ໃນລະຫວ່າງກອງປະຊຸມທາງໂທລະສັບເພື່ອລາຍງານລາຍໄດ້ຂອງຕົນ, Samsung ໄດ້ເປີດເຜີຍວ່າ: ກໍາລັງກະກຽມທີ່ຈະເລີ່ມກໍ່ສ້າງ Taylor Fab 2 ໃນປີນີ້ ແລະ ມີຈຸດປະສົງທີ່ຈະເລີ່ມຕົ້ນການຜະລິດໃນລະດັບອຸດສາຫະກຳ ໃນປີ 2030.
ໃນຂະນະດຽວກັນ, Samsung ໄດ້ເປີດເຜີຍວ່າ: ການກໍ່ສ້າງໂຮງງານ Taylor Fab 1 ກຳລັງດຳເນີນໄປຕາມແຜນການ, ໂດຍຄາດວ່າຈະເລີ່ມຕົ້ນການດຳເນີນງານໃນປີນີ້ ແລະ ບໍລິສັດວາງແຜນທີ່ຈະຄ່ອຍໆຂະຫຍາຍກຳລັງການຜະລິດຊິບໂດຍໃຊ້ເຕັກໂນໂລຊີຂະບວນການຜະລິດລະດັບ 2 ນາໂນແມັດ ຫຼັງຈາກໂຮງງານເລີ່ມດຳເນີນງານ.
ນອກຈາກນັ້ນ, ເນື່ອງຈາກການສອບຖາມຂອງລູກຄ້າທີ່ເພີ່ມຂຶ້ນກ່ຽວກັບຂະບວນການຜະລິດລະດັບ 1.4 ນາໂນແມັດ, ບໍລິສັດຈຶ່ງກຳລັງພິຈາລະນາແຜນການທີ່ຈະເພີ່ມກຳລັງການຜະລິດ. ໂດຍແຜນການລະອຽດຈະຖືກພັດທະນາເປັນໄລຍະ, ໂດຍອີງໃສ່ປະລິມານການສັ່ງຊື້ ແລະ ການສົນທະນາຂອງລູກຄ້າ.
Samsung ລະບຸຕື່ມວ່າ: ບໍລິສັດກໍາລັງຂະຫຍາຍຂໍ້ຕົກລົງການສະໜອງຊິບໄລຍະຍາວກັບລູກຄ້າລາຍໃຫຍ່ລະດັບໂລກໃນສູນຂໍ້ມູນ ແລະ ຂະແໜງປັນຍາປະດິດ (AI) ພາຍໃຕ້ຍຸດທະສາດການເຕີບໂຕໃນໄລຍະກາງຫາໄລຍະຍາວ ເພື່ອແກ້ໄຂບັນຫາການຂາດແຄນຊິບໜ່ວຍຄວາມຈຳທີ່ອາດເກີດຂຶ້ນເປັນເວລາດົນນານ.
ຄໍາເຫັນ