃຈ ພານິຈັນ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.
ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການຮຽນຮູ້ຂັ້ນພື້ນຖານຢູ່ 4 ເມືອງ

ແຂວງວຽງຈັນ ເລີ່ມຈັດຕັ້ງໂຄງການຮຽນຮູ້ຂັ້ນພື້ນຖານຢູ່ 4 ເມືອງ

ແຂວງວຽງຈັນ ໄດ້ເລີ່ມຈັດຕັ້ງປະຕິບັດໂຄງການ ໂຮງຮຽນທັນສະໄໝສໍາລັບເລີ່ມຕົ້ນການຮຽນຮູ້ຂັ້ນພື້ນຖານ(Start Smart Schools for Foundational Learning) ຢູ່ 8 ໂຮງຮຽນ ໃນ 4 ເມືອງ ຂອງແຂວງ ເພື່ອປັບປຸງຜົນການຮຽນຮູ້ພື້ນຖານຂອງນັກຮຽນ ຜ່ານການໃຊ້ອຸປະກອນດິຈິຕອນ ສໍາລັບນັກຮຽນຊັ້ນປະຖົມ ປີທີ 1-3.
ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນມອບເຄື່ອງໃຫ້ໂຮງຮຽນປະຖົມສົມບູນພູຫົວຊ້າງ

ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນມອບເຄື່ອງໃຫ້ໂຮງຮຽນປະຖົມສົມບູນພູຫົວຊ້າງ

ພິທີມອບ-ຮັບເຄື່ອງຊ່ວຍເຫຼືອຈາກຂະບວນການຊ່ວຍເຫຼືອສັງຄົມພາຍໃຕ້ຫົວຂໍ້ສິນໄຊອາສາຮ່ວມໃຈພັດທະນາແຂວງໄຊສົມບູນ ຄັ້ງທີ 1 ປະຈຳປີ 2026 ໃຫ້ໂຮງຮຽນປະຖົມສົມບູນບ້ານພູຫົວຊ້າງ ເມືອງອະນຸວົງ ແຂວງໄຊສົມບູນ ຈັດຂຶ້ນໃນວັນທີ 10 ກັນຍາ 2026
ທ່ານ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ການຮຽນ-ການສອນ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ

ທ່ານ ທອງສະລິດ ມັງໜໍ່ເມກ ລົງເຄື່ອນໄຫວຊຸກຍູ້ການຮຽນ-ການສອນ ໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ

ໃນວັນທີ 10 ກັນຍາ 2026, ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ,(ສສກ)ທ່ານ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງສະຫວັນນະເຂດ, ທ່ານ ທອງໃສ ໄຊຍະວົງຄຳດີ ຮອງປະທານຄະນະກຳມະການປົກຄອງແຂວງສະຫວັນນະເຂດ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ແລະ ທ່ານ ອະນຸສອນ ສຸດທິວົງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງສະຫວັນນະເຂດ ພ້ອມດ້ວຍຄະນະນຳຂັ້ນສູນກາງ, ຂັ້ນແຂວງ ແລະ ຄະນະພະແນກ ໄດ້ລົງຊຸກຍູ້ວຽກງານການຮຽນ-ການສອນ ແລະ ມອບເຄື່ອງໃຫ້ນັກຮຽນໂຮງຮຽນສາມັນກິນນອນຊົນເຜົ່າແຂວງສະຫວັນນະເຂດ ເນື່ອງໃນໂອກາດເປີດສົກຮຽນໃໝ່ 2026-2027,
ຮອງລັດຖະມົນຕີ ສສກ ໂອ້ລົມ ຄະນະນັກກິລາທີມຊາດລາວ ເອົາໃຈໃສ່ຄວາມສາມັກຄີມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ

ຮອງລັດຖະມົນຕີ ສສກ ໂອ້ລົມ ຄະນະນັກກິລາທີມຊາດລາວ ເອົາໃຈໃສ່ຄວາມສາມັກຄີມີວິໄນ ຍາດເອົາໄຊຊະນະມາສູ່ປະເທດຊາດ

ກະຊວງສຶກສາທິການ ແລະ ກິລາ ຫຼື ສສກ ໄດ້ກະກຽມຄວາມພ້ອມຢ່າງຮອບດ້ານ ເພື່ອສົ່ງຄະນະນຳ, ຄູຝຶກ ແລະ ທີມນັກກິລາ ເຂົ້າຮ່ວມສ້າງຜົນງານໃນການແຂ່ງຂັນກິລາ 2 ງານໃຫຍ່ລະດັບທະວີບອາຊີ ກໍຄື ງານມະຫະກຳກິລາເອຊຽນເກມ (Asian Games) ຄັ້ງທີ 20 ທີ່ເມືອງ ໄອຈິ-ນາໂກຢາ ແລະ ນະຄອນຫຼວງໂຕກຽວ ລະຫວ່າງວັນທີ 19 ກັນຍາ ເຖິງ 4 ຕຸລາ 2026 ພ້ອມຈະສູ້ຊົນໃຫ້ໄດ້ 1 ຫຼຽນເງິນ ແລະ 2 ຫຼຽນທອງ ແລະ ເຂົ້າຮ່ວມງານມະຫະກຳກິລາເອຊຽນພາຣາເກມ (Asian Para Games) ຄັ້ງທີ 5 ລະຫວ່າງວັນທີ 10–25 ຕຸລາ 2026 ທີ່ປະເທດຍີ່ປຸ່ນ.
ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງຄໍາມ່ວນ ຍົກຄຸນນະພາບຄູ ແກ້ໄຂປະລະການຮຽນ

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງຄໍາມ່ວນ ຍົກຄຸນນະພາບຄູ ແກ້ໄຂປະລະການຮຽນ

ວັນທີ 11 ກັນຍາ 2026 ທີ່ສະໂມສອນແຂວງຄໍາມ່ວນ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ(ສສກ) ໄດ້ພົບປະໂອ້ລົມ ຄະນະພັກ-ຄະນະນໍາ, ພະນັກງານ ແລະ ຄູອາຈານ ຂະແໜງການສຶກສາທິການ ແລະ ກິລາແຂວງ. ໂດຍມີ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ພ້ອມດ້ວຍ ຄູ ອາຈານ ເຂົ້າຮ່ວມ.
ຫາລືກຽມຄວາມພ້ອມສ້າງຕັ້ງ ມະຫາວິທະຍາໄລສ້າງຄູແຫ່ງຊາດ ສົກຮຽນ 2026-2027

ຫາລືກຽມຄວາມພ້ອມສ້າງຕັ້ງ ມະຫາວິທະຍາໄລສ້າງຄູແຫ່ງຊາດ ສົກຮຽນ 2026-2027

ກອງປະຊຸມຄະນະກຳມະການວິຊາການ ເພື່ອກະກຽມຄວາມພ້ອມດ້ານຫຼັກສູດ, ບຸກຄະລາກອນຄູສອນ ແລະ ແຜນຮັບນັກສຶກສາ ສົກຮຽນ 2026-2027 ຂອງມະຫາວິທະຍາໄລສ້າງຄູແຫ່ງຊາດ ຈັດຂຶ້ນໃນວັນທີ 10 ກັນຍາຜ່ານມາ ທີ່ວິທະຍາໄລດົງຄຳຊ້າງ ນະຄອນຫຼວງວຽງຈັນ, ພາຍໃຕ້ການເປັນປະທານຂອງທ່ານ ໄກສອນ ເພັງໂສພາ ຫົວໜ້າກົມການສຶກສາຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ພ້ອມດ້ວຍບັນດາຄະນະກຳມະການວິຊາການກ່ຽວຂ້ອງເຂົ້າຮ່ວມ
ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ

ເມືອງເຊບັ້ງໄຟ ເນັ້ນສືບຕໍ່ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ຂອງຂະແໜງການສຶກສາ

ໃນໂອກາດໄຂສົກຮຽນໃໝ່ ປະຈຳສົກຮຽນ 2026-2027 ຂອງເມືອງເຊບັ້ງໄຟ ແຂວງຄໍາມ່ວນ, ທ່ານ ວິໄຊ ມະຫາໂຄດ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ ໄດ້ລາຍງານຕໍ່ສື່ມວນຊົນຂອງແຂວງວ່າ: ກ່ຽວກັບການກະກຽມເປີດສົກຮຽນ 2026-2027 ຂອງເມືອງເຊບັ້ງໄຟ
ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ການນຳ ສສກ ໂອ້ລົມທັບນັກກິລາລາວ ກ່ອນເຂົ້າຮ່ວມງານກິລາເອຊຽນເກມ ຄັ້ງທີ 20 ທີ່ປະເທດຍີ່ປຸ່ນ

ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ຈັດກອງປະຊຸມປະຖົມນິເທດເຜີຍແຜ່ຂໍ້ມູນການເດີນທາງໃຫ້ປະທານສະຫະພັນກິລາແຫ່ງຊາດລາວ, ຄະນະນຳ, ຄູຝຶກ ແລະ ນັກກິລາທີມຊາດລາວ ເພື່ອກະກຽມຄວາມພ້ອມເຂົ້າຮ່ວມງານມະຫາກຳກິລາທົ່ວທະວີບອາຊີ ຫຼື “ເອຊຽນເກມ ຄັ້ງທີ 20” ທີ່ປະເທດຍີ່ປຸ່ນຮັບກຽດເປັນເຈົ້າພາບ ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 19 ກັນຍາ ຫາ ວັນທີ 4 ຕຸລາ 2026 ນີ້.
ເພີ່ມເຕີມ