![]() |
ທ່ານ ບຸນມີ ຫຼ່ຽມໄຊຍະຈັກ ຮອງປະທານສະຫະພັນບານເຕະ ນວ ທັງເປັນຫົວໜ້າຄະນະຈັດການແຂ່ງຂັນ ໄດ້ໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້, ຖືເປັນຜົນງານຄັ້ງທໍາອິດຂອງຄະນະບໍລິຫານງານສະຫະພັນຊຸດໃໝ່ ໃນການຈັດການແຂ່ງຂັນບານເຕະລະດັບລາວລີກ 2 ຫຼັງຈາກທີ່ບໍ່ໄດ້ຈັດມາເກືອບ 4 ປີ ຊຶ່ງໄດ້ຮັບການຊີ້ນໍາ-ແນະນໍາຢ່າງໃກ້ຊິດຈາກຄະນະບໍລິຫານງານສະຫະພັນບານເຕະ ນວ ພ້ອມທັງໄດ້ຮັບການຊ່ວຍເຫຼືອດ້ານເອກະສານ ແລະ ວິທີການດໍາເນີນງານທີ່ຖືກຕ້ອງຕາມລະບຽບຂອງສະຫະພັນບານເຕະແຫ່ງຊາດ.
ການແຂ່ງຂັນດັ່ງກ່າວ, ເລີ່ມແຕ່ວັນທີ 13 ມິຖຸນາເປັນຕົ້ນມາ ໂດຍມີ 6 ສະໂມສອນເຂົ້າຮ່ວມ ມີການແຂ່ງຂັນທັງໝົດ 30 ນັດ. ຜ່ານການແຂ່ງຂັນ ຜົນປະກົດວ່າ: ທີ 1 ແມ່ນສະໂມສອນ ເຄເອັມທີ ເອັຟຊີ ຮັບຂັນ 1 ໜ່ວຍ ພ້ອມຫຼຽນຊະນະເລີດ ແລະ ເງິນລາງວັນ 30 ລ້ານກີບ ພ້ອມທັງໄດ້ຮັບສິດເລື່ອນຂຶ້ນໄປຫຼິ້ນລາວລີກ 1 ທີ 2 ສະໂມສອນ ເອັຟຊີ ຈັນທະບູລີ ໄດ້ຮັບເງິນລາງວັນ 15 ລ້ານກີບ ແລະ ທີ 3 ສະໂມສອນ ເອັສອີຊີ ຢູໄນເຕັດ ໄດ້ຮັບເງິນລາງວັນ 5 ລ້ານກີບ.
![]() |
ນອກຈາກນີ້, ຍັງມີລາງວັນຄູຝຶກດີເດັ່ນ ແມ່ນທ່ານ ອ່ອນສີ ວັນນະເກດ ຈາກສະໂມສອນ ເຄເອັມທີ ເອັຟຊີ; ຜູ້ຮັກສາປະຕູ (ນັກຮັບ) ດີເດັ່ນ ແມ່ນທ້າວ ຈັນທະວີໄຊ ທຽບອານົງ ຈາກສະໂມສອນ ເອັຟຊີ ຈັນທະບູລີ ແລະ ນັກເຕະດີເດັ່ນ ແມ່ນທ້າວ ມິນສະດາ ເວດສະວົງ ຈາກສະໂມສອນ ເຄເອັມທີ ເອັຟຊີ ແລະ ກໍາມະການດີເດັ່ນອີກ 5 ທ່ານ.
ແຫຼ່ງຂ່າວ: ວຽງຈັນໃໝ່


ຄໍາເຫັນ