ໃນການປະມວນຜົນຂໍ້ຄວາມຂະໜາດຍາວ.
ການສຶກສາດັ່ງກ່າວໄດ້ຖືກພິມເຜີຍແຜ່ໃນວາລະສານNature Communications ພົບວ່າ: ໃນຂະນະທີ່ແບບຈຳລອງປັນຍາປະດິດ(AI)ວິເຄາະທຸກຄໍາໃນຂໍ້ຄວາມພ້ອມກັນ ສະໝອງຂອງມະນຸດກັບສ້າງ"ການສະຫຼຸບຂໍ້ມູນ”ຢ່າງຄ່ອງແຄ້ວໃນຂະນະທີ່ອ່ານ ຊຶ່ງຊ່ວຍໃຫ້ສາມາດຄາດຄະເນແລະຕີຄວາມໝາຍຂອງຂໍ້ມູນທີ່ກຳລັງຈະມາເຖິງແລະ ເຮັດໜ້າທີ່ເປັນ "ຄັງຄວາມຮູ້" ທີ່ຊ່ວຍຈັດການຂໍ້ມູນຈໍານວນຫຼາຍຢ່າງມີປະສິດທິພາບ.
ການທົດລອງດັ່ງກ່າວໄດ້ປຽບທຽບການສະແກນສະໝອງຂອງຜູ້ເຂົ້າຮ່ວມໃນຂະນະທີ່ຟັງເລື່ອງລາວກັບການຄາດຄະເນຂອງ AI ຊຶ່ງສະແດງໃຫ້ເຫັນວ່າແບບຈຳລອງ AI ໃນປັດຈຸບັນຍັງມີບັນຫາໃນການປະມວນຜົນຂໍ້ຄວາມຂະໜາດຍາວ.
ເພື່ອແກ້ໄຂຈຸດອ່ອນຂອງ AI ໃນດ້ານນີ້ ນັກຄົ້ນຄວ້າໄດ້ພັດທະນາປັນຍາປະດິດຮູບແບບໃໝ່ທີ່ຮຽນແບບຂະບວນການສະຫຼຸບຂອງສະໝອງ ຊຶ່ງຊ່ວຍເພີ່ມຄວາມສາມາດຂອງ AI ໃນການຄາດຄະເນກິດຈະກໍາຂອງສະໝອງໃນລະຫວ່າງການປະມວນຜົນພາສາໄດ້ຢ່າງຫຼວງຫຼາຍ.
ຜົນຂອງການສຶກສານີ້ຊ່ວຍເສີມຂະຫຍາຍຄວາມເຂົ້າໃຈກ່ຽວກັບຂະບວນການຮັບຮູ້ຂອງມະນຸດ ແລະສາມາດປູທາງໃຫ້ແກ່ການພັດທະນາ AI ຂັ້ນສູງ ທີ່ໄດ້ຮັບແຮງບັນດານໃຈຈາກການເຮັດວຽກຂອງສະໝອງສໍາລັບການແປພາສາແລະການສ້າງຂໍ້ຄວາມອັດຕະໂນມັດ ໃນອະນາຄົດ.
ຄໍາເຫັນ